(vovworld) - ຜູ້ສາວຊົນເຜົ່ານຸ່ງ, ນັບແຕ່ເວລາຍັງນ້ອຍ, ແມ່ເຖົ້າ, ແມ່ໄດ້ສອນໃຫ້ຮູ້ວິທີປູກຝ້າຍ, ຕຳ່ຫູກ, ປັກແສ່ວ... ຕາມປະເພນີທີ່ເປັນມູນເຊື້ອຂອງຊົນເຜົ່ານຸ່ງ, ຖ້າຫາກລູກສາວໃຫຍ່ແລ້ວແຕ່ບໍ່ຮູ້ຕຳ່ຫູກ, ຫຍິບເສື້ອແມ່ນຈະເອົາຜົວຍາກ. ປະຈຸບັນ, ຊາວເຜົ່ານຸ່ງຢູ່ຫຼາຍແຫ່ງຍັງຄົງຮັກສາປະເພນີດັ່ງກ່າວຢູ່, ເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ.
(ພາບປະກອບ)
ແມ່ຍິງຊົນເຜົ່ານຸ່ງຖືເປັນສຳຄັນເລື່ອງຫຍິບ,ປັກແສ່ວໃສ່ຊຸດອາພອນ. ເມື່ອເບິ່ງຊຸດອາພອນ, ກໍ່ສາມາດຮູ້ໄດ້ວ່າຜູ້ສາວນັ້ນມີຝີມືດີຫຼືບໍ. ເມື່ອມາຢູ່ນຳຄອບຄົວຂອງຜົວ, ຜູ້ສາວຊາວເຜົ່ານຸ່ງຈະນຳເອົາຜ້າຫົ່ມ, ໝອນທີ່ຕົນເຮັດເອງໄປນຳ ແລະ ຖືວ່ານັ້ນແມ່ນ “ມູນມັງ“ ໃຫ້ຄວາມຜາສຸກຂອງຄູ່ຜົວເມຍ. ບັນດາລວດລາຍທັງໝົດໃນຊຸດອາພອນລ້ວນແຕ່ຖືກປັກແສ່ວດ້ວຍມືໃສ່ຜ້າສີຄາມທີ່ເປັນມູນເຊື້ອ. ເຖິງວ່າໄດ້ມີການແບ່ງເປັນໝວດຢູ່ທ້ອງຖີ່ນຕ່າງໆແລ້ວກໍ່ຕາມ, ແຕ່ຊາວເຜົ່ານຸ່ງສ່ວນຫຼາຍລ້ວນແຕ່ຫຍິບຊຸດອາພອນເອງໃຫ້ແກ່ຕົນ. ປ້າ ນົງທິຮວາ, ຊົນເຜົ່ານຸ່ງຢູ່ເມືອງ ກາວລົກ, ແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ຕາມປະເພນີກ່ອນນີ້, ປະຊາຊົນປູກຝ້າຍເອງ, ຮອດລະດູການເກັບກ່ຽວຈະເກັບເອົາແລ້ວຕາກໃຫ້ແຫ້ງ, ຫຼັງຈາກນັ້ນຈະເອົາມາປັ່ນໃຫ້ເປັນເສັ້ນເພື່ອຕຳ່ເປັນແຜ່ນແພ. ວຽກງານທັງໝົດລ້ວນແຕ່ແມ່ນແມ່ຍິງເປັນຜູ້ຮັບຜິດຊອບ. ປະຈຸບັນ, ຢູ່ຕະຫຼາດໄດ້ຂາຍເສັ້ນໄໝຫຼາຍ, ດັ່ງນັ້ນເຂົາເຈົ້າພຽງແຕ່ໄປຊື້ມາຕຳ່ເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ການຜະລິດຜ້າສີຄາມພັດເສຍເຫື່ອແຮງຫຼາຍ“.
ຊາວເຜົ່ານຸ່ງຢູ່ເຂດພູດອຍທາງພາກເໜືອເຄີຍຕຳ່ຜ້າຂີ້ງາຍ້ອມໃບໄມ້ຄາມເພື່ອຫຍິບຊຸດອາພອນ. ແຕ່ຊາວເຜົ່ານຸ່ງແຕ່ລະໝວດກໍ່ມີວິທີຫຍິບ, ປະດັບປະດາລວດລາຍທີ່ແຕກຕ່າງກັນ, ສ້າງເປັນສີສັນພິເສດສະເພາະໃຫ້ຊຸດອາພອນຂອງຕົນ. ພາຍຫຼັງຕຳ່ຫູກດ້ວຍກີ່ໄມ້ແລ້ວ, ຊາວເຜົ່ານຸ່ງກໍ່ເກັບໃບຄາມມາແຊ່ໃນໄຫນ້ຳ ສ້າງເປັນນຳ້ສີຄາມເຂັ້ມເພື່ອຍ້ອມຜ້າ.
ຖ້າຫາກວ່າຂັ້ນຕອນຜະລິດຜ້າສີຄາມລະອຽດລະອໍ, ເສຍເຫື່ອແຮງຫຼາຍ. ການຫຍິບ, ແສ່ວໃນຊຸດອາພອນກໍ່ຕ້ອງມີເຕັກນິກຢ່າງຄ່ອງແຄ້ວ. ຕາມປົກກະຕິ, ແມ່ຍິງຊາວເຜົ່ານຸ່ງໝວດ ສະລິ່ງ ເມື່ອປັກແສ່ວເຂົາເຈົ້າບໍ່ໃຊ້ຂອບປັກແສ່ວ. ຜູ້ໃດມີຄວາມຊຳນານໃນການປັກແສ່ວ, ຈະສ້າງເປັນລວດລາຍທີ່ສວຍງາມ ແລະ ຮັກສາສີໃນເວລານານໄດ້. ບັນດາລວດລາຍທີ່ຊາວເຜົ່ານຸ່ງມັກປະດັບປະດາໃນຊຸດອາພອນຂອງຕົນ ມີຮູບໃບໄມ້, ດວງຕາເວັນ... ເຊິ່ງຖືກປັກແສ່ວດ້ວຍສີຫຼາກຫຼາຍ. ສ່ວນກະດຸມໃນເສື້ອສີຄາມຂອງຊາວເຜົ່ານຸ່ງກໍ່ເຮັດແບບຫັດຖະກຳ ແລະ ຕ້ອງເສຍເວລາຫຼາຍ. ຜ້າບີງຂອງຜູ້ຍິງກໍ່ປັກແສ່ວລວດລາຍຕ່າງໆຢ່າງລະອຽດລະອໍ. ຜ້າສີຄາມສາມາດໃຊ້ເພື່ອຕັດຫຍິບຊຸດອາພອນຂອງຊົນເຜົ່ານຸ່ງ, ເຮັດໝອນ, ຜ້າຫົ່ມ, ຜ້າພັນຄໍໄດ້. ຍ້ອນເຫດນັ້ນ, ບັນດາຊຸດອາພອນຂອງຊົນເຜົ່ານຸ່ງ ເຖິງວ່າເບິ່ງຄືວ່າງ່າຍດາຍ, ແຕ່ພັດສຸພາບນິ້ມນວນ, ອັນໄດ້ສ້າງຄວາມງາມໃຫ້ແມ່ຍິງຕື່ມອີກ. ຈິດຕະກອນ ດ່າວທິຕ໋ວຽນ, ຜູ້ນິຍົມຊອກຫາເຕົ້າໂຮມບັນດາຊຸດອາພອນຂອງຊົນເຜົ່າຕ່າງ, ໃຫ້ຮູ້ວ່າ:
“ບໍ່ຮູ້ວ່ານັບແຕ່ເວລາໃດ, ແພສີຄາມໄດ້ສ້າງເປັນຄວາມງາມໃນຊຸດອາພອນຂອງຜູ້ຍິງຊົນເຜົ່ານຸ່ງ. ບັນດາລວດລາຍໃນຜ້າຂີ້ງາມີສີສັນຫຼາກຫຼາຍ, ແລະ ຖືກປັກແສ່ວຢ່າງຄ່ອງແຄ້ວເທິງພື້ນສີຄາມ ອັນໄດ້ສ້າງເປັນສີສັນສະເພາະໃຫ້ຊຸດອາພອນຂອງຊົນເຜົ່ານຸ່ງ. ພຽງແຕ່ເບິ່ງຜ້າແພແຕ່ລະແຜ່ນເທົ່ານັ້ນກໍ່ສາມາດຮູ້ໄດ້ວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະໝວດຊົນເຜົ່າ ແລະ ແຕ່ລະເຂດ“.
(ພາບປະກອບ)
ທ່ານ ເລືອງວັນທຽດ, ພະນັກງານຄົ້ນຄ້ວາວັດທະນະທຳຊົນເຜົ່ານຸ່ງທີ່ຂຶ້ນກັບຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ: ນັບແຕ່ວັນເປີດປະຕູເຊື່ອມໂຍງກັບສາກົນ, ສິນຄ້າຈາກປະເທດຕ່າງໆນຳເຂົ້າຕະຫຼາດຫວຽດນາມກໍ່ອຸດົມສົມບູນ, ຊາວໜຸ່ມຊົນເຜົ່າເວົ້າລວມ, ໃນນັ້ນມີຊົນເຜົ່ານຸ່ງເຄີຍປ່ຽນຊຸດອາພອນທີ່ເປັນມູນເຊື້ອຂອງຊົນເຜົ່າຕົນເປັນຊຸດໂສ້ງເສື້ອທີ່ທັນສະໄໝ. ຕໍ່ໜ້າທ່າ ອ່ຽງທີ່ອາຊີບຕຳ່ແຜ່ນ, ຕັດຫຍິບຊຸດອາພອນທີ່ເປັນມູນເຊື້ອມີໄພເສື່ອມຫາຍໄປ, ປະຊາຊົນຊາວເຜົ່ານຸ່ງຢູ່ແຂວງ ລ້າງເຊີນ ໄດ້ສ້າງບັນດາສະໂມສອນ, ໂຮງງານຕັດຫຍິບຊຸດອາພອນທີ່ເປັນມູນເຊື້ອ ເພື່ອຂາຍໃຫ້ແຂກທ່ອງທ່ຽວ ແລະ ນີ້ກໍແມ່ນວິທີເພື່ອໃຫ້ພໍ່ແມ່ປະຊາຊົນຊາວເຜົ່ານຸ່ງຮັກສາສີສັນທີ່ເປັນມູນເຊື້ອຂອງຊົນເຜົ່າຕົນໄວ້.