ສຽງຂຸ່ຍຂອງຊາວ ບຣູ - ເວິນກ່ຽວທ່າມກາງສາຍພູຫຼວງ


(vovworld) - ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​​ຢູ່​​ເຂດ​ພູດ​ອຍ​ແຂວງ​ກວາງ​ບິງ ມາ​ແຕ່​ດົນ​ນານ​ແລ້ວຊາວ ບຣູ - ​ເວິນກ່ຽວ ມີ​ພື້ນຖານ​ວັດທະນະທຳ​ອຸດົມສົມ​ບຸນ. ​ພິ​ເສດເຂົາ​ເຈົ້າ​​ໄດ້​ສ້າງ​ໃຫ້ມີ​ບັນດາທຳນອງ​ເພງ​, ວາດ​ຟ້ອນ ​ແລະ ປະດິດສ້າງ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ປະ​ເພດ​ໃຫ້​ແກ່​ຊົນ​ເຜົ່າ​ຕົນ. ປະຈຸ​ບັນ, ຊາວ ບຣູ - ເວິນກ່ຽວຍັງ​ຄົງ​ຮັກສາ​ເຄື່ອງດົນຕີ​ບາງ​ປະ​ເພດ​ໄວ້​ໄດ້​​ເຊັ່ນ: ​ແຄນ, ພິນ​ຕາ​ລື, ຄ້ອງ, ຂຸ່ຍ… ​ໃນ​ນັ້ນ​ຫຼາຍ​ທີ່​ສຸດ​ແມ່ນ​ຂຸ່ຍ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ.

ສຽງຂຸ່ຍຂອງຊາວ ບຣູ - ເວິນກ່ຽວທ່າມກາງສາຍພູຫຼວງ - ảnh 1

ຂຸ່ຍປີ່ຂອງຊາວເຜົ່າບຣູ - ເວິນກ່ຽວ

        ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ ບຣູ - ເວິນ​ກ່ຽວ ຢູ່​ທິດຕາ​ເວັນ​ຕົກ​ແຂວງ​ກວາງ​ບິ່ງ, ບັນດາ​ທຳ​ນອງ​ເພງ​, ພ້ອມ​ກັບ​ເຄື່ອງ​ດົນຕີພື້ນ​ເມືອງ​ມີ​ບົດບາດ​ສຳຄັນ​ພິ​ເສດ, ​ແມ່ນ​ອາຫານ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂອງ​ເຂົາ​ເຈົ້າ. ຊາວ​ເຜົ່າ ບຣູ - ເວິນ​ກ່ຽວ ຖື​ເປັນ​ສຳຄັນ​ບັນດາ​ຄຸນຄ່າ​ວັດທະນະທຳ. ສຳລັບ​ເຄື່ອງ​ດົນຕີ, ມີ​ບາງ​ປະ​ເພດ​ພຽງ​ແຕ່​ຖືກ​ນຳ​ໃຊ້​ໃນ​ພິທີ​ບູຊາ, ບາງ​ປະ​ເພດ​ແມ່ນ​ໃຊ້​ໃນ​ພິທີ​ງານ​ບຸນ. ຢູ່​ບ້ານ​ແຄ​ກາດ, ຕາ​ແສງ​ເຈື່ອງ​ເຊີນ, ​ເມືອງ​ກວາງ​ນິງ, ​ແຂວງ​ກວາງ​ບິ່ງ. ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ໂຮ່ອາຍ ​ແມ່ນ​ຜູ້​ຍັງ​ຄົງ​ຮັກສາບັນດາ​ຮູບ​ການ​ວັດທະນະທຳ​ມູນ​ເຊື້ອ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຊາວ​ເຜົ່າ ບຣູ - ເວິນ​ກ່ຽວ ​ໄດ້​ຫຼາຍທີ່​ສຸດ. ທ່ານ​ກໍ່​ແມ່ນ​ຜູ້​ມີ​ຝີ​ມື​ດີ​ທີ່​ສຸດ​ໃນ​ການ​ປະ​ດິດ ​ແລະ ນຳ​ໃຊ້​ບັນດາ​ເຄື່ອງ​ດົນຕີ​ທີ່​ເປັນ​ມູນ​ເຊື້ອ​ເຊັ່ນ: ຄ້ອງ ຂຸ່ຍ​ເຄີ​ລູ, ຂຸ່ຍປີ່, ພິນ​ຕິ໋ງຕຸ່ງ. ເຈົ້າ​ກົກ​ເຈົ້າ​ເຫຼົ່າ ​ໂຮ່ອາຍ, ​ໃຫ້​ຮູ້​ວ່າ:

        “ຂຸ່ຍ​ປີ່ເຮັດ​ດ້ວຍ​ໄມ້​ໄຜ່, ​ໃຊ້​ໃນ​ພິທີ​ບູຊາ, ພິ​ເສດ​ແມ່ນ​ພິທີ​ພາວະນາ​ວິນຍານ. ມັນສະ​ແດງ​ໃຫ້​ເຫັນ​ຄວາມ​ສັກສິດ​ຂອງ​ບັນດາ​ໝໍ​ຜີ. ຂຸ່ຍ​ປີ່, ຊຸຍ, ຄ້ອງ, ກອງ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫຼື້ອມໄສ, ດັ່ງ​ນັ້ນ​ພຽງ​ແຕ່​ນຳ​ໃຊ້​ໃນ​ພິທີ​ບູຊາ​ເທົ່າ​ນັ້ນ, ຫາກບໍ່​ໃຊ້​ໃນ​ງານ​ບຸນ​ຕ່າງໆ“.

        ທ່າມກາງ​ເຂດ​ພູຜາ​ປ່າ​ໄມ້​ທີ່​ກວ້າງ​ໃຫຍ່​ໄພສານ, ສຽງ​ຂຸ່ຍ​ປີ່​ທີ່​ອອນຊອນ​, ຍາມ​ສູງ, ຍາມ​ຕຳ່​ປ່ຽບ​ເໝືອນ​ນຳ້​ໃຈ​ຂອງ​ຊາວ​ເຜົ່າ ບຣູ - ເວິນ​ກ່ຽວ. ສຽງ​ຂຸ່ຍ​ພ້ອມ​ກັບ​ຄວາມ​ເຊື່ອ​ໝັ້ນ, ການ​ເຫຼື້ອມ​ໃສ ​ແລະ ບັນດາ​ຄຸນຄ່າ​ວັດທະນະທຳ​ອື່ນໆ ​ໄດ້​ສ້າງເປັນສາ​ຍພົວພັນ​ອັນ​ແໜ້ນ​​ໃນ​ວົງ​ຄະນາ​ຍາດ ຊາວ​ເຜົ່າ ບຣູ - ເວິນ​ກ່ຽວນຳ​ກັນ.

        ຂຸ່ຍ​ຂອງຊາວ​ເຜົ່າ ບຣູ - ເວິນ​ກ່ຽວ, ​ແມ່ນ​ເຄື່ອງ​ດົນຕີ​ປະ​ເພດ​ໜຶ່ງ​ທີ່​ສ່ອງແສງເຖິງ​ການ​ພົວພັນ​ໃນ​ສັງຄົມ, ວົງ​ຕະກູນ ​ແລະ​ ໃນ​ໝູ່​ບ້ານ. ຜ່ານ​ສຽງ​ຂຸ່ຍ, ຊາວ​ເຜົ່າ ບຣູ - ເວິນ​ກ່ຽວ ຢາກ​ແບ່ງປັນຄວາມ​ໃນ​ໃຈຂອງ​ຕົນ​​ເພື່ອໃຫ້ຜູ້​ຟັງ​ເຂົາ​ໃຈ​ຢ່າງ​ເຖິງ​ຖອງກ່ຽວ​ກັບ​ເຫດຜົນ, ຄວາມ​ຮັກ… ຂຸ່ຍ​ຕິດ​ພັນ​ກັບການ​ດຳ​ເນີນ​ຊີວິດ​ຂອງຊາວ​ເຜົ່າເວິນ​ກ່ຽວ ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ຖືກ​ນຳ​ໃຊ້​ຫຼາຍ​ທີ່​ສຸດ​ໃນ​ພິທີ​ງານ​ບຸນ​ຕ່າງໆ.

​        ຕາມ​ປະ​ເພນີ​ແລ້ວ, ມີ​ແຕ່​ຜູ້​ຊາຍ​ທີ່ມີ​ອາຍຸ​ປານ​ກາງ ຈຶ່ງ​ໄດ້​ເປົ່າ​ຂຸ່ຍ. ທ່ານ ​ໂຮ່ວັນ​ເທືອງ, ຊາວ​ເຜົ່າ ບຣູ - ເວິນ​ກ່ຽວ ທີ່​ມີ​ອາຍຸ​ສູງ, ​ເລົ່າ​ສູ່​ຟັງ​ວ່າ:

        “ກ່ອນ​ນີ້, ຍາມ​​ເຂົ້າ​ສຸກຜູ້​ຊາຍ​ຕ້ອງ​ເຝົ້າ​ໄຮ່. ນັ່ງ​ລ້າໆ​ໂສກ​ເສົ້າ​ຫຼາຍ, ​ເຂົາ​ເຈົ້າ​ຈຶ່ງ​ຊອກ​ຫາ​ໄມ້​ເຮ້ຍ​ເຈາະ​ເປັນ​ຮູ,​ ແລ້ວ​ເປົ່າ ​​ເພື່ອ​ສ້າງ​ຄວາມ​​ມ່ວນ​ຊື່ນ “.

        ​ເພື່ອ​ເຮັດ​ຂຸ່ຍ​ອັນ​ໜຶ່ງ​ໃຫ້ມີ​ສຽງ​ມ່ວນ​ ແມ່ນ​ຕ້ອງ​ຜ່ານ​ຫຼາຍ​ຂັ້ນ​ຕອນ. ການ​ຊອກ​ຫາ ​ແລະ ຕັດ​ໄມ້​ເຮ້ຍ​ມີ​ຄວາມ​ສຳຄັນ​ທີ່​ສຸດ. ​ໄມ້​ເຮ່ຍ​ເພື່ອ​ເຮັດ​ຂຸ່ຍ​ຕ້ອງ​ແກ່, ມີ​ລຳ​ຍາວ, ​ແຕ່​ພັດ​ບໍ່​ໜາ. ​ເມື່ອ​ໄປ​ຊອກ​ຫາ​ໄມ້​ເຮ່ຍ​ໄດ້​​ແລ້ວ, ຊາວ​ເຜົ່າ​ບຣູ - ​ເວິນ​ກ່ຽວ​ ຢູ່​ແຂວງ​ກວາງ​ບິ່ງ ຈະ​ເລືອກ​ວັນ​ຕັດ​ໄມ້ໃນມື້ວັນເພງ, ທຳ​ມະ​ດາ​ແມ່ນ​​ໃນວັນ​ພະຈັນ 15, 16  ​ໄລ່​ຕາມ​ຈັນທະ​ປະຕິທິນ. ກ່ອນ​ຈະ​ຕັດ​ໄມ້​ເຮ່ຍ, ​ເຂົາ​ເຈົ້າ​ກໍ່ຂັບ​ຮ້ອງ​ບົດ​ເພງ​ໜຶ່ງ, ​ເພາະ​ເຂົາ​ເຈົ້າ​ມີ​ທັດສະນະວ່າ​, ເມື່ອ​ຂັບ​ຮ້ອງ​ຄື​ແນວ​ນັ້ນ, ຂຸ່ຍ​ທີ່​​ເຮັດ​ຈາກ​ໄມ້​ເຮ່ຍ​ນັ້ນ​ຈະ​ມີ​ສຽງ​ມ່ວນ​ກວ່າ… ຊາວ​ເວິນ​ກ່ຽວ​ ຕາກ​ໄມ້​ເຮ່ຍ​ນັ້ນ​ເທິງ​ເຕົາ​ໄຟ​ແຕ່ 1 – 2 ​ເດືອນ​ຈຶ່ງ​ເຮັດ​ເປັນ​ຂຸ່ຍ. ​ເຂົາ​ເຈົ້າ​ໃຊ້​ເຫຼັົກ​ເຈາະ​ເຜົາ​ຈົນ​ແດງ​ເຫຼື້ອມ​ແລ້ວເຈາະ​​ຮູເພື່ອສ້າງ​ເປັນ​ສຽງ​ໃຫ້​ຂຸ່ຍ.

        ນອກ​ຂາກຂຸ່ຍ​ປີ, ຂຸ່ຍ, ຊາວ​ເວິນ​ກ່ຽວ ຍັງ​ມີ​ຂຸ່ຍ​ຊະນິດ​ອື່ນ​ອີກ​ເຊັ່ນ: ຂຸ່ຍ​ແຕຣີນ, ​ເພື່ອ​ໃຫ້​ຊາວ​ໜຸ່ມ​ຂັບ​​ກ້ຽວ​ກັນ, ຂຸ່ຍ​ເຄີ​ລູຍ​ເຄີຍ​ໃຊ້​ໃນ​ງານ​ດອງ…

        ​ໃນ​ຫຼາຍ​ປີຜ່ານມາ, ຜ່ານສຽງ​ເພງ, ​ທຳນອງ​ດົນຕີ​ທີ່​ເປັນ​ມູນ​ເຊື້ອ, ຊາວ​ເຜົ່າ​ບຣູ - ​ເວິນ​ກ່ຽວ ​ໄດ້​ສະ​ແດງ​ໃຫ້​ເຫັນອາລົມ​ຈິດ, ​ແນວ​ຄິດ​ຈິດ​ໃຈ ຕໍ່​ຜູ້​ຟັງ. ສຽງ​ຂຸ່ຍ, ສຽງ​ພິນ, ສຽງ​ຄ້ອງ, ສຽງ​ກອງຍາມ​ຕຳ່, ຍາມ​ສູງ, ຍາມ​ອອນ​ຊອນ​ນັ້ນ​ຍັງ​ຄົງ​ດັງ​ກ້ອງ​ກັງວານ, ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ ບຣູ - ​ເວິນ​ກ່ຽວທ່າມກາງ​ເຂດ​ພູ​ຫຼວງ​ທີ່​ໃຫຍ່​ໂຕມ​ໂຫຖານ.

       

ຕອບກັບ

ຂ່າວ/ບົດ​ອື່ນ