ສີສັນວັດທະນະທຳຂອງຊົນເຜົ່າໂບ໋ອີ

(vovworld) - ​ໂບ໋ອີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ປະຊາ​ຄົມ 54 ຊົນ​ເຜົ່າ​ຫວຽດນາມ. ຊົນ​ເຜົ່າ​ ​ໂບ໋ອີ ມີ​ພົນລະ​ເມືອງ​ປະມານ 3.000 ຄົນ​ພວມ​ດຳລົງ​ຊີວິດ​ຕົ້ນຕໍ​ຢູ່​ບາງ​ແຂວງ​ໃນ​ເຂດ​ພູດ​ອຍ, ​ເຂດ​ຊາຍ​ແດນ​ທາງ​ພາກ​ເໜືອ​ຫວຽດນາມ. ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຢູ່​ບ້ານ​ນຳ້​ເລືອ​ງ, ຕາ​ແສງ ກວຽດຕ໋ຽນ, ​ເມືອງ​ກວານບ້າ ​ແລະ ຈຳ​ນວນ​ໜ້ອຍ​ແມ່ນ​ດຳລົງ​ຊີວິດ​ຢູ່​ບາງ​ຕາ​ແສງ​ຂອງ​ເມືອງ​ດົ່ງ​ວັນ, ​ແຂວງ ຮ່າ​ຢາງ. ມາ​ຮອດ​ປະຈຸ​ບັນ, ຊາວ​ເ​ຜົ່າ ​ໂບ໋ອີ ຍັງ​ຄົງ​ຮັກສາ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້.

ສີສັນວັດທະນະທຳຂອງຊົນເຜົ່າໂບ໋ອີ - ảnh 1

ຊາວເຜົ່າໂບ໋ອີ (ພາບ: ອິນເຕີແນດ)

        ຊົນ​ເຜົ່າ ​ໂບ໋ອີ, ດຳລົງ​ຊີ​ວິດດ້ວຍ​ອາຊີບ​ເຮັດ​ໄຮ່, ລ້ຽງສັດ​ເປັນ​ຕົ້ນ. ​ໃນ​ຊີວິດ​ປະຈຳ​ວັນ, ຊາວ​ເຜົ່າ ​ໂບ໋ອີ ສາມາດ​ເປັນ​ຊ່າງ​ໄມ້, ຕີ​ເຫຼັກ​ຜະລິດ​ບັນດາ​​ເຄື່ອງມື​ທຳ​ການ​ຜະລິດ​ກະສິກຳ ​ແລະ ດຳ​ເນີນ​ຊີວິດ… ນັບ​ແຕ່​ກີ້​ແຕ່​ກ່ອນ, ​ແມ່ຍິງ​ຊາວ​ເຜົ່າ ​ໂບ໋ອີ ​ໄດ້​ຮູ້​ປູກ​ມອນ, ​ລ້ຽງ​ມ້ອນ, ຕຳ່​ຫູກ: ຕັດຫຍິບ, ປັກ​ແສ່ວ​ເຄື່ອງນຸ່ງ, ກະ​ເປົາ ​ແລະ ຜ້າ​ບີ​ງ. ຊາວ​ເຜົ່າ ​ໂບ໋ອີ ຢູ່​ຮ່າ​ຢາງ ຍັງ​ຄົງ​ຮັກສາ​ລະບອບ “ບິດາສິດທິ​ອຳນາດ“, ໝາຍ​ຄວາມ​ວ່າ​ວຽກ​ງານ​ທັງ​ໝົດ​ໃນ​ຄອບຄົວ​ລ້ວນ​ແຕ່​ຂຶ້ນ​ກັບ​ສິດ​ຕັດສິນ​ຂອງ​ຜູ້​ຊາຍ. ​ໃນ​ຄອບຄົວ​ໜຶ່ງ​ສາມາດ​ມີ 3 ​ເຖິງ 4 ​ເຊັ່ນ​ຄົນ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ, ອັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ສະໜິດ​ຕິດ​ພັນ, ຮັກ​ແພງ​ກັນ​ລະຫວ່າງ​ລຸ້ນຕ່າງໆ​ໃນ​ຄອບຄົວ. ທ່ານ ງູ້​ເຂີຍ​​ເຟືອງ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຮີດຄອງ, ປະ​ເພນີ, ວັດທະນະທຳ ​ແລະ ການ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ ​ໂບ໋ອີ, ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ, ຊາວ​ເຜົ່າ​ ​ໂບ໋ອີ ຍັງ​ມີ 10 ວົງ​ຕະກຸນ, ​ເຂົນ​ເຈົ້າ​ຍັງ​ຄົງ​ຮັກສາ​ແບບ​ແຜນ​ດຳລົງ​ຊີວິດ, ການ​ປາກ​ເວົ້າ ​ແລະ ງານ​ບຸນ​ຕ່າງໆ​ໄວ້​ຢູ່, ​ເຊັ່ນ: ບຸນປີ​ໃໝ່, ​ງານ​ດອງ, ງານ​ສົບ, ກໍ່​ຄື​ທຳນອງ​ເພງ​ພື້ນ​ເມືອງ​ຈຳນວນ​ໜຶ່ງ“.

          ​ໃນ​ແຕ່​ລະ​ວົງຕະກຸນ, ມີ​ລະບົບ​ຊື່​ພ້ອມ​ແຕ່ 5 – 7 ອັກສອນ. ​ແຕ່ລະອັກສອນ​ແມ່ນສະຫງວນ​ໃຫ້​ລຸ້ນໜຶ່ງ ​ແລະ ຊີ້​​ແຈ້ງ​ລຳດັບ​ໃນ​ວົງ​ຕະກຸນນັ້ນ​. ຍ້ອນ​ເຫດ​ນັ້ນ, ​ໃນ​ແຕ່​ລະ​ຄອບຄົວ​ຊາວ​ເຜົ່າ ​ໂບ໋ອີ, ​ຕະກຸນ​ອ້າຍ​ນ້ອງ​ຊາຍ​ມີ​ແຕ່​ຕ່າງ​ກັນ​ກ່ຽວ​ກັບ​ຊື່​​ເອີ້ນ​ເທົ່າ​ນັ້ນ, ສ່ວນຊື່​ພ້ອມແມ່ນ​ຄື​ກັນ.


ສີສັນວັດທະນະທຳຂອງຊົນເຜົ່າໂບ໋ອີ - ảnh 2

ຊາວເຜົ່າໂບ໋ອີ (ພາບ: ອິນເຕີແນດ)

        ​ເຖິງ​ວ່າ​ແມ່ນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຢູ່ ຮ່າ​ຢາງ ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ຊາວ​ເຜົ່າ ​ໂບ໋ອີ ຍັງ​ຮັກສາ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ສ້າງ​ເປັນ​ສີສັນ​ທີ່​ເປັນ​ເອກະລັກ​ສະເພາະ, ຕົວຢ່າງ​ຄື​ໃນ​ງານ​ດອງ, ​ເຈົ້າ​ບ່າວ​ບໍ່​ໄດ້​ໄປ​ຕ້ອນຮັບ​ເຈົ້າ​ສາວ, ຫາກ​ນ້ອງ​ສາວ​ຂອງ​ເຈົ້າ​ບ່າວ​ຈະ​ນຳ​ເອົາ​ມ້າ​ໂຕ​ງາມ​ສຸດ​ໄປ​ຕ້ອນຮັບ​​ເຈົ້າ​ສາວ​ມາຄອບຄົວ​ຜົວ. ​ໃນ​ຄອບຄົວ​ລູກ​ຊາຍ​ບໍ່​ໄດ້​ຕັດ​ຜົມ​ໃຫ້​ພໍ່, ລູກ​ສາວ​ບໍ່​ໄດ້ຫວີ​ຜົມ​ໃຫ້​ແມ່. ຮອດ​ເວລາ​ພໍ່​ແມ່​ເສຍ​ຊີວິດ​​​ໄປແລ້ວ​ລູກ​ຊາຍ, ລູກ​ສາວ​ຈຶ້ງ​ໄດ້​ຕັດ​ຜົມ, ຫວີ​ຜົມໃຫ້​ພໍ່​​ແມ່. ​ໃນ​ໄລຍະ​ໄວ້​ທຸກ 3 ປີ, ລູກ​ຊາຍ​ບໍ່​ໄດ້​ກິນ​ເຫຼົ້າ, ລູກ​ສາວ​ບໍ່​ໄດ້​ໃຊ້​ເຄື່ອງ​ສຳອາງ, ໝົດ​ເວລາ​ໄວ້​ທຸກ​ຈຶ່ງ​ໄດ້​ສ້າງ​ຄອບຄົວ.

        ​ແຕ່ລະ​ປີ, ຊາວ​ເຜົ່າ ​ໂບ໋ອີ ຈັດ​ຕັ້ງ​ຫຼາຍ​ງານ​ບຸນ​ເຊັ່ນ: ບຸນປີ​ໃໝ່​ປະຈຳ​ຊາດ, ບຸນວັນ​ເພງ​ເດືອນ​ຈຽງ, ບຸນ​ຂ້າ​ບົ້ງ (ວັນ​ທີ 5/5 ​ໄລ່​ຕາມ​ຈັນທະ​ປະຕິທິນ), ບຸນ​ເຂົ້າ​ຈີ່… ​ໃນ​ຊຸມ​ມື້​ນີ້, ​ເຂົາ​ເຈົ້າ​ໜຶ້ງ​ເຂົ້າໜຽວສີ​ແດງ, ​ເຮັດ​ເຂົ້າໜົມ​ໄຢ່, ​ເຂົ້າໜົມ​ໄຈ (​​​ດ້ວຍ​ເຂົ້າໜຽວ), ​​ເຮັດເຂົ້າຕົ້ມ​ເພື່ອ​ບູຊາ​ດິນ​ຟ້າ​ອາກາດ, ບັນພະບຸ​ລຸດ ​ແລະ ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ, ​ເພື່ອ​ໃຫ້ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ທຸກ​ຄົນ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມຜາສຸກ… ​ໃນ​ງານ​ບຸນ​ຕ່າງໆ, ຊາວ​ເຜົ່າ​ ​ໂບ໋ອີ​ ເຄີຍຂັບ​ກ່ຽວ​ກັນ​ດ້ວຍ​ທຳນອງ​ເພງ​ພື້ນ​ເມືອງ​ຂອງ​ຕົນ.

        “ຂັບ​ພື້ນ​ເມືອງ​ລວມມີ​ຂັບຖາມ​ສະບາຍ, ອວຍພອນ​ກັນ, ຂັບ​ກ່ຽວ​ກັບ​ກັນ… ຕົວຢ່າງ​ຄື​ຂັບຖາມ​ສະບາຍມີ​​ເນື້ອ​ໃນ​ວ່າ: ອ້າຍ​ມາ​ຈາກ​ໃສ, ຈາກ​ແດນ​ໄກ, ຈາກ​ນາທາມ, ມາ​ເຮັດ​ຫຍັງ… ປະຈຸ​ບັນ​ຊົນ​ເຜົ່າ​ພວກ​ຂ້າພະ​ເຈົ້າ​ສາມາດ​ຂັບ​ຮ້ອງ​ໄດ້​ຫຼາຍ​ບົດ​ເພງ“.


ສີສັນວັດທະນະທຳຂອງຊົນເຜົ່າໂບ໋ອີ - ảnh 3

ຊາວເຜົ່າໂບ໋ອີ (ພາບ: ອິນເຕີແນດ)

ຊາວ​ເຜົ່າ ​ໂບ໋ອີ ​ເຄີຍ​ນຸ່ງ​ເສື້ອ​ສັ້ນ 5 ປ່ຽງ​ແຍກ​ອອກ​ຢູ່​ຂີ້​ແຮ້​ເບື້ອງ​ຂວາ, ຄໍ​ເສື້ອ, ​ແຂນ​ເສື້ອ​ໄດ້​ຫຍິບ ຫຼື​ປັກ​ແສ່ວ​ລວດລາຍ​ປະດັບ​ຢ່າງ​ສວຍ​ງາມ. ​ເສື້ອ​ຂອງ​ແມ່ຍິງ​ມີ 2 ປະ​ເພດ, ​ເສື້ອ​ໃນ ​ແລະ ​ເສື້ອ​ນອກ. ​ເສື້ອ​ນອກ​ຫຍິບ 2 ຖົງນ້ອຍສີ​ຄາມ​ດ້ວຍ​ຜ້າ​ຂີ້ງາ​ໃສ່ 2 ປີກ​ເສື້ອ ​ເພື່ອ​ໃສ່​ເງິນ ຫຼື​ເຄື່ອງ​ໃຊ້​ສ່ວນ​ຕົວ. ​ເຄື່ອງນຸ່ງ​ຂອງ​ແມ່ຍິງ​ຊົນ​ເຜົ່າ ​ໂບ໋ອີ ງາມ ​ແລະ ມີ​ຫຼາຍ​ສີສັນ​ກວ່າ​ເຄື່ອງນຸ່ງ​ຂອງ​ຜູ້​ຊາຍ, ​ແມ່ນ​ຍ້ອນ​ມີ​ຜ້າ​ຄຽນ​ຫົວ, ສິ້ນ ​ແລະ ຜ້າ​ກັນ​ເປື້ອນ. ສິ້ນ​ຂອງ​ຊາວ​ເຜົ່າ ​ໂບ໋ອີ​ ຕຳ່​ດ້ວຍ​ຫຼາຍ​ສີ​ຄື: ສີ​ຄາມ, ສີຂຽວ, ສີ​ແດງ, ສີ​ອິດ… ​ເຄື່ອງນຸ່ງ​ປະຈຳ​ເຜົ່າ​ເຄີຍ​ໃຊ້​ໃນ​ໂອກາດ​ງານ​ບຸນ, ງານ​ດອງ…

        ທ່ານ ລຸກ​ເຊືອງ​ມິ​ງ, ຫົວໜ້າ​ໜ່ວຍ​ງານ​ຊົນ​ເຜົ່າ​ເມືອງ ກວານບ້າ, ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັບ​ບັນດາ​ຊົນ​ເຜົ່າ​ອື່ນໆ, ​ແຕ່​ຊາວ​ເຜົ່າ ​ໂບ໋ອີ ຍັງ​ຄົງ​ຮັກສາ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕົນ​ໄວ້​ໄດ້.

        “ຊາວ​ເຜົ່າ ​ໂບ໋ອີ ​ເຊື່ອມ​ໂຍງ​ຢ່າງ​ໄວວາ​ກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ໃນ​ທ້ອງ​ຖີ່​ນ, ​ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​, ຮີດຄອງ​ປະ​ເພນີຂອງ​ຊົນ​ເຜົ່າ​ຕົນ​. ສິ່ງ​ດັ່ງ​ກ່າວ​​ສະ​ແດງ​ອອກ​ຜ່ານງານ​ດອງ, ງານ​ສົບ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ໄດ້​ໂຄສະນາ ​ເພື່ອ​ໃຫ້​ຊົນ​ເຜົ່າ ​ໂບ໋ອີ ພັດທະນາ ​ແລະ ຮັກສາ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​.“

        ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ ​ໂບ໋ອີ, ​​ແຂວງ ຮ່າ​ຢາງ ​ໄດ້​ສ້າງ ​ແລະ ດຳ​ເນີນ​ແຜນ​ຮ່າງ​ສຳ​ຫຼວດ ​ແລະ ປະຕິບັດ​ແຜນ​ຮ່າງ​ຄົ້ນ​ຄ້ວາ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ​ໂບ໋ອີ. ພ້ອມ​ທັງ​​ສົ່ງ​ເສີມ​ບັນດາ​ນັກ​ສິລະ​ປະການ​ຈົດ​ກ່າຍ, ​ສອນ​ເພງ​ພື້ນ​ເມືອງ​ໃຫ້​ລູ້​ນໜຸ່ມ​ສືບ​ທອດ. ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ກໍ່​ສົ່ງ​ເສີມ, ຂົນຂວາຍ​ປະຊາຊົນ​​ໃຊ້​ເຄື່ອງນຸ່ງ, ພາສາ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໃນ​ຊີວິດ​ປະຈຳ​ວັນ ​ເພື່ອ​ສືບ​ຕໍ່​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ ​ໂບ໋ອີ ​ໃນ​ອະນາຄົດ.

 


ຕອບກັບ

ຂ່າວ/ບົດ​ອື່ນ