ຫວຽດນາມ ແມ່ນປະເທດມີພື້ນຖານວັດທະນະທຳອຸດົມສົມບຸນ ແລະ ຫຼາຍຮູບຫຼາຍສີ. ໃນວົງຄະນາຍາດ 54 ຊົນເຜົ່າຫວຽດນາມ, ຊົນເຜົ່າກິງ ຫລືເອີ້ນວ່າຊາວຫວຽດ ມີບັນດາຮີດຄອງປະເພນີທີ່ເປັນມູນເຊື້ອພິເສດສະເພາະ ຊື່ງໄດ້ຮັບການຮັກສາໄວ້ຈາກລຸ້ນກ່ອນມາຮອດປະຈຸບັນ. ຊາວຫວຽດ ມີບັນດາງານບຸນທີ່ມີຄວາມໝາຍດຳເນີນຊີວິດໃນວົງຄະນາຍາດ. ໃນລາຍການສີສັນ 54 ຊົນເຜົ່າພາກນີ້, ເຊີນທ່ານພ້ອມກັບນັກຂ່າວລານແອງ ໄປຢ້ຽມຢາມເຂດວາງສະແດງແນະນຳກ່ຽວກັບຊາວຫວຽດ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາ.
ເຮືອນຂອງຊາວຫວຽດ
(ພາບ:vov.vn)
ເຂດວາງສະແດງແນະນຳກ່ຽວກັບຊາວຫວຽດ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ມີເນື້ອທີ່ພຽງ 20 ຕາລາງເເມດເທົ່ານັ້ນ ແຕ່ດ້ວຍວິທີສັບຊ້ອນຢ່າງຄ່ອງແຄ້ວຂອງຜູ້ເຮັດວຽກງານຢູ່ທີ່ນີ້ ກໍ່ສາມາດແນະນຳໃຫ້ແຂກມາຢ້ຽມຊົມໂດຍສັງເຂບກ່ຽວກັບຊົນເຜົ່າທີ່ກວມເອົາອັດຕາສ່ວນຫຼາຍໃນວົງຄະນາຍາດບັນດາຊົນເຜົ່າຫວຽດນາມ. ຄຳແນະນຳຂອງເອື້ອຍຮ່ວາງມິງຫງວຽດ, ພະນັກງານຫ້ອງການສຶກສາ, ຫໍພິພິທະພັນຊົນເຜົ່າວິທະຍາ ໄດ້ຊ່ວຍໃຫ້ແຂກມາຢ້ຽມຊົມເຂົ້າໃຈຢ້າງຈະແຈ້ງ ກ່ຽວກັບມູນເຊື້ອວັດທະນະທຳຂອງຊາວຫວຽດ:
“ເມື່ອເວົ້າເຖິງຊາວຫວຽດ ແມ່ນເວົ້າເຖິງອະລິຍະທຳແຫ່ງການປູກເຂົ້ານາທາມ, ອະລິຍະທຳໝູ່ບ້ານ. ສຳລັບຊາວຫວຽດແລ້ວ, ບ້ານແມ່ນຫົວໜ່ວຍບໍລິຫານ, ກໍ່ແມ່ນສູນວັດທະນະທຳ, ເສດຖະກິດ, ການເມືອງ, ສັງຄົມ“
ແຕ່ດົນນານມາແລ້ວ, ຊາວຫວຽດເຄີຍເຕົ້າໂຮມກັນຕັ້ງຖິ່ນຖານໃນໝູ່ບ້ານຕ່າງໆ. ບ້ານແມ່ນຄຳສັບເພື່ອເວົ້າເຖິງຫົວໜ່ວຍບໍລິຫານຢູ່ເຂດຊົນນະບົດ, ມີເຂດແດນ, ມີທາງບ້ານ, ທາງຮ່ອມ, ມີບັນດາກິດຈະກຳບູຊາສະເພາະ…ໝູ່ບ້ານຂອງຊາວຫວຽດ ເຄີຍຕັ້ງຢູ່ໃນເຂດພື້ນດິນຕ່ຳ, ໃກ້ກັບແມ່ນ້ຳລຳເຊ, ຫ້ວຍນ້ຳ…. ສະນັ້ນ, ອາຊີບທີ່ເປັນມູນເຊື້ອຂອງຊາວຫວຽດ ແມ່ນປູກເຂົ້ານາທາມ ແລະ ຫາປາ. ເອື້ອຍຫງວຽດ ເວົ້າວ່າ:
“ຫວຽດນາມ ມີເງື່ອນໄຂພູມມີປະເທດສະດວກສະບາຍ, ມີຝັ່ງທະເລຍາວກ່ວາ 3000 ກມ, ມີຄອງເໝືອງຫຼາຍລຳ, ສະນັ້ນອາຊີບຫາປາຈຶ່ງພັດທະນາທີ່ສຸດ ແລະ ຍ້ອນເຫດນັ້ນອາຊີບຜະລິດອຸປະກອນການປະມົງກໍ່ພັດທະນາໄປນຳ. ຢູ່ນີ້ທ່ານຈະເຫັນຫຼີ່ດັກປາ ຊື່ງເຄີຍມີຢູ່ທຸກເຂດພາກຂອງຊາວຫວຽດ, ນອກຈາກນັ້ນຍັງມີເຄື່ອງຫາກຸ້ງ, ອຽນ….”
ເຄື່ອງຈັບປາ
(ພາບ:vov.vn)
ພ້ອມກັບບັນດາເຄື່ອງຫາປາປະເພດຕ່າງໆ, ຫໍພິພິທະພັນຍັງມີເຂດວາງສະແດງແນະນຳບັນດາອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວຫວຽດຄື: ອາຊີບເຮັດກຸບ, ອາຊີບຫຼໍ່ທອງ, ອາຊີບສີຄັດມັນ, ອາຊີບຜະລິດເຄື່ອງປັ້ນດິນເຜົາ….
ອາຊີບເຮັດກຸບ
(ພາບ:vov.vn)
ເຮືອນຢູ່ຂອງຊາວຫວຽດ ໄດ້ຖືກຈັດຢ່າງກົມກ່ຽວກັບທີວທັດທຳມະຊາດ ແລະ ເອົາໃຈໃສ່ເປັນພິເສດເຖິງເງື່ອນໄຂທຳມະຊາດຄື: ພູມມີປະເທດ, ແມ່ນ້ຳລຳເຊ….ຂອງແຕ່ລະເຂດ. ເຂດພູພຽງຕ່າງກັບເຂດທົ່ງພຽງ ແລະ ເຂດແຄມທະເລ ຕ່າງກັບເຂດປູກເຂົ້າ. ອີງໃສ່ແຕ່ລະເຂດ, ຊາວຫວຽດ ໄດ້ສ້າງເຮືອນທີ່ເໝະສົມໃຫ້ແກ່ຕົນແຕ່ຍັງຄົງມີຈຸດທີ່ຄືກັນ. ເອື້ອຫວູ໋ທິແທງເຕີມ, ພະນັກງານຫ້ອງຄົ້ນຄ້ວາຮຽບຮຽງ, ພະແນກວັດທະນະທຳຫວຽດນາມ, ຫໍພິພິທະພັນຊົນເຜົ່າວິທະຍາ ໃຫ້ຮູ້ວ່າ:
“ຕາມທຳມະດາແລ້ວ, ເຮືອນຂອງຊາວຫວຽດ ມີເຮືອນຕົ້ນຕໍ, ເຮືອນສຳຮອງ, ເຮືອນຄົວ, ມີບ່ອນລ້ຽງສັດ, ມີສວນ ແລະ ເດີນກ້ວາງ. ສະເພາະເຮືອນຂອງຊາວຫວຽດ ທີ່ວາງສະແດງຢູ່ຫໍພິພິທະພັນມີເດີນກ້ວາງຍ້ອນວ່ານີ້ແມ່ນຄອບຄົວຮັ່ງມີ, ເຂົາເຈົ້າໄດ້ໃຊ້ເດີນແຫ່ງນີ້ເພື່ອຕາກເຂົ້າເປືອກ. ເຮືອນຂອງຊາວຫວຽດ ຍັງມີສວນປູກຜັກເພື່ອໃຊ້ເປັນອາຫານ ແລະ ເປັນຢາ. ນອກຈາກນັ້ນຍັງມີອ່າງເກັບນ້ຳຝົນອີກດ້ວຍ”
ແທ່ນບູຊາຂອງຊາວຫວຽດ
(ພາບ:vov.vn)
ໃນເຮືອນຂອງຊາວຫວຽດ, ເຮືອນຕົ້ນຕໍເຄີຍຕັ້ງແທ່ນບູຊາບັນພະບູລຸດ. ນີ້ກໍ່ແມ່ນການເຫຼື້ອມໃສບູຊາທີ່ເປັນເອກະລັກສະເພາະຂອງຊາວຫວຽດ. ເອື້ອຍຫງວຽດ ແນະນຳວ່າ:
“ນີ້ແມ່ນແທ່ນບູຊາຂອງຄອບຄົວຊາວຫວຽດຜູ້ໜຶ່ງທີ່ເປັນເຈົ້າຕະກຸນ, ຢູ່ໃນກາງຕັ້ງຈານໝາກໄມ້, ຢູ່ຂອບນອກເພື່ອຕັ້ງເຄື່ອງບູຊາອື່ນໆ… ໃນແທ່ນບູຊາຂອງຊາວຫວຽດ ຍາມໃດກໍ່ເຕົ້າໂຮມ 5 ປັດໄຈຄື: ໂລຫະ, ໄມ້, ນ້ຳ, ໄຟ ແລະ ດິນ. ໂຖເຮັດດ້ວຍທອງເປັນສັນຍາລັກໃຫ້ໂລຫະ, ເຄື່ອງໄມ້ເປັນສັນຍາລັກໃຫ້ໄມ້; ນ້ຳ ແລະ ເຫຼົ້າເປັນສັນຍາລັກໃຫ້ນ້ຳ; ໄຟຟ້າ, ທຽນເປັນສັນຍາລັກໃຫ້ໄຟ; ໂຖດິນເຜົາ ເຄືອບປັກທູບເປັນສັນຍາລັກໃຫ້ດິນ“
ໃນເຂດວາງສະແດງຂອງຫໍພິພິທະພັນ, ຍັງແນະນຳກັບແຂກມາຊົມກ່ຽວກັບປະເພນີບູຊາເຈົ້າແມ່ຂອງຊາວຫວຽດ ຍ້ອນວ່າແມ່ແມ່ນຜູ້ມີບົດບາດສຳຄັນໃນແຕ່ລະຄອບຄົວຂອງຊາວຫວຽດນາມ. ເອື້ອຍຫງວຽດ ໃຫ້ຮູ້ວ່າ:
“ຮູບປັ້ນ 3 ອົງຖືກວາງສະແດງຢູ່ນີ້ ເປັນສັນຍາລັກໃຫ້ເຈົ້າແມ່ 3 ອົງຄຸ້ມຄອງ 3 ເຂດຕ່າງກັນ. ອົງຢູ່ກາງແມ່ນຄຸ້ມຄອງເຂດນ່ານຟ້າ, ອົງຢູ່ເບື້ອງຊ້າຍຄຸ້ມຄອງເຂດພູຜາປ່າໄມ້, ອົງຢູ່ເບື້ອງຂວາຄຸ້ມຄອງເຂດດິນ, ນ້ຳ“
ໃນການເຫລື້ອມໃສດ້ານຈິດວິນຍານ, ຊາວຫວຽດມີຄວາມເຊື່ອໝັ້ນວ່າສາມາດສຳພັດກັບເທວະດາຟ້າແຖນໄດ້ ຜ່ານຄົນເປັນກາງແມ່ນທ້າວທຽມຫຼືນາງທຽມ. ເຂົາເຈົ້າເອງກໍແມ່ນຜູ້ກໍ່ສ້າງເປັນສິລະປະຂັບເຈົ່າວັນເປັນເອກະລັກພິເສດສະເພາະ. ຈຸດພິເສດຂອງພິທີເຂົ້າຊົງແມ່ນເພື່ອແນໃສ່ພາວະນາຂໍໃຫ້ວົງຄະນາຍາດມີຊີວິດທີ່ໜຳສຳລານ ແລະ ມີຄວາມຜາສຸກ./.