ລາຍການທ່ອງທ່ຽວພະຈົນໄພ ແລະ ຢ້ຽມຢາມບ້ານນາຢູ່ ກາດບ່າ

(vovworld)- ປີ​ນີ້, ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​​​​ໄດ້ເລືອກ​ເຟັ້ນໝູ່​​ເກາະ​ ກາດ​ບ່າ ຢູ່ ນະຄອນ ຫາຍ​ຟ່ອງ​ ເພື່ອ​ທ່ອງ​ທ່ຽວພະ​ຈົນ​ໄພ. ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ແບບ​ນີ້, ນັກ​ທ່ອງ​ທ່ຽວ​ມີ​ໂອກາດ​ພິຊິດ​ພູ​ຫີນ, ​ຍ່າງ​ເຂົ້າ​ປ່າ​ສະ​ຫງວນ​ແຫ່ງ​ຊາດ, ພາຍ​ເຮືອ, ຂີ່​ລົດຖີບ​ຂື້ນພູ... ຜ່ານ​ລາຍການ​ທ່ອງ​ທ່ຽວຄື​ແນວ​ນີ້​ ​ ​ໄດ້ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວຜ່ານ​ຜ່າ​ການ​ທົດ​ສອບ​​ແລະ​​ເຝິກ​ຝົນ​ຮ່າ​ງກາຍ. ​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ພວກ​ເຮົາ​ຢາກ​ແນະນຳ​ກ່ຽວ​ກັບ​ຮູບ​ການທ່ອງທ່ຽວ​ພະ​ຈົນ​ໄພ​ຢູ່​ໝູ່​ເກາະ ກາດ​ບ່າ. ​

ລາຍການທ່ອງທ່ຽວພະຈົນໄພ ແລະ ຢ້ຽມຢາມບ້ານນາຢູ່ ກາດບ່າ - ảnh 1
ນັກທ່ອງທ່ຽວປິນພູຢູ່ ກາດບ່າ
ພາບ:internet

        ​​​​ໂດຍ​ເຫັນ​ໄດ້​ທ່າ​ອ່ຽງພັດທະນາ​ຢ່າງ​ວອ່ງ​ໄວ​ຂອງ​ການທ່ອງທ່ຽວ ​ແລະ ​ເພື່ອຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຢູ່ ໝູ່​ເກາະ​ກາດ​ບ່າ ​ໄດ້​ປະກົດ​ມີ​ຫລາຍ​ຮູບ​ການທ່ອງ​ທ່ຽວ​ພະ​ຈົນ​ໄພ​ຄື: ປິນພູ, ​ໂດດ​ນ້ຳ​ທະ​ເລ, ດຳ​ນ້ຳ, ພາຍ​ເຮືອ Kaya, ຂີ່​ລົດຈັກ​ເທິງ​ຫນ້າ​ນ້ຳ, trekking ​ແລະ ຂີ່​ລົດ​​ຖີບ​ຂື້ນພູ. ​ໃນ​ນັ້ນ ມີ​ບາງ​ຮູບ​ການ​ພະ​ຈົນ​ໄພ​ແມ່ນ​ມາ​ຈາກ​ຕ່າງປະ​ເທດ. Ghe Xanh ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ 2 ບໍລິສັດ​ທ່ອງ​ທ່ຽວໃນ​ປະຈຸ​ບັນ​ ພວມ​ຂຸດ​ຄົ້ນ​ຮູບ​ການທ່ອງທ່ຽວ​ພະ​ຈົນ​ໄພ​ຢູ່ ໝູ່​ເກາະ​ກາດ​ບ່າ. ທ່ານ ​ເລ​ແມ້ງ​ກຽນ, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ Ghe Xanh ກາດ​ບ່າ ​ໃຫ້​ຮູ້​ວ່າ:

        “ຕາມ​ທັດສະນະ​ຂອງ​ບໍລິສັດພວກ​ຂ້າພະ​ເຈົ້າ​ແລ້ວ, ຮູບ​ການທ່ອງທ່ຽວ​ນີ້​ແມ່ນ​ຮູບ​ການ​ທີ່​ໃຫມ່​ອ່ຽມຢູ່ ຫວຽດນາມ. ທີ່​ຈິງ​ແລ້ວ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ພັດທະນາ​ຮູບ​ການທ່ອງທ່ຽວ​ນີ້​ມາ​ແຕ່​ດົນ​ນານ​ແລ້ວ, ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈຶ່ງພັດທະນາ​ບັນດາ​ຜະລິດ​ຕະພັນທີ່​ຮັບ​ໃຊ້​​ໃຫ້​ແກ່ຄວາມ​ຕ້ອງການ​ຄົ້ນ​ຫາ​​ແລະ​ທ່ອງ​ທ່ຽວຢູ່​ໝູ່​ເກາະ ກາດ​ບ່າ, ອ່າວ ລານ​ຮ້າ. ພວກ​ຂ້າພະ​ເຈົ້າ​ຍັງຂະຫຍາຍລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ ​ແລະ ພະ​ຈົນ​ໄພ​ດ້ວຍຮູບ​ການ​ໃຫມ່​ຕື່ມ​ອີກ ນັ້ນ​ແມ່ນ​ດຳ​ນ້ຳ ​ແລະ ​ໄປ​ຢ້ຽມ​ຊົມ​ບັນດາ​ຖ້ຳ ຢູ່ ຮ້າ​ລອງ.”

        ປິນພູ​ຢູ່​ທະ​ເລ ​ແມ່ນ​ຮູບ​ການທ່ອງທ່ຽວ​ພວມ​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດຈາກ​ນັກ​ທ່ອງ​ທ່ຽວ. ຢູ່ ກາດ​ບ່າ ມີ​ຫລາຍ​ບ່ອນ​ສາມາດ​ຕອບ​ສະຫນອງ​ຮູບ​ການທ່ອງທ່ຽວ​ປິນພູ. ຕົວຢ່າງ​ຄື ຢູ່ ​ເກາະ​ ຕຽນ​ອົງ ຕັ້ງ​ຢູ່​ອ່າວ ລານ​ຮ້າ ດ້ວຍ​ເກາະ​​ແຫ່ງ​ຫນຶ່ງ​ທີ່ມີ​ຖ້ຳ​ນ້ອຍ ​ແລະ ສ່ວນ​ຍັງ​ເຫລືອ​ແມ່ນຜາຫີນ ດ້ວຍຫີນ​ນົມ​ຜາ, ນີ້​ແມ່ນ​ບ່ອນ​ປິນພູ​ທີ່​ດູດ​ດື່ມ​ ​ແລະ ​ເໝາະ​ສົມ​ກັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ.

ລາຍການທ່ອງທ່ຽວພະຈົນໄພ ແລະ ຢ້ຽມຢາມບ້ານນາຢູ່ ກາດບ່າ - ảnh 2

        ໝູ່​​ເກາະ​ກາດ​ບ່າ ​ແມ່ນ​ຈຸດ​ນັດ​ພົບ​ທີ່​ເຕົ້າ​ໂຮມ​ທຸກ​ເງື່ອນ​ໄຂຢ່າງຄົບ​ຖ້ວນ​ເພື່ອ​ສາມາດຂຸດ​ຄົ້ນ​ຮູບ​ການ​ທອ່ງທ່ຽວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ການທ່ອງທ່ຽວ​ພະ​ຈົນ​ໄພ​ແມ່ນ​ຮູບ​ການທ່ອງທ່ຽວທີ່​ໄດ້​ສ້າງ​ຄວາມດຶງ​ດູດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມກາດ​ບ່າ​ທັງ 4 ລະດູ​. ການທ່ອງທ່ຽວ​ພະ​ຈົນ​ໄພ​​ໄດ້ສ້າງ​ກາລະ​ໂອກາດ​​ເພື່ອໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວຂຸດ​ຄົ້ນທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ກາດ​ບ່າ​​ ໃນ​ຕະຫລອດ​ປີ. ​ເພື່ອ​ກະກຽມ​ໃຫ້​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດທົ່ງພຽງ​ແມ່​ນ້ຳ​ແດງ ຫາຍ​ຟ່ອງ ປີ 2013, ການ​ນຳ​ນະຄອນ ຫາຍ​ຟ່ອງ ກໍ​ຄື​ເມືອງ​ ກາດ​ບ່າ ​ໄດ້​ຄົ້ນ​ຄ້ວາ​ກ່ຽວ​ກັບການ​ລົງທຶນ, ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ຄື:​ ລະບົບ​ຄົມມະນາຄົມ, ​ສາຍ​ໄຟຟ້າ, ລະບົບ​ໂຮງ​ແຮມ​ບັນລຸ​ມາດຕະຖານສູງກໍ​ຄື​ບຸລິມະສິດ​​ແກ່​ການລົງທຶນ​ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່ມີ​ເຄື່ອງໝາຍ​ທ່ອງ​ທ່ຽວ​ທີ່ເປັນ​ເອກະລັກ​ສະ​ເພາະ​ໃຫ້​ແກ່ ກາດ​ບ່າ. ​ແລະ ບ້ານ ລຽນ​ມີນ, ຕາ​ແສງ ​ເຈີ​ນ​ເຈົາ ​ເມືອງ​ກາດ​ຫາຍ ນະ​ຄອນ ຫາຍ​ຟ່ອງ ​ແມ່ນ​ສະຖານ​ທີ່​ໄດ້​ຮັບ​ການ​ເລ​ືອກ​ເຟັ້ນລົງທຶນ​ກໍ່ສ້າງ​ໃຫ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງການທ່ອງທ່ຽວ​ພະ​ຈົນ​ໄພ. ​ເພື່ອ​ຮັບ​ໃຊ້​ການທ່ອງທ່ຽວ, ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ຊາວ ບ້ານ​ລຽນ​ມີນ ​ໄດ້​ສຸມ​​ໃສ່​ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ​ພະ​ຈົນ​ໄພ.​ ແລະ​ ຈັດການບໍລິການ​ໃຫ້​ນັກ​ທ່ອງ​ທ່ຽວ​ພັກຜ່ອນ​​ ແລະ ຢູ່​​ໃນເຮືອນ​ຂອງ​ຊາວ​ທ້ອງ​ຖິ່ນ​. ນີ້​ແມ່ນ​ຮູບ​ການ​ທີ່​ນັກ​ທ່ອງ​ທ່ຽວ​​ເຄີຍ​ເລືອກ​ເຟັ້ນ. ​ເພາະວ່າ ຕາມ​ຮູບ​ການ​ນີ້ ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ໄປ​ຢ້ຽມຢາມ​ບ້ານ​ນາ, ຊອກ​ຮູ້​ຊີວິດ​ທາງ​ດ້ານ​ວັດທະນະ​ນຳ​ຂອງປະຊາຊົນ​ຢູ່ໝູ່​ເກາະ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ປະທານ​ອາຫານ​ພິ​ເສດ​ຂອງ​ຊາວ​ທ້ອງ​ຖິ່ນ​ອີກ​ດ້ວຍ. ປ້າ ຟ້າ​ມທິງາ ຢູ່ ຕາ​ແສງ ລຽນ​ມີນ ​ໃຫ້​ຮູ້​ວ່າ:

        “ຄອບຄົວ​ຂ້າພະ​ເຈົ້າ​ເຮັດ​ບໍລິການ​ທ່ອງ​ທ່ຽວ​ນັບ​ແຕ່​ປີ 2003, ​ໃນ​ເວລາ​ນັ້ນຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ໝູ່ເກາະ​​ແຫ່ງ​ນີ້​ຍັງ​ຫນ້ອຍ, ​ເຂົາ​ເຈົ້າ​ພຽງ​ແຕ່​ຊັ່ງ​ເຂົ້າ​​ທ່ຽງ​ເທົ່າ​ນັ້ນ. ປະຈຸ​ບັນ ນັກ​ທ່ອງ​ທ່ຽວ​ຍັງ​ສະ​ເຫ​ນີຈັດ​ຕັ້ງ​ພິທີ​ລະນຶກ​ວັນ​ເກີດ​ໃນ​ຕອນ​ຄ່ຳ, ຈັດການ​ສຸມ​ກອງໄຟຕັ້ງ​ຄ້າຍສາມັກຄີ ​ແລະ ຮັບ​ປະທານ​ອາຫານ​ຄ່ຳ ພວກ​ ຂ້າພະ​ເຈົ້າ​ຮັບ​​ໃຊ້​ໝົດ.”

ລາຍການທ່ອງທ່ຽວພະຈົນໄພ ແລະ ຢ້ຽມຢາມບ້ານນາຢູ່ ກາດບ່າ - ảnh 3
​​ແພລ້ຽງ​ປູກ​ສິນ​ໃນ​ນ້ຳ
ພາບ:internet

        ​ໄປ​ຢ້ຽມຢາມ​ໝູ່​ບ້ານ​ປະມົງ, ຮັບ​ປະທານອາຫານ​ສິນ​ທະ​ເລ​ຢູ່​ບັນດາ​ເຮືອນ​​ແພລ້ຽງ​ປູກ​ສິນ​ໃນ​ນ້ຳ​ປະຈຸ​ບັນ ​ແມ່ນ​ຮູບ​ການທ່ອງທ່ຽວ​ທີ່​ດຶງ​ດູດຫລາຍ​ຄົນ​ເຂົ້າ​ຮ່ວມກວ່າ​ໝູ່. ​ແລະ ກໍ​ແມ່ນ​ຮູບ​ການທ່ອງທ່ຽວ​ຊຶ່ງ​ເມືອ​ງ​ ກາດ​ຫາຍ ພວມ​ສຸມ​ໃສ່​ຄົ້ນ​ຄ້ວາ​ເພື່ອ​ວາງ​ອອກ​ບັນດາ​ຮູບ​ການ​ເຮືອນ​ແພ ດ້ວຍ​ລາຍການ​ທ່ອງ​ທ່ຽວ​ເປັນ​ຊາວ​ປະມົງ​ມື້ຫນຶ່ງ​ຢູ່​ອ່າວ​ລານ​ຮ້າ. ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອຕຶກມອງ​ເອງ​ຫລື​ປ່ອຍ​ອາຫານ​ໃຫ້​ປາ. ວຽກ​ງານ​ນີ້​ຄິດ​ວ່າ​ແມ່ນ​ງ່າຍ​ດາຍ, ​ແຕ່​ເມື່ອ​ປະຕິບັດ​ນັກ​ທ່ອງ​ທ່ຽວ​ຈຶ່ງ​ຮູ້ສຶກ​ໄດ້​ຄວາມ​ຫຍຸ້ງຍາກ​ຂອງ​ຊາວ​ປະມົງ​ຄື​ແນວ​ໃດ.

        ກາດ​ບ່າ ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ລື​ຊື່​ດ້ວຍ​ເກາະ​ນ້ອຍທີ່ສວຍ​ງາມຫລາຍ​ແຫ່ງ, ​ຫາດ​ຊາຍທະ​ເລ​ຂາວ​ສະອາດ ​ແລະ ​ຍາວຢຽດ​ເທົ່າ​ນັ້ນ ຫາກ​ປະຈຸ​ບັນ ມາ​ຢ້ຽມຢາມ​ເກາະ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ຍັງໄດ້​ສູ​ບອາ​ກາດ​ເຢັນ​ສະບາຍ​, ​ໄດ້​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​, ​ໄດ້​ພິຊິດ​​ຈອມພູ​ກາງ​ທະ​ເລ, ຂີ່​ລົດຖີບ​​ຕາມ​ເສັ້ນທາງ​ນ້ອຍໆ ​ແລະ ຄົດ​ລ້ຽວຢູ່ອ້ອມ​ພູ,​ໄດ້​ແອບ​ຫັດກາຍ​ດ້ວຍ​ບັນດາ​ຮູບ​ການ​ພະ​ຈົນ​ໄພອີກ​ດ້ວຍ. ສະ​ນັ້ນ ກາດ​ບ່າ​ ​ແມ່ນ​ສະຖານ​ທີ່​ນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ