(vovworld) - ຊົນເຜົ່າໂລໂລດຳລົງຊີວິດຕົ້ນຕໍແມ່ນຢູ່ແຂວງຮ່າຢາງ ແລະ ແຂວງກາວບັ່ງ (ທາງພາກເໜືອຫວຽດນາມ). ເຖິງວ່າຈະແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີຈຳນວນພົນລະເມືອງໜ້ອຍສຸດຂອງຫວຽດນາມ ກໍ່ຕາມ, ແຕ່ມາຮອດປະຈຸບັນຊາວເຜົ່າໂລໂລ ຍັງຄົງຮັກສາໄດ້ບັນດາຄູນຄ່າທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໄວ້ເໝືອນເດີມ.
ນາງສາວຊົນເຜົ່າໂລໂລ
(ພາບ: ອິນເຕີແນດ)
ຊົນເຜົ່າໂລໂລ ແມ່ນໜຶ່ງໃນບັນດາຊົນເຜົ່າທຳອິດທີ່ມີຄຸນງາມຄວາມ ດີໃນການບຸກເບີກທີ່ດິນໃນເຂດພູພຽງດົ່ງວັນ, ແຂວງບັກກ້ານ. ຊາວເຜົ່າໂລໂລ ຢູ່ຮ່າຢາງ ມີ 2 ແຊກແມ່ນໂລໂລດຳ ແລະ ໂລໂລຮວາ. ຊາວເຜົ່າໂລໂລດຳ ດຳລົງຊີວິດຢູ່ຕາແສງລຸງກູ໋, ສ່ວນກຸ່ມຊ່າວເຜົ່າໂລໂລຮວາ ແມ່ນດຳລົງຊີວິດຢູ່ບັນດາຕາແສງລຸ້ງຕ໋າວ, ສູງລ່າ, ເມືອງດົ່ງວັນ ແລະ ເມືອງແມ່ວວາກ. ເຖິງວ່າມີຊື່ເອີ້ນຕ່າງກັນ ແຕ່ຊາວເຜົ່າໂລໂລດຳ ແລະ ຊາວເຜົ່າໂລໂລຮວາ ມີແຕ່ຕ່າງກັນກ່ຽວກັບເຄື່ອງນຸ່ງເທົ່ານັ້ນ, ສ່ວນພາສາເວົ້າ, ຮີດຄອງປະເພນີແມ່ນຄືກັນ. ຊາວເຜົ່າໂລໂລ ດຳລົງຊີວິດຮ່ວມກັນເປັນບ້ານ, ດ້ວຍບັນດາເຮືອນທີ່ມີຫຼັງອີງໃສ່ພູ, ໜ້າມຸ່ງໄປສູ່ຮ່ອມພູ ຫຼືທົ່ງນາ. ກໍ່ເຊັ່ນດຽວກັບຫຼາຍຊົນເຜົ່າທີ່ດຳລົງຊີວິດຢູ່ເຂດພູຫີນດົ່ງວັນ, ຊາວເຜົ່າໂລໂລ ກໍ່ປຸກສ້າງເຮືອນດ້ວຍຝາດິນ ຫຼືເຮືອນຮ້ານ, ຮົ້ວຖືກຈັດລຽນດ້ວຍຫີນ, ສູງກວ່າໜຶ່ງແມັດ. ທ່ານ ຫຼໍ່ສີປ໋າວ, ຊາວເຜົ່າໂລໂລ, ໃຫ້ຮູ້ວ່າ, ເຮືອນຂອງຊົນເຜົ່າໂລໂລ ບໍ່ຕ່າງກັບເຮືອນຝາດິນຂອງຊາວເຜົ່າອື່ນໆປານໃດ, ແຕ່ເມື່ອສັງເກດການຈັດວາງ, ນຳໃຊ້ບໍລິເວນໃນເຮືອນຈຶ່ງເຫັນໄດ້ຄວາມແຕກຕ່າງກັນ:
“ເຮືອນຕ້ອງມີ 3 ຫ້ອງ. ຫ້ອງຢູ່ເບື້ອງຂວາແມ່ນບ່ອນຢູ່ຂອງພໍ່ເຖົ້າແມ່ເຖົ້າ ແລະ ພໍ່ແມ່, ຫ້ອງໃຈກາງແມ່ນເພື່ອຮັບແຂກ ແລະ ຈັດງານດອງ, ງານສົບ, ຫ້ອງຢູ່ເບື້ອງຊ້າຍແມ່ນບ່ອນຢູ່ຂອງລູກຊາຍ, ລູກໃພ້, ລູກເຂີຍ. ສ່ວຍຊັ້ນລອຍແມ່ນສະຫງວນໃຫ້ແຂກ ແລະ ໃຊ້ເປັນມ່ອນມ້ຽນສາລີ, ມັນຕົ້ນ“.
ຫ້ອງໃຈກາງໃນເຮືອນຂອງຊົນເຜົ່າໂລໂລ ແມ່ນຫ້ອງກວ້າງກວ່າໝູ່. ໃນຫ້ອງຕັ້ງແທ່ນບູຊາບັນພະບຸລຸດຢູ່ແປະຝາເຮືອນ, ກົງກັນຂ້າມກັບປະຕູໃຫຍ່. ເທິງແທ່ນບູຊາມີຮູບຄົນເຮັດດ້ວຍໄມ້ ຫຼື ກ້ານໝາກໄມ້ໄຜ່, ເປັນສັນຍາລັກບັນພະບຸລຸດລຸ້ນຕ່າງໆທີ່ພວມໄດ້ຮັບການບູຊາ. ພິເສດ, ຊາວເຜົ່າໂລໂລ ຍັງບູຊາປະທານ ໂຮ່ຈີມິນ ອີກ.
“ໃນໂອກາດງານບຸນ, ບຸນປີໃໝ່, ພວກຂ້າພະເຈົ້າລ້ວນແຕ່ຈູດທູບທຽນອາໄລຫາປະທານ ໂຮ່ຈີມິນ. ຊົນເຜົ່າໂລໂລ ຖືປະທານ ໂຮ່ຈີມິນ ແມ່ນບັນພະບຸລຸດຂອງຄອບຄົວຕົນ, ບໍ່ມີປະທານ ໂຮ່ຈີມິນ ແມ່ນບໍ່ມີທຸກວັນນີ້“.
ຊາວເຜົ່າໂລໂລ ດຳລົງຊີວິດສາມັກຄີ, ປອງດອງກັບຊົນເຜົ່າອື່ນໆ, ແຕ່ຊີວິດຂອງເຂົາເຈົ້າຍັງເຂັ້ມຄົ້ນໄປດ້ວຍສີສັນຂອງຊົນເຜົ່າຕົນ. ຊາວໜຸ່ມຊາຍ, ຍິງຊົນເຜົ່າໂລໂລ ມີສິດເສລີໃນການສົມລົດ. ເມື່ອຄູ່ບ່າວສາວຕົກລົງແຕ່ງດອງ, ຄອບຄົວເຈົ້າບ່າວຕ້ອງເຊີນ 4 ຄົນມາເປັນພໍ່ສື່ແມ່ສື່ (ສອງຄູ່ຍິງຊາຍ). ຊາວເຜົ່າໂລໂລ ເຄີຍນຳເອົາເຄື່ອງດອງຂອງໝັ້ນມາຄອບຄົວນ້າບ່າວ, ຫາກບໍ່ນຳມາເຮືອນພໍ່ແມ່ເຈົ້າສາວ. ຊາວເຜົ່າໂລໂລຖືບົດບາດຂອງ ນ້າບ່າວເປັນສຳຄັນທີ່ສຸດ, ເພາະນ້າບ່າວເປັນຜູ້ຕົກລົງເລື່ອງສົມລົດ ແລະ ແບ່ງປັນຊັບສົມບັດ.
ເມື່ອພໍ່ແມ່ເຖິງແກ່ມໍລະນະກຳ, ພາຍຫຼັງ 1 ປີ ລູກຈຶ່ງໄດ້ສ້າງຄອບຄົວ. ຊາວເຜົ່າໂລໂລ ບູຊາບັນພະບຸລຸດໃນໂອກາດວັນເພງເດືອນ 7 , ບຸນປີໃໝ່. ໜຶ່ງໃນບັນດາຈຸດທີ່ພົ້ນເດັ່ນໃນວັດທະນະທຳຂອງຊາວເຜົ່າໂລໂລ ນັ້ນແມ່ນຊຸດກອງທອງບູຮານ ເຊິ່ງຊົນເຜົ່ານີ້ນຳໃຊ້ໃນໂອກາດບູຊາເທວະດາຟ້າແຖນ, ບັນພະບຸລຸດ ແລະ ໃນງານສົບ. ຊາວເຜົ່າໂລໂລຖື ກອງທອງແມ່ນຊັບສິນອັນລຳ້ຄ່າ ແລະ ສັກກະລະບູຊາ ເຊິ່ງລຸ້ນກ່ອນໄດ້ປະໄວ້.
ເຮືອນຝາດິນຂອງຊົນເຜົ່າໂລໂລ
(ພາບ: ອິນເຕີແນດ)
ຊາວເຜົ່າໂລໂລ ມີຫຼາຍງານບຸນເຊັ່ນງານບຸນເກບສາລີ; ງານບຸນ ໂດດຕົ້ນໄມ້ … ຖືກຈັດຕັ້ງໃນໂອກາດບຸນປີໃໝ່ປະຈຳຊາດ, ແຕ່ພົ້ນເດັ່ນກວ່າໝູ່ແມ່ນງານບຸນພາວະນາຂໍໃຫ້ຝົນຕົກ. ທ່ານ ຫຼໍ່ສີປ໋າວ, ຊົນເຜົ່າໂລໂລ, ໃຫ້ຮູ້ວ່າ:
“ໃນເດືອນ 3 ເມື່ອອາກາດແຫ້ງແລ້ງ ບໍ່ມີຝົນຕົກຈະຈັດງານບຸນ ພາວະນາຂໍໃຫ້ຝົນຕົກ. ງານບຸນໂດຍປະຊາຊົນທຸກຄົນປະກອບຈຶ່ງສາມາດພາວະນາໄດ້, ເພາະວ່ານັ້ນແມ່ນຄວາມຫວັງຂອງປະຊາຊົນທັງບ້ານ. ມີບາງປີຊາວເຜົ່າໂລໂລ ໄດ້ຮ່ວມກັບຊົມເຜົ່າອື່ນໆຈັດງານບຸນນີ້. ເພາະວ່າເມື່ອຝົນຕົກ, ທົ່ວເຂດລ້ວນແຕ່ໄດ້ຊົມໃຊ້“.
ຊຸດອາພອນປະຈຳເຜົ່າຂອງຊົນເຜົ່າໂລໂລ ແມ່ນໜຶ່ງໃນບັນດາຊຸດອາພອນທີ່ເປັນເອກະລັກສະເພາະ, ມີສີສັນຫຼາກຫຼາຍ, ດ້ວຍການປະດັບປະດາລວດລາຍຢ່າງລະອຽດຄ່ອງແຄ້ວ. ຊຸດອາພອນຂອງຜູ້ຊາຍແມ່ນເສື້ອສີດຳຍາວເຖິງຫົວເຂົ່າ, ແຍກອອກເປັນສອງປີກ, ໃສ່ກະດຸມຢູ່ຂີ້ແຮ້ເບື້ອງຂວາ, ຫົວໃຊ້ຜ້າບ່ຽງ. ສ່ວນເສື້ອຂອງແມ່ຍິງຊົນເຜົ່າໂລໂລດຳ, ມີຄໍເສື້ອເປັນຮູບມົນທົນ ແລະ ປະດັບປະດາດ້ວຍລວດລາຍຮູບໂຕນົກ, ແຂນເສື້ອກວ້າງ ຫຍິບດ້ວຍແພຫຼາຍສີໃສ່ກັນ, ຂາໃສ່ແພພັນ. ໃນຂະນະນັ້ນ, ເສື້ອຂອງແມ່ຍິງຊາວເຜົ່າໂລໂລຮວາ ພັດມີຄໍເສື້ອມົນ, ແຍກອອກຢູ່ໜ້າເອິກ. ແຂນເສື້ອກໍ່ໄດ້ຫຍິບດ້ວຍແພທີ່ມີສີຕ່າງກັນ. ໂດຍຕ່າງກັບຊາວເຜົ່າໂລໂລດຳ, ແມ່ຍິງຊາວເຜົ່າໂລໂລຮວາ ນຸ່ງໂສ້ງທີ່ປະດັບປະດາດ້ວຍລວດລາຍ. ເອື້ອຍ ລຸ່ງທິມິງ, ຢູ່ບ້ານ ສາງປາອາ, ເທດສະບານ ແມ່ວວາກ, ໃຫ້ຮູ້ວ່າ:
“ຊຸດອາພອນປະຈຳເຜົ່າຂອງຊົນເຜົ່າໂລໂລ ເຮັດຍາກຫຼາຍ, ຕ້ອງໃຊ້ເວລາ 2, 3 ປີຈຶ່ງເຮັດສຳເລັດ. ສີຕົ້ນຕໍແມ່ນສີແດງ, ຖັດຈາກນັ້ນແມ່ນສີຂາວ, ສີບົວ. ໂສ້ງຂອງຜູ້ຊາຍ ແລະ ຜູ້ຍິງຄືກັນ, ພຽງແຕ່ຕ່າງກັນຢູ່ບ່ອນວ່າ, ໂສ້ງຜູ້ຊາຍໃຊ້ສາຍແອວ, ສ່ວນໂສ້ງຜູ້ຍິງມີອ້ຽມຢູ່ທາງຫຼັງ“.
ນັບແຕ່ດົນນານມາແລ້ວຊາວເຜົ່າໂລໂລ ໄດ້ມີຕົວໜັງສືສະເພາະ ແລະ ເຄີຍຂຽນໃສ່ໜັງສັດ, ໄມ້. ນອກນັ້ນຊາວເຜົ່າໂລໂລ ຍັງມີວັດທະນະທຳພື້ນເມືອງທີ່ອຸດົມສົມບູນອີກ, ທີ່ສະແດງອອກຜ່ານວາດຟ້ອນ, ທຳນອງເພງພື້ນເມືອງຍ້ອງຍໍຄວາມຮັກ, ຊີວິດການເປັນຢູ່, ທຳມະຊາດ ແລະ ເລື່ອງນິທານທີ່ເວົ້າເຖິງທັດສະນະຂອງຊົນເຜົ່າຕໍ່ປະກົດການທຳມະຊາດ ແລະ ສັງຄົມ, ເຊິ່ງປະຈຸບັນຍັງຄົງໄດ້ຮັບການຮັກສາໄວ້, ອັນໄດ້ປະກອບສ່ວນເຂົ້າໃນສາງວັດທະນະທຳພື້ນເມືອງຊາດຫວຽດນາມ.