(vovworld) - ສຳລັບຊາວເຜົ່າ ຣາລາຍ, ຖ້າຫາກຜູ້ຮັ່ງມີ, ມີຄ້ອງມ້າລາ ເພື່ອຕີໃນງານບຸນຕ່າງໆ, ຜູ້ທຸກຍາກກໍ່ມີພິນຈາປີ, ເຊິ່ງແມ່ນເຄື່ອງດົນຕີແບບທຳມະດາສາມັນ ທີ່ມີນຳ້ສຽງຄ້າຍຄືກັນກັບຄ້ອງມ້າລາ. ກ່ອນນີ້ 20 ປີ, ບົດເພງ ”ຄວາມໄຝ່ຝັນຈາປີ” ຂອງນັກດົນຕີ ເຈິ່ນຕ໋ຽນ ໄດ້ເຮັດໃຫ້ຜູ້ຟັງຮູ້ຈັກເຖິງພິນຈາປີ. ແລະ ບົດເພງນີ້ເອງກໍ່ໄດ້ດຶງດູດນັກທ່ອງທ່ຽວຫຼາຍຄົນມາຢ້ຽມຢາມໝູ່ບ້ານຕ່າງໆຂອງຊາວເຜົ່າ ຣາລາຍ ເພື່ອຊອກຮູ້ກ່ຽວກັບພິນຈາປີ ແລະ ຄວາມໄຝ່ຝັນຈາປີ.
ພິນຈາປີ
“ຢູ່ບ່ອນນັ້ນເທິງຈອມພູສູງ/ມີສອງຄົນຮັກກັນ/ຢູ່ບ່ອນນັ້ນບໍ່ມີລະດູໜາວ, ບໍ່ມີແດດຝົນ/ມີແຕ່ລະດູແຫ່ງຄວາມຮັກ/ ຢູ່ທີ່ນັ້ນມີຝູງແບ້ອ້ອມໂນນພູ/ມີແຕ່ເຮືອນມຸງຫຍ້າ, ເຮືອນຮ້ານທີ່ເບີກບານມ່ວນຊື່ນ/ຢູ່ທີນັ້ນເຂົາເຈົ້າດຳລົງຊີວິດໃນຄວາມສັນຕິສຸກ/ຜູ້ທຸກຍາກກໍ່ມີພິນຈາປີ/... ຜູ້ໃດນິຍົມຄວາມເສລີຈົ່ງຂຶ້ນພູຟັງສຽງຈາປີ”.
ເນື້ອໃນບົດເພງໄດ້ພັນລະນາຮູບພາບເຂດບ້ານນາ. ເມື່ອສຽງເພງດັງຂຶ້ນທຸກຄົນຮູ້ສຶກເບີກບານມ່ວນຊື່ນແລະເຈືອຈານໃນຄວາມໄຝ່ຝັນຈາປີ, ດ້ວຍເຂດພູພຽງທີ່ກວ້າງໃຫຍ່, ພ້ອມກັບທຳມະຊາດອຸດົມສົມບຸນ ແລະ ບັນຍາກາດເສລີ, ເພິດເພິນຂອງເຂດພູຜາປ່າໄມ້. ໃນຄວາມໄຝ່ຝັນຈາປີ, ທຸກຄົນມີແຕ່ຮູ້ຮັກກັນເທົ່ານັ້ນ... ຍ້ອນເຫດນັ້ນ, ເມື່ອຄິດເຖິງພິນຈາປີ, ຫຼາຍຄົນມັກຖາມຕົວເອງວ່າ, ຄວາມໄຝ່ຝັນຈາປີມີແທ້ຫຼືບໍ່? ແລະ ພິນຈາປີແມ່ນຄືແນວໃດ? ສິ່ງດັ່ງກ່າວໄດ້ພາພວກຂ້າພະເຈົ້າໄປຍັງບ່ອນກຳເນີດພິນຈາປີ ຢູ່ເຂດພູແຄ໋ງເຊີນ, ແຂວງແຄ໋ງຮ່ວາ. ຕາມການແນະນຳຂອງທ່ານ ເມົ໋າກວົກຕ໋ຽນ, ພວກຂ້າພະເຈົ້າມາຢ້ຽມຢາມເຮືອນຂອງທ່ານ ປີນັງທ້ວນ, ແມ່ນໜຶ່ງໃນບັນດາຜູ້ທີ່ສາມາດປະດິດພິນຈາປີໄດ້...
ເທບສຽງພິນຈາປີ
ເມື່ອຕ້ອນຮັບພວກຂ້າພະເຈົ້າ, ທ່ານ ປີນັງທ້ວນ ໃຫ້ຮູ້ວ່າ: ຊາວເຜົ່າ ຣາລາຍ ໃນປະຈຸບັນຍັງຄົງຫຼິ້ນພິນຈາປີໃນງານບຸນຕ່າງໆ, ແຕ່ຜູ້ທີ່ຮູ້ປະດິດພິນ ແລະ ຫຼິ້ນພິນປະເພດນີ້ແມ່ນບໍ່ຫຼາຍ. ຕາມທ່ານ ປີນັງທ້ວນ ແລ້ວ, ພິນຈາປີເຮັດດ້ວຍລຳໄມ້ໄຜ່, ແຕ່ຕ້ອງເລືອກເອົາລຳໃຫຍ່ທີ່ມີຕາທັງສອງຫົວ ແລະ ເປືອກຕ້ອງບາງ. ລຳໄມ້ໄຜ່ເຮັດພິນຈາປີ ທຳມະດາແມ່ນຍາວປະມານ 30 cm, ເສັ້ນຜ່າກາງປະມານ 10 cm. ພາຍຫຼັງເລືອກລຳໄມ້ໄຜ່ໄດ້ແລ້ວ, ຈະໃຊ້ເຫຼັກເຈາະເຜົາໄຟແລ້ວເຈາະໃສ່ລຳໄມ້ໄຜ່ເປັນຮູເພື່ອອອກເປັນສຽງ. ທ່ານ ປີນັງທ້ວນ, ແນະນຳວ່າ:
“ນີ້ແມ່ນພິນທີ່ຂ້າພະເຈົ້າພວມປະດິດ, ມັນລວມມີ 6 ຮູ, 2 ຮູຢູ່ສອງຫົວເພື່ອອອກເປັນສຽງດັງ. ບັນດາຮູໃນພິນນີ້ຖືກເຈາະເປັນແຖວໃຫ້ອອກສຽງເປັນຈັ່ງຫວະ“.
ຊາວຣາລາຍປະດິດພິນຈາປີ
ພິນຈາປີຖືກເຮັດຕາມແບບຫັດຖະກຳ. ທ່ານ ປີນັງທ້ວນ ມີຄວາມຊຳນານທີ່ສຸດໃນການປະດິດພິນປະເພດນີ້. ພິເສດແມ່ນເມື່ອທ່ານແຍກເປືອກລຳໄມ້ໄຜ່ໃຫ້ເປັນສາຍພິນ. ພາຍຫຼັງເຮັດສຳເລັດ ແລະ ປະດັບປະດາໃຫ້ພິນຈາປີແລ້ວ, ທ່ານກໍ່ຍົກຂຶ້ນແຍງດູ ແລ້ວຫຼິ້ນໃຫ້ພວກຂ້າພະເຈົ້າຟັງ. ມັນຖືກກັນເນື້ອໃນບົດເພງຂອງນັກດົນຕີ ເຈິ່ນຕ໋ຽນ ແທ້ໆ, ພິນຈາປີແມ່ນຂາດບໍ່ໄດ້ໃນຈິດວີນຍານຂອງຊາວເຜົ່າ ຣາລາຍ. ທ່ານ ເມົ໋າກວົກຕ໋ຽນ ໃຫ້ຮູ້ຕື່ມອີກວ່າ:
“ສຳລັບຊາວເຜົ່າ ຣາລາຍ, ພິນຈາປີຍັງຖືວ່າແມ່ນຄ້ອງຫຍໍ້ເຂົ້າ. ຍ້ອນຄ້ອງມ້າລາແມ່ນຂາດບໍ່ໄດ້ໃນທຳນອງເພງພື້ນເມືອງ. ດັ່ງນັ້ນຊາວເຜົ່າ ຣາລາຍ ເຄີຍນຳເອົາພິນຈາປີໄປຕາມໃນຍາມເຮັດໄຮ່, ກໍ່ຄືສອນໃຫ້ລູກຫຼານວິທີຫຼິ້ນ. ສ່ວນແມ່ຍິງທັງເຈ່ຍລູກທັງຫຼີ້ນພິນຈາປີໄດ້“.
ທ່ານ ເມົ໋າກວົກຕ໋ຽນ ມອບພິນຈາປີໃຫ້ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ
ແຕ່ລະເທື່ອ, ເມື່ອຊາວບ້ານນັ່ງອ້ອມເຕົາໄຟ, ຜູ້ເຖົ້າຜູ້ແກ່ກໍ່ເລົ່າໃຫ້ຟັງເລື່ອງລາວກ່ຽວກັບພີນຈາປີ. ໃນຄຳ່ຄືນຝົນຕົກຕົ້ນລະດູ, ຊາວເຜົ່າ ຣາລາຍ ກໍ່ຫຼີ້ນພິນຈາປີບົດ ”ໂຕກົບ” ດ້ວຍທຳນອງທີ່ອ່ອນຊ້ອນ. ຫຼືເມື່ອໄປເຮັດໄຮ່ເຮັດນາ, ສຽງພິນຈາປີດັງຂຶ້ນເພື່ອເຕືອນໃຫ້ທຸກຄົນຢ່າລືມນຳເອົາເຄື່ອງມືກັບບ້ານ... ພິນຈາປີຍາມໃດກໍ່ມີໜ້າໃນການເຄື່ອນໄຫວວັດທະນະທຳຂອງຊາວເຜົ່າ ຣາລາຍ. ຈາປີ ແມ່ນຄວາມໄຝ່ຝັນຂອງບັນດາຜູ້ທຸກຍາກ, ແຕ່ມີນ້ຳໃຈກວ້າງຂວາງ, ດ້ວຍຄວາມໄຝ່ຝັນທີ່ວ່າຜູ້ໃດກໍ່ໄດ້ຮັບຟັງສຽງຈາປີ, ທຳນອງຂອງພູຜາປ່າໄມ້.