(ພາບປະກອບ)
(vovworld) - ຊາວເຜົ່າຂະແມເຊື່ອຖືພຸດທະສາສະໜາ, ດັ່ງນັ້ນຢູ່ບ່ອນໃດທີ່ເຂົາເຈົ້າດຳລົງຊີວິດກໍ່ລ້ວນແຕ່ມີວັດວາອາຮາມ. ວັດບໍ່ພຽງແຕ່ແມ່ນບ່ອນທຳພິທີດ້ານຈິດວິນຍານເທົ່ານັ້ນ, ຫາກຍັງແມ່ນໂຮງຮຽນໂຄສະນາບົດຮຽນໃນການຜະລິດ, ແມ່ນສູນແຫ່ງຈິດວິນຍານ, ວັດທະນະທຳ, ການສຶກສາຂອງວົງຄະນາຍາດ. ວັດໄດ້ປະກອບສ່ວນສຳຄັນໃນການສ້າງບຸກຄະລິກະພາບ ແລະ ຮັກສາສີສັນວັດທະນະທຳຂອງຊາວເຜົ່າ ຂະແມ.
ວັດຂອງຊາວເຜົ່າຂະແມ ແມ່ນແຫ່ງເຄື່ອນໄຫວຂອງວົງຄະນາຍາດ, ຄືກັນກັບສາລາບ້ານຂອງຊາວຫວຽດ. ແມ່ນເຮືອນລວມຂອງຊາວເຜົ່າຢູ່ເຂດ ໄຕງວຽນ ແລະ ເຂດແຄມແມ່ນ້ຳພາກກາງຫວຽດນາມ ແຕ່ວັດຂອງຊາວເຜົ່າຂະແມ ພັດສະໜິດຕິດແທດກັບປະຊາຊົນຫຼາຍກວ່າ. ສຳລັບຜູ້ຊາຍແຕ່ລະຄົນ, ເມື່ອຮອດອາຍຸໄປຮຽນ, ໂຮງຮຽນຫຼັງທຳອິດນັ້ນແມ່ນວັດ. ເມື່ອໄດ້ຮັບການຮັບຮອງຈາກປະຊາຄົມວ່າເປັນຊາວໜຸ່ມນັ້ນ, ເຂົາເຈົ້າຕ້ອງເຂົ້າບວດໃນວັດ. ໃນງານດອງ, ງານສົບຂອງຊາວເຜົ່າ ຂະແມ ກໍ່ລ້ວນແຕ່ມີການເຂົ້າຮ່ວມຂອງບັນດາພະສົງ. ຊາວເຜົ່າຂະແມ ບູຊາບັນພະບຸລຸດຢູ່ວັດວາອາຮາມຕ່າງໆ.
ເທບ
ບໍ່ພຽງແຕ່ແມ່ນກິດຈະກຳສາສະໜາ, ສະທ້ອນໃຫ້ເຫັນຈີນຕະນາການ, ການເຄື່ອນໄຫວຂອງສາສະໜາ, ຂອງຊາວເຜົ່າ ຂະແມ ເທົ່ານັ້ນ,ຫາກວັດຍັງແມ່ນສາງເກັບຮັກສາປື້ມຄຳພີຂອງພຸດທະສາສະໜາອີກດ້ວຍ, ແມ່ນແຫ່ງຕ້ອນຮັບແຂກທີ່ມາຈາກທຸກສາລະທິດ. ຊາວເຜົ່າ ຂະແມ ນັບຖືວັດວາອາຮາມ ແລະ ບັນດາພະສົງຄືດັ່ງຄອບຄົວຂອງຕົນ. ທ່ານ ຫງວຽນຮຸ່ງວີ້, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ຖືວ່າ:
“ຊາວເຜົ່າຂະແມ ຖືວັດແມ່ນແຫ່ງສັກສິດ, ທັງມີຄວາມສະໜິດສະໜົມ, ທັງມີຄວາມໝາຍສາສະໜາ, ເປັນແຫ່ງດຳເນີນຊີວິດ, ແລະປຶກສາທຸກສິ່ງທຸກຢ່າງໃນຊີວິດປະຈຳວັນ. ເຂົາເຈົ້າຖືນັ້ນແມ່ນຄວາມເອກອ້າງທະນົງໃຈ. ພະລັງ ຊີວິດທັງໝົດຂອງປະຊາຄົມ ລ້ວນແຕ່ປະກອບສ່ວນໃຫ້ວັດ, ຫາກບໍ່ແມ່ນໃຫ້ຄອບຄົວຂອງເຂົາເຈົ້າ“.
(ພາບປະກອບ)
ວັດຂອງຊາວເຜົ່າ ຂະແມຍາມໃດກໍ່ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕ, ເຄັ່ງຂຶມ, ດ້ວຍທາດສູງ ແລະ ປະດັບປະດາດ້ວຍຮູບຄວັດສະຫຼັກຢ່າງລະອຽດຮຽບຮ້ອຍ. ຮອງສາສະດາຈານ, ດຣ ເລິມບ໋ານາມ, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ວັດຂອງຊາວເຜົ່າ ຂະແມ ມີສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ດ້ວຍທາດສູງທຽມຟ້າ, ຕ່າງກັບວັດຢູ່ເຂດທົ່ງພຽງພາກເໜືອ. ໃນເຂດພູມ, ສອກຂອງຊາວເຜົ່າ ຂະແມ, ວັດຍາມໃດກໍ່ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕໃນເຂດພື້ນທີ່ສູງ, ສະທ້ອນໃຫ້ເຫັນສີສັນຂອງສະຖາປັດຕະຍະກຳວັດ, ນິກາຍ ນາມຕົງ“.
ໃນສິລະປະຄວັດສະຫຼັກ ແລະ ສະຖາປັດຕະຍາກຳຂອງຊາວເຜົ່າ ຂະແມ, ນອກຈາກຫຼັງຄາວັດຖືກກໍ່ສ້າງເປັນທາດທີ່ສູງທຽບຟ້າແລ້ວ, ສິ່ງທີ່ເຫັນໄດ້ງ່າຍນັ້ນແມ່ນຫຼັງຄາຍັງໄດ້ຮັບການຄວັດສະຫຼັກດ້ວຍຮູບ ງູນາກາ, ເຊິ່ງແມ່ນສັດມົງຄຸນ ທີ່ມີບຸນຄຸນຢ່າງໃຫຍ່ຫຼວງໃນພຸດທະສາສະໜາ, ງູນາກາມີຫຼາຍຮູບທີ່ເປັນສັນຍາລັກຕ່າງໆເຊັ່ນ, 3 ຫົວເປັນສັນຍາລັກໃຫ້ ຟ້າ - ດິນ - ຄົນ, 5 ຫົວທີ່ເປັນສັນຍາລັກໃຫ້ ໂລຫະ - ໄມ້ - ນ້ຳ - ໄຟ - ດິນ, 6 ຫົວເປັນສັນຍາລັກໃຫ້ເພດຍິງ, ໜ່ວຍໂລກ, ຮ່າງກາຍ ແລະ ການລົ້ມຫາຍຕາຍຈາກ, 7 ຫົວແມ່ນສັນຍາລັກໃຫ້ການຖືສິນກິນທໍາ ແລະ 9 ຫົວ ແມ່ນເສັ້ນທາງພາໄປສູ່ແດນສະຫວັນ. ພະອາຈານ ເຢືອງກວນ, ວັດຊຽມກ໋ານ, ແຂວງ ບາກລຽວ ອະທິບາຍກ່ຽວກັບສັນຍາລັກຂອງງູນາກາວ່າ:
“ຕາມເລື່ອງລາວທີ່ສືບມາແຕ່ບູຮານນະການແລ້ວ, ຍາມຝົນຕົກລົມແຮງ, ຖ້ຳຖ້ວມ, ງູນາກາໄດ້ດັດຕົວເປັນຖານສູງໃຫ້ພະພຸດນັ່ງ. ເມື່ອພະພຸດນັ່ງຢູ່ແລ້ວ, ງູນາກາກໍ່ໄດ້ໃຊ້ຫົວຂອງຕົນເພື່ອກັນລົມຝົນໃຫ້ພະພຸດ. ຍ້ອນເຫດນັ້ນ, ເຂົາເຈົ້າຈຶ່ງຄວັດສະຫຼັກຫົວງູໃສ່ຫຼັງຄາວັດ, ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ງູນາກາ“.
ຕາມນັກຄົ້ນຄ້ວາວັດທະນະທຳພື້ນເມືອງ ຫງວຽນຮຸງວິ້ ແລ້ວ, ເມື່ອປຽບທຽບສະຖາປັດຕະຍະກຳວັດທຸກແຫ່ງໃນທົ່ວປະເທດ, ວັດ ຂະແມ ໄດ້ຮັບການຕີລາຄາວ່າເປັນເອກະລັກສະເພາະທີ່ສຸດ, ປຽບເໝືອນພາບແສ່ວທີ່ປະກອບດ້ວຍຫຼາຍສີ, ສະທ້ອນໃຫ້ເຫັນການເຊື່ອຖືຂອງຊົນເຜົ່າ ຂະແມ.
“ວັດຂອງຊາວເຜົ່າ ຂະແມ ມີຫຼາຍຮູບຫຼາຍສີ, ຜ່ານນັ້ນສະທ້ອນໃຫ້ເຫັນສິລະປະທີ່ອຸດົມສົມບູນຂອງຊາວເຜົ່າ ຂະແມ“.
ວັດຂອງຊາວເຜົ່າ ຂະແມປະກົດມີຢູ່ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງ ດ້ວຍວັດໃຫຍ່, ນ້ອຍ 450 ແຫ່ງ. ເຖິງວ່າຈະກໍ່ສ້າງໃນໄລຍະປະຫວັດສາດທີ່ແຕກຕ່າງກັນ, ແຕ່ວັດແຕ່ລະແຫ່ງພັດ ແມ່ນກິດຈະກຳສິລະປະດ້ານສະຖາປັດຕະຍະກຳ, ໃນນັ້ນມີວັດບູຮານຫຼາຍແຫ່ງໄດ້ຮັບການຮັບຮອງວ່າແມ່ນປູຊະນີຍະສະຖານປະຫວັດສາດ, ວັດທະນະທຳລະດັບຊາດ ແລະ ແມ່ນສະຖານທີ່ທ່ອງທ່ຽວຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ເທບສຽງປະກອບ
ໃນຕະຫຼອດຊີວິດ, ຊາວເຜົ່າຂະແມແຕ່ລະຄົນ ລ້ວນແຕ່ສະໜິດຕິດພັນກັບວັດວາອາຮາມ. ນີ້ທັງແມ່ນແຫ່ງຮັກສາວິນຍານຂອງບັນພະບຸລຸດ, ທັງແມ່ນແຫ່ງສຶກສາອົບຮົມປະຊາຊົນກ່ຽວກັບດ້ານຄວາມຮູ້, ວັດທະນະທຳປະພຶດຕໍ່ໃນຊີວິດປະຈຳວັນ. ປະຈຸບັນ, ໃນວິວັດແຫ່ງການປ່ຽນໃໝ່, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກນັ້ນ, ການພົວພັນແລກປ່ຽນວັດທະນະທຳກັບພາຍນອກນັບມື້ນັບກວ້າງຂວາງ, ແຕ່ວັດ ຂະແມ ຍັງຄົງສືບຕໍ່ມີບົດບາດສຳຄັນ, ປະກອບສ່ວນສ້າງເປັນບຸກຄະລິກ, ແນວຄິດຂອງຊາວຂະແມແຕ່ລະຄົນ.