(vovworld)- ດົນຕີ ແລະ ຟ້ອນລຳທຳເພງມີບົດບາດສຳຄັນທີ່ສຸດໃນຊີວິດດ້ານຈິດໃຈຂອງຊາວເຜົ່າຈຳ. ໃນງານບຸນປະເພນີຕ່າງໆ, ການສະແດງ ຟ້ອນລຳທຳເພງພື້ນເມືອງຂອງຊາວເຜົ່າຈຳ, ເຄື່ອງດົນຕີ ຊື່ງແມ່ນປັດໄຈສ້າງເປັນຈຸດພິເສດສະເພາະ, ເຕັມໄປດ້ວຍສີສັນວັດທະນະທຳຊົນເຜົ່າຈຳແມ່ນຂາດບໍ່ໄດ້. ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າຈຳມີຄວາມອຸດົມສົມບູນ, ຫຼາຍຮູບຫຼາຍແບບຄື: ກອງກີນັງ (Ghi năng), ກອງປາຣານຶງ (Paranung), ແຄນຊາຣານາຍ (Sa ra nai), ແຄນກາຍີ (Ca nhi)…. ໃນລາຍການສີສັນ 54 ຊົນເຜົ່າຫວຽດນາມ ພາກນີ້, ນັກຂ່າວ VOV ຈະແນະນຳເຄື່ອງດົນຕີຕົ້ນຕໍໃນງານບຸນຕ່າງໆຂອງຊາວຜົ່າຈຳ, ເຊີນທ່ານຕິດຕາມຮັບຟັງ.
ກອງປາຣານຶງ
(ພາບ: ponagar.blogspot.com)
ໃນບັນດາງານບຸນຂອງຊາວເຜົ່າຈຳ, ສຽງກອງປາຣານຶງ ແມ່ນຂາດບໍ່ໄດ້. ນີ້ແມ່ນປະເພດກອງມົນ, ໜ້າເບື້ອງໜຶ່ງເຮັດດ້ວຍໜັງ, ສຽງກອງປາຣານຶງ ເຄີຍ ປະສານສຽງພ້ອມກັບສຽງແຄນຊາຣານາຍ ແລະ ສຽງກອງກີນັງ. ເມື່ອຕີກອງ, ຜູ້ຕີກອງຈະຕັ້ງກອງຢູ່ໜ້າທ້ອງ ແລະ ຕົບມືໃສ່ໜ້າກອງໃຫ້ດັ່ງເປັນສຽງດ້ວຍຈັງຫວະຂຶ້ນລົງທີ່ແຕກຕ່າງກັນ. ຕາມທັດສະນະຂອງຊາວເຜົ່າຈຳ, ກອງປາຣານຶງ, ແຄນຊາຣານາຍ ແລະ ກອງກີນັງ ເປັນສັນຍາລັກໃຫ້ຄົນຜູ້ໜຶ່ງ. ທ່ານກວາງຢຶ້ງ (Quảng Dựng) ນັກສິລະປະການສັງກັດສູນຖະແຫຼງຂ່າວ, ວັດທະນະທຳເມືອງນິງເຟືອກ ແຂວງນິງທ້ວນ ໃຫ້ຮູ້ວ່າ:
“ແຄນຊາຣານາຍເປັນຕົວແທນແກ່ສົບ, ກອງປາຣານຶງເປັນຕົວແທນໃຫ້ທ້ອງ ສ່ວນກອງກີນັງແມ່ນສອງຫົວເຂົ່າ. ກອງປາຣານຶງ, ແຄນຊາຣານາຍ ແລະ ກອງກີນັງ ເຄີຍຫຼີ້ນໃນງານບຸນຂອງຊົນເຜົ່າ. ສ່ວນແຄນຊາຍຣານາຍ ຍັງຖືກໃຊ້ໃນງານສົບອີກ. ໃນງານບຸນ, ມີແຕ່ໝໍມຶງໂຕ່ນຈຶ່ງໄດ້ຕີກອງປາຣານຶງເທົ່ານັ້ນ, ສ່ວນແຄນຊາຣານາຍ ແລະ ກອງກີນັງ ໃຜຕີກໍ່ໄດ້ “
ເມື່ອຕີກອງກີນັງຕ້ອງຕີເປັນຄູ່ ແລະ ຕັ້ງບ່ຽງກັນ, ໜ້າໜຶ່ງຕິດກັບໜ້າດິນ, ໜ້າໜຶ່ງມຸ້ງໄປສູ່ທ້ອງຟ້າ. ບັນດາຈັງຫວະອັນຟົດຟື້ນຂອງກອງກີນັງໄດ້ປະກອບ ສ່ວນເຮັດໃຫ້ບັນຍາກາດໃນງານບຸນມີຄວາມຟົດຟື້ນມ່ວນຊື່ນກ່ວາ.
ງານບຸນລະດູບານໃໝ່ຂອງຊາວເຜົ່າຈຳ
(ພາບ: baogialai.com.vn)
ສ່ວນແຄນຊາຣານາຍແມ່ນເຄື່ອງດົນຕີປະເພດໜຶ່ງໃຊ້ດ້ວຍວິທີເປົ່າ. ບັນດານັກສິລະປະການເຄີຍປຽບທຽບ ແຄນຊາຣານາຍແມ່ນພາກສ່ວນທຳອິດຂອງດົນຕີ 3 ປະເພດຄື: ກອງປາຣານຶງ, ແຄນຊາຣານາຍ ແລະ ກອງກີນັງ ຍ້ອນວ່າ: ສຽງແຄນຊາຣານາຍ ເຄີຍເປີດສາກໃຫ້ແຕ່ລະບົດເພງ, ວາດຟ້ອນ ຫຼືຫັນແຕ່ທຳນອງນີ້ໄປສູ່ທຳນອງອື່ນ.
ກອງປາຣານຶງ, ແຄນຊາຣານາຍ ແລະ ກອງກີນັງ ໄດ້ສ້າງຄວາມດູດດືມໃຫ້ແກ່ຜູ້ຟັງທີ່ສຸດແຕ່ເພື່ອນຳໃຊ້ດົນຕີປະເພດເລົ່ານັ້ນບໍ່ແມ່ນເລື່ອງທີ່ງ່າຍດາຍ. ນັ້ນແມ່ນບັນດາເຕັກນິກທີ່ຍາກ, ຮຽກຮ້ອງໃຫ້ມີການຝຶກແອບຢ່າງໝັ້ນພຽນໃນໄລຍະຍາວ. ຜູ້ແອບຕີກອງ, ເປົ່າແຄນຕ້ອງແອບຢູ່ບ່ອນໄກຈາກບ້ານເພື່ອ ບໍ່ສົ່ງຜົນສະທ້ອນເຖິງບ້ານ. ທ່ານ ກວາງຢຶ້ງ (Quảng Dựng) ນັກສິລະປະການສັງກັດສູນຖະແຫຼງຂ່າວ, ວັດທະນະທຳເມືອງນິງເຟືອກ ແຂວງນິງທ້ວນ ໃຫ້ຮູ້ວ່າ:
“ບໍ່ໄດ້ຕີກອງປາຣານິງ, ເປົ່າແຄນຊາຣານາຍໃນບ້ານ. ເມື່ອຮຽນຕີກອງປາຣານິງ, ເປົ່າແຄນຊາຣານາຍ ຕ້ອງຮຽນຢູ່ເຂດໄຮ່ນາຢູ່ຫ່າງໄກ, ເພື່ອສຽງຂອງມັນບໍ່ສົ່ງຜົນສະທ້ອນເຖິງເຮັດໃຫ້ຜູ້ເຖົ້າຜູ້ແກ່ຖ້າຕີໃນບ້ານ, ຜີແຖນຈະເຂົ້າບ້ານ“
ຊາວເຜົ່າຈຳຢູ່ແຂວງບິ່ງທ້ວນ, ນິງທ້ວນບໍ່ພຽງແຕ່ໄດ້ເອົາໃຈໃສ່ເປັນພິເສດເຖິງ ການຫຼີ້ນດົນຕີພື້ນເມືອງຂອງຊາວເຜົ່າຕົນເທົ່ານັ້ນ, ຫາກເຂົາເຈົ້າຍັງສາມາດຜະລິດກອງ, ແຄນອີກດ້ວຍ. ເພື່ອຜະລິດຊຸດເຄື່ອງດົນຕີ 3 ປະເພດດັ່ງກ່າວ, ນາຍຊ່າງມີສີມືດີກໍ່ຕ້ອງໃຊ້ເວລາເຖິງເດືອນໜຶ່ງ. ຢູ່ນິງທ້ວນ ມີນັກສິລະປະການທຽນແຊງເທມ (Thiên Sanh Thềm) ເປັນຜູ້ສາມາດຫຼີ້ນ ແລະ ຜະລິດດົນຕີປະເພດຕ່າງໆໄດ້. ທ່ານເທມ ໃຫ້ຮູ້ວ່າ: ຜູ້ທີ່ສາມາດຫຼີ້ນ ແລະ ຜະລິດດົນຕີປະເພດຕ່າງໆໄດ້ຄືທ່ານບໍ່ມີຫຼາຍອີກ, ສະນັ້ນ, ທ່ານຕ້ອງສຸມໃສ່ການສອນໃຫ້ລູກຫຼານເພື່ອໃຫ້ເຂົາເຈົ້າສືບທອດສິ່ງທີ່ລຸ່ນພໍ່ລຸ່ນອ້າຍກຳລັງເຮັດ:
“ຂ້າພະເຈົ້າສອນໃຫ້ພວກຫຼານໜຸ່ມຈົນຮອດເວລາໄດ້ຮັບຜົນ. ປະຈຸບັນ, ບັນດານັກສິລະປະການທີ່ສາມາດຜະລິດກອງ, ແຄນຢູ່ນີ້ບໍ່ມີຫຼາຍ ແລະ ລ້ວນແຕ່ເປັນຜູ້ເຖົ້າຜູ້ແກ່ແລ້ວ, ສະນັ້ນ, ຂ້າພະເຈົ້າຕ້ອງເຮັດເພື່ອໃຫ້ພວກລູກຫຼານສືບທອດ”.
ກອງປາຣານຶງ, ແຄນຊາຣານາຍ ແລະ ກອງກີນັງ ແມ່ນຊຸດດົນຕີ 3 ປະເພດທີ່ຂາດບໍ່ໄດ້ໃນງານບຸນຕ່າງໆຂອງຊາວເຜົ່າຈຳ. ຊາວເຜົ່າຈຳຈະບໍຫຼີ້ນດົນຕີເມື່ອເຄື່ອງດົນຕີຖືກຂາດໜຶ່ງໃນສາມປະເພດທີ່ເປັນເອກະລັກສະເພາະດັ່ງກ່າວ. ກອງປາຣານຶງ, ແຄນຊາຣານາຍ ແລະ ກອງກີນັງ ພຽງແຕ່ປະກົດຕົວໃນບັນດາງານບຸນເທົ່ານັ້ນ, ບໍ່ຮັບໃຊ້ໃນການດຳເນີນຊີວິດປະຈຳວັນຂອງ ປຊຊ. ນັ້ນແມ່ນບັນດາເຄື່ອງດົນຕີທີ່ສັກສິດ, ຕິດພັນມະນຸດກັບໂລກເທວະດາ./.