ລະບອບມານດາສິດທິລາດຂອງຊາວເຜົ່າຈຳ

(vovworld)- ຊາວເຜົ່າຈຳບາລາມົນແລະ ຈຳບານີ ຖືລະບອບມານດາສິດທິລາດ. ​ໃນ​ຂະນະທີ່ຫລາຍ​ຊົນ​ເຜົ່າໄດ້​ຫັນ​ຈາກ​ລະບອບ​ມານ​ດາ​ສິດທິ​ລາດ​ເປັນ​ບີ​ດາ​ສິດທິ​ລາດ​, ​ແຕ່​ເຜົ່າ​ຈຳ​ຍັງ​ຄົງ​ຮັກສາ​ລະບອບ​ມານ​ດາ​ສິດທິ​ລາດຢູ່. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ພາກ​ນີ້, ​ເຊີນ​ທ່າ​ນຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ແທງ​ງາ​ ທີ່​ພາດ​ຫົ​ວ​ເລື່ອງ​ວ່າ: ລະບອບມານດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າຈຳ

ລະບອບມານດາສິດທິລາດຂອງຊາວເຜົ່າຈຳ - ảnh 1

        ປະຈຸ​ບັນ ຢູ່​ຫວຽດນາມ ມີຫລາຍ​ຊົນ​ເຜົ່າ​ຍັງຄົງ​ຖື​ລະບອບ​ມານ​ດາ​ສິດ​ທິລາດ. ຖ້າ​ຫາກ​ແມ່​ຍິງ​ຊົນ​ເຜົ່າ ​ເອ​ເດ ຮັບຜິດຊອບ​ວຽກ​ງານ​ຕົ້ນຕໍ​ໃນ​ຄອບຄົວທັງ​ມີ​ທີ່​ຕັ້ງ​ບົດບາດໃນ​ວົງ​ຄະນາ​ຍາດ ​ແລະ ສັງຄົມ ຫລື ຊາວ​ເຜົ່າ​ຢາ​ລາຍ ​ເຖິງ​ວ່າ​ປະຕິບັດ​ຕາມ​ລະບອບ​ມານ​ດາ​ສິດທິ​ລາດ​ກໍ​ຕາມ ​ແຕ່​ແມ່ຍິງ​ບໍ່​ໄດ້​ເຂົ້າ​ເຮືອນຣົງ (ຊື່​ງ​ແມ່ນ​ສັນຍາ​ລັກ​ສັກກະ​ລະ​ບູຊາ​ຂອງ​ຊົນ​ເຜົ່າ) ນັ້ນ, ລະບອບ​ມານ​ດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າ​ຈຳ​ພັດມີ​ຈຸດ​ພິ​ເສດສະ​ເພາະຕ່າງຫາກ. ທ່ານ ​ເລ​ຢູຍດ້າຍ, ຫົວຫນ້າ​ພະ​ແນ​ກຄົ້ນ​ຄ້ວາ ​ແລະ ຮຽບຮຽງ​ວັດທະນະທຳ​ຫວຽດນາມ ສັງກັດ​ຫໍພິພິດທະພັນ​ເຊົາ​ເຜົ່າ​ວິທະຍາ​ຫວຽດນາມ ຖື​ວ່າ: ສິ່ງທີ່​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​​ໃນ​ລະບອບ​ມານ​ດາ​ສິດທິ​ລາດ​​ຂອງ​ຊາວ​ເຜົ່າ​ຈຳ ​ນັ້ນແມ່ນ​ການຈັດ​ຕັ້ງ​ສັງຄົມ​ໂດຍ​ອີງ​ຕາມ​ວົງ​ຕະກຸນ​ຂອງ​ຜູ້​​ເປັນ​ແມ່, ​ແລະ​ການຈັດ ພິທີການ​ຕ່າງໆກໍ່ລ້ວນ​ແຕ່​ອີງຕາມ​ວົງ​ຕະກຸນ​ແມ່.

        “ຈຸດ​ພິ​ເສດສະ​ເພາະ​ຂອງ​ລະບອບ​ມານ​ດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າ​ຈຳ​ນັ້ນ​ແມ່ນ ​ລູກ​ເຕົ້າຖື​ວົງ​ຕະກຸນ​ແມ່​. ທີ​ສອງ​ ​ໃນການດຳລົງ​ຊີວິດ, ​ເອື້ອຍ​ນອ້ງຍິງຂອງແມ່​ຜູ້ດຽວ​ແມ່ນ​ດຳລົງ​ຊີວິດ​ຢູ່ຮ່ວມ​ກັນ​. ຫລື​ໃນ​ວົງ​ຕະກຸນ​ກໍ​ເຊັນ​ດຽວ​ກັນ, ທຳ​ມະ​ດາ​ເອື້ອຍນ້ອງ​ຍິງ​ແມ່ນ​ຂຶ້ນ​ກັບຝ່າຍ​ແມ່. ສ່ວນ​ລູກ​ສາວ​ຫລ້າ​ດຳລົງ​ຊີວິດ​ຮ່ວມ​ກັບ​ພໍ່​ແມ່ ​ແລະ ​ໄດ້​ສືບຊັບ​ສົມບັດ​ຫຼາຍ​ກວ່າ​ໝູ່, ສ່ວນລູກ​ຊາຍ​​ບໍ່​ໄດ້​ຫຍັງ​ເລີຍ. ​ໃນ​ການ​ສົມລົດ, ຜູ້​ສາວ​​ເປັນ​ຜູ້​ເອົາ​ຜົວ.”         

          ລະບອບ​ມານ​ດາ​ສິດທິ​ລາດ​ ຂອງ​ຊາວ​ເຜົ່າ​ຈຳ​​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ແຕ່ງດອງ. ຄອບຄົວ​ຜູ້​ສາວ​ມີ​ສິດ​ເປັນ​ເຈົ້າ​ການ​ໃນ​ການ​ສົມລົດ. ​ເມື່ອ​ລູກ​ສາວ​ຮອດ​​ເກັ່ນອາຍຸ​ເອົາ​ຜົວ, ພໍ່​ແມ່​​ໄປຊອກ​ຫາ​ຜູ້​ບ່າວ​ໃນ​ບ້ານ​​ກ່ອນ ເພື່ອ​ເລືອກ​ເຟັ້ນລູກ​ເຂີຍ​ຜູ້​ດີ​​ໃຫ້​ແກ່​ຄອບຄົວ​ຕົນ. ທຸກ​ວຽກ​ງານ​ກະກຽມ​ໃຫ້​ແກ່​ສູ່ຂໍ​ລ້ວນ​ແຕ່​ດຳ​ເນີນ​ໄປ​ຢ່າງ​ປິດ​ລັບ ສະ​ນັ້ນ ​ເຂົາ​ເຈົ້າ​ເຄີຍ​ເຊີນພໍ່​ສື່,​ແມ່​ສື່​ມາ​ຊ່ວຍ​ເຫລື​ອ​ເພື່ອ​ສຳ​ຫຼວດຄອບຄົວ​ຂອງ​ຜູ້​ບ່າວ. ຜູ້​ສາວ​ມີ​ສິດ​​ເອົາ​ຜູ້​ຊາຍ​ມາ​ເປັນຜົວ​ໃຫ້​ແກ່​ຕົນ​ເອງ ​ແລະ ຜູ້​ບ່າວ​ຕ້ອງ​ປະຕິບັດຕາມ​ການ​ສັບ​ຊ້ອນ​ຂອງ​ຜູ້​ສາວ ​ແລະ ກັບ​ເມືອ​ດຳລົງ​ຊີວິດຮ່ວມກັບ​ຄອບຄົວ​ຜູ້​ສາວ. ປະຈຸ​ບັນ ຄູ່​ຜົວ​ເມຍ​ຫນຸ່ມ​ນັ້ນ ອາດ​ຈະ​ແຍກ​ອອກ​ຈາກ​ຄອບຄົວ​ມາ​ດຳ​ລົງຊີວິດ​ຕ່າງຫາກ ​ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ດຳ​ເນີນ​ຊີວິດ​ຕາມ​ຮີດຄອງ​ປະ​ເພນີ​ຂອງຄອບຄົວ​ຜູ້​ສາວ. ​ເມື່ອເສຍ​ຊີວິດ​ໄປ​ແລ້ວ, ຜູ້​ຊາຍ​​​ຖືກ​ປົ່ງ​ສົບ​ໃນ​ສຸ​ສານ​ຂອງ​ວົງ​ຕະກຸນ​ແມ່. ລະບອບ​ມານ​ດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າ​ຈຳ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ດຳລົງ​ຊີວິດ​ປະຈຸ​ບັນ. ຊາວ​ເຜົ່າ​ຈຳ​ມີ​ຊື່​ສຽງ​ດ້ວຍ​ອາຊີບ​ປັ້ນດິນ​ເຜົາ ​ແລະ ​ເມື່ອ​​ເຮັດ​ຂັ້ນ​ຕອນ​ສຳຄັນ​ຄື: ປັ້ນ, ສ້າງ​​ເປັນ​ຮູບ ສ່ວນ​ຫລາຍ​ແມ່ນ​ຜູ້ຍິງ​ຮັບຜິດຊອບ, ສ່ວນ​ຜູ້​ຊາຍ​ພຽງ​ເຂົ້າ​ຮ່ວມ​ວຽກ​ງານ​ສຳຮອງ. ຕາມ​ການ​ເລົ່າ​ຂານສືບ​ກັນ​ມາ​ຂອງ​ຊາວ​ເຜົ່າ​ຈຳ, ຜູ້​ປະດິດ​ສ້າງອາຊີບ​ປັ້ນດິນ​ເຜົາ Poklong Chanh ພຽງ​ແຕ່​ສອນ​ອາຊີບໃຫ້​ຜູ້ຍິງ​ຊາວ​ເຜົ່າ​ຈຳ​ເທົ່າ​ນັ້ນ. ສະ​ນັ້ນ ​ເຖິງ​ວ່າ​ວຽກ​ງານ​ລຳບາກ​ກາກ​ກຳ​ກໍ​ຕາມ​, ແຕ່​ຜູ້ຍິງ​ຊາວ​ເຜົ່າ​ຈຳ​ຍັງ​ມີ​ບົດບາດ​ຕົ້ນຕໍ​ໃນ​ການ​​ຮັກສາ​ເຮັດ​ອາຊີບ​ພື້ນ​ເມືອງ​ຂອງ​ເຜົ່າ​ຕົນ. ສິ່ງ​ພິ​ເສດ, ​ເຖິງ​ວ່າຊາວ​ເຜົ່າ​ຈຳ​ຖື​ລະບອບ​ມານ​ດາ​ສິດທິ​ລາດກໍ່ຕາມ ແຕ່​ສິດອຳນາດທັງ​ໝົດ​ບໍ່​ແມ່ນ​ຂຶ້ນ​ກັບ​ຜູ້ຍິງ​​​. ທ່ານ​ເລ​ຢູຍດ້າຍ ​ໃຫ້​ຮູ້​ວ່າ:
        “ຊາວ​ເຜົ່າ​ຈຳ​ມີ​ຄຳ​ກອນ, ສຸພາສິດສະ​ແດງ​​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​​ທີ່​ມີ​ຕໍ່ຜູ້​ຊາຍ​. ​​ເຖິງ​ວ່າຜູ້ຍິງ​​​ເປັນ​ເຈົ້າ​ຂອງກໍ່ຕາມ, ​ແຕ່​ຄວາມ​ຈິງ​ສິດ​ຕັດສິນ​ຊີ້​ຂາດພັດ​ຂຶ້ນ​ກັບຜົວ. ທີ​ສອງ ຜູ້​ຊາຍ​​ເປັນ​ເຈົ້າ​ວົງ​ຕະກຸນ​ຫາກ​ບໍ່​ແມ່ນ​ຜູ້ຍິງ.”

        ​ເຈົ້າ​ອາວາດ ຮານ​ວັນ​ເຢົ້າ, ​​ອະທິ​ການ​ວິຫານ ​ໂປ​ອີ​ນື ນືກາ ຢູ່ ນີງທ້ວນ ​ໄດ້​ຢືນຢັນ​ວ່າ: ທຸກ​ວຽກ​ງານ​ໃນ​ຄອບ​ຄົວ, ຜູ້​ຊາຍ ​ແລະ ​ຜູ້​ຍິງ​ລ້ວນ​ແຕ່​​ແບ່ງ​ກັນຢ່າງ​ລະອຽດ. ​ໃນ​ຊີວິດ​ປະຈຸ​ບັນ, ສອງຜົວ​ເມ​ຍລ້ວນ​ແຕ່​ມີ​ບົດບາດ​ສະ​ເຫມີ​ກັນ.

        “ຜູ້​ຊາຍ​ຮັບຜິດ​ຊອບ​ວຽກ​ໄຮ່​ການ​ນາ. ຜູ້ຍິງ​ຮັບຜິ​ດຊອບ​ວຽກບ້ານ​ການ​ເຮືອນ. ມີ​ບັນຫາ​​ໃດ​ໃນ​ຄອບຄົວ ສອງ​ຜົວ​ເມຍ​ກໍ່​ຮັບຜິດຊອບຮ່ວມ​ກັນ. ສ່ວນ​ການ​ສິດສອນ​ລູກ​ເຕົ້າ​ກໍ​​ເຊັນ​ກັນ. ທັງ​ຜົວ​​ເມຍ​ພ​້ອມກັນ​ສິດສອນ, ຕັກ​ເຕືອນລູກ​ເຕົ້າ.”

ລະບອບມານດາສິດທິລາດຂອງຊາວເຜົ່າຈຳ - ảnh 2
ແມ່ຍິງຊາວເຜົ່າຈຳຜະລິດເຄື່ອງປັ້ນດິນເຜົາ
ພາບ:internet

        ຜູ້ຍິງ​ຊາວ​ເຜົ່າ​ຈຳ ມີ​ບົດບາດ​ເປັນ​ເຈົ້າ​ທຸກ​ວຽກ​ງານ​ຂອງ​ຄອບຄົວ. ​ແຕ່​ໃນ​ວຽກ​ງານ​ໄຫວ້​ບູຊາ​ພັດ​ມີ​ການກຳນົດຢ່າງ​ລະອຽດ. ​ ​ວຽກ​ງານ​ໄຫວ້​ບູຊາ​​ໃນ​ຄອບຄົວ​ໂດຍແມ່ຍິງ​ຮັບຜິດຊອບ. ສ່ວນ​ວຽກ​ງານ​ໄຫວ້​ບູຊາ​ຢູ່​ວິຫານ​ທາດ​ພັດ​ແມ່ນ​ຜູ້​ຊາ​ຍຮັບຜິດຊອບ.

        ຊາວ​ເຜົ່າ​ຈຳ​ມີ​ຄຳ​ສຸພາສິດ​ທີ່​ວ່າ: ຜູ້​ຊາຍ​ມີພາລະຕໍ່ສູ້, ສ່ວນຜູ້ຍິງມີໜ້າ​ທີ່ເກີດ​ລູກ”. ຄຳ​ເວົ້າ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ການຈັດ​ແບ່ງ​ວຽກ​ງານ​ໃນ​ສັງຄົມຂອງ​ຊາວເຜົ່າ​ຈຳ. ​ຜູ້ຍິງ​ມີພັນທະອັນ​ສູງ​ສົ່ງ​ແມ່ນ​ຄຸ້ມ​ຄອງ​ຄອບຄົວ. ສ່ວນ​ຜູ້​ຊາຍ​ເຂົ້າ​ຮ່ວມ​ວຽກ​ງານ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ