(VOVWORLD) -ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ ທາງພາກເຫນືອ ຫວຽດນາມ ແມ່ນສະຖານທີ່ທີ່ມີຊາວເຜົ່າຜູ້ໄທ ດຳລົງຊີວິດເປັນຈຳນວນຫລວງຫລາຍ, ບໍ່ພຽງແຕ່ເປັນການຮູ້ຈັກເຖິງວ່າ ແມ່ນເຂດດິນແດນມີດອກໄມ້ຫລາຍຊະນິດມີສີສັນຫລາກຫລາຍທີ່ສວຍສົດງົດງາມ ແລະ ມີອາກາດປອດໂປ່ງເຢັນສະບາຍເທົ່ານັ້ນ ຫາກຍັງມີບັນດາເຍື່ອງອາຫານທີ່ແຊບນົວ ແລະ ເປັນຫນ້າສົນໃຈຂອງແຂກທ່ອງທ່ຽວນຳອີກ. ໃນບັນດາເຍື່ອງອາຫານຂອງຊາວເຜົ່າຜູ້ໄທ ຢູ່ ມົກເຈົາ ນັ້ນ, ເຍື່ອງອາຫານສົ້ມຫນັງຄວາຍ ກໍແມ່ນເຍື່ອງອາຫານຫນຶ່ງທີ່ແຊບນົວ ເຊິ່ງເປັນເຍື່ອງອາຫານພິເສດ ຢູ່ດິນແດນແຫ່ງນີ້.
ເພື່ອໃຫ້ມີເຍື່ອງອາຫານສົ້ມຫນັງຄວາຍທີ່ແຊບນົວ ແລະ ຫັນດີນັ້ນ ຂອດການປຸງແຕ່ງແມ່ນສຳຄັນທີ່ສຸດ. ຍ້ອນວ່າຫນັງຄວາຍຫນາ, ແຂງ ແລະ ຫຍາບ ສະນັ້ນ ຄວນໄດ້ຮັບການປຸງແຕ່ງຜ່ານຫລາຍຂັ້ນຕອນ, ຖືກວິທີ ເພື່ອບໍ່ໃຫ້ເຍື່ອງອາຫານນັ້ນແຂງ. ອ້າຍ ຕ່ອງວັນອຽນ ຢູ່ບ້ານປາງ, ຕາແສງ ຈ່ຽງແດນ, ນະຄອນ ເຊີນລາ ໃຫ້ຮູ້ວ່າ:
“ເອົາຫນັງຄວາຍມາຕັດເປັນຕ່ອນຊ່ຳຝາມື, ລວກນ້ຳຮ້ອນ ແລ້ວຂູດໃຫ້ສະອາດ. ຫລັງຈາກນັ້ນ, ເອົາມາປີ້ງໃສ່ເຕົາຖ່ານຈົນກວ່າ ຈະມີກິ່ນຫອມ, ແລ້ວນຳມາລ້າງໃຫ້ສະອາດ, ເມື່ອເຫັນວ່າຫນັງຄວາຍເຫລືອງດີ ແມ່ນຖືວ່າໄດ້ແລ້ວ. ຕໍ່ໄປແມ່ນເອົາໃສ່ຫມໍ້ເພື່ອຕົ້ມ ເມື່ອເຫັນວ່າຕ່ອນຫນັງຄວາຍອ່ອນດີ ກໍຖືວ່າໄດ້ແລ້ວ, ຖ້າຫາກຕົ້ມເປື່ອຍໂພດ ແມ່ນຈະເຮັດໃຫ້ຫນັງບໍ່ຫັນ ແລະ ບໍ່ແຊບ”.
ເຍື່ອງອາຫານສົ້ມຫນັງຄວາຍຂອງຊົນເຜົ່າຜູ້ໄທ ຢູ່ ມົກເຈົາ |
ວັດຖຸດິບ ແລະ ເຄື່ອງປຸງເພື່ອປຸງແຕ່ງອາຫານກໍສຳຄັນທີ່ສຸດ, ພິເສດ ເຄື່ອງປຸງທີ່ຂາດບໍ່ໄດ້ໃນວິວັດການປຸງແຕ່ງເຍື່ອງອາຫານນີ້ແມ່ນ ຫມາກແຄ່ນ ເຊິ່ງເປັນເອກະລັກສະເພາະຢູ່ເຂດວົງຄະນະຍາດຊາວເຜົ່າຜູ້ໄທ ໄຕບັກ (ເຂດທາງທິດຕາເວັນຕົກສ່ຽງເຫນືອຂອງ ຫວຽດນາມ). ຕາມປົກກະຕິແລ້ວ ຊາວເຜົ່າຜູ້ໄທ ເອືອບຫນັງຄວາຍໃສ່ກັບບັນດາເຄື່ອງປຸງທີ່ພິເສດສະເພາະຂອງເຂດພູຜາປ່າໄມ້ຢູ່ ໄຕບັກ ຄື ໝາກ Canarium, ເຂົ້າຂົ້ວ, ຫົວຜັກທຽມ, ຫມາກເຜັດ, ນຳ້ຫນໍ່ສົ້ມ ພ້ອມກັບບັນດາເຄື່ອງປຸງອື່ນໆຄື ນ້ຳຕານ, ເກືອ, ແປ້ງນົວ ແລ້ວຄົນໃສ່ກັບຖົ່ວດິນ,ຫມາກງາຕື່ມອີກ. ອ້າຍ ຕ່ອງວັນອຽນ ກໍໃຫ້ຮູ້ຕື່ມອີກວ່າ:
“ເອົາເຄື່ອງປຸງທັງຫມົດມາຄົນໃຫ້ເຂົ້າກັນ ແລ້ວເອືອບໃສ່ໜັງແຊ່ປະໄວ້ເພື່ອໃຫ້ເຂົ້າເນື້ອເຂົ້າຫນັງ ຫລັງຈາກນັ້ນ ເອົາໃສ່ໄຫແລ້ວປິດຝາໃຫ້ແຫນ້ນ. ຫມັກໄວ້ຫນຶ່ງອາທິດກໍສາມາດກິນໄດ້. ເອົາເຄື່ອງປຸງໃສ່ຕື່ມແລ້ວເອົາຜັກຫອມຊອຍນ້ອຍໆມາຄົນໃສ່ແມ່ນແຊບທີ່ສຸດ”.
ເມື່ອປຸງແຕ່ງເຍື່ອງອາຫານນີ້ສຳເລັດ ແມ່ນໄດ້ຕັກໃສ່ຈານພ້ອມກັບບັນດາປະເພດຜັກປ່າ, ຜັກຫອມ ຫລື ຫມາກປີ ເບິ່ງແລ້ວເປັນຕາແຊບຫລາຍ. ສົ້ມຫນັງຄວາຍ ຍັງມີຄຸນປະໂຫຍດໃນການແກ້ເມົາເຫລົ້າ, ຫລຸດລະດັບຄວາມເບື່ອ, ມັນຂອງຊີ້ນ, ເຂົ້າຕົ້ມ. ຍ້ອນແນວນັ້ນ ຊຸມວັນບຸນ, ວັນງານ, ບຸນເຕັດຕ່າງໆໃນແຕ່ລະຄອບຄົວຂອງຊາວເຜົ່າຜູ້ໄທ ຢູ່ໄຕບັກ ລ້ວນແຕ່ຂາດໄຫສົ້ມຫນັງຄວາຍບໍ່ໄດ້, ມັນປຽບເໝືອນດັ່ງເຍື່ອງຫົວຜັກບົ່ວດອງຂອງຊາວເຜົ່າກິງ ຢູ່ເຂດທົ່ງພຽງ.
ປັດຈຸບັນ ສົ້ມຫນັງຄວາຍ ໄດ້ປະກົດມີໃນລາຍການອາຫານຢູ່ ຕາມບັນດາຮ້ານອາຫານຊົນເຜົ່າ ຢູ່ແຂວງ ເຊີນລາ. ນັກທ່ອງທ່ຽວຫລາຍຄົນ ເມື່ອມາ ມົກເຈົາ ກໍຊື້ສົ້ມໜັງຄວາຍເມືອກິນ ຫລື ເປັນເຄື່ອງຕ້ອນຂອງຝາກ, ລາຄາພຽງແຕ່ປະມານ 100.000 ດົ່ງ/ກິໂລກຼາມເທົ່ານັ້ນ. ເອື້ອຍ ເລື່ອງທິມາຍ ຢູ່ບ້ານເລົ່າ, ນະຄອນ ເຊີນລາ ເຊິ່ງເປັນຜູ້ຫນຶ່ງທີ່ເຮັດສົ້ມຫນັງຄວາຍຂາຍເປັນອາຊີບ ໃຫ້ຮູ້ວ່າ:
“ກ່ອນຫນ້ານີ້ ຂ້າພະເຈົ້າມັກສົ້ມຫນັງຄວາຍກິນ, ທຸກຄົນທີ່ໄດ້ຊິມ ກໍລ້ວນແຕ່ຍ້ອງວ່າແຊບ, ກິນກໍງ່າຍ. ຕໍ່ມາ ຂ້າພະເຈົ້າໄດ້ລອງເຮັດຂາຍ, ເຫັນວ່າແຂກທ່ອງທ່ຽວຍ້ອງວ່າແຊບ ແລະ ຂາຍໄດ້ດີ, ນັບແຕ່ນັ້ນມາ ຂ້າພະເຈົ້າ ຈຶ່ງປ່ຽນອາຊີບມາເຮັດສົ້ມຫນັງຄວາຍ, ຈາກການຂາຍສົ້ມຫນັງຄວາຍ ເຮັດໃຫ້ຄອບຄົວຂ້າພະເຈົ້າມີລາຍຮັບຕື່ມອີກ, ຊີວິດການເປັນຢູ່ໄດ້ຮັບການປົວແປງດີຂຶ້ນກວ່າເກົ່າ”.
ເມື່ອຮັບປະທານເຍື່ອງອາຫານນີ້ ເຮົາຈະເຫັນວ່າ ຕ່ອນຫນັງຄວາຍເປັນດ້ານໆຊາໆ, ມີລົດຊາດທີ່ເຂົ້າເນື້ອເຂົ້າຫນັງຂອງຫມາກແຄ່ນ ຮຶນໆ ຫອມໆ, ມີລົດສົ້ມທີ່ພໍດີ, ມີລົດຂົມ ແລະ ຫວານຂອງຜັກປ່າ, ມີລົດຜົງຂອງຖົ່ວດິນ, ຫມາກງາ ເມື່ອຍິ່ງກິນກໍຍິ່ງມັກ, ຈິບຈອກເຫລົ້າສາລີເຂົ້າໄປໜ້ອຍໜຶ່ງ ຮູ້ສຶກໄດ້ເຖິງລົດຊາດຫອມຫວານ ແລະ ອົບອຸ່ນ. ເມື່ອມາ ມົກເຈົາ, ເປັນຕົ້ນແມ່ນໃນລະດູຫນາວ, ນັກທ່ອງທ່ຽວມັກກິນເຍື່ອງອາຫານສົ້ມຫນັງຄວາຍ ທີ່ເປັນເອກະລັກສະເພາະຂອງຊາວເຜົ່າຜູ້ໄທນີ້ທີ່ສຸດ. ເຍື່ອງອາຫານນີ້ ໄດ້ປະກອບສ່ວນເຮັດໃຫ້ອາຫານຂອງຊາວເຜົ່າຜູ້ໄທ ຢູ່ເຂດພູພຽງ ໄຕບັກ ຫວຽດນາມ ມີຄວາມອຸດົມສົມບູນກວ່າອີກ.