(vovworld)- ເຮືອນຊານບ້ານຊ່ອງຂອງຊາວເຜົ່າຈຳຖືກຕັ້ງຢູ່ເຂດພື້ນທີ່ສູງ, ອ້ອມແອ້ມແມ່ນທົ່ງໄຮ່ທົ່ງນາ. ແຕ່ລະວົງຕະກຸນຫລືຄອບຄົວໃຫຍ່ເຄີຍດຳລົງຊີວິດໃນບັນດາຫລັງ ເຮືອນໂຮມເປັນຮູບ 4 ຫລ່ຽມ ຫລື ຮູບສີ່ແຈສາກ ແລະບັນດາຫລັງເຮືອນນັ້ນກໍໄດ້ຮັບການກໍ່ສ້າງຕາມຂັ້ນຕອນ.
ເຮືອນຢູ່ຂອງຊາວເຜົ່າຈຳ
ພາບ:internet
|
ຊາວເຜົ່າຈຳບໍ່ປູກຕົ້ນໄມ້ສູງໃນບ້ານ, ເພາະເຂົາເຈົ້າຖືວ່າ ນັ້ນແມ່ນບ່ອນຢູ່ອາໄສຂອງຜີ, ສະນັ້ນ ບ້ານຂອງຊາວເຜົ່າຈຳບໍ່ມີຕົ້ນໄມ້ປານໃດ. ບັນດາຫລັງເຮືອນໄດ້ຮັບການປຸກສ້າງຕິດຈອດກັນ. ດຣ ເລຢູຍດ້າຍ ຫົວຫນ້າພະແນກຄົ້ນຄ້ວາ ແລະ ຮຽບຮຽງວັດທະນະທຳຫວຽດນາມ, ສັງກັດຫໍພິພິດທະພັນຊົນເຜົ່າວິທະຍາໃຫ້ຮູ້ວ່າ:
“ ທຳມະດາ ໃນບໍລິເວນເຮືອນຢູ່ຂອງຊາວເຜົ່າຈຳ ແມ່ນມຸ່ງຫນ້າສູ່ທິດຕາເວັນອອກ ຕາເວັນຕົກ. ໃນບ້ານຂອງຊາວເຜົ່າຈຳ, ບັນດາຫລັງເຮືອນຖືກຈັດວາງ, ສັບຊ້ອນຢ່າງເໝາະສົມແລະສວຍງາມ ຄື: ບັນດາເສັ້ນທາງ, ຮ່ອມທາງໃນບ້ານແມ່ນຕາມທິດເຫນືອ ໃຕ້ ແລະ ທິດຕາເວັນອອກ ຕາເວັນຕົກຢ່າງຈະແຈ້ງ. ສະນັ້ນ ໃນບໍລິເວນເຮືອນຢູ່ຂອງຊາວເຜົ່າຈຳ ຫລືບັນດາຄອບຄົວໃນວົງຕະກຸນດຽວເຄີຍປຸກສ້າງຢູ່ເສັ້ນທາງສາຍຫນຶ່ງຢ່າງຈະແຈ້ງ”.
ໃນຄອບຄົວໃຫຍ່ຂອງຊາວເຜົ່າຈຳທີ່ຖືລະບອບມານດາສິດທິລາດ, ແຕ່ລະຄອບຄົວຂອງເອື້ອຍນ້ອງແມ່ຍິງລ້ວນແຕ່ມີຫລັງເຮືອນຫນຶ່ງສະເພາະ. ສະນັ້ນ ແຕ່ລະບໍລິເວນເຮືອນຢູ່ຂອງຊາວເຜົ່າຈຳບໍ່ພຽງແຕ່ມີຫລັງເຮືອນຫນຶ່ງເທົ່ານັ້ນ ຫາກຈຳນວນເຮືອນຢູ່ໃນບໍລິເວນແມ່ນອີງໃສ່ຄອບຄົວນັ້ນມີລູກສາວຈັກຄົນແຕ່ງງານແລ້ວ. ນອກນັ້ນ ຈຳນວນເຮືອນຢູ່ໃນບໍລິເວນຍັງອີງໃສ່ຄອບຄົວນັ້ນແມ່ນຂຶ້ນກັບຊັ້ນຄົນໃດໃນສັງຄົມ. ດຣ ເລຢູຍດ້າຍ ໃຫ້ຮູ້ວ່າ:
“ຊົນຊັ້ນເຈົ້າຂຸນນາຍ, ໃນບໍລິເວນເຮືອນຢູ່ຂອງເຂົາເຈົ້າ ແມ່ນປຸກສ້າງເຮືອນຄົບ 7 ຫລັງ, ລວມມີ: ເຮືອນຕຸກ ຫລືຕາມພາສາເຜົ່າຈຳເອີ້ນວ່າທາງເຢີ. ທີສອງແມ່ນ
ເຮືອນຊອງ ຫລືເອີ້ນວ່າ ທາງມືເຢົາ. ທີສາມ ແມ່ນທາງເລີມ, ທີ 4 ແມ່ນເຮືອນຄົວຫລືເອີ້ນວ່າທາງກີງ(ginh). ທີ 5 ແມ່ນທາງຕົນຫມາຍເຖິງເຮືອນສູງ. ທີ 6 ແມ່ນເຮືອນເກັບມ້ຽນອຸປະກອນການຜະລິດ. ທີ 7 ແມ່ນເຮືອນເກັບມ້ຽນເຄື່ອງໃຊ້ໃນຄອບຄົວ, ຄົກຕຳ່ເຂົ້າ, ສີເຂົ້າ. ສ່ວນຊັ້ນຄົນທຸກຍາກມີເຮືອນພຽງ 5 ຫລັງເທົ່ານັ້ນ, ບໍ່ມີເຮືອນເກັບມ້ຽນອຸປະກອນການຜະລິດ, ເຄື່ອງໃຊ້ໃນຄອບຄົວ. ”
ເຮືອນຢູ່ຂອງຊາວເຜົ່າຈຳຢູ່ ເຈົາດົກແຂວງ ອານຢາງ
ພາບ:internet
|
ໃນຈຳນວນຫລັງເຮືອນດັ່ງກ່າວ ທາງເຢີແມ່ນຫລັງເຮືອນສຳຄັນກວ່າໝູ່ ແລະ ໄດ້ຮັບການປຸກສ້າງທຳອິດໃນບໍລິເວນ. ທາງເຢີ ຊັ້ນຄົນທຸກຍາກເຄີຍເອີ້ນວ່າເຮືອນຫລູງ. ນັ້ນກໍແມ່ນສິ່ງທີ່ສະແດງໃຫ້ເຫັນການຈຳແນກໃນສັງຄົມວົງຄະນາຍາດຊາວເຜົ່າຈຳ. ດຣ ເລຢູຍດ້າຍ ໃຫ້ຮູ້ຕື່ມອີກວ່າ:
“ໃນຄອບຄົວຫນຶ່ງ, ທຳອິດ ຄູ່ບາວສາວແຕ່ງດອງ, ພໍ່ແມ່ສ້າງທາງເຢີໃຫ້. ເມື່ອລູກສາວກົກຂອງເຂົາເຈົ້າຮອດອາຍຸແຕ່ງງານ, ສາວຜູ້ນັ້ນສືບຕໍ່ດຳລົງຊີວິດໃນທາງເຢີຂອງພໍ່ແມ່ ແລະ ພໍ່ແມ່ຍ້າຍມາດຳລົງຊີວິດໃນທາງເລີມ. ເມື່ອລູກສາວຜູ້ທີສອງຮອດອາຍຸແຕ່ງງານ, ພໍ່ແມ່ສ້າງທາງມືເຢົາໃຫ້ລູກສາວກົກ, ສ່ວນທາງເຢີເກົ່າແມ່ນມອບໃຫ້ນ້ອງສາວ. ”
ໃນບໍລິເວນເຮືອນຢູ່, ເຮືອນແຕ່ລະຫລັງລ້ວນແຕ່ໄດ້ຮັບການກໍ່ສ້າງຢູ່ທີ່ຕັ້ງຫນຶ່ງ. ແລະ ຕາມແນວຄວາມຄິດຂອງຊາວເຜົ່າຈຳ ເຮືອນແຕ່ລະຫລັງໄດ້ຮັບການປຸກສ້າງຕາມທິດຫນຶ່ງ ລ້ວນແຕ່ມີສາຍເຫດສະເພາະ.
“ບັນດາຫລັງເຮືອນດັ່ງກ່າວລ້ວນແຕ່ມີທີ່ຕັ້ງໃນບໍລິເວນ. ບໍ່ແມ່ນເຮັດຕາມລຳພັງ. ຕົວຢ່າງ: ທາງເຢີ ປຸກສ້າງຕາມທິດຕາເວັນອອກ-ເຫນືອ ແລະ ຕາມຊາວເຜົ່າຈຳ ທິດນີ້ແມ່ນທິດສ້າງຄວາມຮັ່ງມີ, ຈະເລີນຂອງວົງຕະກຸນ. ຫລື ທາງເລີມ ຍາມໃດກໍ່ຖືກປຸກສ້າງຕິດກັບທາງເຢີ ແຕ່ມຸ່ງຫນ້າໄປສູ່ທາງທິດໃຕ້.”
ໃນບໍລິເວນເຮືອນຢູ່ຂອງຊາວເຜົ່າຈຳ ລ້ວນແຕ່ສ່ອງແສງໃຫ້ເຫັນຮີດຄອງປະເພນີ ພັກອາໄສຂອງຄອບຄົວໃຫຍ່ຖືລະບອບມານດາສິດທິລາດ, ແຕ່ປະຈຸບັນ ພວມມີທ່າອ່ຽງແບ່ງແຍກເປັນບັນດາຄອບຄົວນ້ອຍ ດຳລົງຊີວິດຢູ່ອ້ອມແອ້ມ. ຈຳນວນຫລັງເຮືອນກໍຫລຸດລົງ, ການປະດັບປະດາຕາມຮີດຄອງປະເພນີກໍບໍ່ໄດ້ຮັບຄວາມສົນໃຈປານໃດ ແຕ່ເຖິງຢ່າງໃດກໍຕາມ ເຂົາເຈົ້າຍັງຄົງຮັກສາສີສັນເຮືອນຢູ່ຂອງຊາວເຜົ່າຈຳ.
“ປະຈຸບັນ ໃນບໍລິເວນເຮືອນຢູ່ຂອງຊາວເຜົ່າຈຳ ບໍ່ຄົບ 5 ຫລັງຫລື 7 ຫລັງຄືກ່ອນນີ້ ແຕ່ບາງແຫ່ງເຂົາເຈົ້າຍັງຮັກສາຮ່າງປະກອບ, ພຽງແຕ່ປ່ຽນແປງຮູບຮ່າງຂອງມັນ. ທີສອງ ທີ່ຕັ້ງຂອງຫລັງເຮືອນ ສ່ວນຫລາຍຍັງຮັກສາການເລືອກເຟັ້ນທິດເພື່ອປຸກສ້າງເຮືອນຢູ່ຕາມປະເພນີ. ”
ປະຈຸບັນ ເຮືອນຢູ່ ຂອງຊາວເຜົ່າຈຳກໍມີການປ່ຽນແປງຫລາຍຢ່າງ. ບາງບ່ອນໄດ້ກໍ່ສ້າງເຮືອນຫລາຍຊັ້ນທັນສະໄຫມແລ້ວ. ແຕ່ວິທີການປຸກເຮືອນຢູ່ ຂອງຊາວເຜົ່າຈຳຍັງປະຕິບັດຕາມຮີດຄອງປະເພນີເກົ່າ. ເຂົາເຈົ້າເລືອກເຟັ້ນມື້ສັນວັນດີຕາມຈັນທະປະຕິທີນເຜົ່າຈຳເພື່ອເລ່ີ່ມລົງມືກໍ່ສ້າງເຮືອນຢູ່.