(vovworld) - ນັບແຕ່ດົນນານມາແລ້ວ, ກະພາໄດ້ກາຍເປັນເຄື່ອງໃຊ້ທີ່ມີຄວາມໃກ້ຊິດສະໜິດຕິດພັນ ແລະຂາດບໍ່ໄດ້ໃນການດຳລົງຊີວິດປະຈຳວັນຂອງຊາວເຜົ່າ K'ho ເວົ້າສະເພາະ ແລະ ຊາວເຜົ່າສ່ວນໜ້ອຍຢູ່ໄຕງວຽນເວົ້າລວມ. ອາຊີບສານກະພາຍັງສະແດງໃຫ້ເຫັນວັດທະນະທຳອັນດີງາມຂອງຊາວເຜົ່າ K'ho ອີກດ້ວຍ.
(ພາບປະກອບ)
ກ່ອນນີ້, ຊາວເຜົ່າ K'ho ດຳລົງຊີວິດດ້ວຍາຊີບປູກເຂົ້ານາທາມ ແລະ ເຮັດໄຮ່ເປັນຕົ້ນ. ເພື່ອຮັບໃຊ້ໃຫ້ແກ່ການຜະລິດກະສິກຳ, ບັນພະບຸລຸດຂອງຊາວເຜົ່າ K'ho
ໄດ້ປະດິດສ້າງເຄື່ອງໃຊ້ ກໍ່ຄືເຄື່ອງມືຫຼາຍປະເພດເຊັ່ນ: ຂວານ, ພ້າ, ມີດ, ກະຈາດ, ກະພາ…ກະພາຕິດພັນກັບຊີວິດການເປັນຢູ່ ແລະ ປະກົດຕົວໃນການເຄື່ອນໄຫວທຸກດ້ານຂອງຊາວເຜົ່າ K'ho. ໃນງານບຸນ, ພ້ອມກັບວາດຟ້ອນທີ່ອ່ອນຊ້ອຍຂອງເຂດພູຜາປ່າໄມ້, ກະພາດອກໄມ້ຍັງເປັນເຄື່ອງປະດັບປະດາສ້າງຄວາມງາມສະເໜໃຫ້ແກ່ບັນດານາງສາວຊາວເຜົ່າ K'ho ອີກດ້ວຍ.
ເທບສຽງປະກອບ
ຕາມປະສົບການຂອງຊາວເຜົ່າ K'ho ແລ້ວ, ຢາກສານກະພາໃຫ້ງາມແລະ ແໜ້ນໜາ, ເຖິງເດືອນ 6, 7, ຜູ້ຊາຍລ້ຳສັນຕ້ອງເຂົ້າປ່າເລິກເພີ່ອຕັດໄມ້ໄຜ່ໄມ້ເຮ້ຍ. ພາຍຫຼັງບັນດາຫ່າຝົນຕົ້ນລະດູ, ໄມ້ໄຜ່ໄມ້ເຮ້ຍຈະບໍ່ອ່ອນ ແລະ ບໍ່ແກ່ເກີນໄປ, ຫາກພໍດີງາມ. ໄມ້ໄຜ່ໄມ້ເຮ້ຍລຳໃດທີ່ມີຕາຍາວ, ຕົ້ນໄມ້ຊື່ ແລະ ປາຍໂກ່ງ ແມ່ນເໝາະສົມກັບການສານກະພາ. ເມື່ອຕັດມາຕ້ອງຕາກແດດປະມານໜຶ່ງສັບປະດາຈຶ່ງສາມາດສານໄດ້. ນອກຈາກຄັດເລືອກຕົ້ນໄມ້ໄຜ່ໄມ້ເຮ້ຍແລ້ວ, ມີດເຫຼົາກໍ່ມີຄວາມສຳຄັນບໍ່ແມ່ນໜ້ອຍ. ມີດນ້ອຍມີປາຍທັງແຫຼມ ແລະ ຄົມ, ພ້ອມກັບຄວາມຊຳນານລະອຽດລະອໍຂອງຜູ້ສານ ແມ່ນປັດໃຈຕັດສິນເພື່ອສ້າງເປັນກະພາທີ່ສວຍງາມ. ເພື່ອສານກະພາໃຫ້ສຳເລັດແມ່ນຕ້ອງເສຍເວລາຫຼາຍ ແລະ ຕ້ອງຜ່ານຫຼາຍຂັ້ນຕອນຄື: ຊອກຫາວັດຖຸ, ຜ່າ ແລະ ເຫຼົາໄມ້ໄຜ່ໄມ້ເຮ້ຍ, ສານໂຕກະພາ, ເສັ້ນກະພາ ແລະ ພື້ນຮອງກະພາ. ແຕ່ລະຂັ້ນຕອນກໍ່ມີພາກສ່ວນສຳຄັນແຕກຕ່າງກັນ, ແຕ່ສຳຄັນກວ່າໝູ່ແມ່ນການ ຜ່າ ແລະ ເຫຼົາໄມ້ໄຜ່ໄມ້ເຮ້ຍເພື່ອສານໂຕກະພາ, ເສັ້ນກະພາ. ເພື່ອສານກະພາຕ້ອງມີຄວາມປານີດ, ລະອຽດລະອໍ, ເສຍເວລາຫຼາຍ, ໂດຍສະເພາະແມ່ນເຕັກນິກສ້າງລວດລາຍໃນກະພາ. ຍ້ອນເຫດນັ້ນພຽງແຕ່ຜູ້ອາຍຸສູງຈຶ່ງມີຄວາມຕັ້ງໝັ້ນຢ່າງພຽງພໍເພື່ອສ້າງເປັນຜະລິດຕະພັນທີ່ຖືກໃຈໄດ້. ທ່ານ K’Bren ຊາວເຜົ່າ K'ho, ໃຫ້ຮູ້ວ່າ.
“ສານກະພາທຳມະດາອັນໜຶ່ງໃຫ້ສຳເລັດແມ່ນຕ້ອງເສຍເວລາ 1 ສັບປະດາ, ແຕ່ສານກະພາທີ່ມີລວດລາຍສວຍງາມໃຫ້ສຳເລັກບາງເທື່ອຕ້ອງເສຍເວລານັບເປັນເດືອນ. ລຸ້ນໜຸ່ມກໍ່ໄດ້ສືບທອດອາຊີບສານກະພາຈາກລຸ້ນກ່ອນ, ມີບາງຄົນກໍ່ເມົາມົວກັບອາຊີບນີ້ຢູ່. ເພື່ອຕອບສະໜອງຄວາມຕ້ອງການ, ພວກຂ້າພະເຈົ້າໄດ້ສ້າງຕັ້ງໜ່ວຍສານກະພາ ແລະ ຫວັງວ່າລັດຈະໜູນຊ່ວຍດ້ານທຶນຮອນເພື່ອຟື້ນຟູອາຊີບສານກະພາທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໄວ້”.
(ພາບປະກອບ)
ກະພາແຕ່ລະປະເພດຂອງຊາວເຜົ່າ K'ho ກໍ່ມີປະໂຫຍດໃນການໃຊ້ສອຍທີ່ແຕກຕ່າງກັນ. ຕາມນັ້ນແລ້ວ, Sah sơn ແມ່ນກະພາໃຫຍ່, ມີປະໂຫຍດວັດຜອງ. ກະພາອັນໜຶ່ງສາມາດບັນຈຸເຂົ້າເປືອກໄດ້ 50kg. ສ່ວນ “sớ dà” ແມ່ນກະພາຖືກສານເປັນຫຼາຍຂະໜາດທີ່ແຕກຕ່າງກັນ, ເພື່ອນຳໃຊ້ໃນການເຈ່ຍນ້ຳ, ເຈ່ຍຟືນ, ເຂົ້າ… ສະເພາະກະພາ “sớ bơnơr” ແມ່ນເຄີຍໃຊ້ເມື່ອໄປບຸນ, ໄປຕະຫຼາດ, ເພາະວ່າກະພາປະເພດນີ້ນ້ອຍ, ຖືກສານຢ່າງລະອຽດລະອໍກວ່າ ແລະ ໄດ້ຮັບການປະດັບປະດາດ້ວຍລວດລາຍທີ່ສວຍງາມຫຼາຍກວ່າ. ກະພາບໍ່ພຽງແຕ່ມີປະໂຫຍດເພື່ອບັນຈຸເຄື່ອງຂອງຕ່າງໆເຊັ່ນ: ຄ້ອງ, ເຂົ້າ… ເທົ່ານັ້ນ, ຫາກຍັງແມ່ນຜະລິດຕະພັນສະແດງໃຫ້ເຫັນຄວາມຊຳນານ, ສິລະປະຂອງຜູ້ສານອີກດ້ວຍ. ທ່ານ ຫງວຽນເຈື່ອງ, ພະນັກງານຄົ້ນຄ້ວາບັນດາເຜົ່າສ່ວນໜ້ອຍ, ໃຫ້ຮູ້ວ່າ:
“ກະພາສະແດງໃຫ້ເຫັນສີສັນຂອງຊົນເຜົ່າ K’ho ໃນການເຄື່ອນໄຫວສິລະປະວັດທະນະທຳ, ໃນບັນດາງານບຸນຂອງຊາວເຜົ່າ K’ho, ພິເສດແມ່ນໃນງານບຸນຕີຄ້ອງ. ກະພາກໍ່ແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຊາວເຜົ່າ K’ho ອີກດ້ວຍ. ນັ້ນແມ່ນບັນດາກະພາທີ່ຖືກສານຢ່າງລະອຽດລະອໍ ແລະ ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ”.
ປະຈຸບັນ, ຊີວິດການເປັນຢູ່ຂອງຊາວເຜົ່າ K’ho ໄດ້ມີການປ່ຽນແປງຫຼາຍຢ່າງ. ນອກຈາກການກໍ່ສ້າງເຮືອນຊານຢ່າງໃຫຍ່ໂຕສວຍງາມແລ້ວ, ປະຊາຊົນຍັງລົງທຶນຊື້ເຄື່ອງມືກະສິກຳຮັບໃຊ້ໃຫ້ແກ່ການຜະລິດທີ່ທັນສະໄໝ. ກະພາບໍ່ໄດ້ນຳໃຊ້ເປັນປະຈຳຄືກ່ອນນີີ້ອີກ. ເຖິງຢ່າງໃດກໍ່ຕາມ, ອາຊີບສານກະພາທີ່ເປັນມູນເຊື້ອຂອງຊາວເຜົ່າ K’ho ພວມຄ່ອຍໆໄດ້ຮັບການຟື້ນຟູ. ພ້ອມກັບການພັດທະນາການທ່ອງທ່ຽວ, ມີໝູ່ບ້ານອາຊີບສານກະພາຈຳນວນໜຶ່ງຂອງຊາວເຜົ່າ K’ho ພວມໄດ້ຮັບການສ້າງຕັ້ງຂຶ້ນຢູ່ສະຖານທີ່ທ່ອງທ່ຽວບາງແຫ່ງໃນເມືອງ ຢີລິງ, ແຂວງ ເລິມດົ່ງ, ປະກອບສ່ວນຮັກສາວັດທະນະທຳອັນດີງາມຂອງຊາວເຜົ່າ K’ho ໄວ້./.