ໃນໂອກາດໄປປະຕິບັດງານຢູ່ເມືອງເມື່ອງໄລ, ເຊິ່ງແມ່ນແຫ່ງດຳລົງຊີວິດຂອງຊາວເຜົ່າໄທຂາວ, ພວກຂ້າພະເຈົ້າໄດ້ຮັບປະທານອາຫານພື້ນເມືອງຫຼາຍເຍື່ອງຂອງຊາວເຜົ່າຜູ້ໄທ, ໂດຍເອື້ອຍ ຮ່ວາງທິຮັ່ງ ປຸງແຕ່ງເອງ. ເອື້ອຍໃຫ້ຮູ້ວ່າ, ແມ່ຍິງເຜົ່າຜູ້ໄທສາມາດແຕ່ງອາຫານທຸກເຍື່ອງດ້ວຍວັດຖຸທີ່ມີຢູ່ແລ້ວໃນທຳມະຊາດຄືໝາກເຂືອເຮື້ອ, ໃບໄມ້ຂົມ, ໄຄຫ້ວຍ.
“ທີໜຶ່ງແມ່ນອີງຕາມລະດູການ, ທີສອງແມ່ນວິທີການປຸງແຕ່ງຄືແນວໃດໃຫ້ແຊບ. ອາຫານເຍື່ອງໃດກໍ່ຮັບການປຸງແຕ່ງຢ່າງລະອຽດລະອໍ“.
ເພື່ອປຸງແຕ່ງອາຫານພື້ນເມືອງຂອງຊົນເຜົ່າຜູ້ໄທກວ່າ 10 ເຍື່ອງ, ເອື້ອຍ ຮັ່ງ ຕ້ອງກະກຽມທັງຄາບ, ເອື້ອຍໃຫ້ຮູ້ວ່າລະດູໃດກໍ່ມີອາຫານສະເພາະຂອງລະດູນັ້ນ, ແຕ່ລະເຍື່ອງກໍ່ມີລົດຊາດສະເພາະ. ພິເສດແມ່ນອາຫານປີ້ງທີ່ແຊບນົວ ດ້ວຍທາດບຳລຸງລ້ຽງສູງ. ຊີ້ນສັດປີກ, ສັດລ້ຽງ ຫຼືສິນໃນນ້ຳລ້ວນແຕ່ປີ້ງໄດ້, ແຕ່ແຊບກວ່າໝູ່ແມ່ນໄຄນຳ້ປີ້ງ. ໃນລະດູນີ້, ໄຄນຳ້ແຊບທີ່ສຸດຍ້ອນນຳ້ຫ້ວຍໄຫຼແຮງເຮັດໃຫ້ໄຄນຳ້ຂຽວສົດໄສ. ພາຍຫຼັງລ້າງໃຫ້ສະອາດ, ເຂົາເຈົ້ານຳເອົາເຄື່ອງເທດຫຼາຍປະເພດຄື: ໝາກແຂ່ນ, ໝາກເຜັດ, ຫົວຜັກທຽມ, ຫົວຂີງ, ຫົວສີໄຄ, ໄບໝາກນາວ ແລະ ຊີ້ນມີນ້ຳມັນນ້ອຍໜຶ່ງມາປົນກັນ ແລ້ວຫໍ່ດ້ວຍໃບຕອງ, ຫຼັງຈາກນັ້ນຈະເອົາມາໝົກໃສ່ຂີ້ເທົ່າໃຫ້ສຸກ. ອາຫານເຍື່ອງນີ້ມີລົດຊາດພິເສດ, ທັງແຊບທັງຫອມ. ເມື່ອກິນໄຄນຳ້ ພ້ອມກັບເຫຼົ້າໄຫຈະຮູ້ສຶກວ່າແຊບກວ່າຈົນຍາກທີ່ຈະລືມໄດ້.
ໃນພາເຂົ້າຂອງເອື້ອຍ ຮັ່ງ ມີອາຫານເຖິງ 3 ເຍື່ອງຖືກຫໍ່ດ້ວຍໃບຕອງ. ນີ້ກໍ່ແມ່ນຈຸດພິເສດສະເພາະຂອງຊາວເຜົ່າຜູ້ໄທ. ອະທິບາຍກ່ຽວກັບສິ່ງດັ່ງກ່າວ, ອ້າຍຂ່ວາງວັນຕ໋ຽນ, ຕາແສງໄລເນືອ, ໃຫ້ຮູ້ວ່າ. ໃນເມື່ອກ່ອນຄົນເຜົ່າຜູ້ໄທດຳລົງຊີວິດຢູ່ເຂດພູສູງ, ເຄື່ອງໃຊ້ເພື່ອປຸງແຕ່ງບໍ່ມີຫຼາຍ ແລະ ອຸດົມສົມບຸນຄືປະຈຸບັນ, ດັ່ງນັ້ນຈຶ່ງໃຊ້ໃບຕອງເພື່ອຫໍ່ອາຫານ. ປະຈຸບັນ, ເຖິງວ່າຊີວິດໄດ້ມີການປ່ຽນແປງຫຼາຍຢ່າງແລ້ວກໍ່ຕາມ, ແຕ່ຊົນເຜົ່າຜູ້ໄທກໍ່ບໍ່ລືມວັດທະນະທຳທີ່ເປັນມູນເຊື້ອນີ້ໄດ້. ເຂົາເຈົ້າຍັງຄົງໃຊ້ໃບຕອງຫໍ່ອາຫານເພື່ອນຶ້ງ.
ເອື້ອຍຮັ່ງ ເວົ້າວ່າ, ອາຫານເປັດໃສ່ໝາກປີເຖິງວ່າສີບໍ່ງາມ, ແຕ່ເມື່ອຊິມແລ້ວຈະຮູ້ສຶກວ່າມັນມີລົດພິເສດສະເພາະ ເຊິ່ງບໍ່ເຄີຍມີຢູ່ບ່ອນໃດ. ອາຫານເຍື່ອງນີ້ທັງຫອມ, ເຜັດ ແລະ ແຊບນົວ, ເຮັດໃຫ້ຜູ້ໃດກໍ່ຍ້ອງວ່າແຊບຫຼາຍ. ເອື້ອຍ ຮັ່ງ ແນະນຳວ່າ:
“ອາຫານ ນີ້ເອີ້ນວ່າ ເປັດໃສ່ໝາກປີ, ຕ້ອງອ່ອມດ້ວຍໄຟນ້ອຍໆໃນເວລາປະມານ 3 ຊົ່ວໂມງ. ອາຫານເຍື່ອງນີ້ຕ້ອງໃສ່ເຄື່ອງເທດຫຼາຍປະເພດຄື: ໝາກເຜັດ, ຫົວຂີງ, ສີໄຄ, ໝາກແຂ່ນ..“.
ໝົກເປັດໃສ່ໝາກປີ
ຊີ້ນໝູຟັກນ້ອຍໆປົນໃສ່ເຄື່ອງເທດແລ້ວຫໍ່ດ້ວຍໃບຕອງກໍ່ແມ່ນອາຫານ ທີ່ແຊບນົວ. ຊີ້ນໝູຢູ່ເຂດ, ພາກໃດກໍ່ມີ ແລະ ແມ່ນອາຫານຕົ້ນຕໍ່ໃນຊີວິດປະຈຳວັນຂອງຊາວຫວຽດນາມ. ແຕ່ຜ່ານສີມືທີ່ຄ່ອງແຄ້ວຂອງຊາວເຜົ່າຜູ້ໄທ, ຊີ້ໝູຟັກຫໍ່ໃບຕອງພັດມີລົດຊາດພິເສດ ທີ່ບໍ່ເຄີຍມີຢູ່ບ່ອນໃດ. ອາຫານເຍື່ອງນີ້ກໍ່ອົບໃນເວລາ 1 ຊົ່ວໂມງ, ດັ່ງນັ້ນຊີ້ນກໍ່ໜຸ້ມໜຽວ, ກິ່ນຫອມຂອງຊີ້ນພ້ອມກັບກິ່ນຫອມຂອງໃບຕອງ, ໝາກຜິກໄທ, ຍິ່ງເຮັດໃຫ້ມັນມີລົດຊາດພິເສດກວ່າ.
ສ່ວນເຂົ້າແສນຂອງຊາວຊົນເຜົ່າຜູ້ໄທກໍ່ພິເສດເຊັ່ນກັນ. ເຂົ້າແສນບາງທີ່ຈື່ນກັບນຳ້ມັນໃຫ້ສີເຫຼືອງອ່ອນ ແລະ ກອບ. ເອື້ອຍ ຮັ່ງ ເວົ້າວ່າ, ນີ້ແມ່ນເຂົ້າໜົມພື້ນເມືອງຂອງຊາວເຜົ່າຜູ້ໄທ ແລະ ວິທີເຮັດກໍ່ລະອຽດລະອໍທີ່ສຸດ.
“ໃນເມື່ອ ກ່ອນເຄີຍເຮັດເຂົ້າແສນໃນຍາມບຸນປີໃໝ່, ແຕ່ປະຈຸບັນແມ່ນເຮັດຕະຫຼອດປີ. ກ່ອນອື່ນແມ່ນເລືອກເອົາມັນຕົ້ນ, ພາຍຫຼັງຂູດ ແລະ ໜຶ້ງມັນຕົ້ນແລ້ວ ຈະຕຳ່ເປັນຕ່ອນແລ້ວຕາກແດດ. ເມື່ອແຫ້ງແລ້ວເຮົາຈຶ່ງຕັດຕາມຮູບທີ່ເຮົາມັກ “.
ເຂົ້າໜົມແສນ
ໃນຄາບເຂົ້າປະຈຳວັນຂອງຊາວເຜົ່າຜູ້ໄທ, ເຂົ້າໜຽວແມ່ນຂາດບໍ່ໄດ້. ຊາວເຜົ່ຜູ້ໄທມີວິທີໜຶ້ງເຂົ້າໜຽວດ້ວຍຫວດໄມ້. ເຂົ້າໜຽວສຸກດ້ວຍອາຍ ທັງໜຽວທັງແຊບ, ແຕ່ເວລາປັ້ນເຂົ້າພັດບໍ່ຕິດໃສ່ມື. ເຂົ້າໜຽວຖືກໃສ່ໃນຕິບເຂົ້າ, ເພື່ອຮັກສາຄວາມອຸ່ນ ແລະ ຄວາມໜຽວໄວ້. ເມື່ອເຊີນແຂກຮັບປະທານອາຫານ, ຊາວເຜົ່າຜູ້ໄທເຄີຍປົນເຂົ້າກັບໃບໄມ້ປະເພດຕ່າງໆໃຫ້ມີສີທຳມະ ຊາດທີ່ສວຍງາມຄືສີອິດ, ສີເຫຼືອງ.
ເມື່ອໄດ້ຮັບປະທານອາຫານໂດຍຊາວເຜົ່າຜູ້ໄທແຕ່ງເອງ ຈຶ່ງເຫັນໄດ້ຄວາມສາມາດ, ຄວາມຊຳນານຂອງແມ່ຍິງຢູ່ທີ່ນີ້. ອາຫານແຕ່ລະເຍື່ອງໃນພາເຂົ້າລ້ວນແຕ່ມີລົດຊາດພິເສດ, ອັນໄດ້ເຮັດໃຫ້ຜູ້ຮັບປະທານຮູ້ສືກແປກປະຫຼາດ. ດ້ວຍວັດຖຸທຳມະດາ, ແຕ່ຜ່ານສີມືທີ່ຄ່ອງແຄ້ວ ແລະ ຫົວຄິດປະດິດສ້າງຂອງຕົນ, ຜູ້ຍິງຊົນເຜົ່າຜູ້ໄທ ໄດ້ແຕ່ງເປັນອາຫານພື້ນເມືອງຫຼາຍເຍື່ອງທີ່ເປັນເອກະລັກສະເພາະຂອງ ຊົນເຜົ່າຜູ້ໄທໃນແຂວງດ້ຽນບຽນ.