(ພາບປະກອບ)
ປະຊາຄົມຊາວເຜົ່າ K’ho ເຄີຍດຳລົງຊີວິດຢູ່ເຂດພູສູງ ດ້ວຍພື້ນຖານເສດຖະກິດກຸ້ມຕົນເອງເພິ່ງຕົນເອງ. ນອກຈາກແຫຼ່ງອາຫານທີ່ອີງໃສ່ທຳມະຊາດພູຜາປ່າໄມ້ແລ້ວ, ຊາວເຜົ່າ K’ho ກໍ່ຍັງຮູ້ຈັກປູກຝ້າຍ, ຕໍ່າແຜ່ນແພ, ຫຍິບສົ້ງເສື້ອໃຫ້ຊົນເຜົ່າຂອງຕົນ. ມີໄລຍະໜຶ່ງ ອາຊີບຕໍ່າແພພື້ນເມືອງ ຂອງປະຊາຄົມຊາວເຜົ່າ K’ho ພັດທະນາທີ່ສຸດ. ຕາມປະເພນີຂອງຊາວເຜົ່າ K’ho ແລ້ວ, ແມ່ຍິງຕ້ອງຮັບຜິດຊອບເຄື່ອງນຸ່ງຖືໃຫ້ທັງຄອບຄົວ, ຍ້ອນເຫດນັ້ນ, ນັບແຕ່ຄາວຍັງນ້ອຍ, ບັນດາເດັກຍິງຊາວເຜົ່າ K’ho ໄດ້ຮັບການຮຽນວິທີຕໍ່າແຜ່ນແພ, ຫຍິບສົ້ງເສື້ອຈາກບັນດາແມ່, ປ້າ, ນ້າ, ອາ. ສະນັ້ນແມ່ຍິງຊາວເຜົ່າ K’ho ສ່ວນຫຼາຍລ້ວນແຕ່ຮູ້ຈັກຕໍ່າຫູກ ແລະ ອາຊີບຕໍ່າແພພື້ນເມືອງ. ທ່ານ ຫງວຽນແຄ໋ງນາມ, ນັກຄົ້ນຄວ້າວັດທະນະທຳບັນດາເຜົ່າສ່ວນໜ້ອຍ, ໃຫ້ຮູ້ວ່າ:
“ ປະເພນີຕໍ່າແພພື້ນເມືອງຂອງພໍ່ແມ່ປະຊາຊົນ ເຜົ່າ K’ho ມີມາຕັ້ງແຕ່ບູຮານນະການ. ໃນເມື່ອກ່ອນຍ້ອນດຳລົງຊີວິດຢູ່ ບັນດາເຂດພູສູງ ບໍ່ຢູ່ໃກ້ຕະຫຼາດ, ສະນັ້ນ ພໍ່ແມ່ປະຊາຊົນຈຶ່ງປູກຝ້າຍຕໍ່າແພເອງ. ວິວັດແຫ່ງການຕໍ່າແຜ່ນແພຜືນໜຶ່ງແມ່ນລະອຽດລະອໍທີ່ສຸດ, ນັບແຕ່ຂັ້ນຕອນອິ້ວຟ້າຍ, ເຂັນຝ້າຍໃຫ້ເປັນເສັ້ນຕະຫຼອດຮອດຂັ້ນຕອນຕໍ່າແຜ່ນແພ ແລະ ຫຍິບເປັນຜະລິດຕະພັນ ແມ່ນຕ້ອງເສຍເວລາຫຼາຍ.”
ຮູ້ຈັກຕໍ່າແພພື້ນເມືອງ, ຫຍິບສົ້ງເສື້ອເອງໃຫ້ຄອບຄົວກໍ່ແມ່ນໜຶ່ງໃນບັນດາມາດຕະຖານ ເຊິ່ງບັນດາຜູ້ຊາຍຊາວເຜົ່າ K’ho ໄດ້ວາງອອກໃນການເລືອກເມຍແຕ່ລະເທື່ອ. ໃນເມື່ອກ່ອນ ບັນດາແມ່ຍິງຊາວເຜົ່າ K’ho ລ້ວນແຕ່ຕໍ່າບັນດາແຜ່ນແພພື້ນເມືອງດ້ວຍຕົນເອງ. ນອກຈາກວຽກຫຍິບສົ້ງ, ເສື້ອ, ສີ້ນທີ່ສວຍງາມໃຫ້ຄອບຄົວແລ້ວ, ບັນດາແມ່ຍິງຊາວເຜົ່າ K’ho ຍັງຕ້ອງຕໍ່າບັນດາຜ້າຫົ່ມຕື່ມອີກ ເພື່ອເປັນເຄື່ອງຂອງສິນສອດນໍາໄປເຮືອນເຈົ້າບ່າວໃນມື້ຈັດງານແຕ່ງດອງ. ບັນດາແມ່ຍິງຊາວເຜົ່າ K’ho ນອກຈາກວຽກໄຮ່ການນາ, ເວລາບໍ່ຕິດເຄືອງນຳວຽກງານ, ເຂົາເຈົ້າກໍ່ຕໍ່າແຜ່ນແພ. ປ້າ K’Thi Lien, ຊາວເຜົ່າ K’ho ໃຫ້ຮູ້ວ່າ ປ້າຮຽນຕໍ່າແພພື້ນເມືອງຈາກແມ່ຍ່າຂອງຕົນ ແລະ ບັນດາຜູ້ມີອາຍຸສູງໃນບ້ານ, ແລ້ວກໍ່ຄ່ອຍໆມີຄວາມຊຳນານ. ບັນດາລວດລາຍທັງໝົດໃນແຜ່ນແພພື້ນເມືອງຂອງຊາວເຜົ່າ K’ho ກ່ອນນີ້ປ້າລ້ວນແຕ່ຕໍ່າເປັນ.
“ເຮົາໄດ້ຮຽນຕຳ່ແຜ່ນແພແລະ ຫຍິບສົ້ງເສື້ອນັບແຕ່ເວລາຍັງເປັນເດັກນ້ອຍ, ມາຮອດປະຈຸບັນກໍ່ຍັງເຮັດຢູ່ ເພື່ອທັງຂາຍ, ທັງໃຫ້ລູກຫຼານຈັດງານດອງ. ກ່ອນນີ້ຕຳ່ແພພື້ນເມືອງໄດ້ປະມານ 200 ແຜ່ນ/ປີ, ມາບັດນີ້ສອນໃຫ້ລູກຫຼານຕຳ່ໄດ້ພຽງ 50 ແຜ່ນເທົ່ານັ້ນ“.
(ພາບປະກອບ)
ເຄື່ອງມືຕຳ່ແພພື້ນເມືອງ ແລະ ກີ່ຕຳ່ຫູກຂອງຊາວເຜົ່າ K’ho ແມ່ນງ່າຍດາຍພໍສົມຄວນ. ກີ່ຕຳ່ຫູກພຽງໃຊ້ໃຫ້ແກ່ຜູ້ດຽວເທົ່ານັ້ນ, ບໍ່ຕັ້ງຄົງທີ່. ໂຄງເຮັດດ້ວຍໄມ້, ໄມ້ໄຜ່, ໄມ້ເຮ້ຍ, ເມື່ອຕຳ່ຈຶ່ງເອົາມາກາງອອກ, ຖ້າບໍ່ຕຳ່ຈະມ້ຽນໄວ້ຢ່າງກະທັດລັດ. ຖ້າຫາກບໍ່ມີຜະລິດຕະພັນບໍ່ທັນສຳເລັດຮູບ, ຍາກທີ່ຈະຮູ້ໄດ້ວ່ານີ້ແມ່ນກີ່ຕຳ່ຫູກ. ລວດລາຍໃນແພພື້ນເມືອງຂອງຊາວເຜົ່າ K’ho ສ່ວນຫຼາຍແມ່ນຮູບດອກຈັນ, ຮູບສາມຫຼ່ຽມທີ່ຕິດຕໍ່ກັນເຮັດໃຫ້ແຜ່ນແພມີຄວາມງາມຕື່ມອີກ, ອັນໄດ້ສ້າງເປັນສີສັນພິເສດສະເພາະຂອງຊາວເຜົ່າ K’ho. ສີຕົ້ນຕໍໃນແພພື້ນເມືອງຂອງຊາວເຜົ່າ K’ho ແມ່ນສີດຳ, ສີຂາວ, ນອກນັ້ນຍັງມີສີຟ້າ, ສີແດງເພື່ອປະດັບປະດາໃຫ້ແກ່ລວດລາຍ. ເຖິງຢ່າງໃດກໍ່ຕາມ, ບັນດາຜະລິດຕະພັນດ້ວຍແພພື້ນເມືອງພັດມີຊື່ສຽງດ້ວຍຄວາມໝັ້ນດີ, ສວຍງາມ ແລະ ສີສັນທີ່ເປັນເອກະລັກສະເພາະ. ທ່ານ ຫງວຽນແຄ໋ງນາມ, ໃຫ້ຮູ້ຕື່ມອີກວ່າ:
“ບັນດາແຜ່ນແພພື້ນເມືອງຂອງຊາວເຜົ່າ K’ho ທັງໝັ້ນດີ ແລະ ສວຍງາມ. ຜະລິດຕະພັນເຮັດດ້ວຍແພພື້ນເມືອງທັງແໜ້ນໜາດີ, ທັງອ່ອນນຸ້ມ, ແລະ ນຳໃຊ້ຢ່າງສະບາຍ. ແຕ່ເພື່ອຕຳ່ແພພື້ນເມືອງໃຫ້ໄດ້ແຜ່ນໜຶ່ງ ແມ່ນຕ້ອງໃຊ້ເຫື່ອແຮງຫຼາຍທີ່ສຸດ, ດັ່ງນັ້ນຈຳນວນຜູ້ຕຳ່ແຜ່ນແພກໍ່ນັບມື້ນັບໜ້ອຍລົງ. ປະຈຸບັນ, ມີແຕ່ຜູ້ອາຍຸສູງຍັງຄົງຮັກສາອາຊີບຕຳ່ແພພື້ນເມືອງທີ່ເປັນມູນເຊື້ອນີ້ໄວ້ເທົ່ານັ້ນ“.
ປະຈຸບັນ, ໃນໄລຍະແຫ່ງການເຊື່ອມໂຍງ, ການພົວພັນແລກປ່ຽນກັບບັນດາຊົນເຜົ່າອ້າຍນ້ອງ, ລະບົບຄົມມະນາຄົມ, ຕະຫຼາດພັດທະນາຢ່າງແຮງ, ດັ່ງນັ້ນປະຊາຊົນບັນດາເຜົ່າຈຶ່ງມີຄວາມສະດວກໃນການເລືອກເຟັ້ນແພເພື່ອຕັດຫຍິບສົ້ງເສື້ອໃຫ້ແກ່ຕົນ. ພ້ອມກັບການພັດທະນາຂອງຂະແໜງການທ່ອງທ່ຽວ, ບັນດາແຜ່ນແພພື້ນເມືອງພວມໄດ້ຮັບຄວາມຮູ້ຈັກ ແລະ ຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ໃນທ່າອ່ຽງນັ້ນ, ອາຊີບຕຳ່ແພພື້ນເມືອງທີ່ເປັນມູນເຊື້ອຂອງຊາວເຜົ່າ K’ho ສືບຕໍ່ມີໂອກາດເພື່ອພັດທະນາ.