(vovworld)- ຊາວເຜົ່າມົ້ງລາຍ ດຳລົງຊີວິດຢູ່ແຂວງຮ່າຢາງ, ລາຍເຈົາ, ເຊີນລາ ແລະ ອຽນບ໋າຍ. ຢູ່ແຕ່ລະແຫ່ງເຂົາເຈົ້າກໍ່ມີວິທີປຸກສ້າງເຮືອນທີ່ແຕກຕ່າງກັນ. ເຮືອນຂອງຊາວເຜົ່າມົ້ງເຮັດດ້ວຍໄມ້ ຫຼື ດິນ. ເຖິງວ່າຈະເຮັດດ້ວຍວັດຖຸໃດກໍ່ຕາມ, ແຕ່ເຮືອນຂອງຊາວເຜົ່າມົ້ງກໍ່ມີຈຸດທີ່ເປັນເອກະລັກສະເພາະ.
ເຮືອນດິນມຸງຫຍ້າຂອງຊາວເຜົ່າມົ້ງລາຍໃນເມື່ອກ່ອນ
(ພາບ: ອິນເຕີແນດ)
ຊາວເຜົ່າມົ້ງລາຍຢູ່ແຂວງລາຍເຈົາ, ແລະ ແຂວງເຊີນລາສ່ວນຫຼາຍແມ່ນຢູ່ໃນເຮືອນເຮັດດ້ວຍໄມ້. ເຮືອນຂອງເຜົ່າມົ້ງລາຍຖືກປຸກສ້າງແບບງ່າຍດາຍ ຄືດັ່ງຕົວເຂົາເຈົ້າຢູ່ແຫ່ງນີ້ເອງ. ເຮືອນເຮັດດ້ວຍໄມ້, ພື້ນດິນ, ຫຼັງຄາມຸງໂປຼຊີມັງ, ອ້າຍ ມົ໋ວອາແຊງ, ຊາວເຜົ່າມົ້ງລາຍຢູ່ແຂວງເຊີນລາ, ໃຫ້ຮູ້ວ່າ:
”ກ່ອນນີ້, ເຮືອນຂອງຊາວເຜົ່າມົ້ງຖືກປຸກສ້າງຢ່າງງ່າຍດາຍ, ໄມ້ແມ່ນຕັດເອົາມາຈາກປ່າ, ຫຼັງຄາມຸ້ງດ້ວຍຫຍ້າ, ແຕ່ປະຈຸບັນໄດ້ຮັບການໜູນຊ່ວຍຈາກລັດ, ຫຼັງຄາເຮືອນຂອງຊາວເຜົ່າມົ້ງໄດ້ມຸ້ງດ້ວຍໂປຼຊີມັງ, ຮັບປະກັນ ຄວາມໝັ້ນຄົງຖາວອນ, ພໍ່ແມ່ໄປເຮັດໄຮ່ໄຖນາກໍ່ອູ່ນອ່ຽນໃຈ, ບໍ່ຢ້ານເດັກນ້ອຍຂີ້ດື້ເຮັດໃຫ້ໄຟໄໝ້ຫຼັງຄາຄືແຕ່ກ່ອນອີກ”.
ໝູ່ບ້ານຂອງຊາວເຜົ່າມົ້ງລາຍ
(ພາບ: ອິນເຕີແນດ)
ເຮືອນຂອງເຜົ່າມົ້ງລາຍມີໂຄງປະກອບທີ່ງ່າຍດາຍ, ໂຄງຮ່າງເຮັດດ້ວຍໄມ້ອັດ, ເຮືອນເຄີຍມີ 3 ຫ້ອງ, ຫ້ອງຢູ່ໃຈກາງແມ່ນບ່ອນຕັ້ງແທ່ນບູຊາບັນພະບຸລຸດ. ນີ້ກໍ່ແມ່ນແຫ່ງດຳເນີນຊີວິດລວມຂອງທັງຄອບຄົວ, ແມ່ນບ່ອນກິນດື່ມ ແລະ ຮັບແຂກ. ເຮືອນຂອງຊາວເຜົ່າມົ້ງລາຍບໍ່ຂັ້ນເປັນແຕ່ລະຫ້ອງຕ່າງຫາກ, ຫ້ອງສ່ວນຕົວໃນເຮືອນມີແຕ່ຂັ້ນດ້ວຍຜ້າກັ້ງເທົ່ານັ້ນ. ສ່ວນເຕົາໄຟຂອງຊາວເຜົ່າມົ້ງລາຍກໍ່ບໍ່ຕັ້ງຢູ່ກາງເຮືອນຄືຊົນເຜົ່າອື່ນໆ. ອ້າຍ ມົ່ວອາແຊງ, ໃຫ້ຮູ້ວ່າ:
”ຕະກຸນຢ່າງ ຕັ້ງເຕົາໄຟຢູ່ເບື້ອງຂວາຫຼືເບື້ອງຊ້າຍ, ສ່ວນຕະກຸນມົ່ວ ຕັ້ງຢູ່ເບື້ອງຂວາ. ສຳລັບຊາວເຜົ່າມົ້ງ, ເຕົາໄຟມີຄວາມສຳຄັນທີ່ສຸດ. ເຕົາໄຟໃຫຍ່ແມ່ນໃຊ້ເພື່ອຄົວກິນໃນຍາມເຊົ້າ ແລະ ເຕົາໄຟໜຶ່ງອີກແມ່ນໃຊ້ເພື່ອຄົວກິນທັງຕອນເຊົ້າ, ຕອນທຽງ ແລະ ຕອນແລງ”.
ເຮືອນໄມ້ມຸງໂປຼຊີມັງຂອງຊາວເຜົ່າມົ້ງລາຍ
(ພາບ: ອິນເຕີແນດ)
ໃນເຮືອນຂອງຊາວເຜົ່າມົງລາຍຢູ່ແຂວງເຊີນລາມີເສົາສີ່ຫຼ່ຽມ ຫຼືເສົາກົມຖືກປັກຢູ່ໃຈກາງເຮືອນ ແຕ່ຫຼັງຄາລົງພື້ນເຮືອນ, ຊາວເຜົ່າມົ້ງລາຍຖືເສົານີ້ແມ່ນເສົາຫຼັກ ຫຼືເສົາຄຳ້ຂອງເຮືອນ. ເມື່ອເຮືອນຫຼັງໃໝ່ໄດ້ຮັບການປຸກສ້າງສຳເລັດແລ້ວ, ເຂົາເຈົ້າຈຶ່ງຕັ້ງເສົານີ້ຂຶ້ນຢູ່ກາງເຮືອນ. ໃນຄອບຄົວເມື່ອມີງານບຸນ ຫຼືວຽກງານໃດຄື: ບຸນປີໃໝ່, ບຸນເຂົ້າຈີ່, ງານແຕ່ງດອງ... ນອກຈາກຈູດທູບທຽນເທິງແທ່ນບູຊາແລ້ວ, ເຈົ້າຂອງເຮືອນຍັງຕ້ອງຈູດທູບທຽນຢູ່ຕີນເສົາຄຳ້ອີກ ເພື່ອແຈ້ງໃຫ້ຜີບ້ານຊາບຄອບຄົວມີວຽກ. ໃນບຸນປີໃໝ່, ເສົາຄຳ້ໄດ້ຮັບການປະດັບປະດາດ້ວຍເຈ້ຍທີ່ມີສີຫຼາກຫຼາຍ. ຍ້ອນຄວາມສັກສິດຂອງເສົາຄຳ້ໃນເຮືອນ, ດັ່ງນັ້ນສິ່ງຄະລຳແມ່ນຫ້າມບໍ່ໃຫ້ຜູ້ໃດໃຊ້ມິດຜ່າ, ຖາກໃສ່ເສົາ ຫຼືເຮັດໃຫ້ເສົາເປື້ອນ, ບໍ່ໄດ້ຈູດອັນໃດໃກ້ກັບເສົາຄຳ້. ອ້າຍ ມົ່ວວັນຊູ, ຊາວເຜົ່າມົ້ງລາຍຢູ່ແຂວງລາຍເຈົາໃຫ້ຮູ້ວ່າ, ເຮືອນຂອງຄອບຄົວອ້າຍຖືກສ້າງຂຶ້ນເມື່ອປີ 1995 ແຕ່ມາຮອດປະຈຸບັນທຸກສິ່ງທຸກຢ່າງໃນເຮືອນລ້ວນແຕ່ໄດ້ຮັບການຮັກສາໄວ້ຄືເກົ່າ:
” ເຮືອນຫຼັງນີ້ຂ້າພະເຈົ້າໄດ້ສືບມູນຈາກບັນພະບຸລຸດ, ເຮືອນມີເສົາຄຳ້. ສະເພາະເສົາກົມນີ້ມີຊື່ວ່າເສົາກວນ, ສ່ວນຢູ່ນອກແມ່ນເສົາຫຼັກ. ເສົາຫຼັກເປັນສັນຍາລັກໃຫ້ແກ່ເຈົ້າຂອງເຮືອນ ”.
ເສົາຫຼັກໃນເຮືອນຂອງຊາວເຜົ່າມົ້ງລາຍ
(ພາບ: ອິນເຕີແນດ)
ເລື່ອງຕັ້ງເສົາຄຳ້ໃນເຮືອນແມ່ນຮີດຄອງປະເພນີຂອງເຜົ່າມົ້ງລາຍ ທີ່ມີມາກ່ອນນີ້ຫຼາຍລຸ້ນຄົນ. ນີ້ກໍ່ແມ່ນວັດທະນະທຳພິເສດສະເພາະຂອງຊາວເຜົ່າມົ້ງລາຍຢູ່ແຂວງເຊີນລາ, ລາຍເຈົາ. ຜ່ານນັ້ນຕັກເຕືອນໃຫ້ລູກຫຼານໃນຄອບຄົວຈົ່ງເສີມຂະຫຍາຍມູນເຊື້ອຂອງຊົນຊາດ, ນັ້ນແມ່ນຍາມໃດກໍ່ເຮັດວຽກດີ, ບໍ່ທຳຮ້າຍ, ສ້າງຄອບຄົວໃຫ້ມີຄວາມສາມັກຄີ, ຮັກແພງກັນ, ມີຄວາມສຸກ, ບໍ່ໄດ້ຫຼົງລືມບຸນຄຸນຂອງພໍ່, ແມ່, ບັນພະບຸລຸດໃນຄອບຄົວ, ວົງຕະກຸນ. ອ້າຍ ມົ່ວອາແຊງ, ໃຫ້ຮູ້ວ່າ:
”ຊາວເຜົ່າມົ້ງມີມູນເຊື້ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຖ້າມີຄອບຄົວໃດໃນບ້ານປຸກສ້າງເຮືອນຂ້າພະເຈົ້າກໍ່ມາຊ່ວຍ, ສ່ວນຢູ່ບ້ານອື່ນ, ຖ້າເຈົ້າຂອງເຮືອນມີຄວາມຕ້ອງການຂ້າພະເຈົ້າກໍ່ມາຊ່ວຍໃນທັນທີ ”.
ຊາວເຜົ່າມົ້ງລາຍເຄີຍປຸກສ້າງເຮືອນໃນລະດູບານໃໝ່, ພາຍຫຼັງບຸນປີໃໝ່ກໍ່ປຸກສ້າງເຮືອນເພື່ອກະກຽມໃຫ້ລະດູການຜະລິດໃໝ່. ເຂົາເຈົ້າກໍ່ເລືອກວັນເພື່ອປຸກສ້າງເຮືອນ. ຕາມທຳມະດາແມ່ນເຄີຍເຮັດໃນວັນຄູ່. ເພາະເຂົາເຈົ້າຖືວ່າ ວັນຄູ່ແມ່ນວັນທີ່ນຳເອົາໂຊກໝານມາໃຫ້ຄອບຄົວ.
ເຖິງວ່າດຳລົງຊີວິດຕາມເນີນພູມາຫຼາຍເຊັ່ນຄົນແລ້ວກໍ່ຕາມ, ແຕ່ບັນດາເຮືອນໄມ້ຂອງຊາວເຜົ່າມົ້ງລາຍຍັງຄົງຮັກສາຄວາມງາມແບບດັ້ງເດີມໄວ້ໄດ້, ບັນດາເຮືອນໄມ້ເກົ່າເຫຼົ່ານັ້ນໄດ້ຊ້ອນແຝງພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າມົ້ງລາຍຢູ່ແຂວງເຊີນລາ.