(VOVWORLD) -ສິລະປະແຕ້ມດ້ວຍຂີ້ເຜິ້ງໃສ່ແພແມ່ນຄວາມງາມອັນເປັນປະເພນີເຊິ່ງໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນຂອງຊາວເຜົ່າມົ້ງແລະເຜົ່າຢ້າວຕ່ຽນ. ດ້ວຍສີມືອັນຄ່ອງແຄ້ວແລະຄວາມສາມາດວາດນຶກທີ່ອຸດົມສົມບູນ, ພວກແມ່ຍິງຢູ່ແຫ່ງນີ້ໄດ້ໃຊ້ຂີ້ເຜິ້ງເພື່ອປະດິດຄິດສ້າງບັນດາແຜ່ນແພ, ຊຸດອາພອນດ້ວຍລວດລາຍລະອຽດອ່ອນ ມີຫຼາກຫຼາຍສີສັນແລະງາມຕາ. ເພື່ອຮັກສາແລະແຜ່ກະຈາຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະ, ບັນດານັກສິລະປະການຊາວເຜົ່າມົ້ງ ແລະ ເຜົ່າຢ້າວ ມີຄວາມຫວັງຢາກຊອກຫາທິດກ້າວເດີນອັນໝັ້ນຄົງໃຫ້ແກ່ອາຊີບຫັດຖະກຳພື້ນເມືອງນີ້
ສິລະປະແຕ້ມດ້ວຍຂີ້ເຜິ້ງໃສ່ແພຂອງຊາວເຜົ່າມົ້ງແລະເຜົ່າຢ້າວຕ່ຽນ |
ຕາມພໍ່ແມ່ພີ່ນ້ອງເຜົ່າຢ້າວຕ່ຽນ,ເຕັກນິກແຕ້ມດ້ວຍຂີ້ເຜິ້ງໃສ່ຊຸດອາພອນປະຈຳເຜົ່າໄດ້ມີມາແຕ່ດົນນານແລະຊາວເຜົ່າຢ້າວຕ່ຽນຍາມໃດກໍ່ຮັກສາປະເພນີນີ້ເພື່ອສ້າງບັນດາຊຸດອາພອນທີ່ນຸ່ງໃນແຕ່ລະວັນ. ພິເສດວັດຖຸດິບຕົ້ນຕໍ ເພື່ອສ້າງບັນດາລວດລາຍທີ່ເປັນເອກະລັກໃນຊຸດອາພອນຂອງຊາວເຜົ່າ ຢ້າຕ່ຽນກໍ່ໄດ້ຮັບການຮັກສານັບແຕ່ໃດໆມາ. ນັກສິລະປະການບ່ານທິລຽນຢູ່ຕາແສງ ຮວ່າຍຄາວເມືອງງວຽນບິ່ງແຂວງກາວບັງໃຫ້ຮູ້ວ່າ:
“ບ້ານຂ້າພະເຈົ້າກໍ່ມີຖ້ຳເຜິ້ງ, ບັນດາຮັງເຜິ້ງນັ້ນ ພໍ່ແມ່ພີ່ນ້ອງຍາມໃດກໍ່ຮັກສານັບແຕ່ປາງກ່ອນມາຮອດປັດຈຸບັນ ເພື່ອເອົາຂີ້ເຜິ້ງສ້າງບັນດາຊຸດອາພອນໃຫ້ແກ່ພວກແມ່ຍິງຊາວເຜົ່າຢ້າວຕ່ຽນ. ເຮົາກໍ່ໄດ້ກະກຽມແຜ່ນແພ ແລ້ວກໍ່ຕົ້ມຂີ້ເຜິ້ງເພື່ອພິມໃສ່ແພ. ສຳລັບເຕັກນິກການແຕ້ມແມ່ນເຮົາເອົາແມ່ພິມເຮັດດ້ວຍໄມ້ໄຜ່ພິມໃສ່ແຜ່ນແພດ້ວຍຮູບສີ່ຫຼ່ຽມ,ຮູບວົງມົນ, ລວດລາຍກໍ່ພິມໃສ່ສິ້ນ, ສ່ວນເສື້ອແມ່ນທັກແສ່ວແບບຫັດຖະກຳ. ເມື່ອເຮັດແລ້ວ ເຮົາກໍ່ໄດ້ເລີ່ມຍ້ອມສີ ຮອດຕາບໃດພໍໃຈກໍ່ຕົ້ມນ້ຳໃຫ້ຟົດ ແລ້ວກໍ່ເອົາແຜ່ນແພລົງໃສ່ນ້ຳຟົດເມື່ອໃດຂີ້ເຜິ້ງລະລາຍແລ້ວຈຶ່ງເອົາໄປຫຍິບໃຫ້ເປັນສິ້ນ”.
ສຳລັບພໍ່ແມ່ພີ່ນ້ອງເຜົ່າມົ້ງນອກຈາກການຕ່ຳແຜ່ນທໍໄໝດ້ວຍກີ່, ຍ້ອມສີຄາມ, ທັກແສ່ວລວດລາຍນັ້ນ, ຂັ້ນຕອນແຕ້ມດ້ວຍຂີ້ເຜິ້ງເພື່ອສາງລວດລາຍແມ່ນຕ້ອງການມີທັກສະອັນຄ່ອງແຄ້ວ. ນັກສິລະປະການຊຸງອີແທັງຢູ່ຕາແສງ ປ່າກໍເມືອງມາຍເຈົາແຂວງ ຮວ່າບິ່ງໃຫ້ຮູ້ວ່າ:
“ຊາວເຜົ່າມົ້ງໃຊ້ປາກກາທີ່ເຮັດດ້ວຍທອງແດງຈຶ່ງສາມາດຮັກສາອຸນຫະພູມຂອງຂີ້ເຜິ້ງ ແລະສາມາດແຕ້ມໃສ່ແຜ່ນແພໄດ້. ເວລາແຕ້ມກໍ່ແຕ້ມເທື່ອລະໜ້ອຍ, ເຮົາແຕ້ມກໍ່ສາມາດອີງໃສ່ຂອບແພ”.ເມື່ອໄດ້ເຂົ້າຮ່ວມເຫດການ “ຂີ້ເຜິ້ງ - ສີຄາມ” ໂດຍຫໍພິພິທະພັນແມ່ຍິງຫວຽດນາມທີ່ຈັດຂຶ້ນເມື່ອຕົ້ນເດືອນ ພະຈິກທີ່ຜ່ານມາ, ມວນຊົນບໍ່ພຽແຕ່ໄດ້ຮັບຊົມບັນດານັກສິລະປະການຂອງຊາວເຜົ່າມົ້ງ ແລະ ຢ້າວຕ່ຽນປະຕິບັດການແຕ້ມດ້ວຍຂີ້ເຜິ້ງເທົ່ານັ້ນຫາກຍັງໄດ້ຮຽນຮູ້ ແລະໄດ້ລົງມືເຮັດບັນດາຜະລິດຕະພັນສະເພາະຂອງຕົນ. ເພື່ອນໜຸ່ມບາງຄົນ ເປີດເຜີຍວ່າ:
“ນ້ອງຊົມຊອບວັດທະນະທຳບັນດາເຜົ່າຫວຽດນາມທີ່ສຸດ, ບໍ່ສະເພາະແຕ່ວັດທະນະທຳຂອງຊາວເຜົ່າມົ້ງເທົ່ານັ້ນ ແຕ່ມູນເຊື້ອຂອງທຸກໆເຜົ່ານ້ອງກໍ່ລ້ວນແຕ່ຊົມຊອບຄືກັນ. ນ້ອງຫວັງວ່າໃນອະນາຄົດແລະປັດຈຸບັນທຸກໆຄົນຈະຮັກສາ, ບໍ່ປະໃຫ້ສີສັນຖືກສູນຫາຍໄປ”.
“ນ້ອງມີຄວາມປະທັບໃຈທີ່ສຸດເພາະວ່ານີ້ແມ່ນງານວາງສະແດງກ່ຽວກັບຂີ້ເຜິ້ງ - ສີຄາມຂອງພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງແລະເຜົ່າຢ້າວ. ການແຕ້ມດ້ວຍຂີ້ເຜິ້ງໃສ່ແຜ່ນແພກໍ່ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າສ່ວນໜ້ອຍ”.
ປັດຈຸບັນຊາວເຜົ່າມົ້ງ ແລະ ເຜົ່າຢ້າວຕ່ຽນໄດ້ສ້າງຕັ້ງບັນດາກຸ່ມຄົນງານແລະບ້ານອາຊີບ ເພື່ອສ້າງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ພ້ອມທັງຍົກສູງມູນຄ່າໃຫ້ແກ່ຜະລິດຕະພັນຫັດຖະກຳພື້ນເມືອງ. ທ່ານກາວຕ໊ວນນິງ ຫົວໜ້າວົງຄະນາຍາດ 54 ຊົນເຜົ່າຫວຽດນາມໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກໍ່ມີການເຊື່ອມຕໍ່ ແລະມີການແບ່ງປັນໃນວົງຄະນາຍາດ. ປັດຈຸບັນຢູ່ ຫວຽດນາມມີຫຼາຍວົງຄະນາຍາດທີ່ແຕກຕ່າງກັນຄືເຜົ່າຢ້າວ, ເຜົ່າຜູ້ໄທ, ເຜົ່າມົ້ງ, ພວກຂ້າພະເຈົ້າກໍ່ໄດ້ຮ່ວມກັນແລະປາດຖະໜາຢາກຈັດຕັ້ງແລະສ້າງຕັ້ງວົງຄະນາຍາດບັນດາເຜົ່າຫວຽດນາມຜ່ານນັ້ນກໍ່ຊ່ວຍເຫຼືອບັນດາຜູ້ຄົນທີ່ປະສົບກັບຄວາມຫຍຸ້ງຍາກ”.
ເພື່ອຮັກສາຄວາມງາມທີ່ມີແຕ່ດົນນານພ້ອມກັບການຮັກສາແລະຖ່າຍທອດເຕັກນິກການແຕ້ມດ້ວຍຂີ້ເຜິ້ງນັ້ນ, ອຳນາດການປົກຄອງບັນດາທ້ອງຖິ່ນໄດ້ຮ່ວມກັບພໍ່ແມ່ພີ່ນ້ອງເຜົ່າ ມົ້ງ, ຢ້າວຕ່ຽນໄດ້ແລະພວມຮ່ວມແຮງຮ່ວມໃຈພັດທະນາສ້າງສົ້ນອອກໃຫ້ແກ່ຜະລິດຕະພັນເປັນປົກກະຕິ.