(vovworld) - ໝູ່ບ້ານທ່ອງທ່ຽວົງຄະນາຍາດຫ້າແທ່ງ, ຕາແສງເຟື້ອງໂດ້, ຫ່າງຈາກນະຄອນຮ່າຢາງ 6 ກມ. ນີ້ແມ່ນໝູ່ບ້ານຂອງຊົນເຜົ່າໄຕທີ່ຍັງຄົງຮັກສາສະຖາປັດຕະຍາກຳທີ່ເປັນມູນເຊື້ອໄວ້ໄດ້. ເຮືອນຮ້ານຂອງຊົນເຜົ່າໄຕມີທີ່ຕັ້ງສຳຄັນ, ບໍ່ພຽງແຕ່ຮັກສາບັນດາຄຸນຄ່າວັດທະນະທຳ, ຈິດໃຈເທົ່ານັ້ນ, ຫາກຍັງຮັບຖືວ່າແມ່ນສັນຍາລັກຂອງຊາວ ຫ້າແທ່ງແຕ່ລະຄົນ ອີກດ້ວຍ.
ເຮືອນຮ້ານຂອງຊົນເຜົ່າໄຕຢູ່ຮ່າຢາງ
ສິ່ງທີ່ສ້າງຄວາມປະທັບໃຈທຳອິດໃຫ້ແກ່ຜູ້ມາຢາມບ້ານ ຫ້າແທ່ງ ນັ້ນແມ່ນຮູບພາບເຮືອນຮ້ານຂອງຊາວເຜົ່າໄຕ ທີ່ຕັ້ງຢູ່ເນີນພູໃຫຍ່ໂຕມະໂຫຖານ. ເຮືອນຮ້ານ 100 ກວ່າຫຼັງຢູ່ບ້ານຫ້າແທ່ງ, ລ້ວນແຕ່ຊ້ອນແຝງບັນດາຄຸນຄ່າວັດທະນະທຳສະເພາະ, ແມ່ນຫໍພິພິດທະພັນຂອງແຕ່ລະຄອບຄົວ, ວົງຕະກຸນ. ຄອບຄົວປ້າ ຫງວຽນທິດຽນ ພວມດຳລົງຊີວິດໃນເຮືອນໂດຍພໍ່ແມ່ປຸກສ້າງໃຫ້. ປ້າໃຫ້ຮູ້ເຄີຍດຳລົງຊີວິດໃນເຮືອນຫຼັງນີ້ແລ້ວ, ດັ່ງນັ້ນບໍ່ຢາກຍ້າຍໄປບ່ອນອື່ນອີກ.
“ປະຈຸບັນ, ສອງຜົວເມຍຂ້າພະເຈົ້າໄດ້ສ້ອມແປງເຮືອນຫຼັງນີ້ແລ້ວ. ເມື່ອສ້ອມແປງເຮືອນຕ້ອງຫາໄມ້ໃນປ່າ, ປະຊາຊົນໃນໝູ່ບ້ານກໍ່ມາຊ່ວຍ.“
ການປຸກສ້າງເຮືອນຮ້ານຕ້ອງການເຫື່ອແຮງຫຼາຍທີ່ສຸດ. ເພື່ອມີເສົາເຮືອນ, ໄມ້ແປ້ນ, ພື້ນເຮືອນ, ໃບຄໍ້… ເຂົາເຈົ້າຕ້ອງເຂົ້າປ່າເລິກ, ຂຶ້ນພູສູງເພື່ອຫາຕົ້ນໄມ້ໃຫຍ່. ປ້າ ຫງວຽນທີແຮ່, ບ້ານຫ້າແທ່ງ, ໃຫ້ຮູ້ວ່າ:
“ຕ້ອງກະກຽມວັດຖຸອຸປະກອນມາເປັນເວລາເກືອບສິບປີຈຶ່ງສາມາດປຸກສ້າງເຮືອນຫຼັງນີ້ໄດ້. ຕາມປະເພນີ, ລຸ້ນກ່ອນເຮັດຄືແນວໃດ, ລຸ້ນລູກ, ລຸ້ນຫຼານກໍ່ເຮັດຄືແນວນັ້ນ“.
ດ້ວຍຄວາມຊຳນານຂອງ ແລະ ສີມືດີຂອງນາຍຊ່າງ, ເຮືອນຮ້ານຂອງຊາວເຜົ່າໄຕ ບໍ່ໃຊ້ເຫຼັກຕະປູ, ເຫຼັກ, ຫາກພຽງແຕ່ໃຊ້ເຕັກນິກຕໍ່ແຂນນາງກັບເສົາເຮືອນໃສ່ກັນເທົ່ານັ້ນ. ພື້ນເຮືອນຂອງຊາວເຜົ່າໄຕຫ່າງຈາກພື້ນດິນກວ່າ 2 ມ. ດ້ວຍພື້ນເຮືອນສູງຄືແນວນັ້ນສາມາດຮັບມືກັບສັດຮ້າຍໄດ້, ທັງເປັນບ່ອນມ້ຽນທັນຍາຫານອີກ. ເຮືອນຮ້ານຖືກມຸງດ້ວຍໃບຄໍ້. ເມື່ອຢາກປຸກສ້າງເຮືອນໃຫ້ງາມແມ່ນຕ້ອງມີການຊ່ວຍເຫຼືອຂອງປະຊາຊົນໃນບ້ານ. ປ້າ ແຮ່ ໃຫ້ຮູ້ວ່າ:
“ສະເພາະຫາໃບຄໍ້ຕ້ອງເສຍເວລາເຖິງ 3 ວັນ. ຖ້າລາຍງານຕໍ່ເຈົ້າບ້ານ, ເຈົ້າບ້ານຈະແຈ້ງໃຫ້ປະຊາຊົນໃນໝູ່ບ້ານມາຊ່ວຍ. ສ່ວນຄອບຄົວພຽງແຕ່ຈັດພາເຂົ້າເຊີນທຸກຄົນມາກິນເທົ່ານັ້ນ. ປະເພນີຂອງໝູ່ບ້ານແມ່ນຄືແນວນັ້ນ. ເຮືອນມຸງດ້ວຍໃບຄໍ້, ຮັບປະກັນໃນເວລາ 30 ປີ ແລະກໍ່ບໍ່ຢ້ານຝົນໝາກເຫັບອີກ“.
ເຮືອນຮ້ານຂອງຊົນເຜົ່າໄຕຢູ່ຮ່າຢາງ
ເຮືອນຮ້ານຂອງຊົນເຜົ່າໄຕ ຖືກແບ່ງເປັນຫ້ອງ, ແຕ່ລະຫ້ອງລ້ວນແຕ່ມີບົດບາດໜ້າທີ່ສະເພາະ. ຫ້ອງຢູ່ໃຈກາງແມ່ນຕັ້ງແທ່ນບູຊາ ເພື່ອພາວະນາຂໍບັນພະບຸລຸດ ບັນດານໃຫ້ຄອບຄົວມີຄວາມອິ່ມໜຳສຳລານ, ຢູ່ເຢັນເປັນສຸກ. ສ່ວນຫ້ອງອື່ນໆແມ່ນໃຊ້ດຳເນີນຊີວິດ, ວາງເຄື່ອງໃຊ້ໄມ້ສອຍ… ເຖິງວ່າຈະແບ່ງເປັນຫ້ອງຄືແນວນັ້ນແຕ່ຜັດບໍ່ມີຝາເຮືອນຂີດຂັ້ນເທື່ອ. ປ້າ ແຮ່ ໃຫ້ຮູ້ວ່າ:
“ປະເພນີຂອງຊົນເຜົ່າໄຕແມ່ນບໍ່ມີຫ້ອງນອນ. ພຽງແຕ່ມີຜ້າກັ້ງເທົ່ານັ້ນ. ຢູ່ນອກເບິ່ງເຂົ້າບໍ່ເຫັນຫຍັງ, ແຕ່ຢູ່ທາງໃນສາມາດເຫັນແຈ້ງທາງນອກ“.
ຂັ້ນໄດຂຶ້ນເຮືອນຮ້ານເຮັດດ້ວຍໄມ້ ແລະ ມີ 9 ຂັ້ນ, ແຕ່ລະຂັ້ນເປັນສັນຍາລັກໃຫ້ 9 ຂັ້ນແຫ່ງຄວາມຮັກ. ເຮັດຄືແນວນັ້ນລູກຫຼານໃນຄອບຄົວຈຶ່ງສາມາດເອົາຜົວເອົາເມຍໄດ້. ເມື່ອມີແຂກມາຢາມ, ເຈົ້າຂອງເຮືອນຕ້ອງລົງຕ້ອນຮັບແຂກຢູ່ຕີນຂັ້ນໃດ. ເມື່ອແຂກຂື້ນຂັນໃດ, ເຈົ້າຂອງເຮືອນຕ້ອງໄປຕາມຫຼັງ ແລະ ແນະນຳໃຫ້ແຂກ. ມັນຕ່າງກັບເຮືອນຂອງຊົນເຜົ່າຜູ້ໄທ, ຫຼືຊົນເຜົ່າເມື່ອງແມ່ນມີຂັ້ນໄດຂຶ້ນລົງ 2 ອັນ, ເຮືອນຂອງຊາວເຜົ່າໄຕມີປະຕູເຂົ້າອອກພຽງແຫ່ງດຽວ, ດັ່ງນັ້ນຂັ້ນໄດກໍ່ຕັ້ງຢູ່ແຫ່ງດຽວເທົ່ານັ້ນ. ການເຄື່ອນໄຫວທັງໝົດຄື: ຄົວກິນ, ພັກຜ່ອນ, ນອນ…ລ້ວນແຕ່ຢູ່ໃນເຮືອນ. ສິ່ງດັ່ງກ່າວໄດ້ສ້າງເປັນຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳປຸກສ້າງເຮືອນຮ້ານຂອງຊາວເຜົ່າໄຕ.