ເພງພື້ນເມືອງ ແລະ ເລື່ອງອະນຸລັກຮັກສາເພງພື້ນເມືອງ ຂອງຊາວເຜົ່າ ຊ໋ານຈີ

ເພງພື້ນເມືອງ ແລະ ເລື່ອງອະນຸລັກຮັກສາເພງພື້ນເມືອງ  ຂອງຊາວເຜົ່າ ຊ໋ານຈີ - ảnh 1
(ເພງພື້ນເມືອງ ແລະ ເລື່ອງອະນຸລັກຮັກສາ
ເພງພື້ນເມືອງຂອງຊາວເຜົ່າ ຊ໋ານຈີ)

(vovworld) - ກໍ່​ເຊັ່ນ​ດ່ຽວ​ກັບຫຼາຍ​ຊົນ​ເຜົ່າ​ອື່ນໆ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ, ຊາວ​ເຜົ່າ ຊ໋ານ​ຈີ​ມີ​ສາງວັດ​ທະ​ນະ​ທຳ​ພື້ນ​ເມືອງ​ອຸ​ດົມ​ສົມ​ບູນ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ.. ໃນ​ນັ້ນ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋ານ​ຈີ​ມີ​ຄຸນ​ຄ່າພິ​ເສດ​ສະ​ເພາະ, ຄື​ດັ່ງແຫຼ່ງ​ປຸກລະດົມກຳ​ລັງ​ໃຈຂອງ​ຊາວ ຊ໋ານ​ຈີ​ນັບ​ແຕ່​ໄດ້​ຮັບ​ການ​ກຳ​ເນີດ​ຕະຫຼອດ​ຮອດ​ເວ​ລາ​ເຖິງ​ແກ່​ມໍ​ລະ​ນະ​ກຳ. ປະ​ຈຸ​ບັນ, ເຖິງວ່າ​​ໄດ້​ຮັບການ​ກະ​ທົບ ແລະຜົນ​ສະ​ທ້ອນ​ຈາກຫຼາຍ​ຮູບ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ທັນ​ສະ​ໄໝ​ກໍ່​ຕາມ, ແຕ່​ເພງ​ພື້ນ​ເມືອ​ງຂອງ​ຊົນ​ເຜົ່າ ຊ໋ານ​ຈີ​ຍັງ​ຄົງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ມີ​ກຳ​ລັງ​ແຜ່​ລາມ​ອອກ​ຢ່າງກວ້າງ​ຂວາງ​ໃນ​ຊີ​ວິດ​ຂອງ​ປະ​ຊາ​ຄົມ​ຊາວ​ເຜົ່າ ຊ໋ານ​ຈີຢູ່. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

ຕາມ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ແລ້ວ, ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຊ໋ານ​ຈີແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ການ​ສິ​ລະ​ປະ​ການ​ສະ​ແດງ​ພື້ນ​ເມືອງ​ທີ່​ມີ​ມາ​ແຕ່​ດົນ​ນານ​. ນີ້​ແມ່ນ​ຮູບ​ການ​ຂັບ​ກ້ຽວ​ກັນລະ​ຫວ່າງ​ຍິງ - ຊາຍ ຄື​ດັ່ງ​ຂັບ​ວີ໋, ຂັບ​ກວານ​ຫໍ້​ຂອງ​ຊາວ​ກິງ ແລະ ຂັບ​ສ​ລີ, ຂັບ​ເລື້ອນ​ຂອງ​ຊາວ​ເຜົ່າ​ໄຕ່, ນຸ່ງ. ບໍ່​ມີ​ເອ​ກະ​ສານ​ໃດ​ໃຫ້​ຮູ້​ຢ່າງ​ຈະ​ແຈ້ງວ່າ, ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຊ໋ານ​ຈີ​ແມ່ນ​ມີ​ມາ​ແຕ່​ເວ​ລາ​ໃດ, ພຽງ​ແຕ່ຮູ້​ໄດ້​ວ່າ, ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຊ໋ານ​ຈີ​ໄດ້​ຮັບ​ການ​ສືບ​ທອດ ແລະ ຮັກ​ສາ​ໄວ້​ໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ ຊ໋ານ​ຈີ​ມາຫຼາຍ​ລຸ້ນ​ຄົນ​ແລ້ວ. ໂດຍ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ. ທ່ານ ເຈິ່ນ​ວັນ​ຖູຍ, ນັກ​ຮ້ອງ​ຜູ້​ມີ​ຊື່​ສຽງ​ຂອງ​ຊົນ​ເຜົ່າ ຊ໋ານ​ຈີ​, ຢູ່​ຕາ​ແສງ ກຽນ​ລາວ, ເມືອງ ລູກ​ງ້ານ, ແຂວງ ບັກ​ຢາງ​ໃຫ້​ຮູ້​ວ່າ:

“​ບັນ​ດາ​ບົດ​ເພງ​ພື້ນ​ເມືອງ​​ຂອງຊົນ​ເຜົ່າ ຊ໋ານ​ຈີປະກອບ​ດ້ວຍ 3, 4 ທຳນອງ. ຂັບ​ໃນ​ຍາມ​ກາງ​ເວັນ - ຂັບຊ້າ; ຂັບ​ໃນ​ຍາມ​ກາງຄືນ ​ແລະ ຂັບ​ໃນ ​ໃນງານ​ດອງ, ຂັບ​ອວຍພອນ​ອາຍຸ​ຍືນ, ຂັບ​ປ່ຽນ​ຊື່, ຂັບ​ອວຍພອນ​ຄອບຄົວ​ມີ​ລູກ​​ໃພ້… ​”

ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ​ແລ້ວ, ຊາວ​ເຜົ່າ ຊ໋ານຈີ​ຍັງ​ຮັກສາ​ບົດ​ເພງ​ຂັບ​ໃນ​ຍາມ​ກາງ​ເວັນ ທີ່​ຂຽນ​ດ້ວຍຕົວ​ໜັງສື​ຈີນ​ແຕ່ 300 – 500 ບົດ​, ​ບົດ​ເພງ​ຂັບ​ໃນ​ຍາມ​ກາງ​ຄືນ​ແຕ່ 700-1000 ບົດ ​ແລະ ບົດ​ເພງ​ຂັບ​ໃນ​ງານ​ດອງ 100 ບົດ​ໄວ້.

​​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຊ໋ານຈີ​ບໍ່​ພຽງ​ແຕ່​ມີ​ຊາວ​ໜຸ່ມ​ຍິງ​ຊາຍ​ຂັບ​ຮ້ອງ​ເທົ່າ​ນັ້ນ, ຫາກ​​ໄວ​ກາງຄົນ, ຜູ້​ເຖົ້າ, ຜູ້​ແກ່​ກໍ່​ເມົາ​ມົວ​ຂັບ​ຮ້ອງ​ອີກ, ​ເພາະວ່າ​ບົດ​ເພງ​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ, ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ຊາວ​ເຜົາ ຊ໋ານຈີ. ປີ 2012, ​ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ໄດ້​ຕົກລົງ​ຈັດເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຊ໋ານຈີ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຳນວນ​ຜູ້​ຂັບ​ໄດ້ ​ແລະ ​ເຂົ້າ​ໃຈ​ເນື້ອ​ໃນ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋ານຈີ​ແມ່ນ​ບໍ່​ຫຼາຍ, ​ເຖິງ​ວ່າຢູ່​ຕາ​ແສງ ກຽນ​ລາວ, ​ເມືອງ ລູກ​ງ້າ​ນ, ​ແຂວງ ບັກ​ຢາງ, ບັນດາ​ອົງການ​ຈັດ​ຕັ້ງ, ອຳນາດ​ການ​ປົກຄອງ​ໄດ້​ມີ​ສະຕິ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ອະນຸລັກ​ຮັກສາ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋ານຈີ​ແລ້ວ. ທ່ານ ຫຼີຮົ່ງວຽນ, ຫົວໜ້າ​ຄະນະ​ແນວ​ໂຮມ​ປະ​ເທດ​ຊາດ​ບ້ານ ຫໍ້, ຕາ​ແສງ ກຽນ​ລາວ, ​ໃຫ້​ຮູ້​ວ່າ:

“ລັດ​ໄດ້​ຮັບຮອງ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋ານຈີພວກ​ຂ້າພະ​ເຈົ້າ​ວ່າແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ​ແລ້ວ, ສ່ວນ​ແນວ​ໂຮມ​ປະ​ເທດ​ຊາດ​ກໍ່​ໂຄສະນາ, ຂົນຂວາຍ​ປະຊາຊົນ​ຈັດ​ຕັ້ງ​ສະ​ໂມ​ສອນ​ເພື່ອ​ຮັກສາ​ສີສັນ​ວັດທະນະ​ທຳ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້, ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ພາຍ​ພາກ​ໜ້າ​ກໍ່​ສາມ​ດຂັບ​ເພງ​ພື້ນ​ເມືອງ​ໄດ້. ​ໃນ​ບ້ານ​ກໍ່​ມີ​ນັກ​ສິລະ​ປະການ​ຈຳນວນ​ໜຶ່ງ ​ໄດ້​ສອນ​ໃຫ້​ລູກ​ຫຼານ​ຂັບ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ຕົນ. ​ເຖິງ​ວ່າ​ປະຈຸ​ບັນ​ບໍ່​ທັນ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ໄດ້​ຫຼາຍ, ​ແຕ່​ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​​ໂຄສະນາ​ເຮັດ​ໃຫ້​ເດັກນ້ອຍ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ“.

​ໂດຍ​ຮັບ​ຮູ້​ໄດ້​ຄຸນຄ່າ ​ແລະ ສີສັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າຕົນ, ທ່ານ ​ເຈິ່ນວັນ​ຖູ​ຍ ​ໃຫ້​ຮູ້​ວ່າ, ນັບ​ແຕ່​ປີ 1982 ມາ​ຮອດ​ປະຈຸ​ບັນ, ທ່ານ​ໄດ້​ເຂົ້າ​ຮ່ວມ​ການສະ​ແດງ, ​ແນະນຳເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋ານຈີ​ຢູ່​ຫຼາຍ​ແຫ່ງ​ແຕ່​ເໜືອ​ຮອດ​ໃຕ້. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ທ່ານ​ຍັງ​ເປີດ​ຫ້ອງ​ສອນ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ​ໂດຍ​ບໍ່​ເກັບ​ຄ່າ​ອີກ​ດ້ວຍ. ທ່ານ​ໄດ້​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

“ຂ້າພະ​ເຈົ້າ​ໄດ້​ໄປ​ຫຼາຍ​ແຫ່ງ, ​ເຫັນ​ວ່າ​ບັນດາ​ຊົນ​ເຜົ່າ​ອື່ນໆ​​ຂັບ​ມ່ວນ​ຫຼາຍ. ດັ່ງ​ນັ້ນ​ຈຶ່ງ​ຄິດ​ວ່າ, ຖ້າ​ຫາກ​ຕົນ​ບໍ່​ອະນຸລັກ​ຮັກສາ​ຢ່າງ​ໄວ, ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ຈະ​ເສື່ອ​ມຫາຍ​ໄປ. ​ເພາະວ່າ​ຜູ້​ຮູ້​ຂັບ​ບັນດາ​ບົດ​ເພງ​ພື້ນ​ເມືອງ​ສ່ວນ​ຫຼາຍ​ແມ່ນ​ມີ​ອາຍຸ​ແຕ່ 40 ປີ​ຂຶ້ນ​ໄປ. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຢາກ​ເປີດ​ຫ້ອງ​ສອນຂັບ​ເພງ​ພື້ນ​ເມືອງ​ຢູ່​ໃນ​ບ້ານ ຫໍ້ ​ເພື່ອ​ປະກອບສ່ວນ​ອະນຸລັກ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ ຊ໋ານຈີ​ໄວ້“.

ຕາມ​ທ່ານ ​ເຈິ່ນວັນ​ຖູ​ຍ ​ແລ້ວ, ຮຽນ​ຂັບ​ເພງ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ ຊ໋ານຈີ​ບໍ່​ແມ່ນ​ເລື່ອງ​ງ່າຍ. ຕ້ອງ​ມີ​ຄວາມ​ເມົາ​ມົວ ​ແລະ ມີ​ເຈດ​ຈຳນົງ​ຈຶ່ງ​ສາມາດ​ຮຽນ​ໄດ້. ​ເພາະວ່າ​ປະຈຸ​ບັນ, ຊາວ​ເຜົ່າ ຊ໋ານຈີ​ສ່ວນ​ຫຼາຍ​ຮູ້​ແຕ່​ພາສາ​ເທົ່າ​ນັ້ນ, ສ່ວນ​ຄວາມ​ໝາຍ​ພັດ​ບໍ່​​ເຂົ້າ​ໃຈ, ຕ້ອງ​ອະທິບາຍ​ຢ່າງ​ລະອຽດ​ຈຶ່ງ​ເຂົ້າ​ໃຈ​ໄດ້, ນອກ​ນັ້ນ​ຍັງ​ມີ​ຄົນ​ຈຳນວນ​ໜຶ່ງ​ບໍ່​ມີ​ສະຕິ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ເພງ​ພື້ນ​ເມືອງ ຊ໋ານຈີ, ດັ່ງ​ນັນ​ຈຳນວນ​ຊາວ​ໜຸ່ມ​ໄປ​ຮຽນ​ເພງ​ພື້ນ​ເມືອງ​ຈຶ່ງ​ບໍ່​ຫຼາຍ.

​ເພງ​ພື້ນ​ເມືອງ​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ອຸດົມສົມ​ບຸນ, ​ເຊິ່ງ​ໄດ້​ຮັບ​ການ​ແຕ່ງ​ຂຶ້ນ​ຜ່ານ​ວິວັດ​ແຫ່ງ​ການ​ອອກ​ແຮງ​ງານ, ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ ຊ໋ານຈີ​ຫຼາຍ​ລຸ້ນຄົນ. ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ, ​ເພງ​ພື້ນ​ເມືອງ​ຍາມ​ໃດ​ກໍ່​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ສຳລັບ​ປະຊາ​ຄົມ​ຊາວ​ເຜົ່າ ຊ໋ານຈີ. ທ່ານ ​ເຈິ່ນວັນ​ຖູ​ຍ ກໍ່​ຄື​ຊາວ​ເຜົ່າ ຊ໋ານຈີ​ອື່ນໆຫຼາຍ​ຄົນ,​ ຍາມ​ໃດ​ກໍ່ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ