ເລື່ອງກະວີ ບານາ, ຄວາມງາມໃນຊີວິດດ້ານວັດທະນະທຳຂອງປະຊາຊົນບັນດາເຜົ່າ ຢູ່ເຂດ ໄຕງວຽນ

(VOVWORLD) -ກໍ່ເຊັ່ນດຽວກັນກັບບັນດາເຜົ່າອື່ນທີ່ດຳລົງຊີວິດຢູ່ເຂດພູພຽງທາງທິດໃຕ້ພາກກາງຫວຽດນາມ (ຫລື້ເອີ້ນວ່າ ໄຕງວຽນ), ຊາວເຜົ່າ ບານາ ມີພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ ດ້ວຍບັນດາປະເພດສີລະປະທີ່ອຸດົມສົມບູນ, ໃນນັ້ນ ພົ້ນເດັ່ນແມ່ນເລື່ອງກະວີ (ຫລືເອີ້ນວ່າ ເຮີມອນ). ເລື່ອງກະວີ ບານາ ຮັກສາບົດບາດສຳຄັນໃນການຮ່ວມສຳພັນວົງຄະນາຍາດ, ແມ່ນການເຊື່ອມຕໍ່ລະຫວ່າງໂລກມະນຸດ ແລະ ບັນພະບຸລຸດ, ອະດີດຕະການ ກັບຍຸກປະຈຸບັນ , ເວົ້າເຖິງຄວາມມຸ້ງມາດປາດຖະຫນາຂອງປະເທດຊາດກ່ຽວກັບຊີວິດທີ່ມີຄວາມຜາສຸກ, ວັດທະນາຖາວອນ, ຍ້ອງຍໍຄວາມຮັກນ້ຳໃຈອັນສູງສົ່ງ, ພູມປັນຍາ ແລະ ຄວາມອົງອາດກ້າຫານຂອງມະນຸດຕໍ່ຫນ້າສິ່ງທົດສອບຂອງທຳມະຊາດ ແລະ ໃນການຕໍ່ສູ້ກັບຄວາມຊົ່ວຮ້າຍ. ບົດຂຽນຂອງນັກຂ່າວ ແທງຮ່ວຽນ.

ເລື່ອງກະວີ ບານາ, ຄວາມງາມໃນຊີວິດດ້ານວັດທະນະທຳຂອງປະຊາຊົນບັນດາເຜົ່າ ຢູ່ເຂດ ໄຕງວຽນ - ảnh 1 ເລື່ອງກະວີ ຂອງຊາວເຜົ່າ ບານາ ເຄີຍໄດ້ສະແດງໃນຕອນຄ່ຳ

ພາບ:ອິນເຕີແນັດ

ກໍ່ເຊັ່ນດຽວກັນກັບ ເລື່ອງກະວີ ຂອງບັນດາເຜົ່າຢູ່ ໄຕງວຽນ ຄື: ເອເດ, ຢາລາຍ, ເລື່ອງກະວີ ບານາ ແມ່ນຮູບການດຳເນີນຊີວິດດ້ານວັດທະນະທຳພື້ນເມືອງຕາມການເລົ່າຂານປາກຕໍ່ປາກ ແລະ ຕາມວິທີຂັບຮ້ອງ, ເລົ່າເລື່ອງດ້ວຍບົດກະວີ, ບົດວັນນະຄະດີ ແມ່ນຮູບພາບຮັດແຄບເຂົ້າຢ່າງມີຊີວິດຊີວາກ່ຽວກັບສັງຄົມໃນເມື່ອກ່ອນ.

ຖ້າຫາກເພງ Dam San ແມ່ນເລື່ອງກະວີທຳອິດ ທີ່ມີຊື່ສຽງ ແລະ ໄດ້ຮູ້ຈັກເຖິງຫລາຍສຸດຂອງຊາວເຜົ່າ ເອເດ ຊື່ງໄດ້ຄົ້ນພົບນັບແຕ່ຊຸມປີ 1930 ນັ້ນ ແລະ ເມື່ອຮອດປີ 1980 ເລື່ອງກະວີ ບານາ ຈຶ່ງເປັນທີ່ຮູ້ຈັກເຖິງ ແລະ ໄດ້ນຳເຂົ້າຄົ້ນຄ້ວາ. ສາດສະດາຈານ ໂຕງອກແທງ, ປະທານສະມາຄົມວັນນະຄະດີພື້ນເມືອງຫວຽດນາມ ໃຫ້ຮູ້ວ່າ:

        “ຮອດປີ 1980 ພວກຂ້າພະເຈົ້າຈຶ່ງໄດ້ຄົ້ນພົບ ເລື່ອງກະວີ ບານາ. ກອ່ນນີ້ ພຽງແຕ່ມີບັນດາເນື້ອໃນຕົ້ນຕໍຂອງເລື່ອງກະວີໄດ້ເລົ່າຄືນຄືດັ່ງເລື່ອງນິທານເທົ່ານັ້ນ ຫາກບໍ່ແມ່ນເລື່ອງກະວີ. ເລື່ອງກະວີ ທຳອິດຂອງພວກຂ້າພະເຈົ້າໄດ້ຄົ້ນພົບ ແມ່ນ Dam Noi. Noi ແມ່ນຊື່ຂອງວິລະຊົນຜູ້ຫນຶ່ງ. Dam ແມ່ນຜູ້ຊາຍ.”

ຕາມສາດສະດາຈານ ໂຕງອກແທງ ແລ້ວ, ເລື່ອງກະວີ ບານາ ໄດ້ສ່ອງແສງເຖິງຊີວິດຈາກໄລຍະຕົ້ນຂອງພໍ່ແມ່ປະຊາຊົນ ດ້ວຍບັນດາການຕໍ່ສູ້ກັບທຳມະຊາດເພື່ອດຳລົງຊີວິດ, ອະທິບາຍບັນດາປະກົດການໃນທຳມະຊາດ ແລະ ສັງຄົມຄື: ການກຳເນີດຂຶ້ນຂອງດິນຟ້າອາກາດ ແລະ ມວນມະນຸດ, ການຕໍ່ສູ້ລະຫວ່າງຊົນເຜົ່າພັນ, ຖ້າຫາກເລື່ອງກະວີຂອງບັນດາເຜົ່າອື່ນຕິດພັນກັບຊື່ສຽງຮຽງນາມຂອງບັນດາວິລະຊົນຂອງໝູ່ບ້ານຄື: ຢີອົງ, ຢື, ຊາວເຜົ່າ ພັດບານາ ມີ ວິລະຊົນ Dam Noi. ເນື້ອໃນຕົ້ນຕໍຂອງເລື່ອງກະວີນີ້ ລວມມີ 3 ເຫດການຂອງວິລະຊົນນັ້ນແມ່ນ ເອົາເມຍ, ອອກແຮງງານ ແລະ ຕີສັດຕູ.

        “ເນື້ອໃນຂອງເລື່ອງກະວີກໍ່ເຊັ່ນດຽວກັນກັບບັນດາເລື່ອງກະວີອື່ນ, ໝາຍຄວາມວ່າ ເນື້ອໃນແມ່ນການຕໍ່ສູ້ຢ່າງດຸເດືອດເພື່ອປົກປັກຮັກສາໝູ່ບ້ານ. ເຖິງຢ່າງໃດກໍຕາມ ຍັງມີຈຸດແຕກຕ່າງ, ແຕ່ເນື້ອໃນຕົ້ນຕໍຂອງເລື່ອງກະວີແມ່ນສ້າງຕົວລະຄອນວິລະຊົນຕໍ່ສູ້ກັບສັດຕູຜູ້ຮຸກຮານ ນຳມາເຊິ່ງຄວາມອີ່ມໜຳສຳລານສົມບູນພູນສຸກໃຫ້ໝູ່ບ້ານ. ນີ້ກໍ່ແມ່ນເນື້ອໃນຂອງເລື່ອງກະວີຊື່ງພວກຂ້າພະເຈົ້າຄົ້ນພົບ ນັ້ນແມ່ນ ເລື່ອງກະວີ DamNoi.”

ເລື່ອງກະວີ ບານາ ເຄີຍແບ່ງເປັນຫລາຍຕອນ. ບັນດານັກສິລະປະການພື້ນເມືອງ ອາດຈະເລົ່າເລື່ອງ ຍາວ, ມີຫລາຍເຫດການ, ມີບຸກຄົນທີ່ມີຊື່ສຽງຫລາຍຄົນ. ການມີຫົວຄິດປະດິດສ້າງຂອງຜູ້ເລົ່າເລື່ອງ, ຜູ້ສະແດງເລື່ອງກະວີ ແມ່ນສວມບົດບາດສຳຄັນ. ປອ ເລຖູ່ຍວີ, ນັກຊ່ຽວຊານດ້ານວັດທະນະທຳພື້ນເມືອງ, ສະຖາບັນຄົ້ນຄ້ວາວັດທະນະທຳຫວຽດນາມ ຖືວ່າ:

        “ເຂົາເຈົ້າແມ່ນຜູ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວົງຄະນາຍາດ, ວັດທະນະທຳຂອງເຜົ່າຕົນ ແລະ ມີຄວາມຈື່ຈ່ຳໄດ້ດີທີ່ສຸດ ເພື່ອສະແດງບັນດາເລື່ອງກະວີທີ່ແກ່ຍາວເປັນເວລາຫລາຍຄືນ. ເມື່ອແຕ່ລະຄົນຂັບຮ້ອງເພງ, ເລົ່າເລື່ອງກະວີ ເຂົາເຈົ້າປະດິດສ້າງຕາມຈີນຕະນາການ ແລະ ຄວາມສາມາດສະເພາະຂອງຕົນ. ເລື່ອງກະວີ ແມ່ນຕິດພັນກັບວັດທະນະທຳຂອງວົງຄະນາຍາດ ຄືເຄີຍໄດ້ສະແດງໃນສາລາບ້ານ, ຢູ່ທົ່ງໄຮ່ທົ່ງນາ ຫລື ໃນພິທີຕ່າງໆຂອງຄອບຄົວຄື: ງານດອງ, ພິທີຂຸດແລະເກັບກະດູກຂອງຜູ້ຕາຍໄປຝັງແບບ ຖາວອນ, ງານບຸນຂອງວົງຄະນາຍາດ..”

        ເລື່ອງກະວີ ຂອງຊາວເຜົ່າ ບານາ ເຄີຍໄດ້ສະແດງໃນຍາມຄ່ຳ, ນັກສິລະປະການ ສາມາດ ນັ່ງຮ້ອງ ຫລື ນອນຮ້ອງ, ຜູ້ມາຟັງ ນັ່ງອ້ອມຂ້າງເຕົາໄຟນ້ອຍ. ຕາມສາດສະດາຈານ ໂຕງອກແທງ ແລ້ວ, ຈຸດທີ່ເປັນເອກະລັກສະເພາະຂອງວິທີຂັບຮ້ອງ, ເລົ່າເລື່ອງກະວີ ບານາ ເມື່ອທຽບໃສ່ເຜົ່າອື່ນຢູ່ ໄຕງວຽນ ນັ້ນແມ່ນ ລະຫວ່າງຜູ້ຟັງ ແລະ ຜູ້ເລົ່າເລື່ອງບໍ່ໄດ້ພົບປະກັນ, ຜູ້ຟັງບໍ່ເຫັນຫນ້າເຫັນຕາຜູ້ເລົ່າເລື່ອງ.

        “ຜູ້ເລົ່າເລື່ອງບໍ່ຕ້ອງສະແດງ, ພຽງແຕ່ເວົ້າ, ຂັບຮ້ອງໃນຄວາມມືດ. ເພາະ ເລື່ອງ Dam Noi ແມ່ນເລື່ອງລາວໃນເມື່ອກ່ອນ, ເມື່ອເລົ່າເລື່ອງ ຜູ້ຟັງມີຄວາມເຊື່ອໝັ້ນວ່າ ຕົວລະຄອນໃນເລື່ອງລາວ ພວມປະກົດອອກ ສະນັ້ນ ບໍ່ສາມາດເຫັນໄດ້.”

        ຕາມປົກກະຕິແລ້ວ, ເລື່ອງກະວີ ບານາ ຕ້ອງເລົ່າເປັນເວລາ 3 ຄືນຈຶ່ງສຸດເລົ່າ, ບໍ່ ຢຸດ ຕ້ອງເລົ່າຢ່າງຕໍ່ເນື່ອງ ເພາະຊາວເຜົ່າ ບານາ ມີຄວາມເຊື່ອໝັ້ນວ່າ ບັນພະບຸລຸດ (ລະອຽດແມ່ນວິນຍານຂອງວິລະຊົນ Dam Noi) ກັບຄືນມາໃນຄວາມມືດ ພວມໂອ້ລົມກັບລູກຫລານຜ່ານຜູ້ເລົ່່າເລື່ອງກະວີ. ເຂົາເຈົ້າມາທີ່ນີ້ບໍ່ແມ່ນເພື່ອຮັບຟັງເລື່ອງນິທານ ເພາະວ່າ ເຂົາເຈົ້າຈື່ເນື້ອໃນຂອງເລື່ອງກະວີທັງໝົດ ນັບແຕ່ຕອນຕົ້ນຈົນຮອດຕອນທ້າຍ ຫາກເຂົາເຈົ້າມາທີ່ນີ້ ແມ່ນຍ້ອນມີຄວາມເຊື່ອໝັ້ນຕໍ່ການພົວພັນກັບບັນພະບຸລຸດ, ກັບເທວະດາຟ້າແຖນ. ເຂົ້າຮ່ວມການສະແດງເລື່ອງກະວີ, ຜູ້ຟັງ ກໍ່ມີຄວາມເຂົ້າໃຈກ່ຽວກັບຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງລຸ້ນພໍ່ລຸ້ນອ້າຍ, ບັນດາບົດຮຽນໃນຊີວິດ, ການປະພຶດຕໍ່ສະພາບແວດລ້ອມທຳມະຊາດ ແລະສັງຄົມ. ການຂັບຮ້ອງ, ເລົ່າເລື່ອງກະວີ ກໍ່ແມ່ນໂອກາດເພີ່ມຄວາມສາມັກຄີຂອງບັນດາສະມາຊິກໃນວົງຄະນາຍາດຂຶ້ນຕື່ມ.

ໃນສັງຄົມຍຸກປະຈຸບັນ, ເລື່ອງກະວີ ຍັງສືບຕໍ່ຄົງຕົວໃນຊີວິດການເປັນຢູ່ຂອງວົງຄະນາຍາດຄືດັ່ງຄວາມຕ້ອງການດ້ານວັດທະນະທຳ, ສັງຄົມ, ບັນເທິງ ແລະ ແມ່ນສະພາບແວດລ້ອມເພື່ອປຸກຈິດສຳນຶກ, ອາລົມຈິດ ກ່ຽວກັບຊົນເຜົ່າ ແລະ ຄວາມສະຫນິດຕິດພັນຂອງວົງຄະນາຍາດ . ເດືອນເມສາ ປີ 2017, ເລື່ອງກະວີ ບານາ ໄດ້ຮັບການຮັບເອົາຢ່າງເປັນທາງການຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວວ່າ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸລະດັບຊາດ. ຕາມການເວລາ, ຈຳນວນນັກສິລະປະການ ເລົ່າເລື່ອງກະວີ ນັບມື້ນັບຫນ້ອຍລົງ ແລະ ດ້ວຍການຮັບຮອງນີ້, ມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ບານາ ແນ່ນອນວ່າ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ