ລາຍການທ່ອງທ່ຽວເຊື່ອມຕໍ່ນະຄອນຫລວງ ຮ່າໂນ້ຍ ກັບບ້ານນາແຫ່ງຕ່າງໆ

 (vovworld) - ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນຫລວງ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ, ບັນດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຍາມ​ໃດ​ກໍ່ສ້າງ​ລາຍການ​ທ່ອງ​ທ່ຽວ​ສາຍ​ໃຫມ່ ​ແລະ ມີ​ຄວາມດູດ​ດື່ມ. ​ເພາະສະ​ນັ້ນ ​ພຽງ​ໃນ​ໄລຍະ​ອັນສັ້ນໆເທົ່ານັ້ນ ນັກ​ທ່ອງ​ທ່ຽວ​ສາກົນ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຫວຽດນາມ ກໍ​ຄື​​ແຖບ​ຖິ່ນ​ແຫ່ງ​ຕ່າງໆ​ຢູ່ ຫວຽດນາມ.

        ນັກ​ທ່ອງ​ທ່ຽວ​ເຄີຍ​ເລືອກ​ເຟັ້ນນະຄອນຫລວງຮ່າ​ໂນ້ຍ​ແມ່ນ​ຈຸດ​ນັດ​ພົບ​ທຳ​ອິດ​ໃນ​ການ​ເດີນທາງ​ຄົ້ນ​ຫາ​ຫວຽດນາມ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຈຳນວນນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຮ່າ​ໂນ້ຍ​​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ​ໃນ 6 ​ເດືອນ​ຕົ້ນ​ປີ 2012 ບັນລຸ 8,33 ລ້າ​ນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 23% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ນັ້ນ ນັກ​ທ່ອງ​ທ່ຽວ​ສາກົນ​ບັນລຸ 1,03 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 20%. ທ່ານ Mai Tien Dung ຮອງ​ຫົວຫນ້າ ພະ​ແນ​ກວັດທະນະທຳ ກິລາ ​ແລະ ​ການ​ທອ່ງທ່ຽວ ຮ່າ​ໂນ້ຍ ຖື​ວ່າ: ​ແຫ່ຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ກໍ​ຄື​ບັນດາ​ຄຸນຄ່າ​ປະຫວັດສາດ​ຂອງ​ຮ່າ​ໂນ້ຍ ຍາມ​ໃດ​ກໍ​ແມ່ນ​​ການດຶງ​ດູ​ດ​ນັກທ່ອງ​ທ່ຽວ​ມາ​ຢ້ຽມຢາມຮ່າ​ໂນ້ຍ​ເປັນ​ຈຳນວນ​ຫລວງຫລາຍ.

          “ດ້ວຍ​ປະຫວັດສາດ​ນັບ​ພັນ​ປີ ຂອງນະຄອນຫລວງ ຮ່າ​ໂນ້ຍ ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ວັດທະນະທຳ​ມະນຸດ​ທີ່​ອຸດົມ​ສົມບູນ​. ພາຍຫລັງ​ເປີດ​ກວ້າງ​ເຂດ​ປົກຄອງ ຍິ່ງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ຫລາຍ​ແຫ່ງ​ຕື່ມ​ອີກ​ຄື: ​ເຮືອງ​ເຊີນ, ບາ​ຫວີ່…ນັ້ນແມ່ນ​ປັດ​ໄຈ​ທຳ​ອິດ​ເພື່ອ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ຮ່າ​ໂນ້ຍພັດທະນາ.”

ລາຍການທ່ອງທ່ຽວເຊື່ອມຕໍ່ນະຄອນຫລວງ ຮ່າໂນ້ຍ ກັບບ້ານນາແຫ່ງຕ່າງໆ - ảnh 1

ອ່າວຮ້າລອງ

ພາບ: internet

        ມີ​ຫຼາຍ​ທາງເລືອກ​ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາຢ້ຽມຢາມ ຮ່າ​ໂນ້ຍ. ບັນດາ​ບໍລິສັດ​ທ່ອງ​ທ່ຽວ​​ເຄີຍ​ຖື​ເອົາ​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ຮ້າ​ລອງ ​ເປັນ​ສະຖາ​ນ ທີ່ທ່ອງ​ທ່ຽວ​ຕົ້ນຕໍ​. ຈາກ​ຮ່າ​ໂນ້ຍ ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຢ້ຽມຢາມ ຮ້າ​ລອງຜ່ານ​ຫລາຍ​ເສັ້ນທາງ. ປີ 2012, ບໍລິສັດ​ທ່ອງ​ທ່ຽວ​ວິ​ໄສ​ທັດ ຫວຽດນາມ ​ໄດ້​ສ້າງ​ລາຍການ​ທ່ອງ​ທ່ຽວ​ຕ່າງໆ​ເພື່ອ​ຄົ້ນ​ຫາ​ສີສັນ​ຫວຽດນາມ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ. ທ່ານ Le Quang Dao ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ວິ​ໄສ​ທັດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຄີຍ​ຈັດ​ລາຍການ​ທ່ອງ​ທ່ຽວ​ໃນ​ເວລາ​ແຕ່ 1 -4 ວັນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ. ​ລາຍການ​ທ່ອງ​ທ່ຽວ 1 ວັນ, ນັກ​ທ່ອງ​ທ່ຽວ​ອາດ​ຈະ​ໄປ​ຄົ້ນ​ຫາ​ຫນອງ Song Da, ຢ້ຽມຢາມ ນ້ຳຕົກຕາດ Thac Bo, ຫໍພິພິດທະພັນ​ວັດທະນະທຳຊົນ​ເຜ່ົາ​ເມື່ອ​ງ. ລາຍການ​ທ່ອງ​ທ່ຽວ​ໃນ​ເວລາ  2 ວັນ, ນັກ​ທ່ອງ​ທ່ຽວ​ຈະ​ໄປ​ຢ້ຽມຢາມ ​ເມືອງ​ ດົງ​ຈ່ຽວ ​ແຂວງ ກວ໋າງນີງ, ຄົ້ນ​ຫາ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້.​ ຫລັງ​ຈາກ​ນັ້ນ ນັກ​ທ່ອງ​ທ່ຽວໄປ​ຢ້ຽມຢາມ ອ່າວ​ຮ້າ​ລອງ. ລາຍການ​ທ່ອງ​ທ່ຽວ​ຕໍ່​ໄປ​ແມ່ນ​ຄົ້ນ​ຫາ​ໝູ່​ບ້ານ​ຢູ່​ທາງ​ທິດຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ນະຄອນ ຮ່າ​ໂນ້ຍ ​ແລະ ​ໄປ​ຢ້ຽມຢາມ​ໝູ່​ບ້ານ​​ເຄື່ອງປັ້ນດິນ​ເຜົາ ຟູ​ຫລ໋າງ - ​ຫາຍ​ເຢືອງ.”

        ມີ​ຫລາຍ​ວິທີ​ໄປ​ທ່ອງ​ທ່ຽວ, ນັກ​ທ່ອງ​ທ່ຽວ​ອາດ​ຈະ​ເລືອກ​ເຟັ້ນການ​ໄປ​ທ່ອງ​ທ່ຽວ​ດ້ວຍ​ລົດຈັກ ຫລື ລົດ​ຖີບ ຈາກ​ຮ່າ​ໂນ້ຍ​ໄປ​ຢ້ຽມຢາມໝູ່ບ້ານ​ບູຮານ ​ເດື່ອງ​ເລີມ. ຢູ່ໝ່ບ້ານ​ແຫ່ງ​ນີ້ ພື້ນຖານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງຊາວ ຫວຽດນາມ ຍັງ​ຄົງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ຄື​ດັ້ງ​ເດີ່ມ. ລາຍການ​ທ່ອງ​ທ່ຽວ​ເຖິງ​ໝູ່​ບ້ານ​ເດ່ືອງ​ເລີມ​ພຽງ​ເສຍ​ເວລາ​ໃນ​ມື້ຫນຶ່ງ​ເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ສາມາດ​ຢ້ຽມ​ຊົມ​ໝູ່​ບ້ານ​ຜະລິດ​ກະສິກຳ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ທາງ​ພາກ​ເຫນືອ​ຫວຽດນາມ ທີ່​ມີ​ອາຍຸ​ນັບ​ຮ້ອຍ​ປີ. ​ນາງ Nguyen Thi Thu Hoai ຜູ້ ນຳ​ ທ່ຽວ​ຂອງ​ຄະນະ​ຄຸ້ມ​ຄອງ ໝູ່ບ້ານ​ບູຮານ ​ເດື່ອງ​ເລີມ​ໃຫ້​ຮູ້​ວ່າ:

        “​ໂຄງ​ສ້າງ​ຂອງທັງ​ໝົດ​ຂອງໝູ່ບ້ານ​ບູຮານ ​ເດື່ອງ​ເລີມ ລ້ວນ​ແຕ່​ຄ້າຍຄື​ກັນ. ​ເຮື​ອນຫລັງ​ໃຫຍ່​ແມ່ນ​ເຮືອນ​ຂອງ​ຜູ້​ຮັ່ງມີ ຫລືອາດຍາ​ເຈົ້າ​ຂຸນ​ມຸນນາຍ​, ສ່ວນ​ເຮືອນ​ຫລັງ​ນ້ອຍ​ແມ່ນ​ເຮືອ​ນມຸງ​ຫຍ້າ. ​ເຮືອນ​ຫລັງ​ໃຫຍ່ປະກອບ​ມີ 5 ຫ້ອງໃຫຍ່, 2 ຫ້ອງ​ນ້ອຍ​ຢູ່​ຕາມ 2 ຂ້າງ. ​ເຮືອນ​ຂອງ​ອຳ​ໝາດ, ​ເສນາ ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ, ​ເຮືອນ​ຂອງອຳ​ໝາດ, ​ເຈົ້າ​ນາຍມີ​ຄຳ​ຜ້າ​ຫຍາ​​ແຂວ​ນ​ໃນ​ເຮືອ​ນ ສ່ວນ​ເຮືອນ​ຂອງ​ ເສນາ, ​ເຈົ້າ​ນາຍ​ ສ່ວນ​ຫລາຍ​ແມ່ນປະດັບ​ປະດາ​ດ້ວຍ​ຮູບ​​ຕົວມັງກອນ ຫລື ຮູບ​ພາບ​ໃນ​ຍຸກ​ສະ​ໄຫມ.”

ລາຍການທ່ອງທ່ຽວເຊື່ອມຕໍ່ນະຄອນຫລວງ ຮ່າໂນ້ຍ ກັບບ້ານນາແຫ່ງຕ່າງໆ - ảnh 2
ໝູ່ບ້ານບູຮານ ເດື່ອງເລີມ
ພາບ:talkvietnam.com

                ​ເຍື່ອງ​ອາຫານ​ພິ​ເສດ​ຂອງ​ໝູ່​ບ້ານ​ບູຮານເດື່ອງ​ເລີມ​ກໍ​ມີ​ຈຸດ​ພິ​ເສດສະ​ເພາະ. ບັນດາ​ເຍື່ອງ​ອາຫານ​ໂດຍ​ແມ່ນ​ຊາວບ້ານປຸງ​ແຕ່ງ​ເອງ. ນາງ Aiko ​ມາ​ຈາກ ຍີ່​ປຸ່ນ ​ເປັນ​ຜູ້​ນິຍົມ​ບັນດາ​ເຍື່ອງ​ອາຫານ​ຢູ່​ທີ່​ນີ້.

        “​​ເມື່ອມາ​ຢ້ຽມຢາມ ​ເດື່ອງ​ເລີມ​ໃນຄັ້ງທຳ​ອິດ ຂ້າພະ​ເຈົ້າ​ເຫັນ​ວ່າ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ສວຍ​ງາມ​ຫລາຍ ​ແຕ່ຊາວບ້ານ​ບໍ່​ທັນ​ຮູ້ຈັກ​ເຖິງ​ວິ​ທີ​ນຳ​ທ່ຽວ, ​ແຕ່​ປະຈຸ​ບັນ​ ພາລະ​ກອນ​ຂອງ​ຄະນະ​ຄຸ້ມ​ຄອງ ​ແລະ ປະຊາຊົນ​ຢູ່​ໝູ່​ບ້ານ​ເດື່ອງ​ເລີມ​​ໄດ້​ຮູ້ຈັກ​ເຖິງ​ການ​ນຳ​ທ່ຽວ​ແລ້ວ. ​ເດື່ອງ​ເລີມ​ມີ​ເຮື​ອນບູຮານ​ຫລາຍ​ຫຼັງ ​ໂດຍ​ສະ​ເພາະ​ປະຊາຊົນ​ຢູ່​ທີ່​ນີ້​​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ໝູ່​ບ້ານ ສະ​ນັ້ນ ​ເຂົາ​ເຈົ້າ​ສາມາດ​ແນະນຳ​ຢ່າງ​ລະອຽດໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊາບ. ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ບັນດາ​ເຍື່ອງ​ອາຫານ​ຢູ່​ເດື່ອງ​ເລີມ, ຊາວ​ບ້ານ​ເດື່ອງ​ເລີມ​ແຕ່ງກິນ​ແຊບ​ຫລາຍ ​ແລະ​ ​ເຂົ້າຫນົມ​ປະ​ເພດ​ຕ່າງໆ​ໂດ​ຍຊາວບ້ານ​ເດື່ອງ​ເລີມ​ຜະລິດ​ກໍ​ແຊບ​ເຊັ່ນ​ກັນ.”​

ລາຍການທ່ອງທ່ຽວເຊື່ອມຕໍ່ນະຄອນຫລວງ ຮ່າໂນ້ຍ ກັບບ້ານນາແຫ່ງຕ່າງໆ - ảnh 3
ໝູ່ບ້ານເຄື່ອງປັ້ນດິນເຜົາຟູຫລາງ
ພາບ:vietbao.vn
        ​ລານ​ແອງ

 ແລະ​ກໍ​ໃນ​ເວລາ​ມື້ຫນຶ່ງ, ນັກ​ທ່ອງ​ທ່ຽວ​ຈາກ​ຮ່າ​ໂນ​້ຍ​ສາມາດໄປ​ຢ້ຽມຢາມ​ບັນດາ​ໝູ່​ບ້ານ​ອາຊີບ​ຢູ່​ອ້ອມ​ແອ້ມນະຄອນ​ຮ່າ​ໂນ້ຍ​ຄື: ໝູ່​ບ້ານ​ສີ​ຂັດ​ມັນ ຮ້າ​ທ໋າຍ ​ເມືອງ​ເທື່ອ​ງຕີນ; ໝູ່​ບ້ານ​ຜະລິດ​ເຄື່ອງ​ຈັດສານ ຟູ​ວີ​ງ ​ເມືອງ​ເຈືອງ​ໝີ;​ ໝູ່​ບ້ານ​ ​ແກະສະຫລັກ​ໄມ້ ທຽນ​ອຶງ ​ເມືອງ​ດົງ​ແອ​ງ, ໝູ່​ບ້ານ​ແພ​ໄຫມ ຮ່າ​ດົງ ​ເມືອງ​ຮ່າ​ດົງ. ​ແຕ່​ລະລາຍ​ການທ່ອງທ່ຽວ​ນັ້ນ ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້ສຶກ​ແຕກ​ຕ່າງ​ກັນ ​ແລະ ບ້ານ​ນາ​ຫວຽດນາມ​ແຕ່ລະ​ແຫ່ງ​ນັ້ນ ລ້ວນ​ແຕ່​ນຳ​ມາ​​ເຊິ່ງຄວາມ​ງາມ​ສະ​ເພາະ ຊຶ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ບໍ່​ອາດ​ຫລົງ​ລືມ​ໄດ້.

ລານ​ແອງ

 

ຕອບກັບ

ຂ່າວ/ບົດ​ອື່ນ