ສາຍໝາກຕຸ້ມໃນຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງ ເຜົ່າກະຮໍ

(VOVWORLD) -ສາຍໝາກຕຸ້ມຫຼືປອກໝາກຕຸ້ມ ກໍ່ແມ່ນເຄື່ອງເອ້ຢ້ອງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນຂອງ ເຜົ່າກະຮໍຖືກເຮັດດ້ວຍຫີນໂມຣາມີຄົບທຸກສີ, ມີຮູບມົນຫຼືຮູບໄຂ່ ດ້ວຍຂະໜາດແຕກຕ່າງກັນ. ບໍ່ພຽງແຕ່ແມ່ນຊັບສົມບັດ ແລະເຄື່ອງເອ້ຢ້ອງເທົ່ານັ້ນສາຍໝາກຕຸ້ມຫຼຶປອກໝາກຕຸ້ມຍັງມີບົດບາດສຳຄັນໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າກະຮໍເປັນຕົ້ນແມ່ນໃນຄວາມຮັກຫຼືການສົມລົດ
ສາຍໝາກຕຸ້ມໃນຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງ ເຜົ່າກະຮໍ - ảnh 1ສາຍໝາກຕຸ້ມໄດ້ເພີ່ມຄວາມງາມໃຫ້ແກ່ແມ່ຍິງ ເຜົ່າກະຮໍ

     ຕາມຄວາມສຳນຶກຂອງຊາວເຜົ່າກະຮໍແລ້ວ ໝາກຕຸ້ມແມ່ນເຄື່ອງເອ້ຢ້ອງ ສະແດງໃຫ້ເຫັນສິດອຳນາດ ແລະ ເງື່ອນໄຂທາງດ້ານເສດຖະກິດຂອງຄອບຄົວ. ຜູ້ຮັ່ງມີກໍ່ມີໝາກຕຸ້ມຫຼວງຫຼາຍ, ສ່ວນຜູ້ທຸກຍາກກໍ່ມີສາຍໝາກຕຸ້ມບາງສາຍເທົ່ານັ້ນ ຊ້ຳບໍ່ໜຳກໍ່ມີພຽງສອງສາມເມັດ. ເຖິງວ່າມີໜ້ອຍຫຼືຫຼາຍກໍ່ຕາມ ແຕ່ເບິ່ງຄືວ່າຄອບຄົວໃດກໍ່ມີປອກໝາກຕຸ້ມ. ເຈົ້າເຫຼົ່າ ລຽງຮອດ ຮາ ບຣຶງ ຢູ່ບ້ານດະເດີ່ນ ຕາແສງລຽນຮ່າ ເມືອງເລິມຮ່າ ແຂວງເລິມດົ່ງໃຫ້ຮູ້ວ່າ ຊາວເຜົ່າຈຳຖືໝາກຕຸ້ມໄປຍັງເຂດດິນພູພຽງເພື່ອແລກປ່ຽນສິນຄ້າດັ່ງນັ້ນ ແຕ່ປາງກ່ອນໝາກຕຸ້ມກໍ່ມີມູນຄ່າປຽບເໝືອນສະກຸນເງິນເພື່ອຊື້ຂາຍ. ຍ້ອນເຫດນີ້ເອງ ຜ່ານຈຳນວນໝາກຕຸ້ມມີຫຼາຍຫຼືໜ້ອຍ ພ້ອມກັບສີສັນໃນສາຍໝາກຕຸ້ມກໍ່ສາມາດເຫັນໄດ້ເຖິງລະດັບຄວາມຮັ່ງມີຫຼືທຸກຍາກຂອງເຈົ້າຂອງ. ເຈົ້າເຫຼົ່າ ຮາ ບຣຶງ ໃຫ້ຮູ້ວ່າ:   

       ` ໝາກຕຸ້ມເມື່ອກ່ອນນີ້ ຖືກເຮັດຈາກຫີນໂມຣາ.ໝາກຕຸ້ມນີ້ຕ້ອງຊື້ຂອງຊາວເຜົ່າຈຳ. ທີ່ຈິງແລ້ວຊາວເຜົ່າກະຮໍກໍ່ບໍ່ ເຮັດໝາກຕຸ້ມ”.

       ປັດຈຸບັນໝາກຕຸ້ມບໍ່ຖືກເຮັດຈາກຫີນໂມຣາອີກແລ້ວ ແລະເຄີຍເຮັດດ້ວຍປະລາສະຕິກ ຫຼືແກ້ວ ແຕ່ຍັງຄົງຮັບປະກັນທາງດ້ານສີສັນຄືລວມມີ 5 ສີຫຼັກລວມມີສີຂາວດຳແດງເຫຼືອງຂຽວ. ຕາມເຈົ້າເຫຼົ່າ ລຽງຮອດຮາ ບຣຶງແລ້ວ ຍ້ອນມີຫົວຄິດປະດິດສ້າງໃນການປະສານສີເລືອກເຟັ້ນເອົາຂະໜາດຂອງເມັດໝາກຕຸ້ມດັ່ງນັ້ນໄດ້ສ້າງຄວາມຫຼາກຫຼາຍສີສັນຂອງສາຍໝາກຕຸ້ມຂອງຊາວເຜົ່າກະຮໍ.  ເຈົ້າເຫຼົ່າຮາ ບຣຶງໃຫ້ຮູ້ອີກວ່າ:

      “ໝາກຕຸ້ມກໍ່ມີຫຼາຍຊະນິດ ຄືປະມານແຕ່ສີ່ຫາຫ້າຊະນິດແຕ່ໃນນັ້ນໝາກຕຸ້ມວູມາງແມ່ນໝາກຕຸ້ມບູຮານມີຄຸນຄ່າທຽບເທົ່າກັບຄ້ອງໃຫຍ່ຂອງ ຊາວເຜົ່າກະຮໍດັ່ງນັ້ນຜູ້ໃດຖືສາຍໝາກຕຸ້ມນີ້ ຈະໄດ້ຮັບຄວາມນິຍົມນັບຖືຈາກທຸກໆຄົນ”.

      ສາຍໝາກຕຸ້ມແມ່ນເຄື່ອງເອ້ຢ້ອງຖືກແມ່ຍິງຊາວເຜົ່າກະຮໍເຄີຍຖືໃນຊີວິດປະຈຳວັນ.ມັນສົມທົບກັບເຄື່ອງເອ້ຢ້ອງອື່ນໆ ຄືປອກໝາກຕຸ້ມ, ໝາກຕຸ້ມຫູ ແລະນຸ່ງສິ້ນ ອັນໄດ້ຊ່ວຍໃຫ້ເຂົາເຈົ້າມີຄວາມງາມແລະມີສະເໜ່ຫຼາຍຂຶ້ນ. ເຈົ້າເຫຼົ່າຮາ  ບຣຶງໃຫ້ຮູ້ຕື່ມອີກວ່າ:

       “ໝາກຕຸ້ມເຄີຍໃຊ້ເປັນເຄື່ອງເອ້ຢ້ອງແຕ່ງກາຍໃນແຕ່ລະວັນເຂົາເຈົ້າມັກຖືໝາກຕຸ້ມຊະນິດທີ່ມີຄ່າແລະເປັນໝາກຕຸ້ມບູຮານສ່ວນໃນພິທີສູ່ຂໍແລະງານດອງກໍ່ໃຊ້ໝາກຕຸ້ມຊະນິດໃດກໍ່ໄດ້ ອີງຕາມຄວາມຮຽກຮ້ອງຕ້ອງການຂອງຄອບຄົວເຈົ້າບ່າວແລະເງື່ອນໄຂຂອງຄອບຄົວເຈົ້າສາວ”.

        ນອກຈາກນັ້ນ ໝາກຕຸ້ມຍັງມີບົດບາດສຳຄັນທີ່ສຸດໃນການສົມລົດຂອງຊາວເຜົ່າກະຮໍ ເພາະວ່າມັນສະແດງໃຫ້ເຫັນເຖິງຄວາມຮັກ ຄວາມສັດຊື່ຂອງບ່າວສາວ ແລະ ບັນດາຄູ່ຜົວເມຍຊາວເຜົ່າກະຮໍ. ເຈົ້າເຫຼົ່າຮາ ບຣຶງໃຫ້ຮູ້ອີກວ່າ:

     “ຕາມປະເພນີຂອງຊາວເຜົ່າກະຮໍແລ້ວ ແຕ່ປາງກ່ອນໝາກຕຸ້ມແມ່ນວັດຖຸທີ່ຈຳເປັນຕ້ອງມີໃນພິທີສູ່ຂໍແລະງານດອງ. ພ້ອມກັນນັ້ນໝາກຕຸ້ມກໍ່ນຳໃຊ້ເປັນຂອງຂວັນຂອງຕ້ອມ”.

     ຕາມເຈົ້າເຫຼົ່າ ຮາ ບຣຶງແລ້ວ ສາຍຄໍເຊິ່ງແມ່ນເຄື່ອງເອ້ຢ້ອງທີ່ ຊາວເຜົ່າກະຮໍເຄີຍນຳໃຊ້ໝາກຕຸ້ມດ້າຍຮ່ານ. ໝາກຕຸ້ມຊະນິດນີ້ຍັງໃຊ້ເປັນຂອງຂັວນເພື່ອມອບໃຫ້ແຂກເມື່ອມີໂອກາດພົບກັນ. ມີສິ່ງພິເສດອີກອັນໜຶ່ງນັ້ນແມ່ນ ເມື່ອມອບໝາກຕຸ້ມໃຫ້ແຂກ,ເຈົ້າຂອງຈະມອບໃຫ້ເພດຍິງໝາກຕຸ້ມຈ່າຍ ສ່ວນ ມອບໃຫ້ເພດຊາຍແມ່ນໝາກຕຸ້ມດ້າຍຮ່ານ. ສຳລັບແມ້ຍິງຊາວເຜົ່າກະຮໍແລ້ວ ໝາກຕຸ້ມມີບົດບາດສຳຄັນ ຍ້ອນວ່າໝາກຕຸ້ມຊ່ວຍເພີ່ມຄວາມງາມຄວາມສະເໜ່ໃຫ້ແກ່ແມ່ຍິງ. ນອກຈາກການສ້າງຄວາມງາມແລ້ວ ໝາກຕຸ້ມຍັງກ່ຽວຂ້ອງເຖິງວັດທະນະທຳງານບຸນປະເພນີຂອງຊາວເຜົ່າກະຮໍ. ໃນປະເພນີສູ່ຂໍແລະຈັດງານດອງຂອງຊາວເຜົ່າກະຮໍ, ໝາກຕຸ້ມຍາມໃດກໍ່ເປັນວັດຖຸແລກປ່ຽນ, ໝາຍໝັ້ນ,ຈົດຈຳປຽບເໝືອນສັນຍາລັກແຫ່ງຄວາມເຊື່ອໝັ້ນຄວາມຊື່ສັດ. ສ່ວນສຳລັບວົງຄະນາຍາດໝາກຕຸ້ມແມ່ນສິ່ງຜູກຮັດເພີ່ມສາຍສຳພັນລະຫວ່າງທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ