(VOVWORLD) -ຢູ່ຕາມບົນເສັ້ນທາງລຽບຕາມເປີ້ນພູຂຶ້ນໄປພູພຽງຫີນ ດົ່ງວັນ, ແມ່ວວາກ ຂອງແຂວງ ຮ່າຢາງ, ຍາມໃດກໍ່ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ ຍ້ອນທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ. ບໍ່ພຽງແຕ່ເທົ່ານັ້ນ, ເຂົາເຈົ້າຍັງຖືກດຶງດູດດ້ວຍຮູບພາບເຮືອນຊານບ້ານຊ່ອງທີ່ສວຍງາມຂອງພໍ່ແມ່ປະຊາຊົນບັນດາເຜົ່າ ປຸກສ້າງຕາມສະຖາປັດຕະຍະກຳເປັນເອກະລັກສະເພາະ, ໃນນັ້ນ ພົ້ນເດັ່ນກວ່າໝູ່ແມ່ນເຮືອນຝາດິນຂອງພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ. ບັນດາເຮືອນດັ່ງກ່າວລ້ວນແຕ່ມີສີນ້ຳຕານເຂັ້ມຂອງຝາດິນ, ເຊິ່ງພົ້ນເດັ່ນຂຶ້ນໃນທ່າມກາງຮົ້ວຫີນສີຂີ້ເທົ່າ ອັນໄດ້ສ້າງເປັນຮູບພາບແບບປະຖົມປະຖານ, ລຶກລັບ, ເຮັດໃຫ້ບໍ່ວ່າຜູ້ໃດທີ່ໄປຜ່ານກໍຢາກແວ່ ຊົມເບິ່ງ.
ຊົນເຜົ່າ ມົ້ງ
ໄດ້ດຳລົງຊີວິດຢູ່ຕາມເນີນພູເຂົາຫີນສູງຊັນມາເປັນຮ້ອຍໆປີແລ້ວ,
ສະພາບອາກາດຫນາວຈັດຢ່າງຮ້າຍແຮງໄດ້ສົ່ງຜົນສະທ້ອນເຖິງສະຖາປັດຕະຍະກຳເຮືອນຢູ່
ທີ່ເປັນມູນເຊື້ອຂອງຊາວເຜົ່າ ມົ້ງ. ຈາກຄວາມສຳນຶກ ແລະ
ສະພາບແວດລ້ອມໃນການດຳລົງຊີວິດນັ້ນ
ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳສະຖາປັດຕະຍະກຳຂອງເຮືອນຝາດິນ,
ມຸງດ້ວຍດິນຂໍ ຫລື ຫຍ້າຄາ ເຊິ່ງເຫມາະສົມກັບຊີວິດການເປັນຢູ່ຂອງເຂົາເຈົ້າ,
ດ້ວຍຈຸດດີແມ່ນຮັກສາຄວາມອົບອຸ່ນໃນລະດູຫນາວ, ເຢັນສະບາຍໃນລະດູຮ້ອນ ແລະ
ຍັງສາມາດຕ້ານບໍ່ໃຫ້ຄົນຂີ້ລັກ, ສັດຮ້າຍ… ເຂົ້າມາໃນເຮືອນໄດ້ອີກ.
ຕາມການອະທິບາຍຂອງປະຊາຊົນທີ່ຢູ່ທີ່ນີ້ແລ້ວ, ເຮືອນຝາດິນມີຄວາມຫມາຍວ່າ
ແມ່ນເຮືອນທີ່ມີຝາເຮັດດ້ວຍດິນ. ເພື່ອເຮັດຝາເຮືອນນັ້ນ,
ພໍ່ແມ່ພີ່ນ້ອງຕ້ອງເຮັດໄມ້ແບບທີ່ມີລວງຍາວ 1,5 ແມັດ, ກວ້າງ 0,45 – 0,5 ແມັດ.
ເມື່ອເຮັດຝາ, ເຂົາເຈົ້າຖອກດິນໃສ່ໄມ້ແບບນັ້ນ ແລ້ວໃຊ້ໄມ້ຄ້ອນ ຫຼື ສາກ
ຕຳດິນໃຫ້ແຫນ້ນຫນາ. ດິນທີ່ໃຊ້ເພື່ອເຮັດຝາເຮືອນຕ້ອງແມ່ນດິນທີ່ບໍ່ມີຮາກໄມ້,
ຫີນໃຫຍ່, ຂີ້ເຫຍື້ອຫຍ້າປະເພດຕ່າງໆປົນຢູ່ນຳ. ເມື່ອປະຕິບັດການເຮັດຝາເຮືອນ,
ເຂົາເຈົ້າກໍປຸກລະດົມຊາຍຫນຸ່ມໃນບ້ານປະມານ 20 -30 ຄົນມາເຮັດຊ່ວຍ;
ເຮັດຈາກແບບໄມ້ນີ້ຕໍ່ໃສ່ແບບໄມ້ອື່ນໄປເລື້ອຍໆຈົນກວ່າຈະສຳເລັດ.
ບັນດາຝາເຮືອນໄດ້ຕຳໃຫ້ພຽງເປັນ 4 ແຈ ແລະ ແຫນ້ນຫນາຄັກແນ່.
ພາຍຫລັງເຮັດຝາສຳເລັດແລ້ວ,
ເຈົ້າຂອງເຮືອນຈຶ່ງປະຕິບັດການເລືອກເອົາມື້ສັນວັນດີ,
ເຫມາະສົມກັບອາຍຸເຈົ້າຂອງເຮືອນໃຫມ່ເພື່ອເຂົ້າໄປປ່າຕັດເອົາໄມ້ມາເຮັດເສົາ,
ເຮັດແປເຮືອນ (ໂຄງຫລັງຄາເຮືອນ) ແລະ ປະຕິບັດການມຸງຫລັງຄາ. ໂດຍສັງລວມແລ້ວ,
ສະຖາປັດຕະຍະກຳເຮືອນຂອງ ຊາວເຜົ່າ ມົ້ງ, ເຖິງວ່າຈະໃຫຍ່ ຫລື ນ້ອຍກໍຕ້ອງມີ 3
ຫ້ອງ, 2 ປະຕູ (ລວມມີ ປະຕູຫນ້າ ແລະ ປະຕູຫລັງ) ແລະ ມີປ່ອງຢ້ຽມ 2 ປ່ອງ.
ເຮືອນແຕ່ລະຫລັງອາດຈະມີຫນຶ່ງ ຫລື ສອງຫ້ອງນ້ອຍ. 3
ຫ້ອງກາງເຮືອນໄດ້ຈັດແບ່ງຢ່າງເຫມາະສົມ. ຫ້ອງທາງເບື້ອງຊ້າຍ
ໃຊ້ເພື່ອເປັນບ່ອນແຕ່ງຢູ່ຄົວກິນ ແລະ ຫ້ອງນອນຂອງຜົວເມຍເຈົ້າຂອງເຮືອນ;
ຫ້ອງທາງເບື້ອງຂວາ ໃຊ້ເພື່ອຕັ້ງເຕົາໄຟຝີງ ແລະ ຕຽງເພື່ອຮັບແຂກ;
ຫ້ອງຢູ່ລະຫວ່າງກາງເຮືອນ ຕາມປົກກະຕິແລ້ວ ແມ່ນກວ້າງກວ່າສອງຫ້ອງທາງຂ້າງ ແລະ
ມີບ່ອນເພື່ອຕັ້ງແທ່ນບູຊາບັນພະບູລຸດ, ພ້ອມກັນນັ້ນ ກໍມີບ່ອນຮັບແຂກ,
ບ່ອນກິນດື່ມຂອງຄອບຄົວ. ເມື່ອໄປຢ້ຽມຢາມຊົມເຮືອນຝາດິນຂອງອ້າຍ ຢ່າງມີ້ສື
ຊາວເຜົ່າ ມົ້ງ ຢູ່ ເມືອງ ແມ່ວວາກ ແລ້ວ, ເອື້ອຍ ຮ່າທິລຽນ ແຂກທ່ອງທ່ຽວຢູ່ແຂວງ
ຕວຽນກວາງ ໃຫ້ຮູ້ວ່າ:
“ເມື່ອເຂົ້າໄປໃນເຮືອນຫລັງນີ້ ເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກສະບາຍໃຈ ແລະ ສະຫວາດສະເຫວີຍທີ່ສຸດ, ເຮືອນກວ້າງພໍສົມຄວນ. ພິເສດແມ່ນຢູ່ເຄິ່ງກາງເດີ່ນເຮືອນແມ່ນມີເດີ່ນທີ່ປູດ້ວຍຫີນໃຫ້ເດັກນ້ອຍລະຫລິ້ນຢອກໄຍກັນ ສ້າງຄວາມຮູ້ສຶກອັນອົບອຸ່ນ ແລະ ສະຫງົບສຸກ”.
ປະຕູໂຂງເຂົ້າເຮືອນຂອງຊາວເຜົ່າມົ້ງ, ແຂວງຮ່າຢາງ
|
ປະຕູຫນ້າເຮືອນຂອງຊາວເຜົ່າ ມົ້ງ
ຕາມປົກກະຕິແມ່ນເຮັດດ້ວຍໄມ້ເນື້ອແຂງ. ປະຕູ
ຍາມໃດກໍເປີດເຂົ້າໄປທາງດ້ານໃນຂອງເຮືອນ ແລະ ຈະບໍ່ເປີດອອກທາງດ້ານນອກຂອງເຮືອນ.
ຊາວເຜົ່າ ມົ້ງ ບໍ່ໃຊ້ບານພັບ, ໄລກອນປະຕູທີ່ເຮັດດ້ວຍເຫລັກ
ແຕ່ຈະເຮັດດ້ວຍໄມ້ທັງຫມົດ, ເພາະຊາວເຜົ່າ ມົ້ງ
ຖືບານປະຕູເປີດປິດຄືດັ່ງຈິດໃຈຂອງຄົນ,
ຖ້າເຮັດບານພັບດ້ວຍເຫລັກກ້າແມ່ນບັນດາວັດຖຸແຂງ ເຊິ່ງປຽບເໝືອນດັ່ງມີດດາບ,
ເມື່ອເປັນເຊັ່ນແນວນັ້ນແມ່ນບ່ໍສະແດງເຖິງຈິດໃຈອັນດີງາມ,
ຄວາມຮັກແພງຂອງເຈົ້າຂອງເຮືອນທີ່ມີຕໍ່ແຂກ. ນອກຈາກປະຕູຫນ້າແລ້ວ,
ເຮືອນຂອງຊາວເຜົ່າ ມົ້ງ ກໍຍັງມີປະຕູຫລັງ,
ເຊິ່ງແມ່ນປະຕູເພື່ອນຳເອົາເຄື່ອງຂອງໃຊ້ໃຫ້ຄົນຕາຍເຂົ້າມາໃນເຮືອນເມື່ອເວລາມີງານສົບ.
ມີພຽງແຕ່ເວລານຳສົບໄປປ່າຊ້າເທົ່ານັ້ນ ຈຶ່ງໄດ້ໄປຜ່ານປະຕູຫນ້າເຮືອນ.
ຮົ້ວຫີນຢູ່ອ້ອມເຮືອນ |
ຈຸດທີ່ເປັນເອກະລັກສະເພາະອີກຢ່າງຫນຶ່ງໃນສະຖາປັດຕະຍະກຳເຮືອນແບບດັ້ງເດີມຂອງຊາວເຜົ່າ
ມົ້ງ ແມ່ນ ເຮືອນຊານທັງຫມົດ ຕາມປົກກະຕິ ແມ່ນເອົາຫີນວາງກອງກັນເປັນຮົ້ວເຮືອນ.
ເພື່ອໃຫ້ມີຮົ້ວຫີນອ້ອມຮອບເຮືອນທີ່ສົມບູນແບບ ແລະ ຕອນດິນກວ້າງປະມານ 200 –
300 ຕາແມັດ, ເຈົ້າຂອງເຮືອນພ້ອມກັບຍາດພີ່ນ້ອງ
ບາງເທື່ອຕ້ອງໃຊ້ເວລາຫຼາຍເດືອນໃນການເກັບເອົາກ້ອນຫີນທີ່ແຕກເປັນປ່ຽງ
ຢູ່ອ້ອມແອ້ມເຮືອນວາງກອງກັນເປັນຮົ້ວຫີນ. ບັນດາກ້ອນຫີນມີຂະຫນາດຕ່າງກັນ ດ້ວຍ
ຫລາຍມູມວາງກອງກັນ ສະຫລັບສັບຊ້ອນ, ສ້າງເປັນຝາຜະຫນັງທີ່ຫມັ້ນແກ່ນ,
ພຽງໂດຍບໍ່ຕ້ອງນຳໃຊ້ທາດຫນຽວໃດເພື່ອຕິດເຂົ້າກັນ. ປະຕູໂຂງໄມ້ທີ່ມີຫລັງຄາ ແລະ
ຕິດເຈັ້ຍສີແດງສັບປົນຢູ່ລະຫວ່າງແຄມຮົ້ວຫີນຕໍ່ຫນ້າເຮືອນນັ້ນ, ຊາວເຜົ່າ ມົ້ງ
ໄດ້ປະດັບປະດາສ້າງເປັນຄວາມອົບອຸ່ນໃນທ່າມກາງຄວາມຫນາວເຢັນຂອງລະດູຫນາວຢູ່ເຂດພູພຽງຫີນ.
ໂດຍຢືນຢູ່ຮົ້ວຫີນຕໍ່ຫນ້າເຮືອນຂອງຕົນ, ອ້າຍ ທ່າມິນເຈີ ຊາວເຜົ່າ ມົ້ງ
ຢູ່ເມືອງ ແມ່ວວາກ ອະທິບາຍວ່າ:
“ພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ ເຮົາ ໄດ້ຈັດລຽງຮົ້ວຫີນກວ້າງຄືແນວນີ້ແມ່ນເພື່ອປ້ອງກັນ. ໃນລະດູຮ້ອນກໍບໍ່ຮ້ອນ, ສ່ວນລະດູຫນາວແມ່ນຫລຸດຜ່ອນຄວາມຫນາວ. ເຊິ່ງບັນດາຝາຫີນນີ້ກໍສາມາດບັງລົມໄດ້”.
ສິ່ງທີ່ເປັນຫນ້າປະທັບໃຈທີ່ສຸດໃນສະຖາປັດຕະຍະກຳເຮືອນຂອງຊາວເຜົ່າ ມົ້ງ
ແມ່ນຢູ່ຕາມແຄມບັນດາຮົ້ວຫີນນີ້ ຍາມໃດພໍ່ແມ່ພີ່ນ້ອງຊາວເຜົ່າ ມົ້ງ
ກໍປູກບັນດາຕົ້ນຫມາກຄາຍ, ຕົ້ນຫມາກຫມັ້ນ, ຕົ້ນຫມາກແອັມຟີຄອດ.
ຊາວເຜົ່າ ມົ້ງ ປູກບັນດາຕົ້ນຫມາກຄາຍ, ຕົ້ນຫມາກຫມັ້ນ, ຕົ້ນຫມາກແອັມຟີຄອດຢູ່ຕາມແຄມບັນດາຮົ້ວຫີນ |
ເມື່ອລະດູບານໃຫມ່ວຽນມາ,
ຈຸດຄວາມງາມແບບດັ້ງເດີມ, ຄວາມງາມສີຂີ້ເທົ່າຂອງຮົ້ວຫີນ ແລະ
ສີນ້ຳຕານເຂັ້ມຂອງເຮືອນຝາດິນ
ພັດໄດ້ປະດັບປະດາດ້ວຍສີແດງຂອງດອກໝາກຄາຍ, ສີຂາວຂອງດອກໝາກ
ແອັມຟີຄອດ; ດອກໝາກຫມັ້ນ…ທັງຫມົດເຫຼົ່ານັ້ນ
ຄືການປະສານເຂົ້າກັນກາຍເປັນຮູບພາບທຳມະຊາດທີ່ເປັນເອກະລັກສະເພາະຢູ່ທ່າມກາງພູພຽງຫີນ.
ຜ່ານຫລາຍສະຕະວັດ, ຊາວເຜົ່າ ມົ້ງ ຢູ່ ຮ່າຢາງ
ໃນປັດຈຸບັນຍັງປະດິດຄິດແຕ່ງເພື່ອປັບປຸງເຮືອນແບບດັ້ງເດີມຂອງຕົນຢ່າງ
ໃຫ້ເຫມາະສົມກັບເງື່ອນໄຂທຳມະຊາດ ບໍ່ຢຸດຢັ້ງ,
ກໍຄືໃນການດຳລົງຊີວິດ, ການອອກແຮງງານທຳການຜະລິດ
ແຕ່ຍັງຄົງບໍ່ຫລົງລືມການຮັກສາບັນດາຈຸດທີ່ເປັນເອກະລັກສະເພາະ,
ມູນເຊື້ອຂອງຊົນເຜົ່າ.