(vovworld) - ໃນສາງວັດທະນະທຳຂອງບັນດາເຜົ່າໄຕງວຽນ, ຮູບແກະສະຫຼັກຕັ້ງຢູ່ຫໍຜີໄດ້ຮັບຖືວ່າແມ່ນວັດທະນະທຳທີ່ມີສີສັນພິເສດສະເພາະ. ບັນດາຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາບໍ່ພຽງແຕ່ແມ່ນຜະລິດຕະພັນປະຕິມາກຳພື້ນເມືອງເທົ່ານັ້ນ, ຫາກຜ່ານນັ້ນຍັງສະແດງໃຫ້ເຫັນຄວາມສຳນຶກ, ປັດສະຍາກ່ຽວກັບຊີວິດອີກດ້ວຍ. .
ຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ
ໂດຍແມ່ນຊົນເຜົ່າທີ່ດຳລົງຊີວິດໃນເຂດພູດອຍ ແລະ ໃກ້ຊິດຕິດແທດກັບທຳມະຊາດ, ຊາວເຜົ່າບານາ ຍາມໃດກໍ່ມີທັດສະນະວ່າ, ມະນຸດແມ່ນໄດ້ຮັບການກຳເນີດຈາກປ່າ, ດັ່ງນັ້ນເມື່ອຕາຍໄປກໍ່ຕ້ອງກັບຄືນສູ່ປ່າ, ເຂົາເຈົ້າເຊື່ອໝັ້ນວ່າຕາຍບໍ່ໝາຍຄວາມວ່າໄດ້ສິ້ນສຸດເທື່ອ. ຄຽງຂ້າງໂລກມະນຸດແລ້ວ, ຍັງມີນາລົກ (ເຊິ່ງແມ່ນໂລກຂອງຄົນຕາຍ ແລະ ເທວະດາຟ້າແຖນ) ອີກ. ຈາກທັດສະນະຄືດັ່ງກ່າວ, ຊາວເຜົ່າບານາຈຶ່ງມີງານບຸນທີ່ເປັນເອກະລັກສະເພາະ, ນັ້ນແມ່ນພິທີອຳລາຄົນຕາຍໄປສູ່ນາໂລກ. ດ້ວຍຄວາມໝາຍນີ້, ພິທີດັ່ງກ່າວບໍ່ແມ່ນເພື່ອຮ້ອງໄຫ້, ຫາກຊາວບ້ານຍັງຕີຄ້ອງ, ດື່ມເຫຼົ້າໄຫ, ຟ້ອນລຳທຳເພງຢ່າງເບີກບານມ່ວນຊື່ນ ແລະ ໜຶ່ງໃນບັນດາສິ່ງທີ່ຂາດບໍ່ໄດ້ໃນພິທີອຳລາຄົນຕາຍນັ້ນ: ແມ່ນຕັ້ງຮູບແກະສະຫຼັກຢູ່ຫໍຜີ. ນີ້ແມ່ນໜຶ່ງໃນບັນດາວິທີສະແດງໃຫ້ເຫັນອາລົມຈິດຂອງຜູ້ຍັງມີຊີວິດທີ່ມີຕໍ່ຜູ້ທີ່ໄດ້ລ່ວງລັບໄປ. ຈິດຕະກອນ ດິງຕ໋ຽນຫາຍ, ຜູ້ທີ່ຄົ້ນຄ້ວາກ່ຽວກັບວັດທະນະທຳ, ສິລະປະໄຕງວຽນ ມາຫຼາຍປີ, ໃຫ້ຮູ້ວ່າ:
“ເມື່ອຜູ້ໃດຜູ້ໜຶ່ງຕາຍໄປ, ຊາວເຜົ່າບານາຖືວ່າຊີວິດຂອງຜູ້ນັ້ນບໍ່ທັນສິ້ນສຸດເທື່ອ. ຕາມທັດສະນະຂອງເຂົາເຈົ້າໃນເມື່ອກ່ອນແລ້ວ, ຊັບສິນທັງໝົດໃນຄອບຄົວຂອງຊາວເຜົ່າບານາ, ລ້ວນແຕ່ຖືກແບ່ງໃຫ້ຄົນຕາຍສ່ວນໜຶ່ງ. ຮອດພິທີອຳລາຄົນຕາຍ, ເຂົາເຈົ້າຈຶ່ງຖືວ່າຄົນຕາຍຈະອຳລາໂລກມະນຸດຕະຫຼອດໄປ, ດັ່ງນັ້ນຜູ້ຍັງມີຊີວິດຈຶ່ງສະຫງວນອາລົມຈິດຂອງຕົນເພື່ອເຮັດຮູບແກະສະຫຼັກຕັ້ງຢູ່ຫໍຜີ. ບັນດາຮູບແກະສະຫຼັກນີ້ຖືກຕັ້ງຢູ່ເຂດຫໍຜີເພື່ອແທນໃຫ້ຜູ້ຍັງມີຊີວິດສົ່ງຄົນຕາຍໄປຍັງນາລົກ .“
(ພາບອິນເຕີແນດ)
ເພື່ອເຮັດຮູບແກະສະຫຼັກ, ພີ່ນ້ອງໃນຄອບຄົວ ແລະ ວົງຕະກຸນຕ້ອງເຂົ້າປ່າຫາໄມ້ເພື່ອຄວັດຮູບ. ເຂົາເຈົ້າເລືອກເຟັ້ນຕົ້ນໄມ້ທີ່ມີເສັ້ນຜ່າກາງປະມານ 30 cm ຂຶ້ນໄປ, ເພື່ອຄວັດແກະສະຫຼັກ. ບັນດານັກສິລະປະການໄດ້ຄວັດຮູບດ້ວຍອາລົມຈິດ, ແນວຄິດປັດສະຍາທັງໝົດຂອງຕົນກ່ຽວກັບຊີວິດ. ຍ້ອນເຫດນັ້ນຮູບແກະສະຫຼັກຕັ້ງຢູ່ຫໍຜີຈຶ່ງມີຊີວິດຊີວາ, ມີຫຼາຍຮູບຫຼາຍແບບ ແລະ ມີ “ວີນຍານ“.
ບັນດາຮູບແກະສະຫຼັກຕັ້ງຢູ່ຫໍຜີບາງເທື່ອແມ່ນຮູບນົກ, ຮູບສັດ, ເຄື່ອງໃຊ້ປະຈຳວັນ, ບາງເທື່ອແມ່ນຮູບຄົນຢືນ, ຄົນນັ່ງ, ຄົນພວມກອດກັນ. ແຕ່ສ່ວນຫຼາຍແມ່ນຮູບຄົນນັ່ງເອົາແຂນສອກຄຳ້ຫົວເຂົ່າ, ນັ່ງເອົາມື້ສອງເບື້ອງຄຳ້ແກ້ມ, ສົ່ງສາຍຕາໂສກເສົ້າໄປທາງໄກ, ນອກນັ້ນຍັງມີຮູບຄົນຕີກອງ, ລັ່ນຄ້ອງ, ຕຳເຂົ້າ, ຮູບແມ່ຍິງຖືພາ, ຊຳ້ບໍ່ໜຳຍັງມີຮູບຄູ່ຍິງ-ຊາຍຮ່ວມເພດສຳພັນ…ເບິ່ງຮູບເຫຼົ່ານັ້ນ, ຜູ້ຊົມບໍ່ຮູ້ສຶກຢ້ານກົວຍ້ອນການຕາຍບໍ່ທັນສິ້ນສຸດເທື່ອ, ຫາກມັນເລີ່ມຕົ້ນໃຫ້ແກ່ພະລັງຊີວິດໃໝ່. ຈິດຕະກອນ ດິງຕ໋ຽນຫາຍ, ໃຫ້ຮູ້ວ່າ:
“ປະຈຸບັນ, ບັນດານັກສິລະປະການສາມາດແກະສະຫຼັກໄດ້ບັນດາຮູບສວຍງາມທີ່ສຸດ, ແຕ່ເພື່ອມີບັນດາຮູບແກະສະຫລັກຕັ້ງຢູ່ຫໍຜີທີ່ມີຊີວິດຊີວາຄືແນວນັ້ນ, ບໍ່ແມ່ນວ່າໃຜກໍ່ສາມາດເຮັດໄດ້. ເພາະວ່າຮູບແກະສະຫຼັກຕັ້ງຢູ່ຫໍຜີບໍ່ພຽງແຕ່ແມ່ນປັດໃຈທາງວັດຖຸເທົ່ານັ້ນ, ຫາກຍັງແມ່ນປັດໃຈດ້ານຈິດວີນຍານອີກດ້ວຍ“.
(ພາບອິນເຕີແນດ)
ຜ່ານຮູບແກະສະຫຼັກຕັ້ງຢູ່ຫໍຜີ, ຜູ້ຊົມສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງກ່ຽວກັບວັດທະນະທຳທີ່ເປັນເອກະລັກສະເພາະ ກໍ່ຄືຮີດຄອງປະເພນີຂອງຊາວເຜົ່າບານາ. ເມື່ອຍັງມີຊີວິດ, ຄົນຕາຍມີຮູບຮ່າງຄືແນວໃດ, ເຮັດອາຊີບໃດ, ນິດໃສໃຈຄໍຄືແນວໃດ… ອາລົມຈິດຂອງຄອບຄົວທີ່ມີຕໍ່ຄົນຕາຍເປັນແນວໃດ… ລ້ວນແຕ່ໄດ້ຮັບການສະແດງສ່ວນໃດສ່ວນໜຶ່ງຜ່ານຮູບແກະສະຫຼັກຕັ້ງຢູ່ຫໍຜີ. ປ້າ ເລືອງແທງເຊີນ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ທັງທິດເໜືອ ແລະ ທິດໃຕ້ເຂດໄຕຫງວຽນ, ເຂົາເຈົ້າຖືເປັນສຳຄັນເລື່ອງແກະສະຫຼັກຮູບຕັ້ງຢູ່ຫໍຜີ, ດັ່ງນັ້ນເຂົາເຈົ້າຈຶ່ງເຮັດຢ່າງລະອຽດ,ແນບນຽນ ແລະ ສວຍງາມທີ່ສຸດໃຫ້ແກ່ຄົນຕາຍ.ແຕ່ກໍ່ມີຈຸດທີ່ແຕກຕ່າງກັນ, ຢູ່ທິດເໜືອເຂດໄຕງວຽນ, ເຂົາເຈົ້າແກະສະຫຼັກຮູບຄົນເປັນຕົ້ນ, ສ່ວນທິດໃຕ້ເຂດໄຕງວຽນພັດແກະສະຫຼັກຮູບສັດທີ່ຊິນເຄີຍ ແລະ ຕິດພັນກັບມະນຸດເປັນຕົ້ນ”.
(ພາບອິນເຕີແນດ)
ບັນດາຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ ແມ່ນຜະລິດຕະພັນປະຕິມາກຳທີ່ມີຊີວິດຊີວາຢ່າງແທ້ຈິງ, ສະແດງໃຫ້ເຫັນຄວາມສາມາດ, ຫົວຄິດປະດິດສ້າງ ແລະ ທັດສະນະຂອງຊາວເຜົ່າບານາ. ອັນໄດ້ປະກອບສ່ວນຮັກສາວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງຫວຽດນາມໄວ້.