ບິ່ງລຽວ ມີຄວາມງາມແບບທຳມະຊາດ, ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍຄື: ຊົນເຜົ່າຢ້າວ, ໄຕ, ນຸ່ງ, ຊ໋ານຈີ… ຈາກເທດສະບານຢູ່ໃຈກາງບິ່ງລຽວ, ໄປລຽບຕາມເສັ້ນທາງຄົດລ້ຽວ ຜ່ານບັນດາທົ່ງນາຂັ້ນໄດ ປະມານ 10 ຫຼັກ ຈະໄປຮອດຕາແສງຊາຍແດນດົ່ງວັນ, ແຫ່ງທີ່ມີຊາວເຜົ່າກວມເຖິງເຖິງ 90% ຈຳນວນພົນລະເມືອງໃນຕາແສງ.
ບໍ່ຮູ້ຈັກວ່າແຕ່ເວລາໃດ, ຊາວເຜົ່າຢ້າວ ຢູ່ທີ່ນີ້ໄດ້ເຊື່ອຖືວ່າ, ໃນວັນທີ 4/4 ໄລ່ຕາມຈັນທະປະຕິທິນ, ຖ້າເຮັດສິ່ງໃດກໍ່ບໍ່ສະດວກ, ຖ້າປຸກສ້າງເຮືອນ ເຮືອນກໍ່ຖືກພັງ, ເຮັດນາກໍ່ບໍ່ໄດ້ຮັບຜົນ. ຍ້ອນເຫດນັ້ນຊາວເຜົ່າຢ້າວທັງໝູ່ບ້ານຈຶ່ງພັກການບໍ່ເຮັດວຽກຫຍັງອີກ ເພື່ອເຂົ້າຮ່ວມງານບຸນ. ເອື້ອຍ ຕັ່ງຊ໋າມມູ໋ຍ, ບ້ານ ແຄຕ່ຽນ, ຕາແສງ ດົ່ງວັນ, ແບ່ງປັນວ່າ:
“ມື້ນີ້ແມ່ນວັນຄະລຳລົມທີ 4/4, ດັ່ງນັ້ນບໍ່ເຮັດຫຍັງມີແຕ່ໄປຫຼີ້ນເທົ່ານັ້ນ. ກ່ອນນີ້ໄດ້ມີວັນຄະລຳແລ້ວ, ພໍ່ແມ່ຄະລຳ, ຂ້າພະເຈົ້າກໍ່ຄະລຳ. ໃນມື້ນີ້ທຸກຄົນພາກັນໄປຫຼີ້ນ, ຜູ້ໃດມັກໄປກໍ່ໄປ, ຜູ້ໃດບໍ່ມັກໄປແມ່ນຢູ່ເຮືອນປັກແສ່ວ”.
ຄວາມເບິກບານມ່ວນຊື່ນຂອງບັນດານາງສາວເຜົ່າຢ້າວໃນງານບຸນ
ເຂົາເຈົ້າຊວນກັນໄປຕະຫຼາດໃນວັນທີ 4/4. ນັບແຕ່ຮຸ່ງເຊົ້າ, ບົນເສັ້ນທາງໄປຍັງຕະຫຼາດໄດ້ມີຜູ້ໄປມາເປັນຈຳນວນຫຼວງຫຼາຍ. ໃນວັນບຸນ, ຕະຫຼາດດົ່ງວັນ ກໍ່ຜິດປົກກະຕິ. ເຂົາເຈົ້າບໍ່ພຽງແຕ່ໄປຕະຫຼາດເພື່ອຊື້ເຄື່ອງຂອງເທົ່ານັ້ນ, ຫາກຍັງໄປເພື່ອລະຫຼິ້ນ, ໂອ້ລົມ ແລະ ຂາຍຜະລິດຕະພັນຂອງທ້ອງຖີ່ນຕົນອີກດ້ວຍ. ຜູ້ຊາຍມັກຫາຮ້ານຂາຍມີດ, ຂາຍເກີບ, ສ່ວນຜູ້ຍິງມັກຫາຮ້ານຂາຍຜ້າແພ, ເສັ້ນໄໝປັກແສ່ວ. ເຂົາເຈົ້າສະແດງຄວາມເອກອ້າງທະນົງໃຈຕໍ່ຜະລິດຕະພັນປັກແສ່ວທີ່ສວຍງາມໂດຍຕົນເຮັດເອງໃນປີ. ສຽງເວົ້າ, ສຽງຫົວມ່ວນຊື່ນເຮັດໃຫ້ຕະຫຼາດນັດມີຄວາມຟົດຟື້ນຍິ່ງຂຶ້ນ.
ແຕ່ສຳລັບຊາວເຜົ່າຢ້າວ ແລ້ວ, ສິ່ງດີມ່ວນທີ່ສຸດຂອງວັນບຸນ “ຄະລຳລົມ“ ນັ້ນແມ່ນເຂົາເຈົ້າບໍ່ພຽງແຕ່ໄດ້ລະຫຼິ້ນເທົ່ານັ້ນ, ຫາກຍັງໄດ້ພົບປະ, ນັດພົບກັບໝູ່ເພື່ອນຢ່າງເສລີອີກດ້ວຍ. ທຸກຄົນທັງເຖົ້າແກ່, ບ່າວສາວລ້ວນແຕ່ຖືວັນນີ້ແມ່ນໂອກາດເພື່ອຊອກຫາເພື່ອນມິດ, ຫວນຄືນອະດີດຕະການ ແລະ ເວົ້າເຖິງຄວາມໄຝ່ຝັນໃນອະນາຄົດ. ຜູ້ໃດກໍ່ໄດ້ດື່ມເຫຼົ້າ, ເບຍ. ເຂົາເຈົ້າທັງດື່ມເຫຼົ້າ ທັງຂັບຮ້ອງນຳກັນ. ນາງສາວ ຈິວທິເມັ໋ນ, ບ້ານ ແຄມອກ, ເລົ່າສູ່ຟັງວ່າ:
“ມື້ນີ້ໄປຕະຫຼາດ, ໄດ້ພົບປະແລະ ດື່ມເຫຼົ້າກັບເພື່ອນມິດມ່ວນຫຼາຍ, ບາງຄົນດື່ມຫຼາຍໂພດຈົນລືມບໍ່ນຳເອົາເຄື່ອງຂອງທີ່ຊື້ແລ້ວກັບບ້ານ“.
ເຖົ້າແກ່, ບ່າວສາວກໍ່ດື່ມເຫຼົ້າໝົດ
ບັນດາບ່າວສາວພົບກັນໃນງານບຸນ, ເຄີຍຂັບຮ້ອງບັນດາບົດເພງແຫ່ງຄວາມຮັກນຳກັນ: “ເຫັນດອກໄມ້ບານຢູ່ພາກພຸ້ນຫ້ວຍນ້ຳ/ຢາກເດັດເອົາແຕ່ບໍ່ມີເຮືອຂ້າມ”, “ອ້າຍຢາກເດັດເອົາດອກໄມ້, ຢ່າເປັນຫ່ວງອ້າຍເດີ/ອ້າຍຈົ່ງເດັດເອົາໃບ, ແລ້ວເຮັດເຮືອກາຍຂ້າມ“.
ມີບາງຄົນປຽບທຽບບຸນ ຄະລຳລົມ ກັບຕະຫຼາດແຫ່ງຄວາມຮັກຂອງ ຊາປາ, ຂອງເຄົາວາຍ, ແຕ່ຊາວເຜົ່າຢ້າວພັດຖືງານບຸນດົ່ງວັນ ແມ່ນໂອກາດເພື່ອພົບປະກັບອ້າຍນ້ອງ, ເພື່ອນມິດ. ຄົນໜຸ່ມຫາແຟນໄດ້ແມ່ນສ້າງເປັນຄອບຄົວ, ຜູ້ເຖົ້າພົບກັນເພື່ອໂອ້ລົມ ແລະ ເຂົ້າໃຈກັນກວ່າ. ອ້າຍຈ້າງຢີ່ສິງ, ຢູ່ເມືອງຕຽນອຽນ, ຫ່າງຈາກບິ່ງລຽວ 30 ກມ, ໄປດົ່ງວັນ ພ້ອມກັບພໍ່ແມ່ແຕ່ເວລາ 5 ໂມງເຊົ້າ, ແລະ ໄດ້ພົບກັບນ້ອງສາວ ຜູ້ເອົາຜົວຢູ່ທີ່ນີ້. ອ້າຍເວົ້າວ່າ:
“ໄປເພື່ອໄດ້ພົບປະກັບອ້າຍນ້ອງ ແລະ ລະຫຼິ້ນນຳກັນ, ບາງເທື່ອມ່ວຍຫຼາຍຈົນລືມກັບບ້ານ“.
ວັນບຸນວັດທະນະທຳບັນດາເຜົ່ຢູ່ເມືອງບິ່ງລຽວ
ໃນຊຸມປີມໍ່ໆມານີ້, ງານບຸນ ຄະລຳລົມ ໄດ້ຮັບການເປີດກວ້າງ ແລະ ຟົດຟື້ນກວ່າເກົ່າ. ບໍ່ພຽງແຕ່ມີຊາວເຜົ່າຢ້າວຢູ່ດົ່ງວັນ ເທົ່ານັ້ນ, ຫາກຊາວເຜົ່າຢ້າວ ຢູ່ບັນດາເມືອງອ້ອມຂ້າງຄື ບາແຈ້, ເດິ່ມຮ່າ, ຫາຍຮ່າ. ຊຳ້ບໍ່ໜຳຊາວເຜົ່າກິງ ແລະ ຊາວຊ໋າຈີ, ຊາວເຜົ່າໄຕ ກໍ່ມາແຫ່ງນີ້. ປ້າ ຈິ້ງທິງິ້, ຫົວໜ້າຫ້ອງວັດທະນະທຳຖະແຫຼງຂ່າວເມືອງບິ່ງລຽວ, ໃຫ້ຮູ້ວ່າ:
“ດ້ວຍແຜນນະໂຍບາຍຟື້ນຟູບັນດາງານບຸນວັດທະນະທຳໃນບໍລິເວນເມືອງ, ງານບຸນ ຄະລຳລົມ ຂອງຊາວເຜົ່າຢ້າວ ໄດ້ຮັບການຟື້ນຟູນັບແຕ່ປີ 2007, ພ້ອມກັບງານບຸນສາລາ ລຸກນ່າ ຕິດພັນກັບຂັບແທນພິນຕິ໋ງ ຂອງຊາວເຜົ່າໄຕ, ຂັບສອງເກາະຂອງຊາວເຜົ່າຊ໋າຈີ. ສະເພາະຊົນເຜົ່າຢ້າວ, ນອກຈາກຂັບປາຢຸງ ແລ້ວ, ຮູບການຂັບຊ໋ານໂກ໋ ກໍ່ໄດ້ຮັບການຮັກສາໄວ້. ໃນອະນາຄົດ, ພ້ອມກັບການພັດທນາການທ່ອງທ່ຽວ, ປີ 2015 ຈະສ້າງແຜນງານອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳໃນທ້ອງຖີ່ນ, ໃນນັ້ນມີທັງງານບຸນຂອງຊາວເຜົ່າຢ້າວ“.
ໃນງານບຸນ “ຄະລຳລົມ“, ຢູ່ບ່ອນໃດກໍ່ຍິນສຽງຂັບ, ພ້ອມເສື້ອສີແດງຂອງບັນດານາງສາວເຜົ່າຢ້າວ ທ່າມກາງສີຟ້າ ແລະ ສີຂຽວທີ່ອຸ່ມທູ່ມຂອງພູຜາປ່າໄມ້. ສິ່ງດັ່ງກ່າວເຮັດໃຫ້ງານບຸນຍິ່ງຟົດຟື້ນມ່ວນຊື່ກວ່າອີກ.