(vovworld) - ບໍ່ພຽງແຕ່ໄດ້ຮັບການຮູ້ຈັກດ້ວຍປ່າດອກສ້ຽວທີ່ຂາວກະຈະໃນຍາມແລງ, ຫຼືດອກຄາຍສີບົວທີ່ສົດໃສໃນຍາມລະດູບານໃໝ່ເທົ່ານັ້ນ, ຫາກ ໄຕບັກ (ທາງທິດຕາເວັນຕົກສ່ຽງໜືອ) ຍັງໄດ້ຮັບຄວາມຮູ້ຈັກກັນດີດ້ວຍວາດຟ້ອນແຊທີ່ສ້າງຄວາມປະທັບໃຈ ພ້ອມກັບເຫຼົ້າໄຫອີກດ້ວຍ. ນັບແຕ່ດົນນານມາແລ້ວ, ຊາວເຜົ່າຜູ້ໄທຢູ່ເມື່ອງຊໍ, ຟອງໂຖ, ແຂວງລາຍເຈົາ, ໄດ້ສ້າງຊີວິດທາງດ້ານຈິດໃຈໃຫ້ແກ່ຕົນ ດ້ວຍວາດຟ້ອນແຊ. ບໍ່ພຽງແຕ່ແມ່ນບົດເພງ, ວາດຟ້ອນເທົ່ານັ້ນ, ແຊ ຍັງເປັນພາສາພິເສດເພື່ອສະແດງໃຫ້ເຫັນແນວຄິດຈິດໃຈ, ອາລົມຈິດລະຫວ່າງຄົນກັບຄົນອີກດ້ວຍ.
ຟ້ອນແຊຂອງຊົນເຜົ່າຜູ້ໄທ
(ພາບ: ອິນເຕີແນດ)
ນັບແຕ່ດົນນານມາແລ້ວ, ແຕ່ລະເທື່ອເມື່ອມີງານບຸນ, ມີແຂກມາທ່ຽວ, ຢູ່ຕີນພູ ຫຍໍ້ຄໍ້, ບ່ອນທີ່ມີແມ່ນ້ຳຊໍ ແລະ ສຽງພິນຕິ໋ນ (ພິນພື້ນເມືອງຂອງເຜົ່າຜູ້ໄທ) ດັງກ້ອງກັງວານໄປທົ່ວນັ້ນ, ບັນດານາງສາວຊົນເຜົ່າຜູ້ໄທເຂດເມື່ອງຊໍ, ຟອງໂຖ, ແຂວງລາຍເຈົາ ກໍ່ນຸ່ງຊຸດເສື້ອກ໋ອມ (ຊຸດເຊື້ອປະຈຳເຜົ່າ)ທີ່ມີສີຫຼາກຫຼາຍ, ພ້ອມກັນຟ້ອນແຊ: “ອິງຫຼາເອີຍ, ສາວນ້ອງເອີ່ຍ…”
ຖ້າຫາກວ່າເຂດໄຕບັກ ທີ່ກວ້າງໃຫຍ່ ໄດ້ຮັບການຮູ້ຈັກກັນດີດ້ວຍວາດຟ້ອນແຊທີ່ສ້າງຄວາມເມົາມົວໃຫ້ແຂກຄົນມາຢາມນັ້ນ, ເມືອງຊໍ ໄດ້ຮັບຖືວ່າແມ່ນແຫ່ງກຳເນີນຂອງວາດຟ້ອນນີ້. ມາຮອດປະຈຸບັນ, ຊາວບ້ານຍັງເຫຼົ່າສືບທອດກັນມາວ່າ. ກ່ອນນີ້ເຈົ້າດິນ ແດ່ວວັນເອີນ ເມົາມົວກັບວາດຟ້ອນທີ່ອ່ອນຊ້ອຍໃນຊຸດເສື້ອກ໋ອມຮັດແອວຂອງບັນດານາງສາວຜູ້ໄທທີ່ສຸດ. ດັ່ງນັ້ນໃນວັງຂອງເພິ່ນຍາມໃດກໍ່ມີກອງຟ້ອນແຊ 3 ກອງ, ບັນດານາງສາວຟ້ອນແຊຖືກຄັດເລືອກຈາກບ້ານຕ່າງໆ ຄືດັ່ງຖືກຄັດເລືອກທີ່ງານປະກວດນາງງາມໃນປະຈຸບັນ, ຕາມມາດຖານແອວກິ່ວ, ຄໍສູງ, ເອີກໃຫຍ່… ນັບແຕ່ນັ້ນສຽງຂັບແຊ ແລະ ພິນຕິ໋ນຂອງເມືອງຊໍໄດ້ດັງກ້ອງກັງວານໄປທົ່ວເຂດໄຕບັກ. ປ້າ ຫຼໍ່ທິໂດ໋ຍ, ຢູ່ບ້ານວ່າງແຟວ, ເມື່ອງຊໍ, ໃຫ້ຮູ້ວ່າ, ກອງຟ້ອນແຊຢູ່ທີ່ນີ້ໄດ້ມີມາແຕ່ດົນນານແລ້ວ. ປ້າເຂົ້າຮ່ວມກອງຟ້ອນແຊນັບແຕ່ຄາວຍັງນ້ອຍ. ສຳລັບແມ່ຍິງຊົນເຜົ່າຜູ້ໄທຢູ່ເມື່ອງຊໍ, ຟ້ອນແຊປຽບເໝືອນອາຫານດ້ານຈິດໃຈທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ. ປ້າ ຫຼໍ່ທິໂດ໋ຍ, ໃຫ້ຮູ້ວ່າ:
“ສະເພາະວາດຟ້ອນແຊຂອງເຜົ່າໄທຂາວນີ້ ແມ່ນມີມາແຕ່ດົນນານແລ້ວ. ເມື່ອຂ້າພະເຈົ້າຍັງນ້ອຍໄດ້ເຫັນພໍ່ຕູ້, ແມ່ຕູ້ຟ້ອນແຊແລ້ວ. ມາຮອດປະຈຸບັນ, ຟ້ອນແຊແມ່ນຂາດບໍ່ໄດ້ໃນໂອກາດວັນບູນຕ່າງໆຂອງຊາວເຜົ່າຜູ້ໄທ ”.
ຟ້ອນແຊຂອງຊົນເຜົ່າຜູ້ໄທ
(ພາບ: ອິນເຕີແນດ)
ໂດຍໄດ້ຫຼິ້ນພິນຕິ໋ນ ຮັບໃຊ້ກອງຟ້ອນແຊຢູ່ເມື່ອງຊໍ ມາເປັນເວລາກວ່າ 30 ປີແລ້ວ, ທ່ານ ຫາດ ແມ່ນຜູ້ທີ່ມີຄວາມເຂົ້າໃຈກວ່າໝູ່ກ່ຽວກັບທຳນອງດົນຕີ ແລະ ວາດຟ້ອນແຊ. ຢູ່ແຄມຫ້ວຍເມື່ອງຊໍ, ທ່ານຫາດທັງຫຼິ້ນພິນຕິ໋ນທັງໃຫ້ຮູ້ວ່າ: ໃນເບື້ອງຕົ້ນ, ດົນຕີທຳນອງແຊແມ່ນເພື່ອຮັບໃຊ້ໃຫ້ອາດຍາເຈົ້ານາຍ, ດັ່ງນັ້ນອາດຖືວ່ານີ້ກໍ່ແມ່ນດົນຕີລາດຊະວັງ. ທຳນອງດົນຕີໃນງານບຸນຕ່າງໆແມ່ນຟົດຟື້ນມ່ວນຊື່ນ, ແຕ່ໃນຍາມຄ່ຳຄືນວັນພະຈັນ, ທຳນອງຄືດັ່ງມີຄວາມອອນຊອນກວ່າ. ໃນຍາມບຸນຊາວເຜົ່າຜູ້ໄທມັກດື່ມເຫຼົ້າໄຫ ແລະ ຊົມຟ້ອນແຊ. ຍິ່ງເດິກເທົ່າໃດ, ວາດຟ້ອນແຊຂອງບັນດານາງສາວຊົນເຜົ່າຜູ້ໄທຍິ່ງອ່ອນຊ້ອຍເທົ່ານັ້ນ, ອັນໄດ້ສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມກວ່າອີກ.
ຟ້ອນແຊຂອງຊົນເຜົ່າຜູ້ໄທ
(ພາບ: ອິນເຕີແນດ)
ປະຈຸບັນ, ຟ້ອນແຊ ບໍ່ພຽງແຕ່ແມ່ນວາດຟ້ອນພື້ນເມືອງທຳມະດາເທົ່ານັ້ນ, ຫາກມັນຍັງສະແດງໃຫ້ເຫັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າເມື່ອງຊໍ ອີກດ້ວຍ. ບັນດາວາດຟ້ອນແມ່ນພາສາພິເສດ, ສະແດງໃຫ້ເຫັນຄວາມຮັກແພງແຂກຄົນ, ຢາກທຳຄວາມຊິນເຄີຍ, ຈັບມືຟ້ອນລຳທຳເພງແຄມກອງໄຟແດງ. ງານບຸນຟ້ອນແຊ ກໍ່ແມ່ນໂອກາດເພື່ອໃຫ້ບ່າວ, ສາວໃນເຂດພົບປະແລກປ່ຽນ, ໃຫ້ຄຳໝັ້ນສັນຍາເປັນຜົວເປັນເມຍກັນ. ເມື່ອບຸນປີໃໝ່ວຽນມາ ຫຼືໃນຍາມເຂົ້າໃໝ່, ຊາວເຜົ່າຜູ້ໄທ ຢູ່ເມື່ອງຊໍ ເຄີຍຈັດງານບຸນຟ້ອນແຊຕະຫຼອດເດືອນຈຽງ. ອ້າຍ ຫຼໍ່ວັນເດົ່າ, ຢູ່ຕາແສງເມືອງຊໍໃຫ້ຮູ້ວ່າ. ເມື່ອງຊໍມີບັນດາກອງຟ້ອນແຊເພື່ອຮັບໃຊ້ງານບຸນຕ່າງໆ ແລະ ສ້າງເງື່ອນໄຂພົບປະແລກປ່ຽນກັບປະຊາຊົນຕາແສງໃກ້ຄຽງ ແລະ ນັກທ່ອງທ່ຽວທີ່ມາຈາກທົ່ວປະເທດ. ອ້າຍຫຼໍ່ວັນເດົ່າໃຫ້ຮູ້ຕື່ມອີກວ່າ, ກ່ອນນີ້ຊົນເຜົ່າຜູ້ໄທມີກອງຟ້ອນແຊພຽງໜຶ່ງເຖິງສອງກອງເທົ່ານັ້ນ. ແຕ່ປະຈຸບັນສະເພາະເມື່ອງຊໍກໍ່ມີ 16 ກອງ, ຍ້ອນການພັດທະນາຂອງພື້ນຖານວັດທະນະທຳຊົນເຜົ່າ ແລະ ຄວາມເອົາໃຈໃສ່ຂອງພັກ ແລະ ລັດ, ພິເສດແມ່ນຄະນະກຳມະການປະຊາຊົນຕາແສງ, ກອງສິລະປະຈຶ່ງໄດ້ຮັບການພັດທະນາຄືໃນປະຈຸບັນ.
ປະຈຸບັນ, ຢູ່ເຂດໄຕບັກ, ແຕ່ລະບ້ານຕາແສງ ລ້ວນແຕ່ມີກອງສິລະປະ ເພື່ອຮັບໃຊ້ຊີວິດປະຊາຄົມ, ຮັບໃຊ້ນັກທ່ອງທ່ຽວ. ໃນວາດຟ້ອນແຊ, ເບິ່ງຄືວ່າບັນດາເອື້ອຍນ້ອງແມ່ຍິງຊົນເຜົ່າຜູ້ໄທຕ່າງກໍ່ໜຸ່ມແໜ້ນ ແລະ ສວຍງາມກວ່າ.