ຊາວ ຮ່າຍີ່ຖັກສານໄມ້ໄຜ່, ຫວາຍ, ໄມ້ເຮ້ຍ,
ເຄືອຊະນິດຕ່າງໆໃນປ່າເພື່ອສ້າງເປັນຜະລິດຕະພັນຕ່າງໆ
(ພາບປະກອບ: dantocmiennui)
(vovworld) - ໂດຍແມ່ນຊົນເຜົ່າທີ່ອາໄສຢູ່ເຂດພູສູງ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ) ມາເປັນເວລານັບຮ້ອຍປີ, ແລະດຳລົງຊີວິດດ້ວຍການຜະລິດກະສິກຳເປັນຕົ້ນຕໍ. ຍ້ອນເຫດນັ້ນ, ຊາວເຜົ່າ ຮ່າຍີ່ຈຶ່ງຮູ້ກໍ່ສ້າງກິດຈະກຳຊົນລະປະທານມາແຕ່ດົນແລ້ວ ແລະ ມີຄວາມຊຳນານໃນການປູກເຂົ້ານາຂັ້ນໄດ. ພ້ອມກັບການຜະລິດກະສິກຳ, ບັນດາຂະແໜງອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າ ຮ່າຍີ່ຍັງຄົງໄດ້ຮັບການອະນຸລັກຮັກສາ, ແລະ ເສີມຂະຫຍາຍຢູ່.
ຊາວ ຮ່າຍີ່, ແມ່ນຊົນເຜົ່າທີ່ອົບພະຍົບຈາກທິດເໜືອມາຫວຽດນາມກ່ອນນີ້ປະມານ 300 ປີ. ຊາວ ຮ່າຍີ່ດຳລົງຊີວິດຕົ້ນຕໍແມ່ນຢູ່ເຂດພູຜາປ່າໄມ້ທາງພາກເໜືອ ຫວຽດນາມ, ດັ່ງນັ້ນເຂົາເຈົ້າຍັງຄົງຮັກສາຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກສະເພາະໄວ້ຢູ່. ປະຈຸບັນ, ການລ່າເນື້ອ, ເກັບຫາບໍ່ແມ່ນການລ້ຽງຊີບຕົ້ນຕໍຂອງເຂົາເຈົ້າອີກ. ຊາວ ຮ່າຍີ່ມີຄວາມຊຳນານທີ່ສຸດໃນການຜະລິດກະສິກຳ, ມີປະສົບການໃນການບຸກເບີກເນີນພູເປັນນາຂັ້ນໄດ, ຄູນຝາຍ, ຂຸດຄອງເໝືອງພານຳ້ເຂົ້າທົ່ງນາ. ພິເສດແມ່ນການປູກຝັງຕາມເນີນພູ, ເຮັດຊົນລະປະທານ, ຂຸດຄອງເໝືອງພານຳ້ເຂົ້ານາຂັ້ນໄດ. ທ່ານ ຫງວຽນຮຸງວີ້, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ໃຫ້ຮູ້ວ່າ:
“ຊາວ ຮ່າຍີ່ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີຄວາມຊຳນານທີ່ສຸດໃນການເຮັດນາຂັ້ນໄດ. ພິເສດແມ່ນທັກສະໃນການນຳໃຊ້ນຳ້ ແລະ ເອົາໃຈໃສ່ເປັນພິເສດເຖິງແຫຼ່ງນ້ຳ. ຍ້ອນເຫດນັ້ນ, ນາຂັ້ນໄດ ແລະ ນຳ້ຈຶ່ງມີຄວາມໝາຍສັກກະລະບູຊາທີ່ສຸດສຳລັບຊີວິດຂອງເຂົາເຈົ້າ “.
ຢູ່ໝູ່ບ້ານຕ່າງໆຂອງຊາວ ຮ່າຍີ່, ອາຊີບລ້ຽງສັດກໍ່ພັດທະນາ, ຊາວ ຮ່າຍີ່ລ້ຽງສັດ, ສັດປີກຕາມວິທີປ່ອຍເສລີ. ຝູງຄວາຍລ້ຽງປ່ອຍເສລີໃນປ່າມີນັບຮ້ອຍໂຕ. ຍ້ອນເງື່ອນໄຂດຳລົງຊີວິດໃນເຂດພູຜາປ່າໄມ້, ມີແຫຼ່ງວັດຖຸດິບທຳມະຊາດອຸດົມສົມບຸນ, ດັ່ງນັ້ນໃນບັນດາຄອບຄົວຊາວເຜົ່າ ຮ່າຍີ່ຍັງຄົງຮັກສາອາຊີບຫັດຖະກຳຖັກສານຢູ່. ຊາວ ຮ່າຍີ່ຖັກສານໄມ້ໄຜ່, ຫວາຍ, ໄມ້ເຮ້ຍ, ເຄືອຊະນິດຕ່າງໆໃນປ່າເພື່ອສ້າງເປັນຜະລິດຕະພັນຕ່າງໆເຊັ່ນ: ກະບຽນ, ກະພາ, ພາເຂົ້າ….. , ແນໃສ່ຕອບສະໜອງຄວາມຕ້ອງການໃນການດຳລົງຊີວິດປະຈຳວັນ, ທັງເປັນສິນຄ້າແລກປ່ຽນຊື້ຂາຍ. ມາຢ້ຽມຢາມໝູ່ບ້ານຂອງຊາວ ຮ່າຍີ່, ບໍ່ພຽງແຕ່ເຫັນຜູ້ໃຫຍ່ເຮັດອາຊີບຖັກສານເທົ່ານັ້ນ, ຫາກເດັກນ້ອຍກໍ່ໄດ້ຮັບການສືບທອດເພື່ອຮັກສາອາຊີບທີ່ເປັນມູນເຊື້ອໂດຍບັນພະບຸລຸດປະໄວ້ໃຫ້ອີກດ້ວຍ. ຍ້ອນເຫດນັ້ນ, ບັນດາຜະລິດຕະພັນຖັກສານຈາກຫວາຍ, ໄມ້ໄຜ່ຂອງຊາວ ຮ່າຍີ່ຈຶ່ງສວຍງາມ, ລະອຽດລະອໍທີ່ສຸດ. ທ່ານ ຫຼີໂຮຊີ, ຢູ່ຕາແສງ ອີຕີ໋, ເມືອງບາດຊາດ, ແຂວງ ລາວກາຍ, ໃຫ້ຮູ້ວ່າ:
“ເຮົາຕ້ອງສອນອາຊີບຖັກສານໃຫ້ພວກຫຼານເພື່ອປະກອບສ່ວນຮັກສາອາຊີບຫັດຖະກຳຂອງຊົນເຜົ່າຕົນໄວ້“.
ພ້ອມກັບອາຊີບຖັກສານນັ້ນ, ອາຊີບຕຳ່ຜ້າກໍ່ມີມາແຕ່ດົນນານແລ້ວ. ຊາວ ຮ່າຍີ່ປູກຝ້າຍ,ຕຳ່ຜ້າເອງ ແລະ ຕັດຫຍິບຊຸດອາພອນໃຫ້ຊົນເຜົ່າຕົນ. ຮຽນ ແລະ ຮູ້ຕຳ່ຜ້າແມ່ນຂໍ້ກຳນົດທີ່ບັງຄັບໃຫ້ຜູ້ຍິງ ຮ່າຍີ່ ທຸກຄົນຕ້ອງເຮັດໃຫ້ໄດ້, ຍ້ອນເຫດນັ້ນ, ເດັກຍິງສ່ວນຫຼາຍລ້ວນແຕ່ໄດ້ຮັບການຊີ້ນຳ, ບອກສອນວິທີປູກຝ້າຍ, ຕຳ່ຜ້າຈາກແມ່, ເພື່ອເວລາເຕີບໃຫຍ່ເຂົາເຈົ້າສາມາດຕຳ່ຜ້າ ແລະ ຕັດຫຍິບໂສ້ງເສື້ອໃຫ້ແກ່ຕົນເອງໄດ້. ໃນໝູ່ບ້ານຂອງຊາວ ຮ່າຍີ່, ເກືອບຄືວ່າຄອບຄົວໃດກໍ່ມີກີ່ຕຳ່ຫູກ. ເພື່ອມີຜະລິດຕະພັນຕຳ່ຫູກສົມບູນ, ແມ່ນຕ້ອງຜ່ານຫຼາຍຂັ້ນຕອນ. ຢາກຕຳ່ຫູກຕ້ອງມີຄວາມລະອຽດ, ຄ່ອງແຄ້ວ ແລະ ຕັ້ງໝັ້ນສູງ. ດັ່ງນັ້ນວຽກງານນີ້ໂດຍແມ່ຍິງຮັບຜິດຊອບ. ແມ່ຍິງ ຮ່າຍີ່ ຕຳ່ຫູກດ້ວຍກີ່ນ້ອຍ, ແລະມີເຕັກນິກສູງພໍສົມຄວນ, ເສັ້ນຝ້າຍຖືກຍ້ອມສີຄາມຫຼາຍຄັ້ງດັ່ງນັ້ນຈຶ່ງງາມທີ່ສຸດ. ດ້ວຍສີມືທີ່ຄ່ອງແຄ້ວຂອງຕົນ, ແມ່ຍິງ ຮ່າຍີ່ໄດ້ສ້າງເປັນບັນດາຜະລິດຕະພັນຕຳ່ຫູກພິເສດສະເພາະ, ລະອຽດລະອໍ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊົນເຜົ່າຕົນ. ຜະລິດຕະພັນແຕ່ລະຢ່າງກໍ່ມີຈຸດພິເສດສະເພາະ. ຍ້ອນເຫດນັ້ນ, ຊຸດອາພອນຂອງແມ່ຍິງຊາວເຜົ່າ ຮ່າຍີ່ຈຶ່ງແມ່ນໜຶ່ງໃນບັນດາຊຸດອາພອນທີ່ສວຍງາມໃນປະຊາຄົມບັນດາເຜົ່າຢູ່ພາກເໜືອ ຫວຽດນາມ. ໃນຊຸມປີມໍ່ໆມານີ້, ບັນດາໝູ່ບ້ານຂອງຊາວ ຮ່າຍີ່ຢູ່ຕາແສງ ອີຕີ໋, ເມືອງບາດຊາດ, ແຂວງ ລາວກາຍ, ໄດ້ຮັບການຮູ້ຈັກແມ່ນສະຖານທີ່ທ່ອງທ່ຽວປະຊາຄົມທີ່ດູດດື່ມ, ອັນໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ. ໃນນັ້ນ, ນັກທ່ອງທ່ຽວຫຼາຍຄົນນິຍົມບັນດາຂັ້ນຕອນຜະລິດບັນດາຜະລິດຕະພັນຕຳ່ແຜ່ນຕັດຫຍິບທີ່ເປັນມູນເຊື້ອຂອງຊາວ ຮ່າຍີ່ທີ່ສຸດ. ເອື້ອຍ ຕູ໋ແອງ, ນັກທ່ອງທ່ຽວມາຈາກ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ເມື່ອມີໂອກາດຊອກຮູ້ພື້ນຖານວັດທະນະທຳຂອງຊາວ ຮ່າຍີ່, ຂ້າພະເຈົ້າມັກຄົ້ນຫາແຕ່ລະລວດລາຍ, ສິລະປະຕຳ່ຫູກໃນຊຸດອາພອນຂອງເຂົາເຈົ້າ. ສິ່ງຈັບອົບຈັບໃຈທີ່ສຸດແມ່ນໄດ້ເຫັນປະຈັກຕາວິທີປັກແສ່ວ, ທາສີ, ຍ້ອມສີ ແລະ ຫຍິບໂສ້ງເສື້ອ. ຂ້າພະເຈົ້າຄິດວ່າ, ຖ້າຫາກນັກທ່ອງທ່ຽວມາຊື້ຫຼາຍ, ເຂົາເຈົ້າຈະສືບຕໍ່ປັກແສ່ວ, ຕັດຫຍິບຊຸດອາພອນທີ່ເປັນມູນເຊື້ອນີ້ອີກ. ຜ່ານນັ້ນຈະຮັກສາ ແລະ ເສີມຂະຫຍາຍອາຊີບຕຳ່ຫູກທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໄວ້“.
ປະຈຸບັນຊີວິດທາງດ້ານວັດທະນະທຳຂອງຊາວ ຮ່າຍີ່ເຖິງວ່າໄດ້ຮັບຜົນສະທ້ອນຫຼາຍຢ່າງຈາກພື້ນຖານວັດທະນະທຳອື່ນໆກໍ່ຕາມ, ແຕ່ຫຼາຍຮີດຄອງປະເພນີ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຮ່າຍີ່ຍັງຄົງໄດ້ຮັບການຮັກສາໄວ້. ພິເສດແມ່ນຂະແໜງອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງຊາວ ຮ່າຍີ່ຍັງຄົງໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຢູ່, ອັນໄດ້ເຮັດໃຫ້ວັດທະນະທຳທີ່ເປັນມູນເຊື້ອໃນປະຊາຄົມບັນດາເຜົ່າ ຫວຽດນາມອຸດົມສົມບຸນຍິ່ງຂຶ້ນ.