(vovworld) - ນັບແຕ່ດົນນານມາແລ້ວ, ຊາວເຜົ່າ ກຶມມຸ ມີປະເພນີເຮັດໄຮ່ໄຖນາ, ຊີວິດສະໜິດຕິດແທດກັບທຳມະຊາດ, ດັ່ງນັ້ນວັດທະນະທຳຂອງເຂົາເຈົ້າຈຶ່ງເຂັ້ມຂຸ້ນໄປດ້ວຍສີສັນພູຜາປ່າໄມ້. ຕາມປະເພນີທີ່ມີມາແຕ່ດົນນານແລ້ວ, ຊາວເຜົ່າ ກຶມມຸ ຍາມໃດເຄົາລົບບູຊາເທວະດາໄຟ ແລະ ຖືວ່ານີ້ແມ່ນເທວະດາທີ່ນຳເອົາຊີວິດ, ຄວາມອີ່ມໜຳສຳລານ,ຄວາມຜາສຸກມາໃຫ້ຊົນເຜົ່າຕົນ.
(ພາບປະກອບ)
ນັບແຕ່ດົນນານມາແລ້ວ, ໄຟແມ່ນປັດໃຈທີ່ຂາດບໍ່ໄດ້ໃນການດຳລົງຊີວິດປະຈຳວັນຂອງຊາວເຜົ່າ ກຶມມຸ. ທ່າມກາງເຂດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ບັນດາເຕົາໄຟລຸກໃນເຮືອນຮ້ານຕະຫຼອດວັນ ແລະ ຄືນໄດ້ເຮັດໃຫ້ໝູ່ບ້ານຂອງຊາວເຜົ່າ ກຶມມຸ ມີຄວາມອົບອຸ່ນ, ໃກ້ຊິດສະໜິດຕິດພັນກວ່າ. ຕາມເລື່ອງລາວທີ່ເລົ່າສືບມາແຕ່ບູຮານນະການແລ້ວ, ນັບແຕ່ເວລາຍັງນ້ອຍ, ຜູ້ຊາຍຊາວເຜົ່າ ກຶມມຸ ໄດ້ຮຽນວິທີເຮັດຄືແນວໃດເພື່ອໃຫ້ໄຟລຸກຂຶ້ນດ້ວຍການນຳໃຊ້ເຄື່ອງມືທີ່ເປັນເອກະລັກສະເພາະທີ່ສຸດ, ນັ້ນແມ່ນລຳໄມ້ໄຜ່. ທ່ານ ເມວັນທັດ, ຊາວເຜົ່າ ກຶມມຸ, ໃຫ້ຮູ້ວ່າ:
“ນີ້ແມ່ນມູນເຊື້ອທີ່ມີມາແຕ່ດົນນານຂອງຊາວເຜົ່າ ກຶມມຸ. ບໍ່ຮູ້ວ່າໃຜເປັນຜູ້ປະດິດຂຶ້ນ; ມີແຕ່ຮູ້ວ່ານັບແຕ່ດົນນານມາແລ້ວ, ເຂົາເຈົ້າໄດ້ຄິດອອກວິທີເຮັດໃຫ້ໄຟລຸກຂຶ້ນຄືແນວນັ້ນແລ້ວ“.
ຕາມມູນເຊື້ອມາແຕ່ບູຮານ, ຊາວເຜົ່າ ກຶມມຸ ໄດ້ມີລະບົບຮີດຄອງປະເພນີ, ການເຊື່ອຖືສະເພາະໃຫ້ແກ່ຕົນ ໃນການປຸກສ້າງເຮືອນ, ການຊັບຊ້ອນຫ້ອງວາງເຕົາໄຟ ແລະ ການຮັກສາປະເພນີບູຊາເທວະດາເຕົາໄຟໃນແຕ່ລະຄອບຄົວ. ຊາວເຜົ່າ ກຶມມຸ ມີຄຳສຸພາສິດທີ່ວ່າ: “ຊາວເຜົ່າຜູ້ໄທ ກິນຕາມນ້ຳ, ຊາວເຜົ່າ ກຶມມຸ ກິນຕາມໄຟ“. ບັນດາເຕົາໄຟໃນແຕ່ລະຄອບຄົວຄືດັ່ງການປະກົດຕົວຂອງເທວະດາເຕົາໄຟ, ເປັນສັນຍາລັກໃຫ້ແກ່ຊີວິດ ແລະ ການຟື້ນຊີບອະມະຕະ. ພິເສດ, ບັນດາເຕົາໄຟໃນຄອບຄົວຊາວເຜົ່າ ກຶມມຸ ເຄີຍຖືກຈັດວາງຢູ່ບ່ອນທີ່ແຕກຕ່າງກັນ, ແຕ່ຕ້ອງປະຕິບັດຕາມຮີດຄອງປະເພນີທີ່ເປັນມູນເຊື້ອ, ພ້ອມກັບການຄະລຳທີ່ເຂັ້ມງວດທີ່ສຸດ. ປອ. ວີວັນອານ, ນັກຄົ້ນຄ້ວາວັດທະນະທຳບັນດາເຜົ່າຢູ່ຫໍພິພິຕະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ:
“ຕາມທຳມະດາແລ້ວ, ເຮືອນຂອງຊາວເຜົ່າ ກຶມມຸ ເຄີຍມີ 3 ຫ້ອງ. ຂັ້ນໄດຂອງເຮືອນຮ້ານແມ່ນຂຶ້ນຫ້ອງທຳອິດ. ຢູ່ເບື້ອງຊ້າຍຫ້ອງນີ້ວາງເຕົາໄຟ. ເຕົາໄຟນີ້ຖືກນຳໃຊ້ເພື່ອແຕ່ງກິນ, ຢູ່ເທິງເຕົ່າໄຟມີ ຮີ້ງ ເພື່ອຢ້າງທັນຍາຫານ, ສະບຽງອາຫານໃຫ້ແຫ້ງ. ຫ້ອງນີ້ບໍ່ພຽງແຕ່ໃຊ້ເພື່ອຄົວກິນ, ຝີງໄຟເທົ່ານັ້ນ, ຫາກຍັງແມ່ນແຫ່ງເພື່ອຕ້ອນຮັບແຂກອີກດ້ວຍ”.
ຫ້ອງທຳອິດນີ້ຍັງເປັນບ່ອນເພື່ອໃຫ້ແມ່ຍິງຊາວເຜົ່າ ກຶມມຸ ເຕົ້າໂຮມໂອ້ລົມ, ແບ່ງປັນຄວາມທຸກຄວາມສຸກນຳກັນອີກດ້ວຍ. ເຕົາໄຟທີສອງແມ່ນຕັ້ງໃນຫ້ອງໃຈກາງຂອງເຮືອນເພື່ອບູຊາບັນພະບຸລຸດຂອງຊາວເຜົ່າກຶມມຸ. ນີ້ແມ່ນແຫ່ງຄະລຳເປັນພິເສດສຳລັບຄົນແປກ, ດັ່ງນັ້ນພຽງແຕ່ສະມາຊິກໃນຄອບຄົວຈຶ່ງສາມາດມາຢູ່ໃກ້ເຕົາໄຟນີ້ໄດ້. ເຕົາໄຟບູຊາຕິດພັນກັບປະເພນີຫຼາຍຢ່າງທີ່ມີມາກ່ອນນີ້ນັບຮ້ອຍປີ. ນີ້ແມ່ນເຕົາໄຟສຳຄັນທີ່ສຸດໃນແຕ່ລະຄອບຄົວຊາວເຜົ່າ ກຶມມຸ, ຍ້ອນເຫດນັ້ນ ບັນດາເຫດການສຳຄັນຍິ່ງໃນປີຂອງເຂົາເຈົ້າລ້ວນແຕ່ຖືກຈັດຕັ້ງໃນຫ້ອງໃຈກາງນີ້. ປອ. ວີວັນອານ ໃຫ້ຮູ້ຕື່ມອີກວ່າ:
“ໃນທັດສະນະຂອງຊາວເຜົ່າ ກຶມມຸ, ຖ້າຫາກບູຊາໃຫ້ບັນພະບຸລຸດ, ວົງຕະກຸນ, ແມ່ນຕ້ອງມີເຕົາໄຟສະເພາະ, ເພາະຕາມເຂົາເຈົ້າແລ້ວ, ບັນພະບຸລຸດແມ່ນຜູ້ຍອດຍິ່ງ, ບໍລິສຸດ. ດັ່ງນັ້ນເມື່ອບູຊາບັນພະບຸລຸດ, ວົງຕະກຸນຂອງຕົນ, ຊາວເຜົ່າ ກຶມມຸ ເຄີຍຂ້າງົວ, ຂ້າຄວາຍ. ແລະມີແຕ່ໃຊ້ຫ້ອງໃຈກາງນີ້ເພື່ອທຳພິທີເທົ່ານັ້ນ”.
(ພາບປະກອບ)
ສ່ວນເຕົາໄຟທີສາມແມ່ນຕັ້ງຢູ່ໃນຫ້ອງສຸດທ້າຍຂອງເຮືອນ, ເຊິ່ງເອີ້ນວ່າເຕົາໄຟເຂົ້າໜຽວເຂົ້າຈ້າວ. ເຕົາໄຟນີ້ຕິດພັນກັບປະເພນີແຫ່ແມ່ເຂົ້າເປືອກຂອງຊາວເຜົ່າ ກຶມມຸ. ໃນລະດູການເກັບກ່ຽວ, ບັນດາເຂົ້າເມັດທຳອິດຖືກນຳມາໜຶ້ງເປັນເຂົ້າໜຽວເພື່ອຖະຫວາຍບູຊາແມ່ເຂົ້າ ແທນໃຫ້ຄຳຕອບບຸນແທນຄຸນເທວະດາທີ່ໄດ້ດົນບັນດານໃຫ້ລະດູການປູກຝັງໄດ້ຮັບຜົນດີ. ຍ້ອນເຫດນັ້ນບັນດາເຄື່ອງໃຊ້ໃນຫ້ອງນີ້ລ້ວນແຕ່ມີຄວາມສັກສິດ, ບໍ່ມີໃຜໄດ້ນຳໄປບ່ອນອື່ນຕາມໃຈມັກ.
ປະຈຸບັນ, ເມື່ອເສດຖະກິດໄດ້ຮັບການພັດທະນາ, ມີຫຼາຍປະເພນີ ບໍ່ພຽງແຕ່ຂອງຊາວເຜົ່າກຶມມຸເທົ່ານັ້ນ, ຫາກຂອງຊົນເຜົ່າອື່ນໆກໍ່ມີການປ່ຽນແປງໄປນຳເພື່ອເໝາະສົມກັບສະພາບແວດລ້ອມແຫ່ງການດຳລົງຊີວິດ. ແຕ່ເຖິງຢ່າງໃດກໍ່ຕາມ, ທັດສະນະກ່ຽວກັບປະເພນີບູຊາເທວະດາເຕົາໄຟເພື່ອຢາກໄດ້ຮັບຄວາມໂຊກດີ ແລະ ລົບລ້າງຄວາມຊົ່ວຮ້າຍ ໃນການດຳລົງຊີວິດຂອງຊາວເຜົ່າ ກຶມມຸ ນັ້ນຍັງຄົງຝັງເລິກໃນແນວຄິດຂອງຊາວເຜົ່າກຶມມຸ ຢູ່. ຢູ່ຫຼາຍແຫ່ງຊາວເຜົ່າ ກຶມມຸ ຍັງຄົງຮັກສາປະເພນີດັ່ງກ່າວຄືດັ່ງຢາກຮັກສາສີສັນ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໄວ້.