ແຜ່ນ“ຕາດຽວ” ໃນຊີວິດແຫ່ງຈິດວິນຍານຂອງຊາວເຜົ່າຜູ້ໄທ

(VOVWORLD) -ໃນບັນດາຮີດຄອງປະເພນີ, ຈຸດວັດທະນະທຳທີ່ເປັນເອກະລັກ ຂອງຊົນເຜົ່າຜູ້ໄທ, ພິທີປັກ ຫຼື ມັດແຜ່ນ “ຕາດຽວ” ເຊິ່ງແມ່ນສິ່ງໜຶ່ງຖືກສານດ້ວຍຕອກໄມ້ໄຜ່ ເພື່ອຂັບໄລ່ຜີສາງນາງໄມ້ ໄດ້ຖືກສືບທອດຈາກເສັ່ນຄົນນີ້ຫາເສັ່ນຄົນອື່ນ  ໃນແຕ່ລະຄອບຄົວ, ໝູ່ບ້ານຂອງຊາວເຜົ່າຜູ້ໄທ ໃນແຂວງ ເຊີນລາ
ແຜ່ນ“ຕາດຽວ” ໃນຊີວິດແຫ່ງຈິດວິນຍານຂອງຊາວເຜົ່າຜູ້ໄທ - ảnh 1 ແຜ່ນ “ຕາດຽວ” 7 ຕາຖືກປັກລົງດິນຂ້າງເຮືອນ

ຕາມຮີດຄອງປະເພນີຂອງຊາວເຜົ່າຜູ້ໄທແລ້ວ, ແຜ່ນ “ຕາດຽວ” ໄດ້ຮັບຖືຈາກພໍ່ແມ່ພີ່ນ້ອງວ່າ ແມ່ນວັດຖຸທີ່ສັກສິດ ຖືກສານດ້ວຍຕອກໄມ້ໄຜ່, ແລ້ວຖືກມັດໃສ່ປະຕູເຮືອນ ຫຼື ປັກລົງດິນເພື່ອຂັບໄລ່ຜີສາງນາງໄມ້, ຮັກສາຄວາມສະຫງົບສຸກໃຫ້ແກ່ຄອບຄົວ, ເຮືອນຊານບ້ານຊ່ອງ. ລຸງ ຕ່ອງວັນເຮັ້ຍ,    ໝໍພອນຢູ່ບ້ານ ມ່ອງ, ຕາແສງ ຮວາລາ ນະຄອນເຊີນລາ ໃຫ້ຮູ້ກ່ຽວກັບຄວາມໝາຍປະເພນີນີ້ວ່າ:

      “ປີນີ້ຂ້າພະເຈົ້າໄດ້ມີອາຍຸກວ່າ 80 ປີແລ້ວ, ນັບແຕ່ຄາວຍັງນ້ອຍ ກໍ່ໄດ້ເຫັນປູ່ຍ່າຕາຍາຍ, ພໍ່ແມ່ເຮັດແຜ່ນ “ຕາດຽວ” ນີ້. ເຖິງວ່າຈະເປັນການດີ ຫຼື ບໍ່ດີກໍ່ລ້ວນແຕ່ຕ້ອງໄດ້ສານ ແລ້ວປັກແຜ່ນຕາດຽວຢູ່ຂ້າງເຮືອນ. ເມື່ອເຂົ້າໄປປ່າ, ນອນໃນປ່າ, ເມື່ອຈັດພິທີຂຶ້ນເຮືອນໃໝ່, ເມື່ອໄຫວ້ບູຊາເພື່ອແກ້ຊວຍ, ເມື່ອຄອບຄົວມີຄົນເຈັບເປັນ ຫຼື ຄອບຄົວມີແມ່ຍິງຫາກໍ່ປະສູດລູກ ເຂົາເຈົ້າກໍ່ໄດ້ປັກແຜ່ນຕາດຽວ”.

     ແຜ່ນ “ຕາດຽວ” ມີສອງຊະນິດ: ຊະນິດໜຶ່ງແມ່ນແຜ່ນ “ຕາດຽວ” ມີຕາໜຶ່ງ, ປະກອບດ້ວຍ 9 ຊັ້ນ ບໍ່ແຍກອອກຈາກກັນ, ແຕ່ລະຊັ້ນນຳໃຊ້ຕອກໄມ້ໄຜ່ 6 ເສັ້ນເພື່ອສານເປັນແຜ່ນ “ຕາດຽວ”. ຊະນິດນີ້ແມ່ນສານຍາກທີ່ສຸດ, ເວລາມັດກໍ່ຕ້ອງມັດພ້ອມກັບໃບໄມ້ໃບໜຶ່ງ, ຖ່ານຟືນກ້ອນໜຶ່ງ ແລ້ວກໍ່ມັດດ້ວຍເຊືອກ ຫຼື ຕິດໃສ່ປະຕູເຮືອນ ຫຼື ມັດໃສ່ຂັ້ນໄດຂອງເຮືອນຮ້ານ ຫຼື ມັດໃສ່ປະຕູໂຂງຂອງເຮືອນ. ປະເພນີນີ້ແມ່ນເພື່ອຂັບໄລ່ຜີສາງນາງໄມ້ ເມື່ອຄອບຄົວມີຄົນເປັນ ຫຼື ໃນຄອບຄົວມີແມ່ຍິງປະສູດລູກ ເພື່ອແນໃສ່ບອກເຕືອນໃຫ້ທຸກໆຄົນຮູ້ວ່າ ຢູ່ໃນເຮືອນພວມຄະລຳ ແລະ ຢ້ານເດັກດື້ໄຫ້. ຊະນິດທີ່ສອງແມ່ນແຜນ “ຕາດຽວ” ມີ 7 ຕາ, ແຕ່ມີພຽງຊັ້ນໜຶ່ງ ແລະ ໃຊ້ຕອກໄມ້ໄຜ່ 12 ເສັ້ນເພື່ອສານ, ຄວາມຍາວຂອງແຜ່ນ “ຕາດຽວ” ຊະນິດນີ້ຍາວປະມານ 40 ຊັງຕີແມັດ, ແຜ່ນຕາດຽວຊະນິດນີ້ ຖືກມັດດ້ວຍໄມ້ປັກລົງດິນຢູ່ສີ່ແຈເຮືອນ ໃນຍາມຈັດພິທີຂຶ້ນເຮືອນໃໝ່, ເວລາທຳພິທີໄຫວ້ບູຊາ, ໃນເວລານອນພັກຜ່ອນໃນປ່າ ເພື່ອບອກເຕືອນເຈົ້າຖິ່ນເຈົ້າຖານວ່າ ມີຜູ້ນອນຢູ່ນີ້ ເພື່ອກັນຜີສາງນາງໄມ້ມາກໍ່ກວນ. ລຸງ ຕ່ອງວັນເຮັ້ຍ ໃຫ້ຮູ້ຕື່ມອີກວ່າ:

     “ນັບແຕ່ຄາວມີອາຍຸກວ່າ 10 ປີ, ເມື່ອຈູງງົວ ຄວາຍ ໄປກິນຫຍ້າ ກໍ່ເຫັນຜູ້ເຖົ້າຜູ້ແກ່ເຮັດ ເຮົາກໍ່ໄດ້ຮຽນນຳ ແລ້ວຈຶ່ງຮູ້ເຮັດ. ວິທີສານແຜ່ນຕາດຽວ ບໍ່ແມ່ນວ່າໃຜກໍ່ຈະເຮັດໄດ້, ສ່ວນຫຼາຍເຂົາເຈົ້າສານບໍ່ເປັນ, ເປັນຕົ້ນແມ່ນຊາວໜຸ່ມໃນປັດຈຸບັນ, ມີພຽງແຕ່ຜູ້ເຖົ້າຜູ້ແກ່ຈຶ່ງເຮັດເປັນເທົ່ານັ້ນ”.

      ການສານແຜ່ນ “ຕາດຽວ” ແມ່ນໄດ້ຍາກຢູ່ແລ້ວ ແຕ່ເລື່ອງຮູ້ຄຳໄຫວ້ບູຊາ ກໍຈະຍາກຫຼາຍກວ່າອີກ. ເພາະວ່າຄຳໄຫວ້ບູຊາ ບໍ່ແມ່ນວ່າຜູ້ໃດກໍ່ຮູ້, ມີພຽງແຕ່ໝໍຜີຈຶ່ງຮູ້ໄຫວ້ບູຊາເທົ່ານັ້ນ. ລຸງ ຕ່ອງວັນເຮັ້ຍ ເວົ້າວ່າ:

    “ເມື່ອມັດ ຫຼື ປັກແຜ່ນຕາດຽວນັ້ນ, ຊາວເຜົ່າຜູ້ໄທກໍ່ມີຄຳໄຫວ້ບູຊາ ເພື່ອໃຫ້ມີຄວາມສັກສິດ. ໝໍຜີແຕ່ລະຄົນ ກໍ່ຈະມີຄຳໄຫວ້ບູຊາແຕກຕ່າງກັນ, ແຕ່ເຂົາເຈົ້າກໍ່ເຄີຍໄຫວ້ບູຊາດ້ວຍຄວາມໝາຍ ເພື່ອຂັບໄລ່ຜີສາງນາງໄມ້ເຊັ່ນກັນ”.

     ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທ ຢູ່ແຂວງ ເຊີນລາແລ້ວ, ແຜ່ນ “ຕາດຽວ” ແມ່ນຈຸດວັດທະນະທຳແຫ່ງຈິດວິນຍານ, ບໍ່ແມ່ນວ່າຍາມໃດກໍ່ເຮັດ, ມັນບໍ່ເຮັດແບບສິ້ນເປືອງເງິນທອງ, ບໍ່ເຊື່ອຖືງົມງວາຍ, ພຽງແຕ່ເຮັດສຳເລັດປະເພນີນີ້, ພໍ່ແມ່ພີ່ນ້ອງຈຶ່ງຮູ້ສຶກວ່າ ມີຄວາມສະຫວາດສະເຫວີຍ, ດັ່ງນັ້ນ ຈາກເສັ່ນຄົນນີ້ ຫາເສັ່ນຄົນອື່ນ ກໍ່ຕ້ອງຮັກສາປະເພນີນີ້ ມາເຖິງປັດຈຸບັນ.  

ຕອບກັບ

ຂ່າວ/ບົດ​ອື່ນ