(VOVWORLD) -ໃນພື້ນຖານວັດທະນະທຳຂອງຊາວຫວຽດນາມ ເວົ້າລວມ ແລະ ສຳລັບຊາວເຜົ່າໄຕ່ ຢູ່ ບິ່ງລຽວ (ກວ໋າງນິງ) ເວົ້າສະເພາະ, ເຕົາໄຟ ແມ່ນມີທີ່ຕັ້ງ ແລະ ບົດບາດສຳຄັນ. ເຕົາໄຟ ແມ່ນບ່ອນແຕ່ງຢູ່ຄົວກິນ, ຮັກສາແສງສະຫວ່າງ ແລະ ຄວາມອົບອຸ່ນໃນຄອບຄົວ. ຊາວເຜົ່າໄຕ່ຖືເຕົາໄຟເປັນສຳຄັນ, ສະນັ້ນ ມີທັງບ່ອນບູຊາເຈົ້າເຕົາໄຟ ເພື່ອຂັບໄລ່ຜີສາງນາງໄມ້, ປ້ອງກັນສັດຮ້າຍ ແລະ ພາວະນາຂໍຄວາມໂຊກດີ, ຄວາມອີ່ມໜຳສຳລານໃຫ້ແກ່ທຸກຄົນໃນຄອບຄົວ. ບົດຂຽນຂອງ ຕຽນເກື່ອງ ດ້ວຍຫົວຂໍ້ທີ່ວ່າ "ເຕົາໄຟໃນວັດທະນະທຳຂອງຊາວເຜົ່າໄຕ່ ຢູ່ ບິ່ງລຽວ, ກວ໋າງນິງ".
ເຕົາໄຟຂອງຊາວເຜົ່າໄຕ່
|
ໃນກາງຖະໜົນສາຍໜຶ່ງຢູ່ເມືອງທີ່ພວມໃນທ່າພັດທະນານັ້ນ ພົບເຫັນເຮືອນທີ່ຖືກກໍ່ສ້າງດ້ວຍຕອກຊີ ຂອງຄອບຄົວ ພໍ່ເຖົ້າ ຟານຫງອັກຊິງ, ຢູ່ບ້ານ ດົ່ງແທັງ, ຕາແສງ ແຮວ່ງໂມ ແມ່ນງ່າຍທີ່ສຸດ. ນີ້ແມ່ນຫລັງເຮືອນພົ້ນເດັ່ນທີ່ສຸດ ໃນຈຳນວນເຮືອນບູຮານ 10 ຫລັງ ຂອງຊາວເຜົ່າໄຕ່ ທີ່ໄດ້ຮັບການຮັກສາໄວ້ຢູ່ ບ້ານ ດົ່ງແທງ.ຢູ່ໃນເຮືອນຫຼັງນີ້ ມີເຕົາໄຟແບບດັ້ງເດີມຂອງຊາວເຜົ່າໄຕ່.
ພໍ່ເຖົ້າ ຟານຫງອັກຊິງ ໃຫ້ຮູ້ວ່າ ສຳລັບພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດພູສູງແລ້ວ ແປວໄຟໃນເຮືອນຄົວບໍ່ພຽງແຕ່ແມ່ນສັນຍາລັກຂອງການດຳລົງຊີວິດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຖິງຄວາມຕ້ານຢັນທີ່ແຮງກ້າຂອງມວນມະນຸດຕໍ່ກັບທຳມະຊາດທີ່ຮ້າຍແຮງ.
"ສະຖານທີ່ແຫ່ງນີ້ແມ່ນເຂດພູດອຍ, ສະນັ້ນ ໃນລະດູໜາວແມ່ນມັກນັ່ງອ້ອມເຕົາໄຟເທົ່ານັ້ນ. ເວລາໃດອຸນຫະພູມຫຼຸດລົງຮອດ 7-8 ອົງສາເຊ, ເດັກນ້ອຍ ແລະ ຜູ້ເຖົ້າ ຈະຢູ່ແຕ່ໃນເຮືອນໝົດມື້ເທົ່ານັ້ນ. ປີໃດອາກາດໜາວຈັດ ແມ່ນທັງນັ່ງຝີງໄຟ ທັງຕົ້ມເຂົ້າຕົ້ມໄປພ້ອມ, ລູກຫຼານ ແລະ ອ້າຍນ້ອງພ້ອມກັນນັ່ງອ້ອມເຕົາໄຟໃນເຮືອນຄົວ".
ເຕົາໄຟແບບດັ້ງເດີມຂອງຊາວເຜົ່າໄຕ່ ແມ່ນເຮັດຈາກບັນດາວັດຖຸດິບທີ່ງ່າຍດາຍຄື: ດິນຈີ່, ໂບກດ້ວຍດິນທີ່ແຫຼກແຫຼວດີ ບໍ່ມີຫີນແຮ່ປົນ ແລະ ປົກກະຕິຈະມີຊັ້ນດຽວ ສະນັ້ນ ຍາມໃດຖ່ານກໍ່ແດງດີ ແລະ ຮັກສາຄວາມຮ້ອນໄດ້ດົນ. ເຕົາໄຟ ປະກອບມີເຕົາຫຼັກ ແລະ ເຕົາສຳຮອງ. ປົກກະຕິ ເຕົາຫຼັກຈະໂບກສູງຂຶ້ນປິດຮອດໝໍ້ ຫຼື ໝໍ້ຂາງທີ່ມີຂະໜາດໃຫຍ່ ເພື່ອຕົ້ມຮຳໃຫ້ໝູ ຫຼື ຕົ້ມເຫຼົ້າ. ເຕົາສຳຮອງແມ່ນນ້ອຍກວ່າ ແລະ ກໍ່ເຮັດດ້ວຍດິນຈີ່, ໂບກດ້ວຍດິນເຊັນດຽວກັນ ຫຼື ອາດຈະແມ່ນຄຽງສາມຂາ ໃຊ້ເພື່ອແຕ່ງຢູ່ຄົວກິນ. ພໍ່ເຖົ້າ ລາຊິ່ວກວາງ ຢູ່ເຂດ ບິ່ງດັ໋ງ, ເທດສະບານ ບິ່ງລຽວ ໃຫ້ຮູ້ວ່າ:
"ແຕ່ສະໄໝກ່ອນ ຜູ້ເຖົ້າຜູ້ແກ່ກໍ່ເຮັດເຕົາໄຟແບບນັ້ນ, ມາຮອດຍຸກລູກຫຼານກໍ່ຍັງເຮັດຄືເກົ່າ ບໍ່ໄດ້ມີຫຍັງປ່ຽນແປງ. ມີແຕ່ເຮັດຕາມແບບດັ້ງເດີມຂອງຊາວເຜົ່າໄຕ່ຂອງພວກຂ້າພະເຈົ້າ ແລະ ສືບທອດເທົ່ານັ້ນ. ເຕົາໄຟນີ້ໃຊ້ຕົ້ມເຂົ້າຕົ້ມແມ່ນຄັກທີ່ສຸດ. ຕົ້ມເຂົ້າຕົ້ມແມ່ນໃສ່ຟືນພຽງ 2 ດົ້ນກໍ່ຟົດບົວະບົວະແລ້ວ, ຖ້າເຫັນວ່ານ້ຳຕື້ນກໍ່ຕື່ມນ້ຳໃສ່ອີກ".
ພໍ່ເຖົ້າ ລາຊິ່ວກວາງ ໄດ້ແບ່ງປັນວ່າ: ເຕົາໄຟສຳລັບຊາວເຜົ່າຢູ່ເຂດພູສູງນັ້ນ ຍາມໃດກໍ່ຖືກຕັ້ງຢູ່ບ່ອນສັກສິດ ເຖິງວ່າເຕົາໄຟຈະນ້ອຍກໍ່ຕາມ ແຕ່ມັນຍັງນຳມາໃຫ້ຕົນເອງນັບທັງມີການດຳລົງຊີວິດ ແລະ ຈຸດວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາວເຜົ່າຢູ່່ເຂດພູສູງ, ສະນັ້ນ ເຕົາໄຟບາງເທື່ອກໍ່ມີຍາມມ່ວນຊື່ນ, ຍາມໂສກເສົ້າ. ຍ້ອນແນວນັ້ນ, ຍາມໃດພໍ່ເຖົ້າກໍ່ບອກສອນລູກຫຼານໃນເຮືອນວ່າ ຕ້ອງຮັກສາຈຸດທີ່ເປັນມູນເຊື້ອຂອງບັນພະບູລຸດໄວ້. ເອື້ອຍ ນົງທິເຟືອງ ລູກໃພ້ຂອງພໍ່ເຖົ້າກວາງ ກ່າວວ່າ:
"ຂ້າພະເຈົ້າເປັນລູກໃພ້ໃນຄອບຄົວ, ຢູ່ນີ້, ຄອບຄົວຍັງຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອໄວ້ໄດ້, ຂ້າພະເຈົ້າເຫັນວ່າເປັນສິ່ງທີ່ດີຫຼາຍ. ລູກຫຼານກໍ່ຕ້ອງສູ້ຊົນປະຕິບັດຕາມຜູ້ເຖົ້າຜູ້ແກ່ເທົ່ານັ້ນ. ໃນວັນບຸນເຕັດ, ລູກຫຼານທາງພໍ່ປູແມ່ຍ່າ, ພໍ່ເຖົ້າແມ່ເຖົ້າມາເຕົ້າໂຮມກັນ ເຮັດໃຫ້ມີບັນຍາກາດມ່ວນຊື່ນ ແລະ ອົບອຸ່ນທີ່ສຸດ".
ຊາວເຜົ່າໄຕ່ ຢູ່ ບິ່ງລຽວ ເຊື່ອວ່າ ຍາມໃດກໍ່ມີເຈົ້າເຕົາໄຟ. ຍ້ອນແນວນັ້ນ, ຢູ່ຂ້າງເຕົາໄຟຫຼັກຍາມໃດກໍ່ມີປ້ອງໄມ້ໄຜ່ 1 ປ້ອງ ແລະ ຖືວ່າ ນັ້ນແມ່ນບ່ອນຢູ່ຂອງເຈົ້າ ເຕົາໄຟທີ່ຢູ່ໃນເຮືອນ. ເຈົ້າເຕົາໄຟນີ້ ຈະຮັກສາແປວໄຟບໍ່ໃຫ້ມອດຈັກເທື່ອ, ນຳມາເຊິ່ງຄວາມໂຊກດີ ແລະ ຄວາມຜາສຸກໃຫ້ແກ່ຄອບຄົວ. ດັ່ງນັ້ນ, ເມື່ອຮອດວັນທີ 01, ວັນເພັງ, ວັນບຸນເຕັດ (ໄລ່ຕາມຈັນທະປະຕິທິນ) ຫຼື ມີວຽກທີ່ກ່ຽວຂ້ອງເຖິງເຮືອນຄົວ ຕາມປົກກະຕິພວກເຂົາເຈົ້າຈະຈູດທູບທຽນບູຊາເຈົ້າເຕົາໄຟ. ຕອນຄ່ຳວັນທີ 30 ເດືອນ 12 ແລະ ຕອນເຊົ້າວັນທີ 1 ເດືອນ ຈຽງ ຫຼື ວັນທີ 1 ບຸນເຕັດ (ໄລ່ຕາມຈັນທະປະຕິທິນ) ແຕ່ລະຄອບຄົວ ກໍ່ຈະບູຊາເຈົ້າເຕົາໄຟ ດ້ວຍເຄື່ອງບູຊາເຊັ່ນ ຊີ້ນ, ເຂົ້າໜົມ, ເຫຼົ້າ. ມີບາງຄອບຄົວກໍ່ບູຊາດ້ວຍປາຕື່ມອີກ ເພື່ອພາວະນາຂໍໃຫ້ເຈົ້າເຕົາໄຟ ຮັກສາແປວໄຟແຫ່ງຄວາມໂຊກດີໃຫ້ແກ່ຄອບຄົວ ແລະ ວົງຕະກຸນ.
ຊາວເຜົ່າໄຕ່ ກໍ່ມີການກຳນົດສະເພາະໃນການຈັດວາງທີ່ຕັ້ງຂອງເຕົາໄຟ. ຕາມນັ້ນແລ້ວ, ເຕົາໄຟ ຈະບໍ່ຕັ້ງຢູ່ທິດດຽວກັນກັບຮ້ານບູຊາບັນພະບູລຸດ ແຕ່ຈະຕັ້ງຢູ່ໃຈກາງເຮືອນຄົວ. ຊາວເຜົ່າໄຕ່ຖືເຕົາໄຟແມ່ນເທວະດາຟ້າແຖນ, ສະນັ້ນ ເຕົາໄຟຂອງຊາວເຜົ່າໄຕ່ແມ່ນເປັນບ່ອນທີ່ສັກສິດ ແລະ ຕິດພັນກັບຮີດຄອງປະເພນີໃນການຄະລຳຫຼາຍຢ່າງ. ການເຮັດເຕົາໄຟກໍ່ຕ້ອງເຮັດໃຫ້ຄົບຖ້ວນ ແລະ ລະມັດລະວັງ ເພື່ອບໍ່ໃຫ້ແຕະຕ້ອງເຖິງສິ່ງສັກສິດ, ເຈົ້າຂອງເຮືອນຕ້ອງຊອກຫາມື້ສັນວັນດີເພື່ອຕັ້ງເຕົາໄຟ. ຕາມປົກກະຕິແລ້ວ, ໃນບັນດາວັນຄີກ - ເດືອນຄູ່ ແລະ ວັນຄູ່ - ເດືອນຄີກ (ໄລ່ຕາມຈັນທະປະຕິທິນ) ກໍ່ລ້ວນແຕ່ແມ່ນວັນທີ່ສາມາດຕັ້ງ ແລະ ສ້ອມແປງເຕົາໄຟໄດ້. ເຖິງຢ່າງໃດ ກໍ່ຕາມ, ວັນດີທີ່ສຸດແມ່ນວັນທີ 30 ບຸນເຕັດ (ວັນທີ 30 ເດືອນ 12, ໄລ່ຕາມຈັນທະປະຕິທິນ) ເພາະວ່າເວລານັ້ນແມ່ນເຈົ້າເຕົາໄຟຂຶ້ນໄປສະຫວັນ ເພື່ອລາຍງານເລື່ອງຂອງໂລກມະນຸດຕໍ່ກັບພະອິນ.