(ພາບປະກອບ)
ເຮືອນຢູ່ຂອງຊາວເຜົ່າ K’ho ມີສອງປະເພດ, ນັ້ນແມ່ນເຮືອນຮ້ານ ແລະ ເຮືອນຟາກ. ເຮືອນຮ້ານທີ່ເປັນມູນເຊື້ອຂອງຊາວເຜົ່າ K’ho ກໍ່ຄືກັນກັບເຮືອນຮ້ານຂອງຊົນເຜົ່າຈຳນວນໜຶ່ງໃນເຂດ ໄຕງວຽນ, ເຊິ່ງຖືກປຸກສ້າງດ້ວຍ: ໄມ້ໄຜ່, ໄມ້ເຮັ່ຍ, ໃບໄມ້. ເສົາເຮືອນ ແລະ ຂາງເຮືອນແມ່ນໄມ້ທ່ອນ, ຝາເຮືອນ ແລະ ປະຕູເຮັດດ້ວຍແຕະສານ, ພື້ນເຮືອນເຮັດດ້ວຍໄມ້ໄຜ່ລວງ, ຫຼັງຄາມຸງດ້ວຍໃບຫວາຍຫຼືຫຍ້າ. ຕໍ່ມາຊາວເຜົ່າ K’ho ໄດ້ປຸກສ້າງເຮືອນຮ້ານດ້ວຍໄມ້ແປ້ນ. ທ່ານ ຫງວຽນວັນແຢວງ, ນັກຄົ້ນຄ້ວາວັດທະນະທຳຊົນເຜົ່າ, ໃຫ້ຮູ້ວ່າ:
“ໃນໄລຍະນີ້, ເຮືອນຮ້ານຂອງຊາວເຜົ່າ K’ho ມີເສົາ, ຂັ້ນໄດເຮັດດ້ວຍໄມ້ທ່ອນ, ຝາເຮືອນເຮັດດ້ວຍໄມ້ແປ້ນ, ຫຼັງຄາມຸງດ້ວຍໃບຕົ້ນຫວາຍ. ປະຈຸບັນ, ໃນໝູ່ບ້ານຂອງຊາວເຜົ່າ K’ho, ຮູບແບບເຮືອນຮ້ານພວມຄ່ອຍໆຫັນເປັນເຮືອນຟາກ, ແລະ ເຮືອນພື້ນດິນ, ຫຼັງຄາສ່ວນຫຼາຍແມ່ນມຸງດ້ວຍສັງກະສີ“
ກ້າວເຂົ້າເຮືອນຂອງຊາວເຜົ່າ K’ho, ຢູ່ເບື້ອງຂວາແມ່ນຫ້ອງນອນຂອງພໍ່ແມ່, ເບື້ອງຊ້າຍແມ່ນຫ້ອງນອນຂອງລູກສາວ. ສ່ວນເຂດໃຈກາງເຮືອນແມ່ນບ່ອນຈັດວາງຕົ້ນຕໍຂອງຊາວເຜົ່າ K’ho. ນີ້ໄດ້ຮັບຖືວ່າແມ່ນບ່ອນສັກສິດຂອງທັງຄອບຄົວ. ຢູ່ກາງເຮືອນ, ບ່ອນຕິດກັບຝາແມ່ນແທ່ນບູຊາຟ້າແຖນ. ຢູ່ກ້ອງແທ່ນບູຊາແມ່ນບ່ອນວາງໄຫ ແລະ ຄ້ອງ. ບັນດາເຄື່ອງດົນຕີນີ້ຖືກນຳໃຊ້ໃນບຸນເຂົ້າຈີ່ ແລະ ບຸນກິນຄວາຍ. ເຄື່ອງຂອງເຫຼົ່ານັ້ນ, ພ້ອມກັບແຜ່ນແພພື້ນເມືອງໃນຫ້ອງນີ້, ບໍ່ພຽງແຕ່ມີຄວາມໝາຍປະດັບປະດາເທົ່ານັ້ນ, ຫາກຍັງເປັນການອວດອ້າງຄວາມຮັ່ງມີຂອງເຈົ້າຂອງເຮືອນອີກດ້ວຍ. ເຄື່ອງປະດັບປະດາທີ່ຂາດບໍ່ໄດ້ໃນເຮືອນຂອງຊາວເຜົ່າ K’ho ນັ້ນແມ່ນຕົ້ນເນວ (ໄມ້ໄຜ່) ເຫຼົ້າໄຫຖືກວາງຢູ່ໃຈກາງເຮືອນ, ຕິດກັບເຕົາໄຟບ່ອນຕ້ອນຮັບແຂກ. ຕົ້ນເນວຖືກປະດັບປະດາຢ່າງລະອຽດລະອໍທີ່ສຸດ. ຢູ່ເທິງປະດັບດ້ວຍຮູບຄ້ອງ, ຄົກຕຳ່ເຂົ້າ, ຮູບນົກ ແລະ ຮູບໜ້າຄົນ.
(ພາບປະກອບ)
ຫ້ອງນອນຂອງພໍ່ແມ່ປະດັບຢ່າງງ່າຍດາຍ. ກ່ອນນີ້ເຂົາເຈົ້າມີແຕ່ປູສາດເວລານອນເທົ່ານັ້ນ, ເມື່ອລຸກນອນກໍ່ພັນເຂົ້າແລ້ວແຂວນໄວ້ເທິງຝາເຮືອນ. ເອື້ອຍ ຟຸ່ງທິລຽນ, ນັກຮຽບຮຽງວັດທະນະທຳບັນດາເຜົ່າສ່ວນໜ້ອຍ, ໃຫ້ຮູ້ວ່າ:
“ຫ້ອງນອນຂອງລູກສາວກໍ່ຖືກຈັດວາງຄ້າຍຄືກັນກັບຫ້ອງນອນຂອງພໍ່ແມ່, ນອກນັ້ນຍັງມີເຄື່ອງຂອງບາງຢ່າງຕື່ມອີກເຊັ່ນ, ກະພາເພື່ອບັນຈຸເຄື່ອງໃຊ້ສະເພາະຂອງຜູ້ສາວ. ຊາວເຜົ່າ K’ho ແມ່ນຕາມລະບອບມານດາສິດທິລາດ, ດັ່ງນັ້ນມີແຕ່ລູກສາວຈຶ່ງໄດ້ຢູ່ນຳກັບພໍ່ແມ່ເທົ່ານັ້ນ. ເມື່ອເຕີບໃຫຍ່ແລ້ວ, ລູກສາວຈະເລືອກເອົາຜູ້ບ່າວຄົນໜຶ່ງທີ່ຕົນຮັກ ເພື່ອຈັດຕັ້ງພິທີ “ຈັບຜົວ“. ນຳເອົາສິນສອດໄປຍັງຄອບຄົວຜູ້ບ່າວເພື່ອຈັດງານແຕ່ງດອງ, ແລ້ວພາຜູ້ບ່າວຄົນນັ້ນມາດຳລົງຊີວິດຢູ່ຮ່ວມກັບພໍ່ແມ່ຂອງຕົນ“.
ກໍ່ເຊັ່ນດຽວກັບຊົນເຜົ່າອື່ນໆຢູ່ເຂດ ໄຕງວຽນ, ເຕົາໄຟ, ບ່ອນຮັບແຂກແມ່ນຢູ່ເບື້ອງຊ້າຍປະຕູເຂົ້າອອກ, ຕິດກັບຕົ້ນເນວເຫຼົ້າໄຫ. ບໍລິເວນອ້ອມຂ້າງເຕົາໄຟກໍ່ເປັນບ່ອນຕ້ອນຮັບແຂກ, ເປັນບ່ອນເຕົ້າໂຮມທຸກຄົນໃນຄອບຄົວພາຍຫຼັງມື້ໜຶ່ງທີ່ເຮັດວຽກຢ່າງອິດເມື່ອຍ. ສ່ວນເຮືອນຄົວຖືກຈັດຢູ່ເບື້ອງຂວາ ຫຼືເບື້ອງຊ້າຍ, ຫ່າງໄກຈາກບໍລິເວນສັກສິດໃນເຮືອນ. ຢູ່ເທິງມີຮ້ານດ້ວຍໄມ້ໄຜ່ເພື່ອຜຶ່ງຊີ້ນ, ອາຫານ, ແກ່ນແນວພັນ ແລະ ເຄື່ອງຂອງຕ່າງໆຄືກະພາ, ກະບຽນ… ເມື່ອຍັງດຳລົງຊີວິດຮ່ວມກັນໃນເຮືອນຍາວ, ຊາວເຜົ່າ K’ho ຈັດວາງເຕົາໄຟຮັບແຂກ ແລະ ເຮືອນຄົວຢູ່ໃນເຮືອນ, ນັບແຕ່ເຮືອນຮ້ານທີ່ເຮັດດ້ວຍໄມ້ແປ້ນຖືກແຍກອອກເປັນແຕ່ລະຄອບຄົວ, ເຮືອນຄົວກໍ່ຖືກຍ້າຍອອກຢູ່ຂ້າງເຮືອນໃຫຍ່.
ປະຈຸບັນ, ໃນໝູ່ບ້ານຕ່າງໆຂອງຊົນເຜົ່າຢູ່ແຂວງ ເລິມດົ່ງ ເວົ້າລວມ ແລະ ຊາວເຜົ່າ K’ho ເວົ້າສະເພາະ, ບັນດາເຮືອນຮ້ານທີ່ເປັນມູນເຊື້ອບໍ່ມີຫຼາຍອີກ. ພິເສດ, ວິທີຈັດວາງພາຍໃນແຕ່ລະຄອບຄົວກໍ່ມີການປ່ຽນແປງ, ຍ້ອນມີການເຊື່ອມໂຍງດ້ານວັດທະນະທຳ ແລະ ສາສະໜາຕ່າງໆ. ເຖິງຢ່າງໃດກໍ່ຕາມ, ຫວ່າງມໍ່ໆມານີ້, ພ້ອມກັບການເຂົ້າຮ່ວມຂອງຂະແໜງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຢູ່ບາງທ້ອງຖີ່ນ, ມີເຮືອນຮ້ານເດີມຫຼາຍຫຼັງຂອງຊາວເຜົ່າ K’ho ໄດ້ຮັບການຟື້ນຟູ ເພື່ອບໍ່ພຽງແຕ່ອະນຸລັກຮັກສາບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໄວ້ເທົ່ານັ້ນ, ຫາກຍັງສາມາດຂຸດຄົ້ນເພື່ອພັດທະນາການທ່ອງທ່ຽວອີດດ້ວຍ.