(vovworld) - ຊາວເຜົ່າ ຣາລາຍມີທັດສະນະວ່າ: ໃນຊີວິດຍາມໃດກໍ່ມີສອງໂລກຄົງຕົວຢູ່ພ້ອມກັນ, ນັ້ນແມ່ນໂລກຂອງຜູ້ຍັງມີຊີວິດ (ໂລກມະນຸດ) ແລະ ໂລກຂອງຄົນຕາຍ (ນາລົກ). ໂລກມະນຸດແມ່ນຊົ່ວຄາວ, ສ່ວນນາລົກແມ່ນຕະຫຼອດໄປ, ດັ່ງນັ້ນເມື່ອມີຄົນຕາຍ. ຊາວເຜົ່າ ຣາລາຍ ຈັດຕັ້ງພິທີອຳລາຄົນຕາຍຢ່າງສົມກຽດ, ດ້ວຍຄວາມໝາຍເຮັດໃຫ້ຍາດຕິພີ່ນ້ອງບໍ່ຮູ້ສຶກໂສກເສົ້າອີກ.
ຊາວເຜົ່າຣາລາຍດຳເນີນພິທີອຳລາຄົນຕາຍ
(ພາບ: ອິນເຕີແນດ)
ຊາວເຜົ່າ ຮາລາຍ ດຳລົງຊີວິດແບບປະຊາຄົມ, ດັ່ງນັ້ນໃນພິທີອຳລາຄົນຕາຍຕ້ອງມີປະຊາຊົນໃນບ້ານເຂົ້າຮ່ວມຢ່າງຄົບໜ້າພໍຕາ ເພື່ອພ້ອມກັນປະຕິບັດພິທີຕ່າງໆຢ່າງຄົບຖ້ວນ ແລະ ສົມກຽດ. ພິທີອຳລາຄົນຕາຍເຄີຍຈັດຕັ້ງພາຍຫຼັງພີ່ນ້ອງຂອງເຂົາເຈົ້າເສຍຊີວິດເປັນເວລາ 2 ປີ. ຕາມເຂົາເຈົ້າແລ້ວ, ຖ້າບໍ່ຈັດພິທີອຳລາຄົນຕາຍ, ການພົວພັນລະຫວ່າງຜູ້ຍັງມີຊີວິດ ແລະ ຜູ້ໄດ້ເສຍຊີວິດ ແລ້ວຍັງຄົງຕົວຢູ່, ຍ້ອນເຫດນັ້ນຕ້ອງຈັດພິທີອຳລາຄົນຕາຍຄັ້ງສຸດທ້າຍ. ທ່ານ ເມົ໋າກວົກຕ໋ຽນ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ຊາວເຜົ່າ ຣາລາຍ, ໃຫ້ຮູ້ວ່າ:
“ຕາມປະເພນີຂອງຊາວເຜົ່າ ຣາລາຍ ແລ້ວ, ແຕ່ລະປີມີຫຼາຍພິທີງານບຸນ, ແຕ່ພົ້ນເດັ່ນກວ່າໝູ່ແມ່ນພິທີອຳລາຄົນຕາຍ. ໃນຊີວິດການເປັນຢູ່ຂອງຊາວເຜົ່າ ຣາລາຍ, ຖ້າຫາກມີຄົນຕາຍ, ຜູ້ທີ່ຍັງມີຊີວິດຈະຕ້ອງຮັບຜິດຊອບວຽກງານທັງໝົດທີ່ກ່ຽວຂ້ອງເຖິງຄົນຕາຍ, ໃນນັ້ນມີພິທີອຳລາຄົນຕາຍ. ພິທີນີ້ຖືກຈັດຂຶ້ນເພື່ອໃຫ້ຜູ້ຍັງມີຊີວິດສະແດງອາລົມຈິດຂອງຕົນຕໍ່ຜູ້ທີ່ໄດ້ລ່ວງລັບໄປແລ້ວ.“
ເຄື່ອງຂອງບູຊາ ແລະ ໃຊ້ໃນພິທີອຳລາຄົນຕາຍນັ້ນ ໂດຍຄອບຄົວຂອງຄົນຕາຍກະກຽມກ່ອນນັ້ນນັບເປັນເດືອນ. ເຊິ່ງລວມມີ: ໝູ, ໄກ່, ເຫຼົ້າ…ຊາວບ້ານຈະ ປຸກສ້າງສຸສານ, ເຮັດ Kagor (ເຮືອໄມ້ລຳໜຶ່ງ) ທີ່ຄວັດແກະຮູບນົກ ແລະ ສັດຕ່າງໆຢ່າງສວຍງາມ. Kagor ແມ່ນສັນຍາລັກແຫ່ງຄວາມຮັ່ງມີ, ເຊິ່ງຜູ້ຍັງມີຊີວິດເຮັດເພື່ອມອບໃຫ້ຄົນຕາຍ. ພິທີອຳລາຄົນຕາຍມີຈຸດທີ່ເປັນເອກະລັກສະເພາະ. ພິເສດແມ່ນຢູ່ແທ່ນບູຊາຄົນຕາຍ, ມີໄຫອັນໜຶ່ງທີ່ແຂວນເທິງຮູບຄົນຕາຍ, ຕາມທັດສະນະຂອງຊາວເຜົ່າຣາລາຍ ແລ້ວ, ໄຫແມ່ນບ່ອນອາໄສຂອງວີນຍານຄົນຕາຍ. ທ່ານ ເມົ໋າຊວນແປງ, ຊາວເຜົ່າ ຣາລາຍ, ໃຫ້ຮູ້ວ່າ:
“ໄຫນີ້ຖືກຖືວ່າແມ່ນວັດຖຸສິ່ງຂອງທີ່ປະໄວ້ ເພື່ອໃຫ້ລູກຫຼານຄິດຮອດຄິດເຖິງຜູ້ທີ່ໄດ້ລ່ວງລັບໄປແລ້ວ. ກ່ອນນີ້ເຂົາເຈົາເຮັດຄືແນວນັ້ນ, ແຕ່ປະຈຸບັນພາຍຫຼັງພິທີອຳລາຄົນຕາຍ, ເຂົາເຈົ້າບໍ່ປະໄວ້ຄືກ່ອນນີ້ີອີກ“.
ພິທີອຳລາຄົນຕາຍຖືກດຳເນີນໃນ 3 ວັນ ດ້ວຍຫຼາຍພິທີທີ່ແຕກຕ່າງກັນ. ແຕ່ລະພິທີລ້ວນແຕ່ມີຄວາມໝາຍແຫ່ງຈິດວີນຍານຢ່າງເລິກເຊິ່ງ, ເຊິ່ງໄດ້ຮັບການສືບທອດມາຫຼາຍລຸ້ນຄົນ ແລະ ຍັງຮັກສາໄວ້ເໝືອນເດີມ. ມື້ທຳອິດແມ່ນກະກຽມເຄື່ອງຂອງບູຊາ ແລະ ແຈ້ງໃຫ້ອ້າຍນ້ອງ, ເພື່ອນມິດຢູ່ບ້ານອື່ນມາຮ່ວມພິທີອຳລາຄົນຕາຍ. ເຄື່ອງຂອງບູຊາມີເຫຼົ້າ 3 ໄຫ, ໝູ 3 ໂຕ, ງົວ ຫຼືຄວາຍ 1 ໂຕພ້ອມກັບໄກ່, ເປັດ ແລະ ຜະລິດຕະພັນບາງຢ່າງຂອງທ້ອງຖີ່ນ. ໃນມື້ທຳອິດ, ເຈົ້າຂອງພິທີແມ່ນເຈົ້າກົກເຈົ້າເຫຼົ່າໃນບ້ານປະຕິບັດພິທີບູຊາວີນຍານຄົນຕາຍ, ແຈ້ງກ່ຽວກັບວັນ, ເວລາດຳເນີນພິທີ ເພື່ອໃຫ້ຄົນຕາຍຮູ້ແລະມາຮັບເຄື່ອງຂອງບູຊາ. ຫຼັງຈາກນັ້ນແມ່ນດຳເນີນການຟ້ອນ, ຮ້ອງໄຫ້ ແລະ ພາວະນາຂໍບັນພະບຸລຸດໃຫ້ວີນຍານຄົນຕາຍໄປສູ່ນາລົກພ້ອມກັບບັນພະບຸລຸດ. ມື້ທີສອງຖືກຖືວ່າແມ່ນມືສຳຄັນ, ໃນມື້ນີ້ຍາດຕິພີ່ນ້ອງ ແລະ ຊາວບ້ານມາຮ່ວມພາເຂົ້າເພື່ອອຳລາຄົນຕາຍ. ເຈົ້າຂອງພິທີບູຊາພ້ອມກັບຍາດຕິພີ່ນ້ອງໃນຄອບຄົວຈະໄປຍັງສຸສານເພື່ອຮ້ອງໄຫ້, ຟ້ອນມ້າລາ (ຕີຄ້ອງ) ເພື່ອແຫ່ວີນຍານຄົນຕາຍກັບເມືອບ້ານກິນເຂົ້າພ້ອມກັບຄອບຄົວ, ພິທີນີ້ສຳຄັນທີ່ສຸດ, ດັ່ງນັ້ນທຸກຄົນຕ້ອງເຂົ້າຮ່ວມຢ່າງພ້ອມພຽງ ເພື່ອພົບປະ ແລະ ອຳລາຄົນຕາຍຄັ້ງສຸດທ້າຍ. ທຸກຄົນພ້ອມກັນຮັບປະທານອາຫານ, ດື່ມເຫຼົ້າໄຫ, ຟ້ອນລຳທຳເພງຢູ່ອ້ອມກອງໄຟຕະຫຼອດຄືນ.
ມື້ທີສາມຖືວ່າແມ່ນມື້ອຳລາຄົນຕາຍຕະຫຼອດໄປ. ບັນດາຜູ້ຊາຍແບກຫາມເຄື່ອງຂອງບູຊາໄປສູ່ເຂດສຸສານ ແລະ ວາງຢູ່ອ້ອມ. ທຸກຄົນຢືນຢູ່ອ້ອມສຸສານ ພາວະນານົບໄຫວ້ເພື່ອອຳລາວີນຍານຄົນຕາຍ. ໃນວັນນີ້ຈະດຳເນີນປະເພນີສົ່ງ Kagor , ແບ່ງຊັບສິນໃຫ້ຄົນຕາຍ. ທ່ານ ເມົ໋າກວົກຕ໋ຽນ, ໃຫ້ຮູ້ຕື່ມອີກວ່າ:
“ໃນມື້ນີ້ພິທີແບ່ງຊັບສິນໃຫ້ຄົນຕາຍພຽງແຕ່ມີລັກສະນະເປັນສັນຍາລັກເທົ່ານັ້ນ. ກ່ອນນີ້ເຂົາເຈົ້າເຄີຍແບ່ງເຄື່ອງໃຊ້ໄມ້ສອຍປະຈຳວັນຕ່າງໆເຊັ່ນ: ຄ້ອງ, ໄຫເຫຼົ້າ, ພາທອງ, ໝໍ້ທອງ… ໃຫ້ຄົນຕາຍ, ແຕ່ປະຈຸບັນເຄື່ອງຂອງເຫຼົ່ານັ້ນພຽງແຕ່ແບ່ງເປັນສັນຍາລັກ, ສ່ວນຊັບສິນແທ້ແມ່ນຮັກສາໄວ້ໃຫ້ລູກຫຼານໃຊ້“.
ພິທີອຳລາຄົນຕາຍມີຄວາມໝາຍສຳຄັນໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າ ຣາລາຍ. ໃນພິທີນີ້ເຄີຍດຳເນີນຫຼາຍຮູບການສິລະປະຄື: ສະຖາປັດຕະຍະ ກຳ, ແກະຄວັດສະຫຼັກ, ແຕ້ມ, ດົນຕີ, ຟ້ອນ… ເພື່ອສົ່ງຄົນຕາຍໄປຍັງນາລົກ, ພ້ອມທັງຕັດຄວາມຜູກມັດລະຫວ່າງຜູ້ຍັງມີຊີວິດກັບຄົນຕາຍ. ດ້ວຍບັນດາຄຸນຄ່າພົ້ນເດັ່ນດັ່ງກ່າວ, ປີ 2012, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຕົກລົງຈັດພິທີອຳລາຄົນຕາຍຂອງຊາວເຜົ່າຣາລາຍ, ຢູ່ເມືອງແຄ໋ງເຊີນ, ແຂວງແຄ໋ງຮ່ວາ ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງຊາດ, ຂຶ້ນກັບຮູບການປະເພນີສັງຄົມ ແລະ ເຊື່ອຖື.