ລະຄອນຕຸກກະຕານ້ຳ ສິລະປະການສະແດງລະຄອນພື້ນເມືອງຂອງຊາວຫວຽດ

(vovworld)- ລັກສະນະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ຫວຽດ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານບັນດາ​ປະ​ເພດ​ເພງ​ພື້ນ​ເມືອງ​ທີ່​ຕິດ​ພັນ​ກັບ​ຮູບ​ການສະ​ແດງ​ລະຄອນ,​ ບັນດາ​ຮູບການສະແດງ​ສິລະ​ປະການ​ ​ຄື: ​ເພງ​ພື້ນ​ເມືອງ​ຂັບກວານ​ຫໍ້​ບັກ​ນີງ, ຂັບ​ແຈ່ວ, ຂັບ​ຕວ່ງ, ຂັບ​ຊວານ, ວີ​ຢ້ຳ ຢູ່ ​ເຫ​ງ້ຕີງ, ລະຄອນ​ຕຸກກະຕາ​ນ້ຳ. ​ໃນ​ນັ້ນ ຂັບ​ແຈ່ວ, ຂັບ​ກາ​ຈູ່ ​ແລະ ລະຄອນ​ຕຸກກະຕາ​ນ້ຳ​ແມ່ນ​ບັນດາ​ຮູບ​ການສະ​ແດງ​ບົນເວທີ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາວ​ຫວຽດ, ພິ​ເສດ​ຢູ່​ເຂດ​ທົ່ງພຽງ​ພາກ​ເຫນືອ. ​

ລະຄອນຕຸກກະຕານ້ຳ ສິລະປະການສະແດງລະຄອນພື້ນເມືອງຂອງຊາວຫວຽດ - ảnh 1
ຮ້ານ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ​
ພາບ:internet

        ​ໃນ​ສາງ​ສິລະ​ປະ​ພື້ນ​ເມືອງ​ຫວຽດນາມ, ລະຄອນ​ຕຸກກະຕາ​ນ້ຳ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຮູບ​ການ​ສິລະປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ. ດ້ວຍ​ເວທີ​ສະ​ແດງ​ແມ່ນ​ຫນ້າ​ນ້ຳ, ຕົວລະຄອນ​ແມ່ນ​ບັນດາ​ຕຸກກະຕາ​ພ້ອມ​ກັບ​ສີສັນ​ຫລາກ​ຫລາຍ​ຂອງ​​ແສງໄຟ ​ແລະ ບັ້ງ​ໄຟ​ດອກ​ໄດ້​ເຮັດ​ໃຫ້​ລາຍການ​ສະ​ແດງ​ມີຄວາມ​ດູດ​ດື່ມ. ສິລະ​ປະ​ລະຄອນ​ຕຸກກະຕາ​ນ້ຳ​ແມ່ນ​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ຫວຽດນາມ ຊື່​ງຕິດ​ພັນ​ກັບ​ພື້ນຖານ​ອະລິຍະ​ທຳ​ການ​ປູກ​ເຂົ້ານາ​ທາມ. ​ແຕ່ລະກອງ​ສິລະ​ປະ​ຕຸກ​ກະ​ຕາ​ນ້ຳ ລ້ວນ​ແຕ່​ມີ​ຈຸດ​ພິ​ເສດສະ​ເພາະ, ມີ​ທ່າ​ແຮງ​ສະ​ເພາະ, ​ແຕ່​ເບິ່ງ​ລວມ​ແລ້ວ ບັນດາ​​ລາຍການ​ສະ​ແດງ​ຂອງ​ລະຄອນ​ຕຸກກະຕາ​ນ້ຳ​ລ້ວນ​ແຕ່​ຕິດ​ພັນ​ກັບ​ເລື່ອງ​ລາວ​ທີ່ເລົ່າຂານກັນມາ​ແຕ່​ບູຮານ​ນະ​ການ, ​ສ່ອງ​ແສງ​ໃຫ້​ເຫັນ​ການ​ດຳ​​ເນີນ​ຊີວິດ ​ແລະ ການ​ອອກ​ແຮງ​ງານ​ຂອງ​ຊາວ​ກະສິກອນຢູ່​ທົ່ງ​ນາ​ດ້ວຍ​ຄວາມ​​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ໄພ​ທຳ​ມະ​ຊາດ, ​ໂລກລະບາດ ​ແຕ່​ຍັງຄົງ​ມີ​ຄວາມ​ຮູ້​ສຶກປະ​ເອີ​ບ​ໃຈ, ຮັກ​ຊີວິດ. ​ເອື້ອຍ ຮ່ວາງ​ມີງ ຫງວຽດ, ພະນັກງານ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ​ໃຫ້​ຮູ້​ວ່າ:

        “ຢູ່​ໃນ​ໂລກ​ມີ​ຫລາຍຮູບການສະແດງ​ລະຄອນຕຸກກະຕາ, ​ແຕ່​ລະຄອນ​ຕຸກ​ກະ​ຕາ​ນ້ຳ​ມີ​ພຽງ​ຢູ່​ຫວຽດນາມ ​ເທົ່າ​ນັ້ນ. ນີ້​ແມ່ນ​ປະ​ເພດ​ສິລະ​ປະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ກ່ອນ​ນີ້ປະມານ 10 ສັດຕະວັດ, ​ໂດຍ​ຊາວ​ກະສິກອນ​ປະດິດ​ສ້າງ. ສະ​ນັ້ນ ລາຍການ​ສະ​ແດງ​ຕຸກກະຕາ​ນ້ຳ ລ້ວນ​ແຕ່​ວາດ​ພາບ​ຄືນວຽກ​ງານປະຈຳ​ວັນ​ຂອງ​ຊາວ​ກະສິກອນ​ຄື: ລ້ຽງ​ຄວາຍ, ​ໄຖ​ນາ, ຫາ​ປາ​ຫລື​ຟ້ອນ​ມັງກອນ… ​ເວທີ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ​ແມ່ນຮ້ານທີ່​ມີ​ຫລັງຄາ ​ຫລື​ເອີ້ນ​ວ່າ ສາລາ​ບ້ານ​ເທິງ​ຫນ້ຳ,ບັນດາ​ນັກ​ສິລະ​ປະກອນຢືນໃຕ້ນ້ຳ​ເພື່ອ​ບັນຊາ​ຕຸກກະຕາ.”

ລະຄອນຕຸກກະຕານ້ຳ ສິລະປະການສະແດງລະຄອນພື້ນເມືອງຂອງຊາວຫວຽດ - ảnh 2
ຕຸກກະຕານ້ຳ

        ສິລະ​ປະລະ​ຄອນ​ຕຸກກະຕາ​ນ້ຳຢູ່ ຫວຽດນາມ ມີ​ມາ​ແຕ່​ດົນ​ນານ​ໃນ​ປະຫວັດສາດ, ຕິດ​ພັນ​ກັບ​ພື້ນຖານ​ວັດທະນະທຳ​​​​ອະລິຍະ​ທຳ​ແຫ່ງ​ການ​ປູກ​ເຂົ້ານາ​ທາມ​ຢູ່​ເຂດ​ທົ່ງພຽງ​ພາກ​ເຫນືອ. ປີ 1121 ລະຄອນ​ຕຸກກະຕາ​ນ້ຳ​ຖືກຈັດເຂົ້າລາຍການ​​ສະ​ແດງ​​ອວຍພອນ​ອາຍຸ​ໝັ້ນຂວັນຍືນ​ຂອງ​ເຈົ້າ​ຊີວິດ ​ແລະສິ່ງ​ດັ່ງກ່າວພິສູດ​ໃຫ້​ເຫັນ​ຜ່ານບັນດາ​ແຖວ​ຫນັງສື​ທີ່ຄວັດ​ຢູ່​ເທິງ​ສີລາ​ເດີມທີ່​ມີ​ມາ​ແຕ່​ສະ​ໄຫມ​ເຈົ້າ​ຊີວິດ ຫລີ ​ແລະ ປະຈຸ​ບັນ​ພວມ​ຕັ້ງ​ຢູ່​ວັດ ລອງ​ດ້ອຍ, ຕາ​ແສງ ​ໂດ້ຍ​ເຊີນ ​ເມືອງ​ຢູຍຕຽນ ​ແຂວງ ຮ່າ​ນາມ. ຈາກ​ບັນດາ​ຕົວ​ລະຄອນ​ຕຸກກະຕາ​ນ້ຳ​ຕ່າງຫາກ​ສະ​ເພາະ​ຂອງ​ບຸກຄົນຈຳນວນ​ຫນຶ່ງ ​ໄດ້​ພັດທະນາ​ເປັນ​ກອງ​ສະແດງລະຄອນ​ຕຸກກະຕາ​ນ້ຳ ດ້ວຍ​ຫລາຍ​ລາຍການ​ສະ​ແດງ​ທີ່​ມ່ວນ, ງາມ​ຕາ ​ແລະ ​ແປກ​ປະຫລາດ ​ເພື່ອ​ຮັບ​ໃຊ້​ປະຊາຊົນ. ທ່ານຫງວຽນ​ຮູ​ຍຮົ່ງ ນັກ​ຄົ້ນ​ຄ້ວາ​ສິລະ​ປະລະ​ຄອນ​ຕຸກກະຕາ​ນ້ຳ ​ໃຫ້​ຮູ້​ວ່າ:     “ລະຄອນ​ຕຸກກະຕາ​ນ້ຳ​ແມ່ນ​ຜະລິດ​ຕະພັນ​ຂອງເຂດ​ທົ່ງພຽງ​​ພາກ​ເຫນືອ​ຫວຽດນາມ. ​ໃນ​ເບື້ອງ​ຕົ້ນ​ບໍ່​​ເອີ້ນ​ວ່າ​ຕຸກກະຕາ ພຽງ​ຖື​ວ່າ​ແມ່ນ​ການ​ລະ​ຫລິ້ນ​ເທົ່າ​ນັ້ນ. ”

ລະຄອນ​ຕຸກ​ກະ​ຕາ​ນ້ຳ​ເຄີ​ຍຈັດ​ຂຶ້ນ​ໃນ​ງານ​ບຸນ​ຕ່າງໆ​ຂອງ​ໝູ່​ບ້ານຫລື​ບຸນ​ປີ​ໃຫມ່​ປະຈຳ​ຊາດ…ສິລະ​ປະ​ສະ​ແດງ​ລະຄອນ​ຕຸ​ກກະ​ຕາ​ນ້ຳ​ມີ​ບັນດາຈຸດທີ່​ແຕກ​ຕ່າງ​ກັນ​​ເມື່ອ​ທຽບ​ໃສ່​ລະຄອນ​ຕຸ​ກກະຕາ​ທຳ​ມະ​ດາ ນັ້ນ​ແມ່ນ: ນຳ​ໃຊ້​ຫນ້າ​ນ້ຳ​ເປັນ​ເວທີ​ສະ​ແດງ, ເບື້ອງຫລັງມີຜ້າກັ້ງຢູ່ອ້ອມແອ້ມປະດັບປະດາດ້ວຍທຸງ, ວີ… ບົນ​ເວທີ​ສະ​ແດງເທິງຫນ້ານ້ຳ, ບັນດາຕຸກກະຕາເຮັດດ້ວຍໄມ້ສະແດງລະຄອນດ້ວຍ​ການ​ບັນຊາຂອງບັນດາ​ນັກສະ​ແດງ​ຢູ່ຫລັງຜ້າກັ້ງຜ່ານ​ລະບົບ​ໄມ້​ສ້າວ,​ເຊືອກ. ຕຸກ​ກະຕາ​ເຮັດ​ດ້ວຍ​ໄມ້ເດື່ອຊື່​ງ​ແມ່ນ​ປະ​ເພດ​ໄມ້​ທີ່ເບົ່າຟູເທິງຫນ້າ​ນ້ຳ. ​ຕຸກກະຕາມີຮູບຮ່າງ​ເປັນຕາ​ຮັກ, ຫນ້າ​ຕາ​ຍິ້ມ​ແຍ້ມ​ແຈ່ມ​ໃສ. ທ່ານ ຫງວຽນ​ວັນ​​​​ເຄ, ກອງລະຄອນ​ຕຸກກະຕາ​ນ້ຳ ນາມ​ດີ້​ງ ​ໃຫ້​ຮູ້​ວ່າ:  ​ແຕ່ລະ​ເທື່ອ​ເມື່ອ​ສະ​ແດງລະຄອນ​ຕຸກກະຕາ, ບັນດາ​ນັກ​ສິລະ​ປະກອນຕ້ອງ​ສຸມ​ຈິດ​ສຸມ​ໃຈ​ຢ່າງ​ສູງ​ສຸດ​ເພາະວ່າ​ການ​ສະ​ແດງລະຄອນ​ໃນ ນ້ຳ​ສະ​ນັ້ນ​ກໍ​ປະສົບ​ກັບ​ຄວາມຫຍຸ້ງຍາກ​ບໍ່ ​ແມ່ນຫນ້ອຍ.

        “ລະຄອນ​ຕຸກກະຕາ​ນ້ຳ​ແມ່ນ​ສະ​ແດງ​ບົນ​ຫນ້າ​ນ້ຳ ສະ​ນັ້ນ ການ​ສັງ​ເກດ​ ລະບົບ​​ເຊືອກກໍ່ຍາກ. ລະຄອນ​ແຕ່ລະ​ເລື່ອງ​ມີ​​ເຊືອກນັບສີ​ບໆ​ເສັ້ນ, ນັກສະ​ແດງ​ຕ້ອງ​ຈື່​​ຈຳແຕ່​ລະ​ເສັ້ນຢ່າງລະອຽດ. ​ແລະ ​ເມື່ອ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ ອາກາດ​ ຕ້ອງຄືແນວໃດເພື່ອສ້າງເງື່ອນໄຂສະດວກ​ໃຫ້​ນັກສະ​ແດງ​ບັນຊາ​ຕຸກກະຕາອີກ, ພິເສດແມ່ນໃນຍາມຫນາວ. ນອກ​ນັ້ນ ລະດັບ​ນ້ຳ​ຕ້ອງ​ພຽງພໍ ຈຶ່ງ​ສາມາດບັນຊາ​ຕຸກ​ກະຕາ​ໄດ້.”

ລະຄອນຕຸກກະຕານ້ຳ ສິລະປະການສະແດງລະຄອນພື້ນເມືອງຂອງຊາວຫວຽດ - ảnh 3
ບັນດານັກສິລະປີນກະກຽມລາຍການສະແດງລະຄອນຕຸກກະຕານ້ຳ
ພາບ:internet

    ຮ້ານ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ​ເຄີ​ຍ​ຖືກສ້າງ​ຂຶ້ນຢູ່​ກາງ​ຫນອງ​, ບື​ງ ດ້ວຍ​ສະຖາປັດຕະຍະກຳ​ທີ່​ເໝາະ​ສົມ ​​ເປັນ​ສັນຍາ​ລັກ​​ໃຫ້ສາລາ​ບ້ານ​ຢູ່​ເຂດ​ຊົນນະບົດ​ຫວຽດນາມ. ນັກ​ສິລະ​ປະກອນສະ​ແດງ​ຕຸກກະຕາ​ນ້ຳ​ຢືນ​​ໃນ​ຮ້ານ​ສະ​ແດງ​ເພື່ອ​ບັນຊາ​ຕຸກກະຕາ. ລາຍການ​ສະ​ແດງ​ລະຄອນ​ຕຸກ​ກະ​ຕາ​ນ້ຳ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ດ້ວຍ​ສຽງ​ເພງ, ສຽງ​ກອງ, ​ໂທລະ​ໂຄ່ງ… ດົນຕີ​ທີ່​ນຳ​ໃຊ້​ໃນ​ລາຍການ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ​ແມ່ນ​ທຳນອງ​ຂັບ​ແຈ່ວ ຫລື​ເພງ​ພື້ນ​ເມືອງ​ຂອງ​ເຂດ​ທົ່ງພຽງ​ພາກ​ເຫນືອ. ລະ​ຄອນ​ຕຸກກະຕາ​ນ້ຳ​ກາຍ​ເປັນ​ການ​ດຳ​ເນີນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ທີ່​ຂາດ​ບໍ່​ໄດ້​ຂອງ​ປະຊາຊົນ​ຢູ່​ເຂດ​ທົ່ງພຽງ​ພາກ​ເຫນືອ ​ແລະ ຕິດ​ພັນ​ກັບ​ເຂົາ​ເຈົ້າ​ຈາກ​ລຸ້ນຄົນ​ນີ້​ໄປ​ສູ່​ລຸ້ນຄົນ​ອື່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ