ເຊືອກດ້ວຍໜັງຄວາມເພື່ອລ່າຊ້າງຂອງ ອາມາກົງ
(ພາບ: VGP/Mai Hồng)
(vovworld) - ອາມາກົງ ແມ່ນຜູ້ທີ່ມີຊື່ສຽງຂອງຊົນເຜົ່າ ມນົງ ໃນເຂດໄຕງວຽນ ຍ້ອນໄດ້ລ່າເນື້ອ ແລະ ຝຶກສອນຊ້າງປ່າ 298 ໂຕ. ທ່ານໄດ້ລ່ວງລັບໄປໃນວັນທີ 3/11/2012, ອາຍຸຍືນ 102 ປີ. ຄອບຄົວທ່ານ ອາມາກົງ, ຫາກໍ່ຕົກລົງມອບບັນດາອຸປະກອນທີ່ໃຊ້ໃນການລ່າຊ້າງຂອງທ່ານໃຫ້ແກ່ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ. ໃນລາຍການສືສັນ 54 ຊົນເຜົ່າຫວຽດນາມພາກນີ້, ເຊີນທ່ານຮັບຟັງບົດຂອງ ມາຍຮົ່ງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມທີ່ມີຫົວຂໍ້ວ່າ “ເຄື່ອງມືທີ່ເປັນເອກະລັກສະເພາະໃນການລ່າຊ້າງຂອງ ອາມາກົງ “
ມີວັດຖຸອຸປະກອນທີ່ແຕກຕ່າງກັນເຖິງ 20 ຢ່າງ, ຄືໄມ້ແສ້ເພື່ອບັນຊາຊ້າງບ້ານໃນການລ່າເນື້ອຊ້າງປ່າ; ເສັ້ນເຊືອກພັນທັງຕົວຊ້າງ, ເສັ້ນເຊືອກເຮັດດ້ວຍໜັງຄວາຍເພື່ອຈັບຊ້າງປ່າ, ຄ້ອນຕີເຮັດດ້ວຍໄມ້ເພື່ອບັນຊາຊ້າງບ້ານໃນເວລາລ່າຊ້າງປ່າ, ເຂົາຄວາຍໃຊ້ແທນຄ້ອນຕີ, ຖົງໃສ່ອຸປະກອນລ່າເນື້ອທີ່ສານດ້ວຍສາຍເຊືອກໃນປ່າ... ອຸປະກອນທັງໝົດເຫຼົ່ານັ້ນສ່ວນຫຼາຍແມ່ນເຮັດດ້ວຍໄມ້ໄຜ່, ຫວາຍ, ຂີ້ເຜິ້ງ, ພິເສດແມ່ນຈາກໜັງຄວາຍ. ຜ່ານວດຖຸອຸປະກອນດັ່ງກ່າວ ແລະ ຮູບເງົາເອກະສານທີລຳ້ຄ່າໃນຫໍພິພິດທະພັນ ໄດ້ວາດພາບໃຫ້ເຫັນການລ່າຊ້າງປ່າຂອງຊາວເຜົ່າ ມນົງ ໃນເມື່ອກ່ອນ, ດ້ວຍຄວາມລຳບາກ, ກາກກຳ, ຄວາມອາດຫານ , ສະຫຼາດສະຫຼຽວ ແລະ ຄວາມຄ່ອງແຄ້ວຂອງຜູ້ລ່າເນື້ອຊ້າງ. ຮອງສາດສະດາຈານ, ດຮ. ຫວໍກວາງຈ້ອງ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ, ຖືວ່ານີ້ແມ່ນວັດຖຸທີ່ລຳ້ຄ່າສຳລັບຫໍພິພິດທະພັນ:
“ນີ້ແມ່ນເທື່ອທຳອິດທີ່ຫໍພິພິດທະພັນໄດ້ຮັບວັດຖຸພັນຫຼາຍຢ່າງຄືແນວນີ້, ໂດຍຊາວເຜົ່າສ່ວນໜ້ອຍຢູ່ໄຕງວຽນມອບໃຫ້. ວັດຖຸເຫຼົ່ານີ້ແມ່ນຕິດກັບຊື່ສຽງຮຽງນາມຂອງຜູ້ທີ່ດົງດັງໃນການລ່າເນື້ອຊ້າງນັ້ນແມ່ນທ່ານ ອາມາກົງ. ດ້ວຍວັດຖຸອຸປະກອນດັ່ງກ່າວ, ລາວສາມາດລ່າເນື້ອຊ້າງໄດ້ 298 ໂຕ. ວັດຖຸພັນເຫຼົ່ານີ້ເຕັມໄປດ້ວຍຄຸນຄ່າວັດທະນະທຳ, ຮີດຄອງປະເພນີ, ຊີວິດ, ແບບແຜນດຳລົງຊີວິດຂອງຊາວເຜົ່າ ມນົງ“.
(ພາບ: VGP/Mai Hồng)
ອາມາກົງ ມີຊື່ແທ້ວ່າ ອີປຼົງ ເອບານ. ທ່ານມີຊື່ສຽງເປັນຜູ້ລ່າເນື້ອຊ້າງໄດ້ຫຼາຍກວ່າໝູ່ຢູ່ບວນດົນ ແລະ ໄດ້ຝຶກສອນຊ້າງປ່າສຳເລດ 298 ໂຕ, ຊາວບ້ານໄດ້ເອີ້ນລາວວ່າ “ພະເຈົ້າລ່າຊ້າງ“. ທ່ານກໍ່ໄດ້ມອບຊ້າງໃຫ້ພະເຈົ້າມະຫາຊີວິດໄທ, ລາວ ກໍ່ຄືໄປລ່າເນື້ອຊ້າງກັບເຈົ້າຊີວິດ ບາວດ້າຍ. ບາງເທື່ອທ່ານກໍ່ລ່າເນື້ອໄດ້ຊ້າງເຟືອກ ແລະ ຝຶກສອນຊ້າງງາດຽວເຊິ່ງແມ່ນຊ້າງທີ່ຫາຍາກ ແລະ ສະຫຼາດທີ່ສຸດ.
ທ່ານຄຳເຜັດລາວ, ລູກຊາຍຜູ້ທີ່ 10 ຂອງ ອາມາກົງ (ປະຈຸບັນພວມດຳລົງຊີວິດຢູ່ບ້ານໂກຕາມ, ຕາແສງ ແອອາຕູ, ນະຄອນບວນມາທວດ, ແຂວງດັກລັກ )ໃຫ້ຮູ້ວ່າ, ອຸປະກອນເຫຼົ່ານີ້ແມ່ນຂອງວົງຕະກຸນ ຄູນຢານົບ, ທີ່ມີມາກ່ອນນີ້ກວ່າ 100 ປີ. ຄອບຄົວທ່ານໄດ້ຕົກລົງມອບວັດຖຸອຸປະກອນຂອງວົງຕະກຸນຕົນໃຫ້ ຫໍພິພິດທະພັນຊົນເຜົ່າວິທະຍາ, ດ້ວຍຄວາມປາຖະໜາວ່າ:
“ນີ້ແມ່ນວັດຖຸອຸປະກອນລ່າເນື້ອຊ້າງອັນລຳ້ຄ່າຂອງບັນພະບຸລຸດ. ແຕ່ປະຈຸບັນບໍ່ລ່າຊ້າງອີກ, ດັ່ງນັ້ນຈຶ່ງມອບໃຫ້ພິພິດທະພັນຮັກສາວາງສະແດງໃຫ້ນັກທ່ອງທ່ຽວກໍ່ຄືລູກຫຼານໄດ້ຮັບຊົມ. ຖ້າປະໄວ້ຢູ່ເຮືອນມັນຈະຄ່ອຍໆສູນເສຍໄປ. “
ນອກຈາກວັດຖຸອຸປະກອນລ່າເນື້ອຊ້າງທີ່ມອບໃຫ້ຫໍພິພິດທະພັນແລ້ວ, ຄອບຄົວທ່ານຄຳເຜັດລາວ ຍັງຮັກສາອຸປະກອນລ່າເນື້ອອີກ 2 ຊຸດໂດຍບັນພະບຸລຸດປະໄວ້ໃນເຮືອນໄມ້ຫຼັງໜຶ່ງທີ່ປຸກສ້າງຂຶ້ນກ່ອນນີ້ 120 ປີ ຢູ່ຕາແສງ ກຼົງນາ, ເມືອງບວນດົນ, ແຂວງດັກລັກ. ປະຈຸບັນ, ໃນເຮືອນຫຼັງນີ້ຍັງວາງສະແດງບັນດາຮູບພາບ, ວັດຖຸພັນທີ່ຕິດພັນກັບອາຊີບລ່າເນື້ອ, ຝຶກສອນຊ້າງປ່າຂອງທ່ານຢູ່. ນັກທ່ອງທ່ຽວສາມາດເຫັນໄດ້ເສັ້ນເຊືອກທີ່ຍາວ 120 ແມດ, ເຮັດດ້ວຍໜັງຄວາຍເຖິກ 7 ໂຕ, ເຊິ່ງໄດ້ນຳໃຊ້ມາເປັນເວລາ 100 ກວ່າປີແລ້ວ, ຂ້າງນັ້ນແມ່ນຜືນເສື່ອເພື່ອຕັ້ງແຢ່ງເທິງຫຼັງຊ້າງເມື່ອໄປລ່າຊ້າງ, ຫຼື ສະໃນເຮັດດ້ວຍເຂົາຄວາຍ, ເຊິ່ງທ່ານເຄີຍເປົ່າເພື່ອເປັນສັນຍານແຈ້ງໃຫ້ຊາວບ້ານຮູ້ເມື່ອໄປລ່າຊ້າງໄດ້ຮັບຜົນ. ເຖິງວ່າບໍ່ມີອາຊີບລ່າເນື້ອຊ້າງປ່າຄືໃນເມື່ອກ່ອນອີກກໍ່ຕາມ, ແຕ່ວັດຖຸອຸປະກອນລ່າເນື້ອຊ້າງຂອງ ອາມາກົງ ກໍ່ສາມາດສ່ອງແສງຢ່າງມີຊີວິດຊີວາກ່ຽວກັບທີ່ຕັ້ງ, ບົດບາດຂອງໂຕຊ້າງໃນຊີວິດດ້ານວັດທະນະທຳຂອງຊາວເຜົ່າ ມນົງ ເຂດບວນດົນ, ແຂວງດັກລັກ ເວົ້າສະເພາະ ແລະ ເຂດໄຕງວຽນເວົ້າລວມຢູ່.