ແບບແຜນດຳລົງຊີວິດໃນຄອບຄົວຂອງຊາວເຜົ່າຊ້ານຈີ

ແບບແຜນດຳລົງຊີວິດໃນຄອບຄົວຂອງຊາວເຜົ່າຊ້ານຈີ - ảnh 1
(ແບບແຜນດຳລົງຊີວິດໃນຄອບຄົວຂອງຊາວເຜົ່າຊ້ານຈີ)

(vovworld) - ນັບ​ແຕ່​ກິ​ແຕ່​ກ່ອນ, ຊາວ​ເຜົ່າ​ ຊ໋ານຈີ ຢູ່​ເມືອງ​ລູກ​ງ້າ​ນ, ບັກ​ຢາງ ຍາມ​ໃດ​ກໍ່​ຖື​ມູນ​ເຊື້ອ​ຄອບຄົວ​, ວົງ​ຕະກຸນ​ຂອງ​ຕົນເປັນ​ສຳຄັນ. ບັນດາ​ສະມາ​ຊິກ​ໃນ​ຄອບຄົວ, ນັບ​ແຕ່​ພໍ່​​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່, ຕະຫຼອດ​ຮອດລູກ​ຫຼານ​ລ້ວນ​ແຕ່​ມີ​ສະຕິ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ຄອບຄົວ​ຂອງ​ຕົນ. ​ໃນ​ຄອບຄົວ​ສະມາຊິກ​ທຸກ​ຄົນມີ​ການ​ປະພຶດ​ຕໍ່​ກັນ​ຢ່າງ​ເປັນ​ລະບຽບ, ທຸກ​ຄົນຕ່າງກໍ່​ເຄົາລົບ​ເຊິ່ງກັນ ​ແລະ ກັນ.​ໂດຍ​ບໍ່​ຈຳ​ແນ​ກລູກ​ເຂີຍ, ລູກ​ໃພ້. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ.

ຜ່ານ​ການ​ເວລາ​, ບາງ​ຮີດຄອງ​ປະ​ເພນີ​ໃນ​ຄອບຄົວ, ປະຊາ​ຄົມ​ຊາວ​ເຜົ່າ ຊ້ານຈີ​ຢູ່​ເມືອງ​ ລູກງ້າ​ນ ອາດ​ຈະ​ມີ​ການ​ປ່ຽນ​ແປງ​ໃຫ້​ເໝາະ​ສົມ​ກັບ​ສັງຄົມ​ຍຸກ​ປະຈຸ​ບັນ, ​ແຕ່​ບັນດາ​ຄຸນຄ່າ​ທີ່​ເປັນມາດຕະຖານ ​ແລະ ມູນ​ເຊື້ອ​ອັນ​ດີງາມ​ໃນ​ຄອບຄົວ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້, ​ເປັນ​ພື້ນຖານ​ທີ່​ໝັ້ນຄົງ​ເພື່ອ​ໃຫ້​ລູກ​ຫຼານ​ລຸ້ນຕ່າງໆ​ປະຕິບັດ​ຕາມ. ທ່ານ​ນາງ ດຣ. ດັ້ງ​ທິຮວາ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄອບຄົວ ​ແລະ ​ໂລກ, ​ໃຫ້​ຮູ້​ວ່າ:

“ໃນ​ຄອບຄົວ, ການ​ພົວພັນ​ລະຫວ່າງ​ພໍ່​ແມ່ ​ແລະ ລູກ​ຫຼານ, ລະຫວ່າງ​ພໍ່​ເຖົ້າ, ​ແມ່​ເຖົ້າ ​ແລະ ຫຼານ, ​ແມ່ນ​​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນ​ລະບຽບ. ທຸກ​ຄົນ​ໃນ​ຄອບ​ຄົບ​ຮັກ​ແພງ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້ຊີວິດ​ໃນ​ຄອບຄົວ​ມີ​ຄວາມ ປອງ​ດອງ​ກັນ. ​ໃນ​ການ​ອອກ​ແຮງ​ງານ, ​ເຂົາ​ເຈົ້າ​ກໍ່​ແບ່ງ​ງານ​ຢ່າງ​ກົມ​ກ່ຽວກັນລະຫວ່າງ​ຜູ້ຍິງ​ກັບ​ຜູ້​ຊາຍ, ລະຫວ່າງ​ພໍ່​ແມ່, ພໍ່​ເຖົ້າແມ່​ເຖົ້າ ​​ແລະລູກ​ຫຼານ. ​ເດັກນ້ອຍ​ເຮັດ​ວຽກ​ນ້ອຍ, ຜູ້​ໃຫຍ່​ເຮັດ​ວຽກ​ໃຫຍ່“.

​        ໃນ​ຄອບຄົວ, ຊາວ​ເຜົ່າ ຊ້ານຈີ ຮັກສາ​ລະບອບບິດາ​ສິດທິ​ລາດ, ຖັດຈາກ​ບິດາ​ແມ່ນ​ລູກຊາຍ​ກົກ. ວຽກ​ງານ​ທຸກ​ຢ່າງ​ໃນ​ຄອບຄົວ​ລ້ວນ​ແຕ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພໍ່. ບັນດາ​ວຽກ​ງານ​ຂອງ​ມື້​ຕໍ່​ໄປ​ຖືກ​ນຳ​ມາ​ປຶກສາ​ຫາລື​ໃນ​ຕອນ​ຄຳ່​ຂອງ​ມື້ກ່ອນ, ​ເວລາ​ທີ່ມີ​ສະມາຊິກ​ທຸກ​ຄົນ​ຢ່າງ​ພ້ອມພຽງ. ຕາມ ດຣ. ດັ້ງ​ທິຮວາ, ​ເລື່ອງ​ແບ່ງ​ສິດ​ໃນ​ຄອບຄົວ​ແມ່ນ​ລະອຽດ​ຄື​ແນວ​ນັ້ນ, ​ແຕ່​ທຸກ​ຄົນ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ດ້ວຍ​ຄວາມ​ເຄົາລົບ​ກັນ.

        “ກ່ຽວ​ກັບບັນຫາ​ເພດ​ໃນ​ຄອບຄົວ. ຜູ້ຍິງ​​ເປັນ​ແມ່ຄົວ, ສ່ວນ​ຜູ້​ຊາຍ​ຮັບຜິດຊອບ​ບັນດາວຽກງານສຳຄັນກວ່າ, ຜູ້ຍິງ​ຮັກສາ​ເງິນ​ຄຳ, ​ແຕ່​ການ​ໃຊ້​ຈ່າຍ​ຕ້ອງ​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ຈາກ​ສອງຜົວ​ເມຍ. ຂ້າພະ​ເຈົ້າ​ຄິດ​ວ່າ​ນີ້​ແມ່ນ​ຊົນ​ເຜົ່າ​ທີ່​ມີ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​, ລະຫວ່າງ​ຜົວ​ - ເມຍສູງ. ​ແລະ ຍ້ອນ​ລູກ​ຫຼານໄດ້​ຮັບ​ການ​ສຶກສາຈາກພໍ່​ເຖົ້າ, ​ແມ່​ເຖົ້າເປັນ​ປະຈຳ, ດັ່ງ​ນັ້ນ​ມູນ​ເຊື້ອ​ຄອບຄົວ​ຈຶ່ງ​ດີ​ຄື​ແນວ​ນັ້ນ“.

        ​ເມື່ອ​ພໍ່​ແມ່​ເຖິງ​ແກ່​ມໍລະນະ​ກຳ, ​ຊັບ​ສົມບັດຖືກ​ແບ່ງ​ໃຫ້​ບັນດາ​ລູກ​ຊາຍ, ​ໃນ​ນັ້ນ​ລູກ​ຊາຍ​ກົກ​ໄດ້​ຫຼາຍ​ກວ່າ​ໝູ່. ຖ້າ​ຫາກ​ຄອບຄົວ​ບໍ່​ມີ​ລູກ​ຊາຍ, ລູກ​ເຂີຍ​ຜູ້​​ໃດກະຕັນຍູຈະ​ໄດ້​ຮັບຊັບ​ສົມບັດ​ທັງ​ໝົດຂອງ​ພໍ່, ​ແມ່​ເມຍ. ​ແລະ ລູກ​ເຂີ​ຍຜູ້​ນັ້ນ ຕ້ອງ​ມີ​ພັນທະ​ບູຊາ​ບັນພະບຸລຸດ ​ແລະ ຈັດ​ພິທີ​ງານ​ສົບ​ໃຫ້​ຄອບຄົວຂອງ​ເມຍ. ຍ້ອນ​ເຫດ​ນັ້ນ, ສາຍ​ພົວພັນ​ລະຫວ່າງ​ແມ່​ຜົວ​ລູກ​ໃພ້, ລະຫວ່າງ​ພໍ່​ແມ່​​ເມຍ​ກັບ​ລູກ​ເຂີຍມີ​ຄວາມ​ສະໜິດ​ຕິດ​ພັນ​ທີ່​ສຸດ. ປ້າ ຫຼີທິບາ, ຢູ່​ບ້ານ ຫໍ້, ​ເມືອງ ລູກ​ງ້າ​ນ, ​ໃຫ້​ຮູ້​ວ່າ:

“ພໍ່​ແມ່​ຜົວ​ຍາມ​ໃດ​ກໍ່​ຖື​ລູກ​ໃພ້​ຄື​ດັ່ງ​ລູກ​ສາວ​ຂອງ​ຕົນ. ສ່ວນຂ້າພະ​​ເຈົ້າ​ເອງ​ກໍ່​ຖື​ລູກ​ເຂີຍ 3 ຄົນເປັນ​ລູກ​ຊາຍ​ຂອງ​ຕົນ ​ແລະ ​ລູກ​ເຂີຍ​ກໍ່​ຖື​ແມ່​ເມຍ​ເປັນ​ແມ່ຄີງ​ແທ້ໆ.“

ສຳລັບ​ຊາວ​ເຜົ່າ ຊ໋ານຈີ, ພີ່ນ້ອງ​ຝ່າຍເມຍ​ແມ່ນ​ມີ​ບົດບາດ​ທີ່​ສຸດ. ຊາຍ​ຜູ້​ໜຶ່ງ​ເມື່ອ​ໄດ້​ຮັບ​ການ​ກຳ​ເນີ​ດຕ້ອງຖື 3 ສະກຸນ: ທີ​ໜຶ່ງ​ແມ່ນ​ສະກຸນ​ພໍ່, ທີ​ສອງ​ແມ່ນ​ສະ​ກຸນ​ແມ່ ​ແລະ ທີ​ສາມ​ແມ່ນ​ສະກຸນ​ຄອບຄົວ​ເມຍ. ດຣ. ​ເຈິ່ນບິ່ງ, ຫົວໜ້າພາກວິຊາຄຸ້ມຄອງວັດທະນະທຳ, ມະຫາວິທະຍາໄລວັດ ທະນະທຳ​ ຮ່າ​ໂນ້ຍໃຫ້ຮູ້ວ່າ,  ​ນອກຈາກ​ບູຊາ​ບັນພະບຸລຸດ​ໃນ​ຄອບຄົວ​ຕົນ​ແລ້ວ, ຖ້າ​ຫາກ​ພໍ່​ແມ່​ຝ່າຍເມຍ​ເຖິງ​ແກ່​ມໍລະນະ​ກຳ, ລູກ​​ເຂີຍຊາວ​ເຜົ່າ ຊ໋ານຈີຍັງ​ເຮັດ​ແທ່ນ​ບູຊາ​ນ້ອຍໆ​ຕັ້ງ​ຢູ່​ສວນ​ເພື່ອ​ບູຊາ​ໃຫ້​ເຂົາ​ເຈົ້າ​ອີກ. ​ແລະ ຜູ້​ທຳ​ພິທີ​ບູຊາ​ບໍ່​ແມ່ນ​ເມຍ​ຫາກ​ແມ່ນ​ລູກ​ເຂີຍ​ເລີຍ. ນັ້ນ​ແມ່ນ​ມູນ​ເຊື້ອ​ເຄົາລົບ​ນັບຖື​ພີ່ນ້ອງ​ຝ່າຍ​ເມຍ​ຂອງ​ຊາວ​ເຜົ່າ ຊ໋ານຈີ.

“​ເຂົາ​ເຈົ້າ​ເຮັດ​ແທ່ນ​ບູຊາ​ນ້ອຍໆ​​ເປັນຮູບ​ເຮືອນຮ້ານ, ກວ້າງ​ປະມານ 1 ຕາ​ແມັດ ຕັ້ງຢູ່​​ໃນ​ສວນ. ​ເມື່ອ​ພໍ່, ​ແມ່​ເມຍ​ເສຍ​ຊີວິດ​ແມ່ນ​ຈະ​ທຳ​ພິທີ​ບູຊາ​ຢູ່​ທີ່​ນັ້ນ. ຮອດ​ວັນ​ບຸນ, ຍາມ​ປີ​ໃໝ່ ຫຼື​ມື້​ໃດໝໍ​ຜີ​ເຫັນ​ວ່າ​ຜີສາງ​ຄອບຄົວຝ່າຍ​ເມຍ​ຢາກກິນ ຫຼື​ຮ້າຍ​ດ່າ​, ລູກ​ເຂີຍຈະ​ທຳ​ພິທີ​ບູຊາ​ໃຫ້​ເຂົາ​ເຈົ້າ“.

ຊາວ​ເຜົ່າ ຊ໋ານຈີ​ຖື​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ເປັນ​ສຳຄັນ. ບັນດາ​ສະມາຊິກ​ໃນ​ຄອບຄົວ​ຍາມ​ໃດ​ກໍ່​ສະ​ຫງວນອາລົມ​ຈິດອັນ​ສະໜິດສະໜົມ ​ແລະ ຄວາມ​ເຄົາລົບ​ເຊິ່ງກັນ ​ແລະ ກັນ​ໃຫ້​ແກ່​ກັນ. ​ໃນ​​ໂອກາດບຸນປີ​ໃໝ່, ຊາວ​ເຜົ່າ ຊ໋ານຈີ​ເຄີຍ​ໄປມາ​ຢື້​ຢາມ​ຖາມ​ຂ່າວ​ຍາດຕິ​ພີ່ນ້ອງ ​ແລະ ອວຍພອນ​ກັນ​ມີ​ສຸຂະພາບ​ເຂັ້ມ​ແຂງ, ການ​ທຳ​ມາ​ຫາ​ກິນ​ສະດວກ​ສະບາຍ, ​ແລະຊີວິດ​ປະສົບ​ແຕ່​ຄວາມ​ໂຊກ​ດີ. ​ເຖິງ​ວ່າ​ຈະ​ຢູ່​ໄກ​ກັນ, ​ແຕ່​ເຂົາ​ເຈົ້າ​ຍັງ​ຊັບຊ້ອນ​ເວລາ​ເພື່ອ​​ໄປມາ​ຢ້ຽມຢາມ​ກັນ. ພໍ່​​ແມ່​ເມື່ອ​ເຖົ້າ​ແກ່​ເຄີຍ​ຢູ່​ນຳ​ລູກ​ຊາຍທີ່​ເປັນ​ລູກ​ຫຼ້າ, ຫຼື​ຈະ​ແບ່ງ​ກັນ​​ຢູ່​ກັບ​ລູກ​ທຸກ​ຄົນ​ເພື່ອສິດສອນ​ໃຫ້​ລູກ​ຫຼານ​ວິທີ​ທຳ​ມາ​ຫາ​ກິນ. ສຳລັບ​ຊາວ​ເຜົ່າ ຊ໋ານຈີ, ​ໃນ​ຄອບຄົວ​ຖ້າ​ຫາກ​ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​ແມ່​ຍັງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ບອກສອນ​ລູກ​ຫຼານ​ໄດ້, ນັ້ນ ​ຈະແມ່ນຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະຊາ​ຄົມ ​ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ