(vovworld) - ວັດທະນະທຳຂອງຊົນເຜົ່າເມື່ອງມີສີສັນສະເພາະ, ເຊິ່ງສະແດງອອກຜ່ານແບບແຜນດຳລົງຊີວິດ, ວິຖີຊີວິດ, ຮີດຄອງປະເພນີ, ການເຫຼື້ອມໃສ… ໃນນັ້ນມີປະເພນີແຕ່ງງານຂອງຊົນເຜົ່າເມື່ອງຢູ່ແຂວງຮ່ວາບິ່ງ. ນີ້ແມ່ນວັດທະນະທຳທີ່ເປັນເອກະລັກສະເພາະ, ມີຜົນສະທ້ອນອັນໃຫຍ່ຫຼວງເຖິງການສ້າງ ແລະ ພັດທະນາຄອບຄົວ, ວົງຕະກູນຊົນເຜົ່າເມື່ອງຜ່ານປະຫວັດສາດນັບພັນປີ.
ພິທີແຕ່ງດອງຂອງຊົນເຜົ່າເມືອງ
ປະຈຸບັນພິທີແຕ່ງງານຂອງຊົນເຜົ່າເມື່ອງແມ່ນທຳມະດາງ່າຍດາຍກວ່າແຕ່ກ່ອນຫຼາຍແລ້ວ, ແຕ່ຍັງຄົງຮັກສາມູນເຊື້ອທີ່ເປັນພື້ນຖານໄວ້ຢູ່. ກ່ອນນີ້ການສ້າງຄອບຄົວໂດຍພໍ່ແມ່ເປັນຜູ້ຊັບຊ້ອນ, ສ່ວນລູກບໍ່ມີສິດເລືອກເຟັ້ນ, ພິເສດແມ່ນລູກສາວ. ແຕ່ປະຈຸບັນ, ຜູ້ຊາຍ, ຜູ້ຍິງມີສິດເສລີໃນການເລືອກເຟັ້ນຄົນຮັກ ແລະ ການສົມລົດກໍ່ອີງບົນພື້ນຖານຄວາມສະໝັກໃຈ. ຍ້ອນເຫດນັ້ນ, ພິທີແຕ່ງງານຂອງຊົນເຜົ່າເມື່ອງຈຶ່ງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນກ່ອນທີ່ຈັດງານດອງນັບເປັນເດືອນ, ເປັນປີ, ຊຳ້ບໍໜຳແມ່ນສອງສາມປີ. ເມື່ອການກະກຽມສຳເລັດບໍລິບູນແລ້ວ, ເຂົາເຈົ້າຈຶ່ງຈັດພິທີແຕ່ງງານ. ທຳອິດແມ່ນຕ້ອງເລືອກມື້ສັນວັນດີເພີ່ມຈັດພິທີ, ຫຼັງຈາກນັ້ນຈຶ່ງຈັດການປະຊຸມໃນຄອບຄົວເພື່ອລາຍງານ ແລະ ແບ່ງວຽກງານຢ່າງລະອຽດ. ທ່ານ ບູ່ຍວັນເບິນ, ຕາແສງດິກຢ໋າວ, ເມືອງເຕິນຫຼາກ, ແຂວງຮ່ວາບິ່ງ, ໃຫ້ຮູ້ວ່າ:
“ສຳລັບຊາວເຜົ່າເມື່ອງພວກຂ້າພະເຈົ້າ, ເພື່ອຈັດພິທີແຕ່ງງານ, ທຳອິດຄອບຄົວຝ່າຍຊາຍຕ້ອງປະຊຸມອ້າຍນ້ອງໃນຄອບຄົວນຳກັນ ເພື່ອເບິ່ງດູວ່າບັນດາສະມາຊິກໃນຄອບຄົວຈະເຫັນດີຫຼືບໍ. ເມື່ອບັນດາສະມາຊິກໃນຄອບຄົວຝ່າຍຊາຍເຫັນດີແລ້ວ, ຈະຄັດເລືອກຜູ້ທີ່ມີອິດທິພົນຊື່ສຽງໃນຄອບຄົວເພື່ອເປັນເຈົ້າໂຄດລຸງຕາໃຫ້ງານດອງ. ເມື່ອເຊີນເຈົ້າໂຄດລຸງຕາມາຕ້ອງຈັດພາເຂົ້າໃຫ້ທ່ານຜູ້ນັ້ນກິນ, ພາຍຫຼັງກິນເຂົ້າແລ້ວຈະມອບເຫຼົ້າ 2 ແກ້ວ, ຊາຫໍ່ໜຶ່ງໃຫ້ເຈົ້າໂຄດລຸງຕາເພື່ອນຳໄປຍັງຄອບຄົວຝ່າຍຍິງ. ພາຍຫຼັງຕ້ອນຮັບເຈົ້າໂຄດລຸງຕາແລ້ວ. ຄອບຄົວຝ່າຍຍິງຈະປະຊຸມນຳກັນເພື່ອຮູ້ວ່າຈະເຫັນດີສ້າງການພົວພັນກັບຄອບຄົວຝ່າຍຊາຍຫຼືບໍ“.
ໃນພິທີແຕ່ງງານຂອງຊາວເຜົ່າເມື່ອງ
ໃນພິທີແຕ່ງງານຂອງຊາວເຜົ່າເມື່ອງ, ບົດບາດຂອງເຈົ້າໂຄດລຸງຕາແມ່ນຂາດບໍ່ໄດ້. ພິທີຖືກຈັດຂຶ້ນສຳເລັດຜົນ ແລະ ເຮັດໃຫ້ຄອບຄົວທັງສອງຝ່າຍຍິງ, ຊາຍພໍໃຈ. ແມ່ນມີການປະກອບສ່ວນສຳຄັນທີ່ສຸດຂອງເຈົ້າໂຄດລຸງຕາ. ຕາມປະເພນີຂອງຊາວເຜົ່າເມື່ອງແລ້ວ, ຄອບຄົວຝ່າຍຍິງເຄີຍແອ່ວຄ່າສິນດອງ, ໃນນັ້ນລວມມີ: ໂຕຄວາຍນ້ອຍ “ຫູຍາວເທົ່າກັນເຂົາ“. ເຂົ້າໜົມໄຢ່ “ບໍ່ມີໃນ“ ຫາບໜຶ່ງ. ເງິນຈຳນວນໜຶ່ງເພື່ອເປັນຄ່າສິນສອດໃຫ້ເຈົ້າສາວ. ເຫຼົ້າໄຫໜຶ່ງ ຫຼື 60 ລິດ, ເຂົ້າຈ້າວ 60 ກິໂລກຼາມ, ເຂົ້າໜຽວ 40 ກິໂລກຼາມ ແລະ ໃບພູໝາກຄ້ຽວຫາບໜຶ່ງ. ຖ້າຫາກຄອບຄົວຝ່າຍຊາຍເຫັນດີຈະກັບເມືອກະກຽມ, ຖ້າບໍ່ເຫັນດີສາມາດຜ່ານເຈົ້າໂຄດລຸງຕາໄປຍັງຄອບຄົວຝ່າຍຍິງເພື່ອຕົກລົງຄືນໃໝ່. ພາຍຫຼັງໄດ້ເຫັນດີກ່ຽວກັບຄ່າສິນດອງນຳກັນແລ້ວ, ຄອບຄົວຝ່າຍຊາຍຈະຕ້ອງນຳເອົາສິນດອງຂອງໝັ້ນທີ່ສອງຝ່າຍໄດ້ເຫັນດີນຳກັນເຖິງຄອບຄົວຝ່າຍຍິງ; ຕາມທຳມະດາແມ່ນຊີ້ນໝູ, ເຂົ້າໜຽວ, ເຂົ້າຈ້າວ, ເຫຼົ້າ... ທ່ານບູ່ຍວັນວ້ຽນ, ຢູ່ຕາແສງດິກຢ໋າວ, ເມືອງເຕິນຫຼາກ, ແຂວງຮ່ວາບິ່ງ, ເຊິ່ງແມ່ນຜູ້ທີ່ເຄີຍໄດ້ຮັບເລືອກເຟັ້ນເປັນເຈົ້າໂຄດລຸງຕາໃນງານດອງຕ່າງໆ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຄີຍເປັນເຈົ້າໂຄດລຸງຕາໃນງານດອງຕ່າງໆມາເປັນເວລາກວ່າ 20 ປີ ແລ້ວ. ເມື່ອຮັບຂອງໝັ້ນຈາກຄອບຄົວຝ່າຍຊາຍນຳໄປຍັງຄອບຄົວຝ່າຍຍິງ ແລະ ລາຍງານເລື່ອງແຕ່ງງານຂອງພວກຫຼານ. ຄອບຄົວຝ່າຍຍິງຈະມີໜ້າຢ່າງພ້ອມພຽງເພື່ອຕ້ອນຮັບ. ພາຍຫຼັງປຶກສາ, ແລກປ່ຽນກັບຄອບຄົວຝ່າຍຍິງກ່ຽວກັບວັນ, ເວລາຈັດພິທີແຕ່ງດອງແລ້ວ, ຂ້າພະເຈົ້າກໍ່ກັບເມືອຄອບຄົວຝ່າຍຊາຍເພື່ອເຫັນດີເປັນເອກະພາບກ່ຽວກັບສິນດອງຂອງໝັ້ນໃຫ້ງານດອງ, ແລ້ວສືບຕໍ່ໄປຍັງຄອບຄົວຝ່າຍຍິງເພື່ອເຫັນດີເປັນເອກະພາບກັບຄອບຄົວຝ່າຍຍິງເທື່ອສຸດທ້າຍ. ບົດບາດຂອງເຈົ້າໂຄດລຸງຕາແມ່ນສຳຄັນທີ່ສຸດ, ເພາະວ່າວຽກງານທຸກຢ່າງທີ່ກ່ຽວຂ້ອງເຖິງພິທີແຕ່ງງານຂອງສອງຄອບຄົວລ້ວນແຕ່ໂດຍເຈົ້າໂຄດລຸງຕາເປັນຜູ້ຮັບຜິດຊອບ“.
ປະຊຸມບັນດາສະມາຊິກໃນຄອບຄົວກ່ຽວກັບວຽກງານກະກຽມງານດອງ
ພາຍຫຼັງເຫັນດີກ່ຽວກັບຄ່າສິນດອງ ແລະ ວັນເວລາຈັດຕັ້ງງານດອງ, ຄອງຄົວທັງຝ່າຍຍິງ ແລະ ຝ່າຍຊາຍຈະດຳເນີນວຽກງານກະກຽມໃຫ້ງານດອງ. ຄອບຄົວຝ່າຍຊາຍຈະນຳເອົາສິນດອງເຖິງຄອບຄົວຝ່າຍຍິງກ່ອນເວລາຈັດງານດອງໜຶ່ງວັນ. ແຕ່ຢູ່ບາງທ້ອງຖີ່ນຄື, ຊາວເຜົ່າເມື່ອງບີຢູ່ເມືອງເຕິນຫຼາກພັດນຳເອົາສິນດອງມາຄອບຄົວຝ່າຍຍິງໃນມື້ຈັດງານດອງ. ປະເພນີໄປຮັບຕ້ອນເຈົ້າສາວຂອງຊາວເຜົ່າເມືອງກໍ່ເປັນເອກະລັກສະເພາະ. ດ້ວຍການກຳນົດຈຳນວນຜູ້ໄປຮັບ ແລະ ວຽກງານໃຫ້ແຕ່ລະຄົນຢ່າງລະອຽດ. ຫົວໜ້າຂະບວນແຫ່ເຈົ້າສາວແມ່ນຜູ້ມີອາຍຸສູງໃນວົງຕະກຸນ. ເຖິງວ່າຂະບວນແຫ່ເຈົ້າສາວຂອງຄອບຄົວຝ່າຍຊາຍຈະຢູ່ໃກ້ຫຼືໄກກໍ່ໄດ້ຮັບປະທານອາຫານຢູ່ຄອບຄົວຝ່າຍຍິງ. ທ່ານ ບູ່ຍວັນເບິນ, ຕາແສງດິກຢ໋າວ, ເມືອງເຕິນຫຼາກ, ແຂວງຮ່ວາບິງ, ໃຫ້ຮູ້ວ່າ:
“ຕາມປະເພນີຂອງຊາວເຜົ່າເມືອງ, ພິທີແຕ່ງງານຕ້ອງມີໃບພູໝາກຄ້ຽວ, ຕົ້ນອ້ອຍ, ຊີ້ນໝູ, ໄກ່. ນອກນັ້ນຕ້ອງມີເງິນຈຳນວນໜຶ່ງທີ່ເປັນສັນຍາລັກໃຫ້ຄອບຄົວຝ່າຍຍິງອີກ“.
ພາຍຫຼັງພິທີຕ້ອນຮັບເຈົ້າສາວ, ຄອບຄົວຝ່າຍຊາຍຕ້ອງມີຂອງຕ້ອນໃຫ້ແກ່ເຈົ້າໂຄດລຸງຕາ ແລະ ຜູ້ທີ່ເຂົ້າຮ່ວມຂະບວນແຫ່ເຈົ້າສາວ. ຕາມປະເພນີ, ພາຍຫຼັງພິທີຕ້ອນຮັບເຈົ້າສາວ. ເຈົ້າສາວຜູ້ນັ້ນບໍ່ທັນຢູ່ເລີຍໃນຄອບຄົວເຈົ້າບ່າວ, ຫາກກັບເມືອຄອບຄົວຂອງຕົນ, ແຕ່ກາງເວັນຕ້ອງໄປເຮັດວຽກຢູ່ໃນຄອບຄົວຜູ້ບ່າວ. ພາຍຫຼັງໄລຍະໜຶ່ງ, ຕາມທຳມະດາແມ່ນພາຍຫຼັງເກີດລູກກົກນາງໃພ້ຈຶ່ງຢູ່ເລີຍໃນຄອບຄົວຂອງຜົວ. ປະຈຸບັນ, ຊາວເຜົ່າເມື່ອງຢູ່ເມື່ອງວາງ, ເມືອງຫຼາກເຊີນ, ແຂວງຮ່ວາບິ່ງຍັງຄົງຮັກສາປະເພນີນີ້ຢູ່, ແຕ່ເວລາຢູ່ກັບຄອບຄົວຂອງຕົນພາຍຫຼັງພິທີແຕ່ງງານພຽງສອງສາມວັນເທົ່ານັ້ນແລ້ວຈະມາຢູ່ເລີຍໃນຄອບຄົວຂອງຜົວ.