(vovworld) - ຊາວເຜົ່ານຸ່ງເຄີຍດຳລົງຊີວິດຢູ່ເຂດພູສູງ, ຊີວິດການເປັນຢູ່ຕິດພັນກັບທຳມະຊາດ ແລະ ມີປະເພນີປູກຝັງກຸ້ມຕົນເອງ. ໃນເມື່ອກ່ອນຊາວເຜົ່ານຸ່ງເຄີຍເກັບຜັກ, ໝາກໄມ້ໃນປ່າ, ລ່າສັດ, ປູກຝັງ, ລ້ຽງສັດເອງເພື່ອປຸງແຕ່ງອາຫານ. ຜ່ານວິວັດແຫ່ງການພັດທະນາ, ຊາວເຜົ່ານຸ່ງສາມາດປຸງແຕ່ງອາຫານທີ່ເປັນເອກະລັກສະເພາະຫຼາຍເຍື່ອງ. ປະຈຸບັນ, ອາຫານບາງເຍື່ອງຂອງຊາວເຜົ່ານຸ່ງ ໄດ້ກາຍເປັນ “ເຄື່ອງໝາຍການຄ້າ” ຜະລິດຕະພັນທ່ອງທ່ຽວພິເສດໃຫ້ແຂວງລ້າງເຊີນ, ແຫ່ງທີ່ ມີຊາວເຜົ່ານຸ່ງຫຼາຍຄົນດຳລົງຊີວິດ. ບົດຂຽນ: “ອາຫານການກິນຂອງຊົນເຜົ່ານຸ່ງ” ຂອງ ໂຕຕ້ວນ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.
(ພາບປະກອບ)
ໃນການຜະລິດ, ຊາວເຜົ່ານຸ່ງປູກເຂົ້າຈ້າວ, ເຂົ້າໜຽວເປັນຕົ້ນຕໍ. ໃນຄາບເຂົ້າປະຈຳວັນ, ຊາວເຜົ່ານຸ່ງມັກກິນເຂົ້າຈ້າວກັບບັນດາເຍື່ອງອາຫານທີ່ປຸງແຕ່ງຈາກໝາກຖົ່ວ, ຜັກປ່າ. ໃນລະດູຮ້ອນ, ຄາບເຂົ້າຕອນທ່ຽງຂອງຄອບຄົວຊາວເຜົ່ານຸ່ງ ເຄີຍມີເຂົ້າປຽກຕື່ມອີກ. ຊາວເຜົ່ານຸ່ງຍັງກິນເຂົ້າໜຽວ (ທີ່ປຸງແຕ່ງຈາກເຂົ້າໜຽວໄຮ່) ນຳອີກ. ຈາກເຂົ້າໜຽວ, ຊາວເຜົ່ານຸ່ງຍັງປຸງແຕ່ງເປັນອາຫານ, ເຂົ້າໜົມຫຼາຍເຍື່ອງທີ່ແຕກຕ່າງກັນ. ໃນປີໜຶ່ງ, ຊົນເຜົ່ານຸ່ງມີຫຼາຍວັນບຸນ, ແຕ່ລະວັນບຸນຊາວເຜົ່ານຸ່ງກໍ່ປຸງແຕ່ງອາຫານ, ເຂົ້າໜົມຫຼາຍເຍື່ອງຈາກເຂົ້າໜຽວ, ທີ່ມີສີສັນເປັນເອກະລັກສະເພາະ, ມີລົດຊາດ ແລະ ຄວາມໝາຍຕ່າງກັນ. ຊາວເຜົ່ານຸ່ງກິນເຍື່ອງອາຫານປະເພດຕົ້ມໜ້ອຍທີ່ສຸດ, ບັນດາເຍື່ອງອາຫານປະເພດຜັກ, ຫົວຜັກສ່ວນຫຼາຍແມ່ນຂົ້ວລ້າໆກັບນ້ຳມັນ. ເມື່ອເຮັດແກງມີແຕ່ຖອກນ້ຳໃສ່ຕື່ມ. ບັນດາອາຫານທີ່ປຸງແຕ່ງຈາກຊີ້ນ, ປາ ສ່ວນຫຼາຍແມ່ນເຍື່ອງຈືນ, ຊາວເຜົ່ານຸ່ງເຮັດເຍື່ອງອາຫານຕົ້ມເຄັມໜ້ອຍທີ່ສຸດ. ຊາວເຜົ່ານຸ່ງບໍ່ກິນຊີ້ນຄວາຍ, ຊີ້ນງົວ.
ວັດທະນະທຳດ້ານອາຫານການກິນຂອງຊາວເຜົ່ານຸ່ງ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດໃນພາເຂົ້າສະຫຼອງວັນບຸນ, ເປັນຕົ້ນແມ່ນຄາບເຂົ້າທ້າຍປີເພື່ອປັດເປົ່າບັນດາລາງຮ້າຍໃນປີ. ນີ້ແມ່ນປະເພນີທີ່ເປັນມູນເຊື້ອຂອງຊາວເຜົ່ານຸ່ງ. ພາເຂົ້າທ້າຍປີຂອງຊາວເຜົ່ານຸ່ງ ຟ່ານຊິ່ງ ຢູ່ລ້າງເຊີນມີເຍື່ອງອາຫານທີ່ປຸງແຕ່ງດ້ວຍຊີ້ນ, ໜໍ່ໄມ້, ຜັກ ແຕ່ເຍື່ອງອາຫານທີ່ປຸງແຕ່ງດ້ວຍຊີ້ນເປັດ ແມ່ນຂາດບໍ່ໄດ້. ທ່ານ ເລື່ອງວັນແບັກ ຊົນເຜົ່ານຸ່ງຢູ່ແຂວງລ້າງເຊີນ, ໃຫ້ຮູ້ວ່າ:
“ ຊາວເຜົ່ານຸ່ງ ຟ່ານຊິ່ງ ຢູ່ລ້າງເຊີນຍັງຮັກສາປະເພນີຕ້ອນຮັບບຸນປີໃໝ່ໄວ້ຢູ່. ຄາບເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ມີອາຫານຫຼາຍເຍື່ອງ, ແຕ່ອາຫານທີ່ເປັນເອກະລັກສະເພາະທີ່ສຸດນັ້ນແມ່ນເຍື່ອງອາຫານຊີ້ນເປັດ, ເພາະວ່າຕາມທັດສະນະຂອງຊາວເຜົ່ານຸ່ງແລ້ວ ນີ້ແມ່ນເຍື່ອງອາຫານເພື່ອສິ້ນສຸດໜຶ່ງປີ. ຊາວເຜົ່ານຸ່ງໃນເມື່ອກ່ອນກິນຊີ້ນເປັດເພື່ອປັດເປົ່າບັນດາລາງຮ້າຍ ເພື່ອໄດ້ຮັບແຕ່ໂຊກໝານໃນປີໃໝ່”.
ຊີ້ນເປັດໃນພາເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຍັງຖືກປຸງແຕ່ງເປັນອາຫານຫຼາຍເຍື່ອງ, ແຕ່ພິເສດທີ່ສຸດແມ່ນເຍື່ອງອາຫານເປັດປຸງແຕ່ງກັບໜໍ່ໄມ້ສົ້ມ. ປະຈຸບັນ, ມີອາຫານອື່ນຫຼາຍເຍື່ອງເຊັ່ນ: ໜໍ່ໄມ້ໝາກເຜັດສົ້ມ, ມັນເຜືອກ, ໄສ້ກອກ, ກໍ່ຄືອາຫານບາງເຍື່ອງຂອງຊາວເຜົ່າໄຕ - ນຸ່ງໄດ້ກາຍເປັນອາຫານພິເສດ, ຄື “ເຄົາຍຸກ“, ເຊິ່ງແມ່ນເຍື່ອງອາຫານທີ່ເຮັດດ້ວຍຊີ້ນສາມຊັ້ນ, ມັນຄ້າຍຄືເຍື່ອງອາຫານຊີ້ນຕົ້ມເຄັມ, ແຕ່ໄດ້ໜື້ງກັບເຄື່ອງເທດຕ່າງໆເຊັ່ນ: ແປ້ງຫອມ 5 ຢ່າງ, ຫົວຜັກທຽມ, ໝາກເຜັດ, ເຫຼົ້າ, ນ້ຳສົ້ມ, ແປ້ງນົວ, ໝາກຜິກໄທ… ດັ່ງນັ້ນຈຶ່ງມີລົດຊາດພິເສດ. ເຄົາຍຸກ ແມ່ນອາຫານທີ່ຂາດບໍ່ໄດ້ໃນພາເຂົ້າຕ້ອນຮັບແຂກ ແລະ ພາເຂົ້າໃນງານດອງ, ພາເຂົ້າບູຊາ ແລະ ງານບຸນອວຍພອນອາຍຸຍືນຂອງຊາວເຜົ່ານຸ່ງ.
ເຄົາຍຸກ“ ເຊິ່ງແມ່ນເຍື່ອງອາຫານທີ່ເຮັດດ້ວຍຊີ້ນສາມຊັ້ນ
(ພາບປະກອບ)
ກໍ່ເຊັນດຽວກັບຊົນເຜົ່າອື່ນໆຢູ່ເຂດພູດອຍທາງພາກເໜືອ, ເມື່ອເວົ້າເຖິງອາຫານທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ນຸ່ງ, ແມ່ນຕ້ອງເວົ້າເຖິງເຍື່ອງອາຫານເປັດປີ້ງ, ໝູປີ້ງທີ່ຍັດໃບ ແລະ ໝາກ ໝັກເມິດ, ເຊິ່ງແມ່ນຕົ້ນໄມ້ໃຊ້ເປັນເຄື່ອງເທດ, ພຽງແຕ່ມີຢູ່ບັນດາແຂວງ: ລ້າງເຊີນ, ກາວບັ່ງ, ບັກກ້ານເທົ່ານັ້ນ. ໝັກເມິດໝາຍຄວາມວ່າ (ໝາກຫວານ), ນີ້ແມ່ນເຄື່ອງເທດທີ່ຂາດບໍ່ໄດ້ໃນການປຸງແຕ່ງເຍື່ອງອາຫານຕ່າງໆຂອງຊາວເຜົ່ານຸ່ງ, ລ້າງເຊີນ. ກິ່ນຫອມທຳມະ ຊາດຂອງໃບໝັກເມິດ ໄດ້ສ້າງເປັນເຄື່ອງໝາຍໃຫ້ເຍື່ອງອາຫານຊີ້ນປິ່ນລ້າງເຊີນ. ອ້າຍນົງວັນຈີ໋, ຊົນເຜົ່ານຸ່ງ ຢູ່ລ້າງເຊີນ, ໃຫ້ຮູ້ວ່າ:
“ໃບໝັກເມິດນີ້ແມ່ນຂາດບໍ່ໄດ້ໃນບັນດາເຍື່ອງອາຫານປິ່ນ, ພິເສດແມ່ນໝູປິ່ນ, ເປັດປິ່ນ, ເພາະວ່າໃບໝັກເມິດນີ້ມີກິ່ນຫອມທີ່ສຸດ. ຖ້າຂາດໃບໝັກເມິດ, ໝູປິ່ນຈະບໍ່ແຊບ. ເມື່ອເອົາໃບຫຼືໝາກໝັກເມິດຍັດໃສ່ທ້ອງໂຕໝູແລ້ວເອົາໄປປິ່ນ, ເມື່ອສຸກໃບໝັກເມິດຍັງສົດແຕ່ພັດມີກິນຫອມພິເສດສະເພາະ“.
ໝູປິ່ນຢູ່ລ້າງເຊີນມີກິ່ນຫອມພິເສດ, ໜັງມີສີເຫຼືອງເຂັ້ມຂອງນ້ຳເຜິ້ງປ່ານີ້ ແມ່ນເຂັດລັບຂອງຊາວໄຕ່-ນຸ່ງ. ເຍື່ອງອາຫານໝູປປິ່ນບໍ່ພຽງແຕ່ແມ່ນອາຫານພິເສດເທົ່ານັ້ນ, ຫາກຍັງແມ່ນເຍື່ອງອາຫານທີ່ຂາດບໍ່ໄດ້ໃນງານດອງອີກ.
ໃນງານບຸນ, ງານດອງ, ບຸນວັນເກີດ, ແລະໃນການຕ້ອນຮັບແຂກມາຈາກທາງໄກ, ເຫຼົ້າແມ່ນເຄື່ອງດື່ມທີ່ຂາດບໍ່ໄດ້. ເຫຼົ້າຂອງຊາວເຜົ່ານຸ່ງແມ່ນຕົ້ມຈາກເຂົ້າໜຽວ ແລະ ມີເຊື້ອສະເພາະ. ຊາວເຜົ່າ ນຸ່ງມີປະເພນີດື່ມເຫຼົ້າໄຂວ່ຈອກ, ໄຂວ່ແຂນ: ສອງຄົນນັ່ງເຊິ່ງໜ້າກັນຍົກຈອກເຫຼົ້າຂຶ້ນແລ້ວແຂນໄຂວ່ກັນ, ຂໍ້ສອກຂອງຜູ້ນີ້ອີງໃສ່ໜ້າເອິກຂອງຜູ້ນັ້ນແລ້ວພ້ອມກັນດື່ມເຫຼົ້າໃຫ້ໝົດ. ນີ້ແມ່ນປະເພນີດ້ວຍຄວາມໝາຍວ່າສອງຄົນຈະຢູ່ໃກ້ກັນຕະຫຼອດໄປ. ໃນການດຳເນີນຊີວິດຂອງຊາວເຜົ່າ ໄຕ - ນຸ່ງ - ຜູ້ໄທ ຢູ່ທາງທິດເໜືອ, ປະເພນີດື່ມເຫຼົ້າໄຂ່ວ່ແຂນກັນເຄີຍສະແດງອອກໃນການຕ້ອນຮັບແຂກຜູ້ມີກຽດ.
ຜ່ານການເວລາ, ບັນດາຄຸນຄ່າດ້ານວັດທະນະທຳອາຫານການກິນຂອງຊາວເຜົ່ານຸ່ງຍາມໃດກໍ່ໄດ້ຮັບການຮັກສາໄວ້. ໃນໄລຍະແຫ່ງການເຊື່ອມໂຍງປະຈຸບັນນີ້, ບັນດາຄຸນຄ່ານັ້ນຂອງຊາວເຜົ່ານຸ່ງພວມໄດ້ຮັບການເສີມຂະຫຍາຍ. ຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳອາຫານການກິນຂອງຊາວເຜົ່ານຸ່ງ ຍັງປະກອບສ່ວນສ້າງເປັນເຄື່ອງໝາຍການທ່ອງທ່ຽວຂອງແຂວງລ້າງເຊີນ ແລະ ຂອງທົ່ວປະເທດ.