ສຽງແຄນ - ຈຸດວັດທະນະທຳທີ່ດີງາມຂອງຊາວເຜົ່າ ມົ້ງ

(VOVWORLD) -ພ້ອມກັບການປະດິດສ້າງ, ສິລະປະເປົ່າແຄນ, ຟ້ອນຕາມຈັງຫວະສຽງແຄນໃນໂອກາດງານບຸນ ແລະ ບຸນເຕັດ ແມ່ນຫນຶ່ງໃນບັນດາຮີດຄອງປະເພນີທີ່ເປັນເອກະລັກສະເພາະ, ສະແດງໃຫ້ເຫັນຈຸດວັດທະນະທຳທີ່ດີງາມຂອງຊາວເຜົ່າມົ້ງ. ສຳລັບເຂົາເຈົ້າແລ້ວ, ການເປົ່າແຄນ ບໍ່ພຽງແຕ່ແມ່ນເຄື່ອງດົນຕີເພື່ອປຸກຈິດສຳນຶກ, ສະແດງອາລົມຈິດເທົ່ານັ້ນ ຫາງສຽງແຄນ ໄດ້ຮັບຖືວ່າແມ່ນສາຍເຊື່ອມຕໍ່ລະຫວ່າງໂລກປະຈຸບັນ ແລະ ໂລກແຫ່ງຈິດວິນຍານອີກດ້ວຍ. 
ສຽງແຄນ - ຈຸດວັດທະນະທຳທີ່ດີງາມຂອງຊາວເຜົ່າ ມົ້ງ - ảnh 1ຜູ້ຊາຍຊາວເຜົ່າມົ້ງສ່ວນຫລາຍແມ່ນຮູ້ຈັກເປົ່າແຄນ 

ໃນຊຸມມື້ວັນບຸນ, ບຸນເຕັດ ພ້ອມກັບບັນດາການລະຫລິ້ນພື້ນເມືອງນັ້ນ ແຄນ ຊື່ງແມ່ນເຄື່ອງດົນຕີພື້ນເມືອງໄດ້ຮັບຖືວ່າ ແມ່ນວິນຍານຂອງຊາວເຜົ່າມົ້ງເພື່ອປຸກຈິດສຳນຶກ, ສະແດງໃຫ້ເຫັນອາລົມຈິດຂອງຄູ່ຮັກ, ສຳລັບວົງຄະນາຍາດ ແລະ ທຳມະຊາດທີ່ໃຫຍ່ໂຕມະໂຫຖານ. ສຽງແຄນຍັງແມ່ນສຽງດົນຕີຊ່ວຍໃຫ້ເຂົາເຈົ້າມີມະນຸດສຳພັນຕໍ່ລະຫວ່າງໂລກມະນຸດ, ເທວະດາ ແລະ ຜູ້ລ່ວງລັບໄປ. ສຽງແຄນເມື່ອດັງກ້ອງກັນວານຂຶ້ນ ພ້ອມກັບວາດຟ້ອນຕ່າງໆເປັນການສະແດງໃຫ້ເຫັນຄວາມຄ່ອງແຄ້ວ, ຄວາມມີຫົວຄິດປະດິດສ້າງຂອງຜູ້ຊາຍເຜົ່າມົ້ງ. ຜ່ານສຽງແຄນ, ຜ່ານແຕ່ລະວາດຟ້ອນຕາມຈັງຫວະ ສຽງແຄນ, ຜູ້ສະແດງການເປົ່າແຄນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຟັງ ແລະ ຜູ້ຊົມທີ່ຍາກຈະຫລົງລືມໄດ້. ຜູ້ຊາຍຊາວເຜົ່າມົ້ງ ນັບແຕ່ຄາວຍັງນ້ອຍແມ່ນຮູ້ຈັກເຖິງສຽງແຄນແລ້ວ ແລະ ເມື່ອຮອດອາຍຸ 13-15 ປີ ເມື່ອໄປໄຮ່, ໄປຕະຫລາດ ເຂົາເຈົ້າຍາມໃດກໍ່ເອົາແຄນໄປນຳ. ເມື່ອມີຄວາມຫງວ່ມເຫງົາ ກໍ່ຄືເບີກບານມ່ວນຊື່ນ, ຊາວເຜົ່າ ມົ້ງລ້ວນແຕ່ເອົາແຄນມາເປົ່າ, ເພື່ອຝາກຝັງຄວາມມຸ້ງມາດປາດຖະຫນາ, ອາລົມຈິດຂອງຕົນໄວ້ໃນສຽງແຄນ. ຕາມຄວາມສຳນຶກຂອງຊາວເຜົ່າມົ້ງແລ້ວ, ເລື່ອງເປົ່າແຄນແມ່ນສະແດງບັນດາວາດຟ້ອນຕາມຈັງຫວະຂອງສຽງແຄນ ເປັນການສະແດງໃຫ້ເຫັນກຳລັງແຮງຂອງຜູ້ຊາຍ. ອ້າຍ ຫວື່ອາກີ, ຊາວເຜົ່າ ມົ້ງ ຢູ່ ເມືອງ ຕົ໋ວຈົ່ວ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:

        “ແຄນຍາມໃດກໍ່ຕິດພັນກັບຊາວເຜົ່າ ມົ້ງ, ຊາວເຜົ່າມົ້ງໄປບຸນກໍ່ນຳໃຊ້ແຄນເພື່ອເປົ່າສະແດງໃນງານບຸນ ນອກນັ້ນ ໃນງານສົບກໍ່ໄດ້ນຳໃຊ້ສຽງແຄນ. ແຄນມີຄວາມສຳຄັນທີ່ສຸດສຳລັບຊາວເຜົ່າມົ້ງ, ບາງເທື່ອບໍ່ຢາກສະແດງອອກດ້ວຍຄຳເວົ້າຕ້ອງໃຊ້ສຽງແຄນມາແທນ.”

        ໃນໂອກາດງານບຸນ, ບຸນເຕັດ, ສຽງແຄນໄດ້ດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້. ສຽງແຄນແມ່ນຈິນວິນຍານຂອງຊາວເຜົ່າມົ້ງ. ບັນດາອ້າຍບ່າວນາງສາວຊາວເຜົ່າມົ້ງເປົ່າແຄນມ່ວນແລະ ຟ້ອນຕາມຈັງຫວະສຽງແຄນອ່ອນຊ້ອຍ ຍາມໃດກໍ່ໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ຊົມເປັນຈຳນວນຫລວງຫລາຍ. ສຳລັບ ຊາວເຜົ່າມົ້ງ, ສຽງແຄນ ຍາມໃດກໍ່ແມ່ນການເປີດສາກ. ສຽງແຄນ ຍັງແທນໃຫ້ຄຳເວົ້າຂອງຜູ້ຍັງມີຊີວິດຢູ່ເພື່ອໂອ້ລົມກັບຜູ້ທີ່ລ່ວງລັບໄປ ຫລື ໃນງານດອງ ສຽງແຄນຍັງແມ່ນຄຳຕັກເຕືອນຂອງພໍ່ແມ່, ອ້າຍເອື້ອຍສົ່ງເຖິງລູກສາວ, ນ້ອງສາວ ເມື່ອມາດຳລົງຊີວິດກັບຄອບຄົວຜົວ.

ສຽງແຄນ - ຈຸດວັດທະນະທຳທີ່ດີງາມຂອງຊາວເຜົ່າ ມົ້ງ - ảnh 2 ສຳລັບຊາວເຜົ່າມົ້ງແລ້ວ, ແຄນຍັງແມ່ນເຄື່ອງດົນຕີທີ່ຕິດພັນກັບເຂົາເຈົ້າຕະຫລອດ

        ເພື່ອມີແຄນມາເປົ່າດັງກ້ອງກັນວານຕາມຈັງຫວະສຽງແຄນຂອງຊາວເຜົ່າມົ້ງ, ບໍ່ແມ່ນຜູ້ໃດກໍ່ເຮັດໄດ້ ແລະ ກໍ່ບໍ່ມີບ່ອນໃດສອນວິທີເຮັດແຄນແບບມືອາຊີບ. ຕາມປົກກະຕິແລ້ວ, ບັນດາຄອບຄົວຂອງນັກສິລະປະການເຮັດແຄນຂອງຊາວເຜົ່າມົ້ງ ຈະຖອດຖອນບົດຮຽນດ້ວຍຕົນເອງ. ອ້າຍ ຢາງອາໄຂ ໄດ້ກຳເນີດເຕີບໃຫຍ່ໃນຄອບຄົວມີອ້າຍນ້ອງ 4 ຄົນ ມີພຽງແຕ່ອ້າຍເປັນຜູ້ສືບທອດອາຊີບເຮັດແຄນໂດຍພໍ່ຂອງອ້າຍແມ່ນນັກສິລະປະການ ຢາງອາສື ສອນໃຫ້. ປະຈຸບັນ ອ້າຍສາມາດເຮັດແຄນໄດ້ຢ່າງຊຳນານ ຫາກຍັງຜະລິດ ຂຸ່ຍທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ມົ້ງໄດ້ຫລາຍປະເພດ . ອ້າຍ ຢ່າງອາໄຂ ເລົ່າສູ່ຟັງວ່າ:

        “ໃນຄາວຍັງນ້ອຍເຫັນພໍ່ເຮັດແຄນ, ຂ້າພະເຈົ້າມັກຫລາຍ ສະນັ້ນ ຈຶ່ງຮຽນເຮັດຕາມ. ເບື້ອງຕົ້ນກໍ່ເຫັນວ່າ ມັນຍາກຫລາຍ ແຕ່ຄອ່ຍໆເຮັດເປັນ. ຂ້າພະເຈົ້າຕ້ອງຊອກຮູ້ເອງຕື່ມ ອີກ ແລະ ເມື່ອເຮັດແຄນເປັນແລ້ວຕ້ອງຮຽນເປົ່າ. ຂ້າພະເຈົ້າປາດຖະຫນາວ່າ ລຸ້ນຫນຸ່ມກໍ່ຮຽນວິທີເຮັດແຄນເພື່ອຮັກສາອາຊີບເຮັດແຄນບໍ່ໃຫ້ສູນຫາຍໄປ.”

        ຕາມອ້າຍ ຢ່າງອາໄຂ ແລ້ວ, ເພື່ອໃຫ້ມີແຄນງາມເປົ່າສຽງມ່ວນ, ຜູ້ເຮັດແຄນຕ້ອງເຂົ້າປ່າເພື່ອຊອກໄມ້ໂລ່ງເລັ່ງໃຫຍ່, ຊື່, ລຳຕົ້ນໄມ້ເມື່ອຕັດເປັນທ່ອນແລ້ວຕ້ອງມີຄວາມຫນາ 80-90 cm, ຜ່າເຄິ່ງ ແລະ ຄວັດຕາມລວງຍາວຂອງທ່ອນໄມ້ ແລ້ວ ເອົາສອງປ່ຽງແປະເຂົ້າກັນຄືເກົ່າ, ມັດໃຫ້ແຫນ້ນເພື່ອໃຫ້ຢາງຂອງມັນຕິດໃສ່ກັນ. ບັນດາທ່ອນໄມ້ດິບນີ້ໄດ້ນຳເມືອເພື່ອຢ້າງໄຟໃຫ້ແຫ້ງ ແລ້ວຈຶ່ງເຮັດເປັນເຕົ້າແຄນ, ເຈາະເປັນຮູເພື່ອເອົາທໍ່ໄມ້ລູກແຄນສຸບໃສ່. ໄມ້ລູກແຄນລວມມີ 6 ທ່ອນ ໃຫຍ່, ນ້ອຍ, ຍາວ, ສັ້ນ ທີ່ແຕກຕ່າງກັນ ແລະ ມີຄວາມຊື່, ງາມ.

ປະຈຸບັນ ເຖິງວ່າ ຊີວິດມີການປ່ຽນແປງຫລາຍຢ່າງກໍຕາມ ແຕ່ສຳລັບຊາວເຜົ່າມົ້ງແລ້ວ, ແຄນຍັງແມ່ນເຄື່ອງດົນຕີທີ່ຕິດພັນກັບເຂົາເຈົ້າຕະຫລອດ ແລະ ກໍ່ແມ່ນເພື່ອນຮ່ວມເດີນທາງຂອງອ້າຍບ່າວເຜົ່າມົ້ງໃນໂອກາດວັນບຸນ, ບຸນເຕັດ. ໃນວົງຄະນາຍາດຊາວເຜົ່າມົ້ງ ຍັງມີບັນດານັກສິລະປະການເຮັດແຄນ ແລະ ລຸ້ນລູກລຸ້ນຫລານຂອງເຂົາເຈົ້າ ຍ້ອນມີຄວາມມັກຮັກແຄນ ສະນັ້ນໄດ້ຜະລິດແຄນຫລາຍປະເພດທີ່ເປັນເອກະລັກສະເພາະຄືດັ່ງວິທີເພື່ອຮັກສາຄຸນຄ່າສີສັນດ້ານວັດທະນະທຳຂອງເຜົ່າຕົນ ເພື່ອໃຫ້ແຕ່ລະມື້ ສຽງແຄນດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້. 

ຕອບກັບ

ຂ່າວ/ບົດ​ອື່ນ