(vovworld)-ເກີຕູ ແມ່ນຊົນເຜົ່າໜຶ່ງໃນຈຳນວນ 54 ຊົນເຜົ່າຢູ່ຫວຽດນາມ. ປະຈຸບັນ, ຊົນເຜົ່າເກີຕູ ມີພົນລະເມືອງປະມານ 62.000 ຄົນ ຊື່ງດຳລົງຊີວິດສ່ວນຫຼາຍຢູ່ຕາມສາຍພູຫຼວງເຈື່ອງເຊີນ ຂຶ້ນກັບບັນດາແຂວງກວາງນາມ, ເທື່ອທຽນເຫ້ວ, ສ່ວນໜຶ່ງແມ່ນຢູ່ດ່ານັງ ແລະ ນະຄອນໂຮ່ຈິມິນ. ໃນລາຍການສີສັນ 54 ຊົນເຜົ່າຫວຽດນາມພາກນີ້, ນັກຂ່າວລານແອງ ຈະແນະນຳກ່ຽວກັບຊີວິດຂອງຊາວເຜົ່າເກີຕູຢູ່ແຂວງກວາງນາມ ທາງພາກກາງຫວຽດນາມ.
ຊາວເຜົ່າເກີຕູດຳລົງຊີວິດສ່ວນຫຼາຍຢູ່ເມືອງນາມຢາງ, ດົງຢາງ, ໄຕຢາງ ທາງທິດຕາເວັນຕົກແຂວງກວາງນາມ. ບັນດາໝູ່ບ້ານຂອງຊາວເຜົ່າເກີຕູ ລີ້ຊ້ອນໃນປ່າໄມ້ທີ່ຂຽວອຸ່ມທູ່ມ. ຢູ່ໃຈກາງບ້ານມີເຮືອນເກືອນ (Guol) ຫຼັງຄາສູງ, ສະແດງໃຫ້ເຫັນຄວາມອີ່ມໜຳສຳລານ, ສົມບູນພູນສຸກ. ຊາວເຜົ່າເກີຕູ ອອກແບບເຮືອນເກືອນ ຕາມຮູບກຸບຫລືຮູບອອງເຕົ່າ ນີ້ແມ່ນສະຖາປັດຕະຍາກຳເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ເຂດພູດອຍທາງທິດໃຕ້ຂອງພາກກາງຫວຽດນາມ, ຫຼັງຄາເຮືອນເກືອນມຸ້ງດ້ວຍໃບປາມ, ສູງພໍດີ. ຊາວເຜົ່າເກີຕູ ມີຄວາມເອົາໃຈໃສ່ເປັນພິເສດເຖິງການປະດັບປະດາໃຫ້ເຮືອນຂອງຕົນດ້ວຍລວດລາຍ ແລະ ຮູບສັດປະເພດຕ່າງໆ. ສັດປະເພດທີ່ໄດ້ຮັບເລືອກມາປະດັບປະດາຫຼາຍກ່ວາໝູ່ແມ່ນຄວາຍ, ໂຕແລນ ແລະ ສັດລ່າເນື້ອໄດ້ ກໍ່ຄືຮູບພາບນາງສາວເກີຕູ ຟ້ອນຕຸງໆດາດາ (Tung tung da da) ຊື່ງແມ່ນວາດຟ້ອນຂອງເຜົ່າເກີຕູ. ອ້າຍເບີ່ລິງ ເບີ່ແຮ ເບີ່ງຮົງ (Bhling Bheh Bhong) ໃຫ້ຮູ້ວ່າ:
“ສຳລັບຊາວເຜົ່າເກີຕູ ແລ້ວ, ເຮືອນເກືອນມີບົດບາດໃຫ່ຍຫຼວງທີ່ສຸດໃນຊີວິດຂອງປະຊາຊົນ, ເຮືອນເກືອນຖືກຖືວ່າແມ່ນແຫ່ງສັກສິດ, ແມ່ນຈິດວິນຍານຂອງໝູ່ບ້ານ, ສະນັ້ນ, ຊາວເຜົ່າເກີຕູ ມີຄວາມນຶກຄິດວ່າເຮືອນເກືອນແມ່ນຊາຍຄາລວມ. ຖ້າໝູ່ບ້ານບໍ່ທັນມີເຮືອນເກືອນ ກໍ່ໝາຍຄວາມວ່າບໍ່ທັນມີເຮືອນ”.
ໃນເມື່ອກ່ອນ, ຊາວເຜົ່າເກີຕູ ດຳລົງຊີດວິດອິງໃສ່ເງື່ອນໄຂທຳມະຊາດເປັນຕົ້ນດ້ວຍການຖາງປ່າເຮັດໄຮ່, ລ່າເນື້ອໃນປ່າ, ໃນສາຍພູຫຼວງເຈື່ອງເຊີນ. ສະນັ້ນ, ຍາມໃດເຂົາເຈົ້າກໍ່ເຊື່ອຖືເທວະດາຟ້າແຖນໃນຕະຫຼອດຊີວິດຂອງຕົນ. ໃນຊີວິດປະຈຳວັນ, ໂຕຄວາຍມີຄວາມໃກ້ຊິດກັບຊາວເຜົ່າເກີຕູທີ່ສຸດ ແລະ ກໍ່ແມ່ນສັດປະເພດສຳຄັນ ເພື່ອໃຊ້ຖະຫວາຍບູຊາເທວະດາໃນງານບຸນຕ່າງໆ
ງານບຸນແທງຄວາຍ
(ພາບ:vov5)
ຊາວເຜົ່າເກີຕູ ມີຄວາມນຶກຄິດວ່າ: ພາຍຫຼັງຮັບວັດຖຸຖະຫວາຍບູຊາຂອງຊາວບ້ານແລ້ວ, ເທລະດາຟ້າແຖນຈະອູ້ມຊູຊ່ວຍເຫຼືອ, ປົກປ້ອງໃຫ້ເຂົາເຈົ້າ, ຂັບໄລ່ຜີສາງນາງໄມ້, ຊາວບ້ານຈະມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ. ງານບຸນແທງຄວາຍຂອງຊາວເຜົ່າເກີຕູ ຍັງມີຄວາມໝາຍເພື່ອພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ການເກບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກຕະຫຼອດປີ…ກ່ອນດຳເນີນພິທີແທງຄວາຍ, ເຈົ້າກົກເຈົ້າເຫຼົ່າໃນບ້ານ, ຜູ້ທີ່ມີອິດທິພົນຊື່ສຽງໃນວົງຄະນາຍາດຈະຈັດພິທີບູຊາຄວາຍຢູ່ເດີນເຮືອນເກືອນ. ພໍ່ຕູ້ເບີ່ລິງ ເບີ່ລໍ (Blinh Blo) ຢູ່ນາມຢາງ ໃຫ້ຮູ້ວ່າ:
“ພິທີບູຊາຕ້ອງມີປາ, ໜູ, ກະຫອກໃນປ່າ, ມີໄກ່, ມີຍອດຫວາຍປິ້ງສຸກ, ຊີ້ນປິ້ງປະເພດຕ່າງໆ. ເມື່ອກະກຽມພິທີ, ຕ້ອງບູຊາດ້ວຍໄກ່ໂຕ 1. ໃນພິທີທາງການກໍ່ຕ້ອງບູຊາດ້ວຍໄກ່ໂຕ 1. ເມື່ອຄວາຍຖືກແທງລົ້ມລົງ, ຈະແກວ່ງໄກ່ໃສ່ຫາງໂຕຄວາຍ”
ໃນການເຄື່ອນໄຫວວົງຄະນາຍາດຂອງຊາວເຜົ່າເກີຕູ, ຕ້ອງເວົ້າເຖິງຮູບການເວົ້າ ແລະ ຂັບລີ ຊື່ງແມ່ນຮູບການສິລະປະໂຕ້ຄາລົມຢ່າງກະທັນຫັນທີ່ເປັນເອກະລັກສະເພາະຂອງຊາວເຜົ່າເກີຕູ. ບັນດາຜູ້ອາວຸໂສຍັງຄົງຮັກສາສິລະປະນີ້ໄວ້ຢູ່ບັນດາໝູ່ບ້ານເກືອບທັງໝົດຂອງຊາວເຜົ່າເກີຕູ. ປະຈຸບັນ, ຊາວເຜົ່າເກີຕູ ເຄີຍເວົ້າ ແລະ ຂັບລີໃນງານດອງ, ງານບຸນເຂົ້າໃໝ່ ຫລືພິທີແຮກສ່ຽວອ້າຍນ້ອງ….
ແທ່ນບູຊາຂອງຊາວເຜົ່າເກີຕູ
(ພາບ:vov5)
ຊາວເຜົ່າເກີຕູບໍ່ພຽງແຕ່ໃຊ້ຮູບການສິບະປະນີ້ໃນບັນດາງານບຸນສຳຄັນເທົ່ານັ້ນ, ຫາກຍັງໃນຊີວິດປະຈຳວັນອີກດ້ວຍ, ເວົ້າ ແລະ ຂັບລີຖືກຖືວ່າແມ່ນສິລະປະແຂ່ງຂັນລະຫວ່າງບັນດາຜູ້ມີອາຍຸສູງ, ລະຫວ່າງໝູ່ບ້ານຕ່າງໆ ຫຼືລະຫວ່າງເຈົ້າຂອງເຮືອນກັບແຂກນຳກັນ… ຊ້ຳບໍ່ໜຳຍັງໄດ້ໃຊ້ໃນການແກ້ໄຂຄວາມຂັດແຍ້ງພາຍໃນ, ສັງຄົມ, ໃນວົງຄະນາຍາດຊາວເຜົ່າເກີຕູ ອີກດ້ວຍ. ບາງເທື່ອເວົ້າ ແລະ ຂັບລີ ຍັງໄດ້ໃຊ້ເມື່ອບໍ່ກ້າເວົ້າໂດຍກົງເຖິງບັນຫາໃດໜຶ່ງ. ໃນການເວົ້າ ແລະ ຂັບລີ, ຊາວເຜົ່າເກີຕູ ເຄີຍໃຊ້ສັບແບບອ່ອນຫວານ ແຕ່ເລິກລັບ ແລະ ມີຄວາມໝາຍເລິກເຊິ່ງ, ສະແດງໃຫ້ເຫັນຄວາມສາມາດຂອງຜູ້ເວົ້າ ແລະ ຂັບລີ. ທ່ານ ເບີ່ຣິວ ຈິງ (Bhriu Trinh) ເຈົ້າບ້ານ ເບີ່ຮົງ (Bo Hong) ໃຫ້ຮູ້ວ່າ:
“ບັນດາພໍ່ຕູ້, ແມ່ຕູ້ເວົ້າ ແລະ ຂັບລີມ່ວນຫຼາຍ, ເຂົາເຈົ້າໄດ້ສັ່ງສອນລຸ້ນໜຸ່ມປະຈຸບັນຕ້ອງດຸໝັ່ນທຳມາຫາກິນ, ເສີມຂະຫຍາຍມູນເຊື້ອຂອງຊາວເຜົ່າຕົນ, ຮັກສາຈຸດທີ່ດີງາມ ແລະ ຍູ້ບັນດາຮີດຄອງປະເພດນີທີ່ຫຼ້າຫຼັງ ບໍ່ເໝາະສົມກັບຊີວິດໃໝ່ໃຫ້ຖອຍໄປ. ເຂົາເຈົ້າຍັງສອນໃຫ້ຊາວບ້ານ, ໂດຍສະເພາະແມ່ນຊາວໜຸ່ມກ່ຽວກັບຮູບການສິລະປະນີ້ເພື່ອປະກອບສ່ວນຮັກສາວັດທະນະທຳພື້ນເມືອງຂອງຊົນເຜົ່າຕົນໄວ້”
ບໍ່ພຽງແຕ່ເທົ່ານັ້ນ, ເມື່ອມາຢ້ຽມຢາມສາຍພູຫຼວງເຈື່ອງເຊີນ, ເພື່ອນຈະໄດ້ຄົ້ນຫາສິ່ງພິເສດສະເພາະຕ່າງໆກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງຊາວເຜົ່າເກີຕູ. ໃນລາຍການສີສັນ 54 ຊົນເຜົ່າຫວຽດນາມພາກຕໍ່ໄປ, ພວກເຮົາຈະແນະນຳກ່ຽວກັບວາດຟ້ອນຕຸງໆດາດາ (Tung tung da da) ຊື່ງແມ່ນວາດຟ້ອນທີ່ເປັນເອກະລັກສະເພາະຂອງຊາວເຜົ່າເກີຕູ../.