(vovworld) - ແຕ່ລະຊົນເຜົ່າລ້ວນແຕ່ມີເຮືອນທີ່ເປັນມູນເຊື້ອຂອງຕົນ. ເຮືອນຂອງຊົນເຜົ່ານຸ່ງກໍ່ມີຈຸດພິເສດສະເພາະ ບົດຂຽນຂອງ ໂຕຕ໋ວນ, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ.
(ພາບອິນເຕີແນັດ)
ຊາວເຜົ່ານຸ່ງເຄີຍຢູ່ເຮືອນຮ້ານ, ເຮືອນເຄິ່ງຮ້ານເຄິ່ງດິນ ແລະ ຢູ່ບາງແຫ່ງຊາວເຜົ່ານຸ່ງພັດຢູ່ເຮືອນຝາດິນ, ແຕ່ເຮືອນຮ້ານແມ່ນເຮືອນທີ່ເປັນມູນເຊື້ອ. ຊາວເຜົ່ານຸ່ງເຄີຍຕັ້ງເຮືອນຕາມເນີນພູ, ຢູ່ບ່ອນທີ່ມີຕົ້ນໄມ້ປົກຄຸມຫຼາຍ, ເພາະເຂົາເຈົ້າຖືວ່າ, ບ່ອນທີ່ມີຕົ້ນໄມ້ຫຼາຍລຳນັ້ນ, ດິນຈະບໍ່ຖືກເຊາະເຈື່ອນ. ຕາມຫຼັກ “ຫວາງຈຸ້ຍ“ ຂອງຊາວເຜົ່າ ນຸ່ງ, ເຮືອນຢູ່ຕ້ອງມຸ່ງໜ້າໄປສູ່ທິດ, ບ່ອນທີ່ມີທັດສະນີຍະພາບສວຍງາມ, ປອດໂປ່ງ ແລະ ກວ້າງຂວາງ. ບໍ່ຄວນເປີດປະຕູມຸ່ງໄປສູ່ພູຜາປ່າໄມ້, ແມ່ນ້ຳລຳເຊ ຫຼືຟຸ່ມໄມ້ທີ່ມີຮູບແປກປະຫຼາດ. ເພາະເຂົາເຈົ້າຖືວ່າຈອມພູປຽບເໝືອນລູກທະນູມຸ່ງເຂົ້າເຮືອນເຮັດໃຫ້ທຸກຄົນເຄີຍປະສົບເຄາະຮ້າຍ. ຟຸ່ມໄມ້ທີ່ເປັນຮູບແປກນັ້ນ, ຈະເຮັດໃຫ້ສັດລ້ຽງຂອງຄອບຄົວເປັນໂລກພະຍາດ ແລະ ຕາຍໄປ. ຊາວເຜົ່ານຸ່ງດຳລົງຊີວິດຕິດກັບທຳມະຊາດ ແລະ ມັກຢູ່ບ່ອນກວ້າງຂວາງ,ເພາະສະນັ້ນ, ເຮືອນຮ້ານຖືກເຮັດດ້ວຍໄມ້, ໄມ້ໄຜ່, ໄມ້ເຮ້ຍ ແລະ ຢູ່ອ້ອມເຮືອນມີຮົ້ວ ແລະ ສວນຜັກ. ທ່ານ ເລືອງວັນທຽດ, ນັກຄົ້ນຄ້ວາວັດທະນະທຳຊົນເຜົ່າ, ຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ:
“ເຮືອນຮ້ານຂອງຊາວເຜົ່ານຸ່ງທັງໃຫຍ່, ກວ້າງ, ເຄີຍມີເສົາເຮືອນແຕ່ 6-8ເສົາ, ເຮືອນມີຫຼາຍຫ້ອງ ແລະ ຖືກແບ່ງເປັນຈຳນວນຄີກ, ບາງເທື່ອແມ່ນ 5, 7 ຫຼື 9 ຫ້ອງ. ອີງໃສ່ແຕ່ລະຄອບຄົວ, ຊາວນຸ່ງຖືວ່າເລກຄີກແມ່ນໃຫ້ຄົນຍັງມີຊີວິດ, ສ່ວນເລກຄູ່ພຽງແຕ່ໃຊ້ເພື່ອສ້າງບ່ອນຝັງໃຫ້ແກ່ຄົນຕາຍເທົ່ານັ້ນ. ສ່ວນຂັ້ນໄດຂຶ້ນເຮືອນກໍ່ເປັນຈຳນວນຄີກຄື 7, 9 ຫຼື 11.“
ການດຳເນີນຊີວິດໃນເຮືອນຮ້ານຂອງຊາວເຜົ່ານຸ່ງແມ່ນຄືກັນໂດຍພື້ນຖານ, ຢູ່ກ້ອງລ່າງແມ່ນບ່ອນລ້ຽງສັດ, ບ່ອນໃຫ້ແມ່ຍິງຍ້ອມຜ້າ, ທັງແມ່ນບ່ອນເພື່ອໃຫ້ຜູ້ຊາຍລັບມີດ, ສ້ອມແປງອຸປະກອນເຮັດກະສິກຳ. ບັນດາຫ້ອງໃນເຮືອນຖືກຂັ້ນດ້ວຍຝາໄມ້ ແລະ ແບ່ງເປັນ 2 ເຂດຢ່າງຈະແຈ້ງ. ສ່ວນຢູ່ນອກແມ່ນສະຫງວນໃຫ້ຜູ້ຊາຍ, ແມ່ນບ່ອນຕັ້ງແທ່ນບູຊາບັນພະບຸລຸດ, ເປັນບ່ອນຢູ່ຂອງເຈົ້າຂອງເຮືອນ, ລູກຊາຍບໍ່ທັນສ້າງຄອບຄົວ, ທັງເປັນບ່ອນຕ້ອນຮັບແຂກ. ສ່ວນຢູ່ໃນ, ແມ່ນບ່ອນດຳເນີນຊີວິດຂອງຜູ້ຍິງ, ພ້ອມຫ້ອງຄົວ. ໃນຫ້ອງຄົວຂອງຊາວເຜົ່ານຸ່ງຍາມໃດກໍ່ມີແທ່ນບູຊາໝໍຕຳ່ແຍ, ເພື່ອພາວະນາຂໍໃຫ້ຂະຫຍາຍແຜ່ພັນ, ເດັກນ້ອຍໃນເຮືອນມີສຸຂະພາບເຂັ້ມແຂງ.
(ພາບອິນເຕີແນັດ)
ເມື່ອເຕື້ອງເຖິງສະຖາປັດຕະຍະກຳເຮືອນຢູ່ຂອງຊົນເຜົ່ານຸ່ງ, ແມ່ນຕ້ອງເວົ້າເຖິງເຮືອນຝາດິນຂອງຊາວເຜົ່ານຸ່ງຢູ່ເຂດຊາຍແດນແຂວງ ລ້າງເຊີນ. ເຮືອນຝາດິນມີສອງປະເພດ, ທີໜຶ່ງແມ່ນເຮືອນເພື່ອດຳລົງຊີວິດແບບທຳມະດາ, ແລະ ທີສອງແມ່ນເຮືອນແບບ “ປ້ອມໝັ້ນ“ ເຮືອນທັງສອງປະເພດນີ້ແມ່ນມີມາແຕ່ດົນນານແລ້ວ ແລະ ຕິດພັນກັບຮີດຄອງປະເພນີຂອງຊາວເຜົ່ານຸ່ງຢູ່ທີ່ນີ້. ທ່ານ ຫງວຽນວັນປ໋າວ, ພະນັກງານວັດທະນະທຳແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ເຮືອນຝາດິນໄດ້ຮັບການປຸກສ້າງດ້ວຍວັດຖຸອຸປະກອນຢູ່ກັບທີ່ຄື: ດິນ, ໄມ້ຫຍ້າ, ເຟືອງ ແລະ ມຸງດິນຂໍ “ບວກລົບ“. ຝາເຮັດດ້ວຍດິນດາກ, ໜາແຕ່ 50-70 cm, ດັ່ງນັ້ນເຮືອນຈຶ່ງສາມາດຄົງຕົວມາເປັນເວລານັບຮ້ອຍປີໄດ້“.
ພື້ນເຮືອນຝາດິນເຮັດດ້ວຍຫີນດັ່ງນັ້ນດັ່ງນັ້ນຈຶ່ງສາມາດທົນກັບກຳລັງດັນໄດ້ ແລະ ແໜ້ນແກ່ນ. ເພື່ອເຮັດຝາດິນ, ເຂົາເຈົ້າຕ້ອງເອົາດິນດາກຍັດໃສ່ຂອບຝາເຮືອນທີ່ເຮັດດ້ວຍໄມ້, ແລ້ວໃຊ້ສາກຕໍາໃສ່ໃຫ້ແໜ້ນຈົນຮອດເວລາກາຍເປັນຝາເຮືອນທີ່ແໜ້ນແກ່ນ. ເສົາຄຳ້ຢູ່ 4 ແຈເຮືອນແມ່ນໄມ້ໃຫຍ່ 4 ລຳເພື່ອທົນກັບກຳລັງດັນຂອງເຮືອນ ເຮືອນຝາດິນມີໂຄງປະກອບທີ່ໝັ້ນຄົງ, ສ້າງຄວາມອົບອຸ່ນໃນຍາມໜາວ ແລະ ຄວາມເຢັນໃນຍາມຮ້ອນ.
ສ່ວນເຮືອນດິນແບບ “ປ້ອມໝັ້ນ“ ແມ່ນການສົມທົບລະຫວ່າງເຮືອນຮ້ານກັບເຮືອນດິນ. ຍ້ອນເຫດນັ້ນ, ເຮືອນແບບນີ້ເຄີຍມີສອງຊັ້ນ. ໃນເມື່ອກ່ອນຊາວເຜົ່ານຸ່ງປຸກສ້າງເຮືອນແບບນີ້ເພື່ອແນໃສ່ຕ້ານໂຈນປຸ້ນ, ຂີ້ລັກ. ຝາເຮືອນໜາ 40-60 cm, ຍັງມີປະໂຫຍດຕ້ານລູກປືນອີກ. ເຮືອນດິນແບບ “ປ້ອມໝັ້ນ“ ປະກອບດ້ວຍຫຼາຍຫ້ອງທີ່ຕິດກັນ. ຊັ້ນສອງຂອງເຮືອນແມ່ນບ່ອນບູຊາບັນພະບຸລຸດ, ປະຕູຫຼັກຮອງຮັບແສງສະຫວ່າງເຂົ້າຫ້ອງ. ຢືນຢູ່ທີ່ນີ້ສັງມາດສັງເກດບໍລິເວນທັງໝົດຕໍ່ໜ້າເຮືອນໄດ້. ຢູ່ໜ້າເຮືອນແບບນີ້ມີຮົ້ວເຮັດດ້ວຍຫີນທີ່ແໜ້ນໜາແລະໝັ້ນຄົງເພື່ອປ້ອງກັນບໍ່ໃຫ້ໂຈນປຸ້ນ, ຂີ້ລັກເຂົ້າເຮືອນ.
ປະຈຸບັນ, ເຖິງວ່າໄດ້ຜ່ານການເວລານັບຮ້ອຍປີແລ້ວກໍ່ຕາມ, ແຕ່ບັນດາເຮືອນຝາດິນຂອງຊາວເຜົ່ານຸ່ງຢູ່ບັນດາເມືອງໃນເຂດພູດອຍແຂວງ ລ້າງເຊີນ ຍັງຄົງໄດ້ຮັບການຮັກສາໄວ້ຢູ່. ໃນຊຸມປີມໍ່ໆມານີ້, ມີນັກທ່ອງທ່ຽວ, ນັກຖ່າຍຮູບເປັນຈຳນວນຫຼວງຫຼາຍໄດ້ມາຢ້ຽມຢາມ ແລະ ຖ່າຍຮູບບັນດາຫຼັງຄາເຮືອນທີ່ເປັນເອກະລັກສະເພາະ, ເຊິ່ງແມ່ນຈຸດວັດທະນະທຳເກົ່າແກ່ໃນຍຸກທີ່ທັນສະໄໝ.