(vovworld) - ຊາວເຜົ່າເມື່ອງມີມູນເຊື້ອປູກຝ້າຍ, ດ່ອງໄໝ, ຕຳ່ຫູກເພື່ອຮັບໃຊ້ຄວາມຕ້ອງການຂອງຄອບຄົວ. ຊຸດອາພອນຂອງຊາວເຜົ່າເມື່ອງເຄີຍເຮັດແບບຫັດຖະກຳ, ນັບແຕ່ການຕຳ່ຫູກເຖິງການຍ້ອມສີ. ດ້ວຍສີມືທີ່ຄ່ອງແຄ້ວຂອງຕົນ, ຊາວເຜົ່າເມື່ອງໄດ້ສ້າງເປັນບັນດາຜະລິດຕະພັນດ້ວຍແພພື້ນເມືອງທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງຊົນເຜົ່າຕົນ.
(ພາບ:ອິນເຕີແນດ)
ຕາມປະເພນີຂອງຊາວເຜົ່າເມື່ອງ, ກ່ອນທີ່ຈະມາຄອບຄົວຜົວ, ຜູ້ສາວຊົນເຜົ່າເມື່ອງຕ້ອງຕຳຜ້າຫົ່ມ, ເສື່ອແຕ່ 6 – 12 ຜືນ, ເພື່ອເປັນຂອງຕ້ອນໃຫ້ພີ່ນ້ອງຝ່າຍຜົວ, ສະແດງໃຫ້ເຫັນຄວາມຄ່ອງແຄ້ວ, ດຸໝັ່ນຂອງຕົນ. ຍ້ອນເຫດນັ້ນ, ໃນບັນດາຄອບຄົວຊາວເຜົ່າເມື່ອງສ່ວນຫຼາຍແມ່ນມີກີ່ຕຳ່ຫູກ, ຜູ້ສາວອາຍຸ 13, 14 ປີ ລ້ວນແຕ່ມີຄວາມຊຳນານໃນການຕຳ່ຫູກ. ຖ້າຕຳ່ຜ້າສີຂາວ, ແຕ່ລະມື້ສາມາດເຮັດໄດ້ແຕ່ 7 – 10 ແມັດ, ຖ້າຕຳ່ຜ້າທີ່ມີລວດລາຍຫຼາຍປະເພດ, ແຕ່ລະມື້ເຮັດໄດ້ພຽງ 2 – 3 ແມັດເທົ່ານັ້ນ. ປ້າ ຫງວຽນທິແຊນ, ຢູ່ບ້ານເຕິນຕ໋ຽນ, ຕາແສງເຢິນຈູ, ນະຄອນຮ່ວາບິ່ງ, ໃຫ້ຮູ້ວ່າ:
“ເມື່ອຕຳ່ຫູກສຳເລັດແລ້ວແມ່ນຕ້ອງຍ້ອມສີໃຫ້ຜ້າແພດ້ວຍວັດຖຸທີ່ເອົາມາຈາກຕົ້ນໄມ້ປະເພດຕ່າງໆໃນປ່າຄື. ສີເຫຼືອງແມ່ນເອົາມາຈາກຕົ້ນຂີ້ໝີ້ນ, ສີດຳຈາກຕ້ົນຄາມ... ພວກຂ້າພະເຈົ້າຕຳ່ຫູກດ້ວຍມື, ດັ່ງນັ້ນຄວາມຖີ່, ອ່ອນນວນຂອງຜ້າແມ່ນຂຶ້ນກັບຄວາມຕັ້ງໃຈຂອງຜູ້ເຮັດ. ຍ້ອນເຫດນັ້ນ, ຜ້າແພໂດຍຊາວເຜົ່າເມື່ອງຕຳ່ເອງຈຶ່ງມີຄຸນນະພາບສູງ ແລະ ບໍ່ຖືກຕົກສີ“.
(ພາບ: ອິນເຕີແນດ)
ຊຸດອາພອນຂອງຊົນເຜົ່າເມື່ອງມີຈຸດລວມຂອງປະຊາຄົມບັນດາເຜົ່າຫວຽດນາມ ແລະ ຂອງປະຊາຊົນອາຊີຕາເວັນອອກສ່ຽງໃຕ້, ນັ້ນແມ່ນມີສີທຳມະຊາດ, ແລະ ຖືກຕຳ່ຫູກແບບຫັດຖະກຳຢ່າງຄ່ອງແຄ້ວ ດ້ວຍສິລະປະຂອງມະນຸດ. ຊຸດອາພອນຂອງຜູ້ຊາຍຊົນເຜົ່າເມື່ອງແມ່ນງ່າຍດາຍ, ດ້ວຍເສື້ອສັ້ນ, ເສື້ອຄຸມ, ໂສ້ງ, ສາຍແອວ ແລະ ຜ້າພັນ. ເສື້ອສັ້ນຖືກຫຍິບຈາກແພຝ້າຍຫຼືແພໄໝ, ຫາງເສື້ອຍາວແລະແຍກອອກທັງສອງຂ້າງ, ໃສ່ກະດູມຢູ່ໜ້າເອິກ ຫຼືຢູ່ບ່ຽງຂ້າງ, ເສື້ອກວ້າງພໍດີ, ສ້າງຄວາມແຂງແຮງໃຫ້ຜູ້ຊາຍ. ໂສ້ງກວ້າງ, ຍາວເຖິງຂໍ້ຕີນ, ຫົວໂສ້ງກວ້າງ. ເມື່ອນຸ່ງເອົາເສັ້ນຝ້າຍມັດໃສ່ໃຫ້ແໜ້ນ. ສ່ວນຊຸດອາພອນຂອງຜູ້ຍິງພັດມີລວດລາຍສີສັນຫຼາກຫຼາຍ. ຜ້າຄຽນຫົວຂອງແມ່ຍິງມີສີຂາວ, ກວ້າງປະມານຄືບມື, ຍາວພໍດີພັນຫົວຮອບໜຶ່ງ. ພ້ອມກັບຜ້າຄຽນຫົວ, ເສື້ອຂອງແມ່ຍິງກໍ່ມີຈຸດພິເສດສະເພາະເມື່ອທຽບໃສ່ເສື້ອຂອງແມ່ຍິງຊົນເຜົ່າອື່ນໆ. ທ່ານ ບູ່ຍຮູຍວ້ອງ, ນັກຄົ້ນຄ້ວາວັດທະນະທຳເມື່ອງ, ແຂວງຮ່ວາບິ່ງ, ໃຫ້ຮູ້ວ່າ:
“ຊຸດອາພອນຂອງແມ່ຍິງຊົນເຜົ່າເມື່ອງລວມມີຜ້າພັນຫົວ, ເສື້ອກ໋ອມ ແລະ ສິ້ນ. ເສື້ອ ແລະ ສິ້ນຄ້າຍຄືກັນກັບເສື້ອ ແລະ ສິ້ນຂອງແມ່ຍິງຊົນເຜົ່າຜູ້ໄທ, ສ່ວນຜ້າພັນຫົວພັດມີຈຸດພິເສດສະເພາະ. ໃນເມື່ອກ່ອນ, ແມ່ຍິງຊັ້ນຂຸນນາງໃນສັງຄົມຂອງຊົນເຜົ່າເມື່ອງຍາມໃດກໍ່ມັດຜ້າພັນຫົວເທິງເກົ້າຜົມ, ສ່ວນຄົນທຳມະດາແມ່ນມັດຜ້າພັນຫົວຢູ່ໃຕ້ເກົ້າຜົມ“.
(ພາບ: ອິນເຕີແນດ)
ເສື້ອຂອງແມ່ຍິງຊົນເຜົ່າເມື່ອງແມ່ນຍາວເຖິງຫຼັງແອວ, ແຍກຢູ່ໜ້າອົກ ແລະ ມີສີສັນຫຼາກຫຼາຍ. ສ່ວນສິ້ນສີດຳ, ຍາວ, ຫົວສິ້ນປະດັບປະດາດ້ວຍລວດລາຍຮູບສັດ, ດອກໄມ້ຫຼາຍແນວ...ໂດຍແມ່ຍິງເຜົ່າເມື່ອງຕຳ່ຫູກ ແລະ ແສ່ວເອງ, ນອກນັ້ນຍັງມີສາຍແອວດ້ວຍແພສີຟ້າອີກ. ທັງໝົດເຫຼົ່ານັ້ນໄດ້ສ້າງເປັນຄວາມງາມສະເໜໃຫ້ແກ່ແມ່ຍິງເຜົ່າເມື່ອງ. ບັນດານັກຄົ້ນຄ້ວາໄດ້ສະຖິຕິວ່າເທິງຫົວສິ້ນມີລວດລາຍປະມານ 40 ແບບ. ທ່ານ ບູ່ຍຮູຍວ້ອງ, ໃຫ້ຮູ້ວ່າ:
“ຫົວສິ້ນຂອງຜູ້ຍິງຊົນເຜົ່າເມື່ອງມີບັນດາລວດລາຍພິເສດທີ່ສຸດ, ນັ້ນແມ່ນບັນດາລວດລາຍເຄີຍມີໃນໜ້າກອງທອງດົງເຊີນ. ບັນດາລວດລາຍນີ້ໄດ້ປະກົດມີໃນຫົວສິ້ນຂອງແມ່ຍິງຊົນເຜົ່າເມື່ອງນັບແຕ່ດົນນານມາແລ້ວ ແລະ ໄດ້ຮັບການຮັກສາໄວ້ຜ່ານຫຼາຍລຸ້ນຄົນ. ແຕ່ຫ້າມຜູ້ສາວຄອບຄົວທຳມະດາບໍ່ໄດ້ໃຊ້ຫົວສິ້ນປັກແສ່ວຮູບມັງກອນ ແລະ ຮູບສັດສັກສິດອື່ນໆ “.
ເຕັກນິກຕ່ຳຫູກຂອງຊາວເຜົ່າເມື່ອງ ແລະ ວິທີປະດັບລວດລາຍ ໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນ. ຍ້ອນເຫດນັ້ນລວດລາຍໃນຊຸດອາພອນ ກໍ່ຄືເຄື່ອງໃຊ້ສອຍຕ່າງໆຂອງຊົນເຜົ່າເມື່ອງຈຶ່ງມີຫຼາຍຮູບຫຼາຍແບບ , ທັງມີຈຸດທີ່ເປັນເອກະລັກສະເພາະຢ່າງແນ່ນອນ. ບັນດາຊຸດອາພອນຂອງຊົນເຜົ່າເມື່ອງສະແດງໃຫ້ເຫັນຄຸນຄ່າ ແລະ ສີສັນສະເພາະຂອງຊົນເຜົ່າຕົນຢ່າງແທ້ຈິງ.