ລະບົບຫໍພິພິດທະພັນຢູ່ ຮ່າໂນ້ຍ ໃນວິວັດການກາຍເປັນຈຸດນັດພົບຂອງ Citytour

(vovworld) - ​ກໍ​ເຊັນ​ດຽວ​ກັນກັບນະຄອນຫລວງ​ຫຼາຍ​ແຫ່ງ​ຢູ່​ໃນ​ໂລກ, ຮ່າ​ໂນ້ຍ ມີ​ຫໍພິພິດທະພັນ​ນັບ​ສີ​ບ​ແຫ່ງທີ່ພວມ​ເຄື່ອນ​ໄຫວ​ຮັບ​​ໃຊ້ຜູ້​ຊົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີຫໍພິພິດທະພັນ​ຫຼາຍ​ແຫ່ງຢູ່ ຮ່າ​ໂນ້ຍ ຍັງບໍ່ທັນສ້າງ​ຄວາມ​ດູດ​ດື່ມ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ເທື່ອ​. ​ເພາະສະ​ນັ້ນ, ​ໃນ​ວິວັດ​ການ​ພັດທະນາ​ຂອງ​ຕົນ, ລະບົບ​ຫໍພິພິດທະພັນ ຢູ່ ຮ່າ​ໂນ້ຍ ພວມ​ຄ່ອຍໆ​ປ່ຽນ​​ໃຫມ່​ເພື່ອຂຸດ​ຄົ້ນແຫ​ລ່ງ​ເອກະສານ, ວັດຖຸ​ພັນ​ທີ​່ມີ​ຄວາມ​ໝາຍ​ວັດທະນະທຳ​ມະນຸດ​ນີ້​ໃຫ້​ແກ່​ການພັດທະນາຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ.

ລະບົບຫໍພິພິດທະພັນຢູ່ ຮ່າໂນ້ຍ ໃນວິວັດການກາຍເປັນຈຸດນັດພົບຂອງ Citytour - ảnh 1
ຫ້ອງວາງສະແດງໃນຫໍພິພິດທະພັນແມ່ຍິງ ຫວຽດນາມ
ພາບ:internet

        ​ໂດຍຕັ້ງ​ຢູ່​​ໃຈກາງ​ນະຄອນຫລວງ ຮ່າ​ໂນ​​້ຍ, ຫໍພິພິດທະພັນ ​ແມ່ຍິງ ຫວຽດນາມ ດ້ວຍ​ເນື້ອ​ທີ່​ເກືອບ 2000 ຕາລາງ​ແມັດ ​ແລະ ລະບົບ​ສາງ​ເກັບຮັກສາ​ເອກະສານ, ວັດຖຸ​ພັນ​ກວ່າ 25.000 ຊິ​​້ນນັ້ນໄດ້​ສ່ອງ​ແສງ​ໃຫ້​ເຫັນ​​ການ​ປະກອບສ່ວນ​ຂອງ​ແມ່ຍິງ​ຫວຽດນາມ ​ໃນ​ປະຫວັດສາດ ​ແລະ ຊີວິດ​ໃນ​ຍຸກ​ປະຈຸ​ບັນ. ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ ​ແມ່ນ​ສູນ​​ໂຄສະນາເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ປະຫວັດສາດ​ວັດທະນະທຳ​ຂອງ​ແມ່ຍິງ ຫວຽດນາມ ​ໃຫ້​ແກ່​ມະຫາຊົນ. ຈາກ​ຮູບ​ແບບ​ແມ່ນ​ສະຖານ​ທີ່​ວາງສະ​ແດງ​ປະຫວັດສາດ​ວັດທະນະທຳ ​ແລະ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ບັນດາ​ຜູ້​ຊ່ຽວຊານ​ຝລັ່ງ, ຫໍພິພິດ​ທະ​ພັນ​ໄດ້​ຫັນປ່ຽນ​ຮູບ​ການວາງສະ​ແດງ​ຕາມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ເພດ, ຄວາມຂະຫຍັນ​ຂັນ​ເຄື່ອນ ​ແລະ ທັນ​ສະ​ໄຫມ​ກວ່າ. ຫໍພິພິດທະພັນ ມີ​ 3 ຫົວ​ເລື່ອງ​​ຕົ້ນຕໍ, ຊຶ່ງ​ລວມມີ: ​ແມ່ຍິງ​ໃນ​ຄອບຄົວ, ​ແມ່ຍິງ​ໃນ​ປະຫວັດສາດ ​ແລະ ອາພອນ​ສະ​ໄຫມ​ຍິງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ບັນດາ​ພິທີການ, ຮີດຄອງ​ປະ​ເພນີ​ໃນ​ການ​​ແຕ່ງດອງ, ​ຊີວິດ​​ໃນ​ຄອບຄົວ, ຊຸດ​ອາພອນ​ພື້ນ​ເມືອງ ​ແລະ ​ເລື່ອງ​ລາວ​ກ່ຽວ​ກັບ​ແມ່ຍິງ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດຢ່າງ​ມີ​ຊີວິດ​ຊີວາ. ພ້ອມກັບ​ການ​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​ນັ້ນ, ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ ຍັງ​ຈັດ​ຕັ້ງ​ເຫດການຕ່າງໆ​ເພື່ອສະ​ຫງວນ​ໃຫ້​ແກ່​ຜູ້​ຊົມ, ບັນດາ​ການ​ເຄື່ອນ​ໄຫວ​ສຶກສາ ​ແລະ ງານວາງສະ​ແດງ​ຫົວ​ເລ່ືອງ​ສະ​ເພາະ, ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາຕ່າງໆ. ທ່ານ​ນາງ Nguyen Thi Bich Van ຜູ້ອຳນວຍການ​ຫໍພິພິດທະພັນ ​ໃຫ້​ຮູ້​ວ່າ: ການ​ຫັນປ່ຽນ, ປ່ຽນ​ໃຫມ່ ​ແມ່ນ​ສິ່ງ​ທີ່​ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ ​ພວມ​ມຸ່ງ​ໄປ​ເຖິງ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ. ທ່ານ​ນາງ Nguyen Thi Bich Van ​ໃຫ້​ຮູ້​ວ່າ:

        “ພ້ອມ​ກັບ​ບັນດາ​ວັດຖຸພັນ​​ໃຫມ່​ທີ່​ວາງສະ​ແດງ​ຢູ່​ຫໍພິພິດທະພັນ ພວກ​ຂ້າພະ​ເຈົ້າ​ກໍ​ບູລະນະ​ສອ້ມ​ແປງ​ແລະ​ປັບປຸງການ​ເຄື່ອນ​ໄຫວຂອງ​ຫໍພິພິດທະພັນ​ທັງ​ໝົດ. ພວກ​ຂ້າພະ​ເຈົ້າ​ໄດ້​ກໍ່ສ້າງ​ຮ້ານ​ອາຫານ​ຫລັງ​ຫນຶ່ງ​ເພື່ອ​ຮັບ​ໃຊ້​ຜູ້​ຊົມ ​ແລະ ບຸລະນະລະບົບ​ບໍລິການ​ທັງ​ໝົດ, ນອກ​ນັ້ນ​ຍັງ​ມີ​ຫ້ອງ​ຫນຶ່ງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຄົ້ນ​ຫາ​ຂອງ​ເດັກ​ນ້ອຍ.”

        ທ່ານ Nguyen Manh Cuong, ຮອງ​ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ຖື​ວ່າ: ວິ​ທິວາ​ງສະ​ແດງ​ຂອງ​ຫໍພິພິດທະພັນ​ແມ່ຍິງ​ ຫວຽດນາມ ​ໃນປະຈຸ​ບັນ​​ໄດ້​ຕອບ​ສະຫນອງ​ມາດຕະຖານ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ. ທ່ານ Nguyen Manh Cuong ​ເນັ້ນ​ຫນັກ​ວ່າ:

        “ນີ້​ແມ່ນ​ຫໍພິພິດທະພັນ​ທີ່ວາງ​ສະ​ແດງ​ຕາມ​ວິທີໃຫມ່​ເມື່ອ​ທຽບ​ໃສ່​ຫໍພິພິດທະພັນ​ຕ່າງໆຢູ່ ຫວຽດນາມ ​ໃນ​ປະຈຸ​ບັນ. ສຳລັບ​ຂ້າພະ​ເຈົ້າ​​​ແລ້ວຫໍພິພິດທະພັນ​ນີ້, ​ແມ່ນ​ຈຸດ​ນັດ​ພົບ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ເປັນ​ຈຳນວນ​ຫລາຍ​.”

        ກ່ອນ​ຫນ້າ​ນັ້ນ, ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ ຫວຽດນາມທີ່ຫ່າງ​ຈາກ​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ ປະມານ 8 ກິ​ໂລ​ແມັດ ກໍ​ກາຍ​ເປັນ​ສະຖາ​ນທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຍ້ອນ​ວັດຖຸ​ພັນ​ວາງສະ​ແດງ​ຢູ່​ທີ່​ນີ້​ແມ່ນ​ລຽບ​ງ່າຍ, ສ່ອງ​ແສງ​ໃຫ້​ເຫັນ​ທຸກ​ແງ່​ມູມດ້ານ​ວັດທະນະທຳ​ທີ່ມີ​ຮູບ​ຮ່າງ ​ແລະ​ ບໍ່​ມີ​ຮູບ​ຮ່າງ, ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ຊີວິດ ​ແລະ ຫົວ​ຄິດ​ປະດິດ​ສ້າງ​ຂອງ​ບັນດາ​​ເຜົ່າ​ຫວຽດນາມ.  ຄຽງ​ຄູ່​ກັບ​ການ​ວາງສະ​ແດງ​ວັດຖຸ​ພັນ​ໃນ​ປະຈຸ​ບັນ, ຫໍພິພິດທະພັນ​ກໍ່​ໄດ້​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ດ້ວຍບັນດາ​ການ​ເຄື່ອນ​ໄຫວ​ຢູ່​ກາງ​ແຈ້ງ, ການວາງສະ​ແດງ​ພິ​ເສດ, ລາຍການ​ແລກປ່ຽນ​ວັດ​ຖຸພັນ, ສົມທົບ​ກັບ​ຫໍພິພິດ​ທະ​ພັນ​ອາ​ເມ​ລິ​ກາ ວາງສະ​ແດງ​ວັດຖຸ​ພັນ​ຢູ່​ຕ່າງປ​ະ​ເທດ. ທ່ານ Alain Philippe ນັກ​ທ່ອງ​ທ່ຽວ​ມາ​ຈາກ ຝລັ່ງ ພາຍຫລັງ​ໄປ​ຢ້ຽມ​ຊົມ​ຫໍພິພິດທະພັນ​​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ບໍ່​ທັນ​ຮູ້​ໄດ້​ວ່າ ຫວຽດນາມ ມີ 54 ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ​ບັນດາ​ຊຸດ​ອາພອນ​ພື້ນ​ເມືອງ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວນ​ສີ​ສັນວັດທະນະທຳ​ບັນດາ​ເຜົ່າ​ທາງ​ພາກ​ໃຕ້. ຂ້າພະ​ເຈົ້າ​ຄິດ​ວ່າ ບັນດາ​ຫໍພິພິດທະພັນ​ຄວນ​ວາງສະ​ແດງ​ວັດຖຸ​ພັນ​ຄື​ແນວ​ນີ້​ໃຫ້​ຫລາຍ​ກວ່າ. ​ໄດ້​ຮັບ​ຊົມ​ຫໍພິພິດທະພັນ​ໃນ​ມື້​ນີ້​ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ຫລາຍ​.”

        ບັນດາ​ຫໍພິພິດທະພັນ​ທີ່ຊອກ​ໄດ້​ທິດ​ກ້າວ​ເດີນ ​ແລະ ປະສົບ​ຜົນສຳ​ເລັດ​​ໃນ​ວິວັດ​​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວຢູ່​ຮ່າ​ໂນ້ຍຄື: ຫໍພິພິດທະພັນ​ຊົນ​ເຜ່ົາ​ວິທະຍາ ຫວຽດນາມ, ຫໍພິພິດທະພັນ​ແມ່ຍິງ ຫວຽດນາມ, ຫໍພິພິດທະພັນ​ໂຮ່ຈິ​ມີນ, ຫໍພິພິດທະພັນ​ປະຫວັດສາດການ​ທະຫານ, ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ ຫວຽດນາມ. ຖ້າ​ຫາກ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ສິ່ງ​​ຈຳ​ເປັນ​ທີ່​ສຸດ​ນັ້ນ​ແມ່ນ ຫໍພິພິດທະພັນຕ້ອງ​ມີ​ທັດສະນະ​ໃຫມ່, ​ແລະຕ້ອງຈັດ​ຕັ້ງ​ການວາງ​ສະ​ແດງ​ວັດຖຸ​ພັນ ​ກໍ່​ຄືການ​ເຄື່ອນ​ໄຫວ​ຕ່າງໆ​ຕາມ​ທິດ​ທັນ​ສະ​ໄຫມ. ທ່ານ​ນາງ Le Thi Minh Ly ຫົວຫນ້າ​ກົມ​ມໍລະດົກ​, ກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ນີ້​ແມ່ນທ່າ​ອ່ຽງການ​ເຄື່ອນ​ໄຫວ​ໃຫມ່​ຂອງຫໍພິພິດທະພັນ:

        ຫລາຍຄົນຄິດວ່າວັດຖຸພັນທີ່ວາງສະແດງຢູ່ຫໍພິພິດທະພັນຕ້ອງເກົ່າແກ່. ຂ້າພະເຈົ້າຢາກພິສູດໃຫ້ເຫັນວ່າ ຫໍພໍພິດທະພັນຊົນເຜົ່າວິທະຍາ ຫວຽດນາມ ​ໄດ້

ຮັບການສ້າງຂຶ້ນ​ເມື່ອ​ປີ 1997 ບໍ່​ມີ​ວັດຖຸ​ພັນ​ຈັກຢ່າງ​ເທື່ອ ມີພຽງ​ວັດຖຸ​ພັນ​ທຳ​ມະ​ດາ​ໃນ​ຊີວິດ​ການ​ເປັນ​ຢູ່​ເທົ່າ​ນັ້ນ. ​ແຕ່​ພວກ​ເຮົາ​ລ້ວນ​ແຕ່​​ເຫັນ​ໄດ້​ວ່າ ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​​ແມ່ນ​ຫໍພິພິດທະພັນ​ທີ່​ດູດ​ດື່ມ ​ແມ່ນ​ສະຖານ​ທີ່​ ຊຶ່ງ​ຂະ​ແຫນງທ່ອງ​ທ່ຽວ​ຫວຽດນາມ ຮັບ​ຮູ້​ວ່າ​ແມ່ນ​ສະຖານ​ທີ່​ຂາດ​ບໍ່​ໄດ້​ໃນ​ລາຍການ​ຢ້ຽມຢາມ​ນະຄອນຫລວງ​ຮ່າ​ໂນ້ຍ. ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ປະ​ເທດ​ຕ່າງໆ​ເມື່ອ​ມາ​ຮ່າ​ໂນ້ຍ ລ້ວນ​ແຕ່​ມາ​ຢ້ຽມຢາມ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ. ບັນດາ​ນັກ​ຄົ້ນ​ຄ້ວາ​ຊີ້​ໃຫ້​ເຫັນ​ວ່າ ຄຸນ​ຄ່າ​ຢູ່​ຫໍພິພິດທະພັນ​ແມ່ນ​ຊ້ອນ​ແຝງ​ໃນ​ບັນດາ​ວັດຖຸ​ພັນ​ທຳ​ມະ​ດາ​ທີ່​ວາ​ງສະ​ແດງ​ໃນ​ຫໍພິພິດທະພັນ​ແຫ່ງນີ້.”

ລະບົບຫໍພິພິດທະພັນຢູ່ ຮ່າໂນ້ຍ ໃນວິວັດການກາຍເປັນຈຸດນັດພົບຂອງ Citytour - ảnh 2
ຫໍພິພິດທະພັນຊົນເຜົ່າວິທະຍາດ ຫວຽດນາມ
ພາບ:vctv.vn

        ​ເປັນ​ອັນວ່າ, ​ເພື່ອ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ Citytour ​ແນ່ນອນ​ວ່າ​ລະບົບ​ຫໍພິພິດທະພັນ​ຢູ່ ຮ່າ​ໂນ້ຍ ຕ້ອງ​ມີ​ການ​ປະຕິ​ຮູບ​​ຢ່າງ​ແຮງ​ໃນການເຄື່ອນ​ໄຫວ​ວາງສະ​ແດງ, ຈຳ​ເປັນ​ຕ້ອງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ເຕີມ​ຫລື​ເຫດການທີ່​ພົ້ນ​ເດັ່ນ​​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ສົນ​ໃຈ​ເຖິງ​​ວັດຖຸ​ພັນ ພ້ອມ​ທັງ​ຊີ້​ແຈງ​ບັນດາ​ຄຸນຄ່າວັດທະນະ​ທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ​ບັນດາ​ວັດຖຸ​ພັນ​ທີ່​ວາງສະ​ແດງ. ນອກ​ນັ້ນ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ​ບໍລິການ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ໂຄສະນາ​ພາບ​ພົດ ​ແລະ ​ເຄື່ອງໝາຍ, ຮັບ​ຟັງ​ຄວາມຄິດເຫັນແລະ ຄວາມ​ຕ້ອງການ​ຂອງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຫລາຍ​ກວ່າ​ອີກ​ເພື່ອ​ປ່ຽນ​​​ໃຫມ່ ​ແລະ ​ເພີ່ມ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຫໍພິພິດທະພັນ​ແຕ່ລະ​ແຫ່ງ./.

ຕອບກັບ

ຂ່າວ/ບົດ​ອື່ນ