(vovworld) - ວັດທະນະທຳອາຫານການກິນຂອງຊາວເຜົ່າເມື່ອງ ຖືກສ້າງຂຶ້ນຈາກອາຫານທຳມະດາສາມັນທີ່ມີລົດຊາດຂອງພູຜາປ່າໄມ້, ຫ້ວຍນຳ້ລຳເຊຄື: ຜັກໜື້ງ, ປາຫ້ວຍ, ຊີ້ນໝູ. ປະຈຸບັນ, ໃນຄາບເຂົ້າປະຈຳວັນ, ກໍ່ຄືໃນງານບຸນຕ່າງໆ, ຊາວເຜົ່າເມື່ອງບີຢູ່ແຂວງຮ່ວາບິ່ງ ຍັງຄົງແຕ່ງເຍື່ອງອາຫານທີ່ເປັນເອກະລັກສະເພາະເຫຼົ່ານີ້ຢູ່. ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ລານແອງ ທີ່ມີຫົວຂໍ້ວ່າ “ອາຫານການກິນຂອງຊົນເຜົ່າເມື່ອງຢູ່ແຂວງຮ່ວາບິ່ງ“.
ຈາກວັດຖຸທີ່ມາຈາກພູຜາປ່າໄມ້, ຜັກ, ປາ ຫຼືເຂົ້ານາໄຮ່, ຊາວເຜົ່າເມື່ອງບີຢູ່ແຂວງຮ່ວາບິ່ງ ໄດ້ປຸງແຕ່ງອາຫານຫຼາຍເຍື່ອງທີ່ແຊບນົວ ແລະ ເຂັ້ມຄົ້ນໄປດ້ວຍລົດຊາດພິເສດຂອງເຂດພູຜາປ່າໄມ້. ໃນຄາບເຂົ້າປະຈຳວັນ, ທຳອິດແມ່ນຕ້ອງເວົ້າເຖິງອາຫານຜັກໜື້ງ. ເອື້ອຍ ບູ່ຍທິຢຽນ ໃຫ້ຮູ້ວ່າ, ດິນຟ້າອາກາດຢູ່ຮ່ວາບິ່ງ ເຢັນສະບາຍ, ແມ່ນເງື່ອນໄຂເໝາະສົມເພື່ອປູກຜັກ, ຫົວ, ໝາກໄມ້, ພິເສດແມ່ນຜັກກາດ.
“ຖ້າໜື້ງຜັກຫຼາຍປະເພດຄື: ໃບໝາກຮຸ່ງ, ຜັກກາດແມວ, ຜັກອີ່ເລີດ, ຜັກກາດດົ່ງນຳກັນ ມັນຈະມີກິ່ນຫອມທີ່ສຸດ. ຜັກກາດແມວເຄີຍປູກໃນລະດູໜາວ, ສ່ວນຜັກກາດດົ່ງພັດປົ່ງຂຶ້ນແບບທຳມະຊາດ. ຜັກກາດປະເພດນີ້ມີລົດຂົມກວ່າຜັກຊະນິດອື່ນ, ແຕ່ນີ້ພັດແມ່ນລົດຊາດທີ່ເປັນມູນເຊື້ອຂອງຊາວເຜົ່າເມື່ອງ“.
ໃນອາຫານຜັກໜື້ງຂອງຊາວເຜົ່າເມື່ອງເຄີຍມີໃບໝາກຮຸ່ງ, ດັ່ງນັ້ນໃນສວນຂອງຄອບຄົວໃດກໍ່ປູກຕົ້ນໝາກຮຸ່ງ. ດອກ, ໃບ, ໝາກນ້ອຍລ້ວນແຕ່ຖືກນຳໃຊ້ເຂົ້າໃນການປຸງແຕ່ງເພື່ອສ້າງເປັນລົດຂົມໃຫ້ແກ່ອາຫານຫຼາຍເຍື່ອງ. ກ່ຽວກັບວິທີປຸງແຕ່ງ, ພາຍຫຼັງລ້າງຜັກໃຫ້ສະອາດແລ້ວ, ຈະຊອຍຜັກເປັນເສັ້ນແລບໆ, ແລະປົນກັບໝາກປີທີ່ໄດ້ຊອຍແລ້ວໃຫ້ສະເໝີກັນ, ຫຼັງຈາກນັ້ນຈຶ່ງໜື້ງເທິງເຕົາໄຟອ່ອນໃນເວລາ 15 ນາທີ, ເມື່ອໄດ້ກິ່ນຫອມຂອງຜັກຊະນິດຕ່າງໆ, ພິເສດແມ່ນຜັກອີ່ເລີດ, ໝາຍຄວາມວ່າຜັກໄດ້ສຸກແລ້ວ.
“ຜັກໜື້ງສຸກດ້ວຍອາຍ, ນີ້ແມ່ນອາຫານທຳມະດາ, ທັງຫາງ່າຍ ແລະ ເຮັດງ່າຍ. ຊາວເຜົ່າເມື່ອງກິນອາຫານນີ້ປະຈຳວັນ“.
ຜັກໜື້ງກິນພ້ອມກັບນຳ້ແຈ່ວໄສ້ປາ, ໝາກເຜັດ, ທີ່ມີສີເຫຼືອງຂອງຂອງຫົວຂີງ, ສີແດງຂອງໝາກເຜັດ, ໝາກເລັ່ນ, ສີຂຽວຂອງຜັກບົ່ວ, ສີຂາວຂອງສົ້ມເຂົ້າ. ອ້າຍບູ່ຍວັນຮາຍ, ໃຫ້ຮູ້ວ່າ:
“ຜັກໜື້ງມີລົດຝາດຂອງໝາກປີ, ລົດຂົມຂອງໃບໝາກຮຸ່ງ, ລົດຫວານຂອງຜັກ ເມື່ອກິນຈຳ້ກັບນຳ້ແຈ່ວໄສ້ປາກັບໝາກເຜັດຮູ້ສຶກວ່າແຊບຫຼາຍ“.
ຜັກໜື້ງແມ່ນອາຫານປະຈຳວັນຂອງຊາວເຜົ່າເມື່ອງ, ສ່ວນໃນພາເຂົ້າບູຊາໃນໂອກາດວັນບຸນຂອງຊາວເຜົ່າເມື່ອງ, ປາແມ່ນອາຫານທີ່ຂາດບໍ່ໄດ້. ປາໄດ້ຮັບການປຸງແຕ່ງເປັນອາຫານຫຼາຍເຍື່ອງ, ແຕ່ເຍື່ອງປາທີ່ເປັນເອກະລັກສະເພາະຂອງຊາວເຜົ່າເມື່ອເອີ້ນວ່າ ປາໜື້ງ. ປາຖືກເອື້ອບກັບເຄື່ອງເທດຕ່າງໆທີ່ຕຳປົນກັນເຊັ່ນເກືອ, ໝາກຜິກໄທ, ຫົວຂີງ, ຫົວສີໄຄ, ໝາກເຜັດ ແລ້ວຍັດໃສ່ທ້ອງປາຫຼັງຈາກນັ້ນໜື້ງໃຫ້ສຸກ. ປາໜຶ້ງມີກິ່ນຫອມຂອງປາ, ທັງມີກິ່ນຫອມຂອງຫົວຂີງ, ຫົວສີໄຄ ໄດ້ສ້າງຄວາມດູດດື່ມໃຫ້ແກ່ຜູ້ຮັບປະທານອາຫານ. ທ່ານບູ່ຍວັນເຂີນ, ໃຫ້ຮູ້ວ່າ:
“ທຳມະດາເຂົາເຈົ້າເອົາໃບກ້ວຍມາຫໍ່ປາໄວ້ແລ້ວໜື້ງໃຫ້ສຸກ. ໂຕປາເປັນສັນຍາລັກໃຫ້ແກ່ຄວາມສາມາດໃນການລອຍນຳ້, ດຳນຳ້ ແລະ ຟູຂຶ້ນ“.
ນອກຈາກປາໜື້ງທັງຫອມທັງແຊບນັ້ນ, ຊີ້ນໝູຕົ້ມຂອງຊາວເຜົ່າເມື່ອງກໍ່ແຊບນົວເຊັ່ນກັນ. ຊີ້ນໝູຕົ້ມຈຳ້ກັບເກືອຂົ້ວທີ່ປົນກັບເມັດໂຢຍທີ່ໄດ້ປີ້ງແລະຕຳ່ແຫຼກແລ້ວ. ເມື່ອກິນ, ແຂກຈະຮູ້ສຶກໄດ້ລົດນົວຂອງຊີ້ນໝູ, ລົດຫອມຂອງໃບຕອງ ແລະ ລົດເຂັ້ມຂອງເກືອຂົ້ວ.
ຊາວເຜົ່າເມືອງເຄີຍເອົາອາຫານໃສ່ໃບຕອງ. ທ່ານ ບູ່ຍວັນເຂີນ, ອະທິບາຍວ່າ:
“ອາຫານທັງໝົດລ້ວນແຕ່ເອົາໃສ່ໃບຕອງ. ບາງເທື່ອບັນພະບຸລຸດໃນເມື່ອກ່ອນທຸກຍາກຫຼາຍຈຶ່ງເອົາໃບຕອງມາຫໍ່ອາຫານ, ແຕ່ປະເພນີ້ຍັງຄົງຮັກສາໄວ້ເຖິງປະຈຸບັນ. ອາຫານວາງເທິງໃບຕອງມີກິ່ນຫອມກວ່າ ແລະ ຈັດພາເຂົ້າກໍ່ງ່າຍກວ່າ, ນອກນັ້ນມັນກໍ່ສ້າງຄວາມສະດວກໃຫ້ແກ່ຜູ້ຮັບປະທານອາຫານກວ່າ“.
ພາເຂົ້າຖືກຈັດວາງເທິງກະດົ້ງຢູ່ໃບຕອງທີ່ລົນໄຟແລ້ວ, ຊາວເຜົ່າເມື່ອງເຄີຍເອີ້ນວ່າພາເຂົ້າໃບຕອງ. ເທິງພາເຂົ້າໃບຕອງວາງອາຫານປີ້ງ, ຕົ້ມ, ໜື້ງຫຼາຍເຍື່ອງ ແລະ ຖືກຈັດວາງຢ່າງງາມຕາ. ເມື່ອຮັບປະທານອາຫານແບບນີ້, ແຂກຈະຮູ້ສຶກໄດ້ອາລົມຈິດ, ຄວາມຈິງໃຈຂອງຊາວເຜົ່າເມື່ອງ. ພາເຂົ້າໃບຕອງແມ່ນຈຸດທີ່ເປັນເອກະລັກສະເພາະໃນອາຫານການກິນຂອງຊາວເຜົ່າເມື່ອງ, ມັນຊ້ອນແຝງນຳ້ໃຈຂອງມະນຸດທີ່ມີຕໍ່ບັນພະບຸລຸດ, ດິນຟ້າ ແລະ ພູຜາປ່າໄມ້