(vovworld) - ຊາວເຜົ່າມົ້ງ ສ່ວນຫຼາຍແມ່ນດຳລົງຊີວິດຢູ່ເຂດພູດອຍທີ່ທຸລະກັນດານ, ເງື່ອນໄຂທຳມະຊາດຮ້າຍແຮງ, ດັ່ງນັ້ນໃນວິວັດແຫ່ງການປູກຝັງເຂົາເຈົ້າຈຶ່ງປະດິດສ້າງວິທີການປູກຝັງໄດ້ຫຼາຍ. ບັນດາທົ່ງນາຂັ້ນໄດຂອງຊາວເຜົ່າມົ້ງ ໄດ້ສະແດງໃຫ້ເຫັນລະດັບ, ຄວາມຊຳນານ ແລະ ຄວາມເກັ່ງກ້າສາມາດຂອງເຂົາເຈົ້າໃນວຽກງານກະສີກຳ.
ຊາວເຜົ່າມົ້ງ ມີສອງຮູບການປູກຝັງແມ່ນເຮັດໄຮ່ ແລະ ປູກເຂົ້ານາທາມ. ເຂົາເຈົ້າໄດ້ບຸກເບີກພູສ້າງເປັນທົ່ງນາຂັ້ນໄດເພື່ອຮັກສານ້ຳຮັບໃຊ້ໃຫ້ແກ່ການປູກເຂົ້ານາທາມ. ບ່ອນທີ່ເຂົາເຈົ້າເລືອກເຟັ້ນເພື່ອບຸກເບີກເປັນທົ່ງນາຂັ້ນໄດນັ້ນ ແມ່ນເຂດຕີນພູ ຫຼືຢູ່ຕາມເນີນພູ, ແຕ່ສິ່ງສຳຄັນແມ່ນຕ້ອງເລືອກບ່ອນທີ່ມີແຫຼ່ງນ້ຳທຳມະຊາດ ໂດຍຫ້ວຍ ແລະ ນ້ຳໃຕ້ດິນນຳມາໃຫ້. ທ່ານ ຢ່າງມີ໋ລີ໋, ຊາວເຜົ່າມົ້ງ ຢູ່ລາວກາຍ, ໃຫ້ຮູ້ວ່າ:
“ຊາວເຜົ່າມົ້ງ ມີມູນເຊື້ອປູກເຂົ້າໃນທົ່ງນາຂັ້ນໄດມາແຕ່ດົນນານແລ້ວ, ເຂົາເຈົ້າເຮັດທົ່ງນາຂັ້ນໄດແຕ່ຕີນພູຂຶ້ນຈອມພູ, ດ້ວຍບົດຮຽນທີ່ມີຢູ່ແລ້ວ, ພ້ອມກັບມູນເຊື້ອທີ່ມີມາແຕ່ດົນນານຂອງຊົນເຜົ່າຕົນ, ຊາວເຜົ່າມົ້ງ ໄດ້ບຸກເບີກໜ້າພຽງສ້າງເປັນທົ່ງນາ, ແຕ່ຕ້ອງເຮັດແນວໃດເພື່ອຮັກສານ້ຳໃຫ້ໄດ້”.
ທ່ານ ຢ່າງມີ໋ລີ໋ ໃຫ້ຮູ້ວ່າ, ເພື່ອສ້າງເປັນທົ່ງນາຂັ້ນໄດ, ວຽກງານບຸກເບີກໜ້າພຽງແມ່ນມີຄວາມສຳຄັນ, ແລະຮຽກຮ້ອງໃຫ້ຜູ້ເຮັດຕ້ອງມີທັກສະ, ມີເຕັກນິກສູງ, ເພາະວ່າທົ່ງນາຂັ້ນໄດຕ້ອງຮັບປະກັນສອງປັດໃຈແມ່ນຮາບພຽງ ແລະ ແຫຼ່ງນ້ຳ. ຕາມປົກກະຕິແລ້ວ, ວິວັດການບຸກເບີກ ແລະ ສ້າງໜ້າພຽງຖືກເຮັດດ້ວຍ 2 ວິທີ ຈາກເທິງພູລົງມາ ຫຼືຈາກຕີນພູຂຶ້ນໄປ. ພາຍຫຼັງບຸກເບີກທີ່ດິນແລ້ວ, ເຂົາເຈົ້າຈະຊອກຫາບ່ອນໃດຮາບພຽງກວ່າໝູ່ເປັນມາດຖານເພື່ອດຳເນີນການຂຸດ, ຖົມໃຫ້ເປັນໜ້າພຽງ. ເລື່ອງວັດແທກຄວາມຮາບພຽງແມ່ນໃຊ້ດ້ວຍຕາ. ທ່ານ ຢ່າງອາປິ໋ງ, ຢູ່ລາວກາຍ, ໃຫ້ຮູ້ວ່າ:
“ນັບແຕ່ໄດ້ຮັບການຮ່ຳຮຽນ, ວິທີບຸກເບີກທີ່ດິນຂອງຊາວເຜົ່າມົ້ງ ກໍ່ມີຄວາມແຕກຕ່າງກັນຫຼາຍ. ເພາະເຂົາເຈົ້າກຳນົດໄດ້ວ່າ, ເນີນພູບໍ່ພຽງແຕ່ຊ່ວຍໃຫ້ເຂົາເຈົ້າມີທົ່ງນາເທົ່ານັ້ນ, ຫາກຍັງສ້າງທັດສະນີຍະພາບທີ່ສວຍງາມອີກດ້ວຍ. ”
ຊາວເຜົ່າມົ້ງຄິດວ່າ, ລຸ້ນກ່ອນໄດ້ອອກເຫື່ອເທແຮງ, ດຸໝັ່ນຂະຫຍັນພຽນ, ຜ່ານຜ່າຄວາມທຸກຍາກລຳບາກ ເພື່ອສ້າງເປັນບັນດາທົ່ງນາຂັ້ນໄດທີ່ກວ້າງໃຫຍ່, ສະຫຼັບຊັບຊ້ອນກັນ. ເມື່ອເຫັນບັນດາທົ່ງນາຂັ້ນໄດທີ່ສວຍງາມຢູ່ແຂວງອຽນບ໋າຍ ແລະ ລາວກາຍ, ບໍ່ມີໃຜຈະຄິດໄດ້ວ່າ, ດ້ວຍຝາມື ແລະ ອຸປະກອນປະຖົມປະຖານຂອງຕົນ, ຊາວເຜົ່າມົ້ງໄດ້ສ້າງເປັນບັນດາກິດຈະກຳພິລຶກຄືແນວນັ້ນ. ທ່ານຢ່າງອາຈື, ຢູ່ແຂວງອຽນບ໋າຍ, ໃຫ້ຮູ້ວ່າ:
“ຊາວເຜົ່າມົ້ງແມ່ນຄົນດຸໝັ່ນຂະຫຍັນພຽນ ແລະ ມີຫົວຄິດປະດິດສ້າງໃນການປູກຝັງ, ແຕ່ຍ້ອນດຳລົງຊີວິດຢູ່ເຂດພູດອຍທຸລະກັນດານ, ບໍ່ເອື້ອອຳນວຍໃຫ້ແກ່ການປູກຝັງ, ດັ່ງນັ້ນຊີວິດຂອງເຂົາເຈົ້າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ.”
ດ້ວຍຊີວິດແບບທຳມະດາຜ່າເຜີຍ ແລະ ງ່າຍດາຍນັ້ນ, ຊາວເຜົ່າມົ້ງບໍ່ຄິດໄດ້ວ່າ ເຂົາເຈົ້ານັ້ນເອງທັງແມ່ນນັກວິສາວະກອນທົ່ງນາຂັ້ນໄດທີ່ເປັນເອກະລັກສະເພາະ, ທັງເປັນຈິດຕະກອນຜູ້ສ້າງເປັນທັດສະນີຍະພາບທີ່ສວຍງາມ. ເພື່ອເປັນເຈົ້າຂອງບັນດາທົ່ງນາຂັ້ນໄດທີ່ກວ້າງໃຫຍ່ນັ້ນ ແມ່ນວຽກງານທີ່ຫຍຸ້ງຍາກແລ້ວ, ແຕ່ຢາກເຮັດໃຫ້ການປູກຝັງໄດ້ຮັບປະສິດທິຜົນນັ້ນ ພັດແມ່ນວຽກງານທີ່ຫຍຸ້ງຍາກກວ່າ. ແຕ່ດ້ວຍປະສົບການທີ່ມີມາແຕ່ດົນນານໃນການດຳລົງຊີວິດຂອງຕົນ, ຊາວເຜົ່າມົ້ງ ສາມາດນຳໃຊ້ບົດຮຽນເຫຼົ່ານັ້ນເຂົ້າໃນການຜະລິດກະສີກຳໄດ້.