(vovworld) - ບ້ານ ຕາວານໄຢ໋, ຂຶ້ນກັບເມືອງ ຊາປາ, ແຂວງລາວກາຍ, ນອນຢູ່ໃນຮ່ອມພູ ເມື່ອງຮວາ ທີ່ງາມດັ່ງໃນຝັນ. ບັນດາເຮືອນນ້ອຍໆຂອງຊາວເຜົ່າໄຢ໋ລ້ວນແຕ່ອີງຫຼັງໃສ່ພູ ແລະ ຕັ້ງຢູ່ໃກ້ກັນ. ນັ້ນແມ່ນຈຸດທີ່ເປັນເອກະລັກຂອງວົງຄະນາຍາດທີ່ດຳລົງຊີວິດແບບເຈືອຈານກັບທຳມະຊາດ. ເຮືອນແມ່ນບ່ອນຢູ່, ບ່ອນເຮັດວຽກ ແລະ ດຳເນີນຊີວິດປະຈຳວັນຂອງສະມາຊິກທຸກຄົນໃນຄອບຄົວ. ດັ່ງນັ້ນກໍ່ເຊັ່ນດຽວກັບຊົນເຜົ່າອື່ນໆ, ເມື່ອປຸກສ້າງເຮືອນ, ຊົນເຜົ່າໄຢ໋ມີຄວາມລະມັດລະວັງທີ່ສຸດ.
ເຮືອນດິນຂອງຊົນເຜົ່າໄຢ໋
ຕາມທັດສະນະຂອງຊາວເຜົ່າໄຢ໋, ທີ່ດິນແລະທິດເຮືອນແມ່ນ 2 ປັດໃຈສຳຄັນທີ່ສຸດ, ແມ່ນເງື່ອນໄຂຕັດສິນຄວາມເປັນຕາຍຂອງເຈົ້າເຮືອນ. ເພື່ອເລືອກທີ່ດິນປຸກສ້າງເຮືອນ, ຊາວເຜົ່າໄຢ໋ເຄີຍອາໄສເຖິງການຊ່ວຍເຫຼືອຂອງບັນດາໝໍເຢົາ. ພາຍຫຼັງພາວະນາເທວະດາຟ້າແຖນແລ້ວ, ໝໍເຢົາຈະຊອກເຂດດິນທີ່ເໝາະສົມກັບຄອບຄົວ, ວົງຕະກຸນນັ້ນ. ເມື່ອເລືອກບ່ອນປຸກສ້າງເຮືອນ, ຊາວເຜົ່າໄຢ໋ກໍ່ເອົາໃຈໃສ່ເຖິງແຫຼ່ງນຳ້. ເຂົາເຈົ້າເຄີຍຢູ່ອາໄສໃນເຂດຮ່ອມພູ, ແຄມແມ່ນ້ຳລຳເຊ. ນອກຈາກຄວາມໝາຍດ້ານຈິດວີນຍານ, ເປັນບ່ອນທີ່ເຢັນສະບາຍ ແລະ ສະຫງົບແລ້ວ, ເຂົາເຈົ້າຍັງມີເງື່ອນໄຂສະດວກໃນການປູກຝັງ, ປູກເຂົ້ານາທາມ, ເຮັດໄຮ່… ອີກດ້ວຍ. ພາຍຫຼັງເລືອກທີ່ດິນໄດ້ແລ້ວ, ເຂົາເຈົ້າຍັງເອົາໃຈໃສ່ເຖິງການເລືອກທິດອີກ. ເຂົາເຈົ້າຖືວ່າ, ສ້າງເຮືອນຖືກທິດມັນຈະນຳມາເຊິ່ງໂຊກໝານ, ຄວາມສຸກໃຫ້ແກ່ທຸກຄົນໃນຄອບຄົວ. ທ່ານ ເຊິ່ນຈ໋າງ, ຜູ້ມີອາຍຸສູງໃນບ້ານ ຕາວານໄຢ໋, ໃຫ້ຮູ້ວ່າ:
“ຕໍ່ໜ້າເຮືອນຕ້ອງປອດໂປ່ງ, ຫຼັງເຮືອນຕ້ອງມີບ່ອນອີງ, ຕາມທຳມະດາແມ່ນອີງໃສ່ພູ, ຖ້າປຸກສ້າງເຮືອນຢູ່ບ່ອນຮາບພຽງ, ຢູ່ເບື້ອງຫຼັງທາງໄກໆກໍ່ຕ້ອງມີພູ. ສິ່ງທີ່ເຂົາເຈົ້າຄະລຳທີ່ສຸດນັ້ນແມ່ນຢູ່ເບື້ອງໜ້າມີພູຫີນ ຫຼືມີຫີນກ້ອນໃຫຍ່ຂວາງຢູ່ຕໍ່ໜ້າ“.
ຊາວເຜົ່າໄຢ໋ຖືວ່າ, ເລືອກທິດເຮືອນຄືແນວນັ້ນຈຶ່ງໄດ້ຮັບການອູ້ມຊູຊ່ວຍເຫຼືອ ແລະ ການປົກປ້ອງຈາກເທວະດາພູ. ນອກນັ້ນ, ທິດເຮືອນຕ້ອງປອດໂປ່ງ, ກວ້າງຂວາງ, ບໍ່ມີສິ່ງກີດຂວາງຢູ່ເບື້ອງໜ້າ, ຄືແນວນັ້ນການທຳມາຫາກິນຈຶ່ງໄດ້ຮັບຜົນດີ, ພິເສດແມ່ນບໍ່ມີຂຸມຜີຢູ່ເບື້ອງໜ້າ. ທ່ານ ຮ່ວາງວັນລູ່, ຢູ່ບ້ານ ຕາວານໄຢ໋, ໃຫ້ຮູ້ຕື່ມອີກວ່າ:
“ຕ້ອງເລືອກທິດຕາມອາຍຸຂອງເຈົ້າເຮືອນ. ຖ້າຫາກວັນລົງມືກໍ່ຮ້າງເຮືອນແມ່ນກົງກັບວັນເກີດຂອງຜູ້ໃດໃນຄອບຄົວ, ຜູ້ນັ້ນຈະຕ້ອງຫຼີກໄປບ່ອນອື່ນ, ເມື່ອໃດກໍ່ສ້າງເຮືອນສຳເລັດແລ້ວຈຶ່ງໄດ້ກັບເມືອ“.
ເຮືອນຂອງຊາວເຜົ່າໄຢ໋ຖືກກໍ່ສ້າງດ້ວຍວັດຖຸ 2 ປະເພດທີ່ມີຢູ່ແລ້ວໃນທຳມະຊາດນັ້ນແມ່ນໄມ້ ຫຼືໄມ້ໄຜ່, ໄມ້ເຮ້ຍ. ອີງຕາມຄວາມສາມາດຂອງເຈົ້າເຮືອນ, ຝາເຮືອນບາງເທື່ອເຮັດດ້ວຍດິນປະສົມກັບເຟືອງ, ບາງເທື່ອເຮັດດ້ວຍໄມ້. ເຮືອນຂອງຊາວເຜົ່າໄຢ໋ສູງ 1,8 ແມັດ (ໄລ່ແຕ່ພື້ນເຮືອນເຖິງຂາງເຮືອນ) ແລະ ລວງກວ້າງແຕ່ 6, 10 ແມັດ. ແບ່ງເປັນ 3 ຫ້ອງ, ແຕ່ລະຫ້ອງມີຄວາມໝາຍທີ່ແຕກຕ່າງກັນ. ທ່ານ ຮ່ວາງວັນລູ່, ອະທິບາຍວ່າ,
“ເຮືອນຂອງຊາວເຜົ່າໄຢ໋ເຄີຍແບ່ງເປັນ 3 ຫ້ອງ, ຫ້ອງຢູ່ໃຈກາງປອດໂປ່ງ. ກ່ອນນີ້ຢູ່ຫ້ອງໃຈກາງມີ 6 ເສົາ, ແຕ່ປະຈຸບັນມີພຽງ 4 ຫຼື 5 ເສົາເທົ່ານັ້ນ. ໃນນັ້ນເສົາຫຼັກຢູ່ໃຈກາງຕ້ອງຕັ້ງຕິດກັບພື້ນດິນ, ແຕ່ປະຈຸບັນເຂົາເຈົ້າໄດ້ປະເສົາຫຼັກນີ້ແລ້ວ“.
ເຮືອນຂອງຊາວເຜົ່າໄຢ໋ຢູ່ຕາວານ
ຫ້ອງໃຈກາງແມ່ນບ່ອນຕັ້ງແທ່ນບູຊາບັນພະບຸລຸດ, ແມ່ນບ່ອນຕ້ອນຮັບແຂກ. ນີ້ໄດ້ຮັບຖືວ່າແມ່ນຫ້ອງທີ່ເຄັ່ງຂຶມທີ່ສຸດ, ດັ່ງນັ້ນໃນໂອກາດວັນບຸນ, ບຸນປີໃໝ່, ວັນບູຊາ… ເຂົາເຈົ້າຈຶ່ງໄດ້ກິນເຂົ້າຢູ່ທີ່ນີ້. ຕາມປະເພນີຂອງຊາວເຜົ່າໄຢ໋ແລ້ວ, ຜູ້ຍິງບໍ່ໄດ້ນອນຢູ່ຫ້ອງໃຈກາງ. ທ່ານ ຈ໋າງ ແນະນຳວ່າ:
“ເຮືອນຂອງຊາວເຜົ່າໄຢ໋ຕ້ອງມີຊັ້ນສຳຮອງ. ເຄື່ອງໃຊ້ໃນການແຕ່ງກິນຈຳນວນໜຶ່ງແມ່ນວາງຢູ່ໃນເຮືອນຄົວ, ສ່ວນເຄື່ອງຂອງອື່ນໆລ້ວນແຕ່ມ້ຽນໄວ້ຢູ່ຊັ້ນສຳຮອງ. ເຂົ້າເປືອກ, ເຂົ້າສານ, ຊີ້ນ… ຖືກມ້ຽນໄວ້ຢູ່ນັ້ນຄືດັ່ງສາງບັນຈຸເຄື່ອງຂອງ. ຖ້າມີແຂກມາຢູ່ນຳຄອບຄົວ, ສາມາດຈັດໃຫ້ເຂົາເຈົ້ານອນຢູ່ຊັ້ນນີ້ໄດ້“.
ບັນດາສະມາຊິກໃນຄອບຄົວແມ່ນຢູ່ໃນຫ້ອງຂ້າງ. ຖ້າຄອບຄົວນັ້ນມີລູກໃພ້ຫຼາຍຄົນ, ຫ້ອງນອນຂອງຄອບຄົວລູກກົກແມ່ນຢູ່ທິດຕາເວັນຕົກ, ຫ້ອງນອນຂອງຜົວເມຍຖັດຈາກນັ້ນແມ່ນຢູ່ທິດຕາເວັນອອກ.
ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າໄຢ໋ເຄີຍມີ 3 ປະຕູ. ປະຕູຕົ້ນຕໍແມ່ນຢູ່ຫ້ອງໃຈກາງ, ປະຕູໜຶ່ງແມ່ນເຂົ້າເຮືອນຄົວ ແລະ ປະຕູຍັງເຫຼືອແມ່ນເຂົ້າອອກຢູ່ເບື້ອງຫຼັງເຮືອນ. ປ່ອງຢ້ຽມຢູ່ຫ້ອງຂ້າງທັງສອງມີຂະໜາດ 20 x 40 cm. ທ່ານເຊິ່ງຈ໋າງ ອະທິບາຍວ່າ:
“ປະຕູເຂົ້າເຮືອນຄົວເພື່ອໃຫ້ເຂົ້າເຈົ້າເຂົ້າອອກເຮືອນປະຈຳວັນ, ຄະລຳບໍ່ໃຫ້ນຳຊີ້ນສົດໄປຜ່ານປະຕູຕົ້ນຕໍ. ຜູ້ຍິງຫາກໍ່ເກີດລູກ, ຖ້າບໍ່ທັນຈັດພິທີສະເໜີລູກຕໍ່ບັນພະບຸລຸດກໍ່ບໍ່ໄດ້ໄປຜ່ານປະຕູຕົ້ນຕໍເຊັ່ນກັນ“.
ຕໍ່ໜ້າປະຕູຕົ້ນຕໍ່ຂອງເຮືອນ, ຊາວເຜົ່າໄຢ໋ຍັງແຂວນໝາກຄອນເຮັດດ້ວຍແພທີ່ມີສີຫຼາກຫຼາຍເພື່ອປະດັບປະດາໃຫ້ເຮືອນຂອງຕົນ. ນີ້ແມ່ນວັດທະນະທຳທີ່ດີງາມຂອງຊາວເຜົ່າໄຢ໋. ເຮືອນແມ່ນບ່ອນຮັກສາແບບແຜນດຳລົງຊີວິດທີ່ເປັນມູນເຊື້ອຂອງຊາວເຜົ່າໄຢ໋ຢູ່ແຂວງລາວກາຍ.