ເຮືອນປະເພນີຂອງຊາວເຜົ່າຈຳຢູ່ເຂດ ປາດູຣານກາ

(VOVWORLD) -ໃນການດຳລົງຊີວິດຂອງຊາວເຜົ່າຈຳເຮືອນແມ່ນບ່ອນເຈົ້າຂອງສະແດງສິດອຳນາດຄວາມອຸດົມຮັ່ງມີ. ຍ້ອນເຫດນີ້ເອງ ພ້ອມກັບເຮືອນຖືກເຮັດດ້ວຍໄມ້ ແລະມຸງດິນຂໍ, ເຈົ້າເຮືອນຈະປຸກສ້າງເຮືອນຕື່ມອີກ 5 – 7 ຫຼັງຢູ່ອ້ອມແອ້ມດ້ວຍຂະໜາດ ຊື່ເອີ້ນ ຄວາມໝາຍແລະຈຸດປະສົງນຳໃຊ້ແຕກຕ່າງກັນ. ພໍ່ແມ່ພີ່ນ້ອງມີຄວາມສຳນຶກວ່າເຮືອນເຫຼົ່ານີ້ກໍ່ປຽບເໝືອນຝາມືມີຫ້ານິ້ວຫຼືໃບໜ້າລວມມີຄູ່ຕາ, ສອງຮູດັງ, ສອງຫູ ແລະໜຶ່ງປາກ. 
ເຮືອນປະເພນີຂອງຊາວເຜົ່າຈຳຢູ່ເຂດ ປາດູຣານກາ - ảnh 1ເຮືອນປະເພນີຂອງຊາວເຜົ່າຈຳ

     ໃນບໍລິເວນເຮືອນປະເພນີຂອງຊາວເຜົ່າຈຳຢູ່ເຂດ ປາດູຣານກາ ຂຶ້ນກັບແຂວງນິງທ້ວນ ແລະແຂວງບິ່ງທ້ວນ ກໍ່ມີຮູບສີ່ຫຼ່ຽມສາກ ແລະ ເຄີຍມີເຮືອນແຕ່ 5 – 7 ຫຼັງ ຢູ່ອ້ອມແອ້ມເຊິ່ງຂຶ້ນກັບສະພາບເສດຖະກິດຄອບຄົວແລະຊົນຊັ້ນໃນສັງຄົມຂອງເຈົ້າເຮືອນ. ຍ້ອນເງື່ອນໄຂດິນຟ້າອາກາດຢູ່ທີ່ນີ້ມີສອງລະດູຄືລະດູແຫຼ້ງແຕ່ເດືອນທັນວາຫາເດືອນສິງຫາປີຕໍ່ໄປດ້ວຍອາກາດຮ້ອນເອົ້າແຫ້ງແລ້ງ, ແລະລະດູຝົນນັບແຕ່ເດືອນກັນຍາຫາເດືອນພະຈິກເພາະສະນັ້ໜນັບແຕ່ປາງກ່ອນພໍ່ແມ່ພີ່ນ້ອງເຜົ່າຈຳກໍ່ໄດ້ມີວິທີປຸກສ້າງເຮືອນ ເພື່ອແນໃສ່ຈຳກັດສະພາບດິນຟ້າອາກາດບໍ່ອຳນວຍຄວາມສະດວກ. ເມື່ອປຸກເຮືອນ, ຊາວເຜົ່າຈຳບໍ່ສູ້ເຮັດເຮືອນມຸ່ງໜ້າສູ່ທິດຕາເວັນອອກ. ວຽກທຳອິດແມ່ນຕ້ອງເລືອກເອົາດິນເພື່ອປຸກເຮືອນ, ເນື້ອທີ່ດິນຕ້ອງຢູ່ພື້ນທີ່ສູງທາງທິດຕາເວັນຕົກ ແລະ ຕ່ຳທາງທິດຕາເວັນອອກ. ເດືອນມີນາ, ເດືອນມິຖຸນາ, ເດືອນສິງຫາ ແລະ ເດືອນຕຸລາເຊິ່ງແມ່ນຊ່ວງເວລາທີ່ຊາວເຜົ່າຈຳປຸກເຮືອນລຸງສື໋ວັນຕຽນຢູ່ຄຸ້ມຖະໜົນເບົ່າຈຸກ    ເທດສະບານ ເຝືອກເຢິນເມືອງນິງເຝືອກແຂວງນິງທ້ວນໃຫ້ຮູ້ວ່າ:

    “ເຮືອນໃນບໍລິເວນ ເຮືອນປະເພນີຂອງຊາວເຜົ່າຈຳກໍ່ຕ້ອງປຸກສ້າງຕາມລະບຽບການ, ມັນຖືກສັບຊ້ອນຕາມຄວາມເປັນລະບຽບຮຽບຮ້ອຍທີ່ມີມາແຕ່ດົນນານ. ຖ້າຫາກປຸກເຮືອນບໍ່ຖືກທິດນັ້ນ ການທຳມາຫາກິນຈະບໍ່ສະດວກ ລູກເຕົ້າຜົວເມຍເຄີຍເກີດຄວາມຂັດແຍ່ງກັນ”.

    ເມື່ອເຮັດຮ່າງເຮືອນສຳເລັດ ຊາວເຜົ່າຈຳກໍ່ເຮັດເຮືອນຄົວກ່ອນໜູ່,ຕາມຄວາມສຳນຶກຂອງຊາວເຜົ່າຈຳແລ້ວ ເຮືອນຄົວແມ່ນບ່ອນສະໜອງອາຫານ ຮັກສາຄວາມມີຊີວິດໃຫ້ແກ່ທັງຄອບຄົວ ດັ່ງນັ້ນຕ້ອງເຮັດເຮືອນຄົວເສຍກ່ອນ. ຢູ່ຂ້າງເຮືອນຄົວຊາວເຜົ່າຈຳຍັງເຮັດສາງເກັບມ້ຽນຜະລິດຕະພັນກະເສດ, ແນວພັນພືດຕ່າງໆ. ເມື່ອເຮັດເຮືອນຄົວສຳເລັດແລ້ວຊາວເຜົ່າຈຳຈຶ່ງປຸກສ້າງເຮືອນອື່ນໆ. ທ່ານ ປອ ຝູວັນຫັນ ນັກຄົ້ນຄວ້າວັດທະນະທຳເຜົ່າຈຳໃຫ້ຮູ້ວ່າ:

   “ໜ້າເຮືອນຄົວຕ້ອງມຸ່ງໄປສູ່ທິດຕາເວັນອອກ, ເຮືອນທຳພິທີມຸ່ງໜ້າສູ່ທິດຕາເວັນຕົກເຊິ່ງແມ່ນທິດທີ່ດີ, ເຮືອນຕິດກັບເຮືອນທຳພິທີກໍ່ມີສອງດ້ານມຸ່ງສູ່ທິດຕາເວັນຕົກ ແລະທິດໃຕ້. ສ່ວນເຮືອນສູງຖືກປຸກສ້າງຢູ່ກ້ຳຕາເວັນຕົກ, ປະຕູໃຫຍ່ມຸ່ງໄປສູ່ທິດຕາເວັນອອກ. ນີ້ແມ່ນຄວາມສຳນຶກ ແມ່ນວັດທະນະທຳໃນການປຸກເຮືອນຂອງຊາວເຜົ່າຈຳ”.

   ໃນຄອບຄົວທີ່ມີເອື້ອຍນ້ອງຫຼາຍຄົນ ເມື່ອມີຜູ້ໜຶ່ງແຕ່ງງານກໍ່ຢູ່ຕ່າງຫາກ, ພໍ່ແມ່ຈະປຸກສ້າງເຮືອນຫຼັງໃໝ່. ນາງແທັ່ງທິຟ່ອງຢູ່ບ້ານເຝືອກເຍິນ 2 ຕາແສງຊວນຫ໋າຍ ເມືອງນິງຫ໋າຍ ແຂວງນິງທ້ວນໃຫ້ຮູ້ວ່າ:

    “ລູກສາວຫຼາຂອງຂ້າພະເຈົ້າໄດ້ປຸກສ້າງເຮືອນນັບແຕ່ປີ 1960 ຊຶ່ງເຮັດດ້ວຍໄມ້ ມີການແກະຄວັດສະຫຼັກຢ່າງລະອຽດອ່ອນ ຫວ່າງແລ້ວນີ້ ລາວກໍ່ຫາກໍ່ສ້ອມແປງຄືນ ແຕ່ຍັງຄົງຮັກສາການອອກແບບດັ້ງເດີມ. ຄອບຄົວຂອງຂ້າພະເຈົ້າຢາກຮັກສາເຮືອນຊານທີ່ປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ ທັງເປັນການຮັກສາຈຸດວັດທະນະທຳອັນເປັນປະເພນີຂອງຊົນເຜົ່າຕົນ ເພາະວ່າໃນປັດຈຸບັນເຮືອນບູຮານຍັງເຫຼືອພຽງໜ້ອຍທີ່ສຸດ”.

   ປັດຈຸບັນເຮືອນຂອງຊາວເຜົ່າຈຳກໍ່ໄດ້ມີການປ່ຽນແປງ ແລະ ພໍ່ແມ່ພີ່ນ້ອງປຸກເຮືອນຕາມເງື່ອນໄຂເສດຖະກິດແລະມີຄວາມງ່າຍດາຍກວ່າເກົ່າ. ແຕ່ເຖິງຢ່າງໃດກໍ່ຕາມ ບາງປະເພນີຄະລຳໃນວັດທະນະທຳຂອງຊາວເຜົ່າຈຳຍັງຄົງຖືກຮັກສາໄວ້ຢູ່ທ້ອງຖິ່ນຄື ເມື່ອກຳເນີດຢູ່ເຮືອນຫຼັງໃດກໍ່ຕ້ອງຕາຍຢູ່ເຮືອນຫຼັງນັ້ນ ຫຼືເມື່ອເຂົ້າໄປເຮືອນຂອງຊາວເຜົ່າຈ ຳແຂກບໍ່ຄວນຜິວປາກ, ບໍ່ຄວນຢືນຈອບເບິ່ງຢູ່ທາງນອກ ແຕ່ຕ້ອງຍ່າງຕົງເຂົ້າໄປເຮືອນ. 

ຕອບກັບ

ຂ່າວ/ບົດ​ອື່ນ