(vovworld) - ຍ້ອນປະເພນີປູກຝັງ, ເຮັດໄຮ່ໄຖນາ ແລະ ການດຳລົງຊີວິດຕິດພັນກັບທຳມະຊາດ, ດັ່ງນັ້ນຊີວິດທາງດ້ານຈິດໃຈ, ວັດທະນະທຳຂອງຊາວເຜົ່າ ກຶມມຸ ຍາມໃດກໍ່ເຂັ້ມຄົ້ນໄປດ້ວຍສີສັນເຂດພູຜາປ່າໄມ້. ເຖິງວ່າການດຳລົງຊີວິດໃນປະຈຸບັນມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ບັນດາປະເພນີອັນດີງາມໃນເມື່ອກ່ອນຍັງຄົງສະແດງອອກຢ່າງຈະແຈ້ງໃນຊີວິດປະຈຳວັນ; ໃນງານບຸນ ແລະ ການດົນຕີພື້ນເມືອງທີ່ເປັນມູນເຊື້ອຂອງຊາວເຜົ່າ ກຶມມຸ ຢຸ່.
(ພາບປະກອບ)
ຖ້າຫາກວ່າຜູ້ໃດມີໂອກາດແວ່ຢາມບັນດາໝູ່ບ້ານຂອງຊາວເຜົ່າ ກຶມມຸ, ກໍ່ໄດ້ເຈືອຈານໃນຊີວິດການເປັນຢູ່ທີ່ເຕັມໄປດ້ວຍຄວາມຜາສຸກຂອງເຂົາເຈົ້າທ່າມກາງເຂດປ່າໄມ້ທຳມະຊາດອັນໃຫຍ່ໂຕມະໂຫຖານ ແລະ ຮົກເຮື້ອວ່າງເປົ່າ. ບັນດາເຮືອນຮ້ານຖືກປຸກສ້າງຂຶ້ນຈາກໄມ້ໄຜ່, ໄມ້ເຮ້ຍໃນປ່າ, ບັນດາຊຸດອາພອນສີຂຽວເຂັ້ມຂອງໄມ້ປ່າ, ບັນດາທຳນອງເພງພ້ືນເມືອງທຳມະດາຜ່າເຜີຍ ແລະ ຜ່ອງໃສຄືສຽງນ້ຳຫ້ວຍໄຫຼ, ພ້ອມກັບເຄື່ອງດົນຕີທີ່ເຂັ້ມຄົ້ນໄປດ້ວຍສີສັນເຂດພູຜາປ່າໄມ້. ຮູບພາບທີ່ພາໃຫ້ນັກທ່ອງທ່ຽວຮັບຮູ້ງ່າຍທີ່ສຸດ, ນັ້ນແມ່ນປູສະນີຍະສະຖານເຮືອນຮ້ານທີ່ມີຄວາມໃກ້ຊິດຕິດແທດກັບທຳມະຊາດເຊິ່ງຖືກປຸກສ້າງດ້ວຍໄມ້ປ່າ, ໄມ້ໄຜ່ໄມ້ເຮ້ຍ, ຫຼັງຄາມຸງດ້ວຍຫຍ້າເປັນຮູບອ່ອງເຕົ່າ, ແລະ ອີງຫຼັງໃສ່ໂນນພູ, ໜ້າມຸ່ງສູ່ຮ່ອມພູ. ສີສັນເຂດພູຜາປ່າໄມ້ຍັງສະແດງອອກຜ່ານເຄື່ອງໃຊ້ໄມ້ສອຍໃນຄອບຄົວ, ຄືເຄື່ອງຖັກສານ. ນັບທັງເຄື່ອງດົນຕີປະເພດຕ່າງໆກໍ່ໄດ້ຮັບການປະດິດສ້າງດ້ວຍໄມ້ໄຜ່ໄມ້ເຮ້ຍ, ດັງເປັນສຽງທີ່ເປັນເອກະລັກສະເພາະ, ປະກອບສ່ວນສ້າງຄວາມງາມໃຫ້ທຳນອງເພງພື້ນເມືອງຂອງຊາວເຜ່ົາ ກຶມມຸ. ທ່ານ ດິງເສົ໋າ, ນັກຄົ້ນຄ້ວາດົນຕີ, ຮຽບຮຽງເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າສ່ວນໜ້ອຍ, ໃຫ້ຮູ້ວ່າ:
“ບັນດາເຄື່ອງດົນຕີທີ່ມີສີສັນຂອງເຂດພູຜາປ່າໄມ້ຍັງຄົງປະກົດຕົວໃນຊີວິດຂອງຊາວເຜົ່າ ກຶມມຸ ຢູ່ເຂດທາງທິດຕາເວັນຕົກແຂວງ ເງ້ອານ ໃນປະຈຸບັນ ຢູ່. ເຄື່ອງດົນຕີປະເພດຕ່າງໆເຊັ່ນ: “ອົມດິງ”, “ດາວ”, “ຕອດ”, “ປີ່ເຕີມ”… ຖືກໃຊ້ປະສານສຽງເພື່ອຂັບ “ເຕີມ” ຫຼືຂັບ “ກຶນເຈີ”. ບັນດາເຄື່ອງດົນຕີນີ້ສາມາດສ້າງເປັນທຳນອງເພງຟົດຟື້ນມ່ວນຊື່ນໃນບັນດາງານບຸນທີ່ມີລັກສະນະປະຊາຄົມຂອງຊົນເຜົ່າ ກຶມມຸ, ເຊັ່ນ: “ເຕະປາລອຍ”, “ເຕະຜ້າປີງ”, “ເຕະອວຍພອນປີໃໝ່”…”.
ພິນເຄາະ “ດາວ” ແມ່ນເຄື່ອງດົນຕີທົ່ວໄປໃນປະຊາຄົມຊາວເຜົ່າ ກຶມມຸ. ເຄື່ອງດົນຕີປະເພດນີ້ຖືກເຮັດດ້ວຍໄມ້ເຮ້ຍ, ເມື່ອເຄາະບາງເທື່ອດັງເປັນສຽງຄ່ອຍໆ, ບາງເທື່ອເປັນສຽງສູງ. "ຕອດ" ແມ່ນປີ່ທີ່ມີ 4 ຫຼື 6 ຮູ, ກໍ່ຖືກເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ. ສ່ວນ “ປີ່ເຕີມ” ເຮັດດ້ວຍໄມ້ໄຜ່ອ່ອນສາມາດອອກເປັນສຽງລົມພັດທ່າມກາງປ່າໄມ້ທີ່ໃຫຍ່ໂຕສະໂຫຖານ. ປີ່ເຕີມໃຊ້ເພື່ອປະສານສຽງໃຫ້ທຳນອງເພງພື້ນເມືອງ “ເຕີມ”. ເຖິງຢ່າງໃດກໍ່ຕາມ, ເຄື່ອງດົນຕີທີ່ເປັນເອກະລັກສະເພາະທີ່ສຸດຂອງຊາວເຜົ່າ ກຶມມຸແມ່ນ “ອົມດິງ”. ທ່ານ ກົງເຢິ່ນ, ຊົນເຜົ່າ ກຶມມຸ, ໃຫ້ຮູ້ວ່າ:
“ນັບແຕ່ດົນນານມາແລ້ວ, ຊາວເຜົ່າ ກຶມມຸ ຢາກເຕັ້ນລຳແຕ່ບໍ່ມີຄ້ອງ, ດັ່ງນັ້ນເຂົາເຈົ້າຈຶ່ງເອົາລຳເຮ້ຍມາໃຊ້ແທນໃຫ້ຄ້ອງ. ອົມດິງ ມີສຽງຄ່ອຍ, ສຽງກາງ ແລະ ສຽງສູງ. ແຕ່ເພື່ອເຮັດໃຫ້ມັນອອກສຽງໄດ້ຄືແນວນັ້ນແມ່ນຍາກຢູ່”.
ຍ້ອນມີຄວາມປອງດອງກັບທຳມະຊາດ ແລະ ນິຍົມເຕັ້ນລຳທຳເພງ, ຊາວເຜົ່າ ກຶມມຸ ຈຶ່ງປະດິດສ້າງເປັນເຄື່ອງດົນຕີປະເພດນີ້. “ອົມດິງ” ເຄີຍຖືກນຳໃຊ້ເມື່ອຂັບລຳໃນງານບຸນຕ່າງໆ, ສຽງ “ອົມດິງ” ປຽບເໝືອນຈິດວີນຍານຂອງຊາວເຜົ່າ ກຶມມຸ ທັງເມດຕາ, ບໍລິສຸດ ແລະ ປອງດອງກັບທຳມະຊາດ.
(ພາບປະກອບ)
ບັນດາທຳນອງເພງພື້ນເມືອງ ແລະ ເຄື່ອງດົນຕີທີ່ມີສີສັນເຂດພູຜາປ່າໄມ້ ແມ່ນຄຸນຄ່າດ້ານວັດທະນະທຳບໍ່ມີຮູບຮ່າງທີ່ຫາຍາກ ບໍ່ພຽງແຕ່ຂອງຊົນເຜົ່າ ກຶມມຸ ເທົ່ານັ້ນ, ຫາກຍັງແມ່ນຊັບສົມບັດລວມຂອງປະຊາຄົມບັນດາເຜົ່າ ຫວຽດນາມ ອີກດ້ວຍ. ຍ້ອນເຫດນັ້ນ, ເລື່ອງຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງງານບຸນ ພວມໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຄົມ. ປະລິຍາເອກ ວີວັນອານ, ນັກຄົ້ນຄ້ວາຊົນເຜົ່າສ່ວນໜ້ອຍຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ:
“ກ່ອນອື່ນໝົດແມ່ນຕ້ອງສຳຫຼວດບັນດາທຳນອງເພງພື້ນເມືອງ ແລະ ເຄື່ອງດົນຕີທັງໝົດຂອງຊົນເຜົ່າ ກຶມມຸ ເພື່ອອະນຸລັກຮັກສາໄວ້ໃຫ້ລຸ້ນລູກລຸ້ນຫຼານສືບທອດ ກໍ່ຄືອະນຸລັກຮັກສາບັນດາຄຸນຄ່າຂອງພື້ນຖານດົນຕີ ຫວຽດນາມ. ນອກຈາກວາງສະແດງບັນດາເຄື່ອງດົນຕີຢູ່ຫໍພິພິທະພັນແລ້ວ, ແມ່ນຕ້ອງສົ່ງເສີມ, ໜູນຊ່ວຍຊາວເຜົ່າໃນປະຊາຄົມເພື່ອໃຫ້ເຂົາເຈົ້າສອນໃຫ້ລູກຫຼານວິທີເຮັດເຄື່ອງດົນຕີພື້ນເມືອງນີ້ອີກດ້ວຍ”.
ບັນດາທຳນອງເພງພື້ນເມືອງທີ່ສົດໃສພ້ອມກັບເຄື່ອງດົນຕີທີ່ມີສີສັນຊົນເຜົ່າໃນເຂດພູຜາປ່າໄມ້ນີ້ແມ່ນຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ກຶມມຸ. ປະຈຸບັນ, ເຖິງວ່າຊີວິດການເປັນຢູ່ໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ຊາວເຜົ່າ ກຶມມຸ ຍັງຄົງສະຫນິດຕິດພັນກັບທຳມະຊາດ, ເຂົາເຈົ້າໄດ້ສ້າງຊີວິດອັນດີງາມດ້ວຍບັນດາສິ່ງທຳມະດາສາມັນແຕ່ພັດລ້ຳຄ່າ, ເຊິ່ງພູຜາປ່າໄມ້ໄດ້ດົນບັນດານໃຫ້ມະນຸດ.