(vovworld) - ໂດຍດຳລົງຊີວິດຢູ່ເຂດພູດອຍແຂວງກວາງຈີ້, ຊີວິດຂອງຊາວເຜົ່າເວິນກ່ຽວຢູ່ເທດສະບານລາວບາວ ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ຍ້ອນຂາດທຶນ, ຂາດລະດັບຄວາມຮູ້ດ້ານວິທະຍາສາດ, ເຕັກນິກ ເພື່ອພັດທະນາການຜະລິດ, ດຳເນີນທຸລະກິດ. ໃນຊຸມປີມໍ່ໆມານີ້, ໂດຍໄດ້ຮັບການໜູນຊ່ວຍຂອງສະມາຄົມແມ່ຍິງເທດສະບານລາວບາວ. ເອື້ອຍນ້ອງແມ່ຍິງຊາວເຜົ່າເວິນກ່ຽວ ໄດ້ປ່ຽນແປງທັດສະນະກ່ອນນີ້ທີ່ຖືວ່າ, ແມ່ຍິງພຽງແຕ່ຢູ່ເຮືອນລ້າໆ, ຫາກແທນທີນັ້ນ, ເຂົາເຈົ້າໄດ້ດຳເນີນທຸລະກິດ, ພັດທະນາເສດຖະກິດ.
ເທດສະບານລາວບາວ, ແຂວງກວາງຈີ້ ຕິດກັບຊາຍແດນ ສປປ ລາວ, ຫ່າງຈາກແຂວງສະຫວັນນະເຂດ ດ້ວຍແມ່ນຳ້ເຊປົນ, ຢູ່ຕອນເໜືອທາງເລກ 9, ແລວເສດຖະກິຕາເວັນອອກ - ຕາເວັນຕົກທີ່ເຊື່ອມຕໍ່ຫວຽດນາມ ກັບບັນດາປະເທດອາຊຽນ, ສ້າງຄວາມສະດວກໃຫ້ເອື້ອຍນ້ອງແມ່ຍິງຫຼາຍຄົນພັດທະນາເສດຖະກິດ, ສະໜອງສິນຄ້າຂອງຫວຽດນາມ ໃຫ້ປະຊາຊົນລາວ, ຫຼືສ້າງຕັ້ງຫຼາຍຮູບແບບເສດຖະກິດ, ການບໍລິການຂົນສົ່ງສິນຄ້າ. ເອື້ອຍຫງວຽນທິທູຫ່ຽນ, ຮອງປະທານສະມາຄົມແມ່ຍິງເທດສະບານລາວບາວ, ໃຫ້ຮູ້ວ່າ:
“ເທດສະບານລາວບາວ ມີ 3 ບ້ານຄື: ແຄຕັງ, ແຄດ໋າ, ແຄຕຸກ, ໃນນັ້ນຊາວເວິນກ່ຽວ ກວມອັດຕາສ່ວນຫຼາຍ. ຊີວິດຂອງເອື້ອຍນ້ອງຊາວເຜົ່າຍັງປະສົບກັບຄວາມຫຍຸ້ງຍາກຢູ່, ແຕ່ເມື່ອທຽບກັບກ່ອນນີ້ແມ່ນໄດ້ຮັບການປັບປຸງຫຼາຍແລ້ວ. ພິເສດແມ່ນຢູ່ບ້ານແຄດ໋າ, ແຄຕັງ. ເອື້ອຍນ້ອງໄດ້ຮູ້ດຳເນີນທຸລະກິດ, ພັດທະນາເສດຖະກິດຕາມຮູບແບບ. ພິເສດແມ່ນໜ່ວຍລົດລາກແຄຕັງ. ປະຈຸບັນ, ຮູບແບບນີ້ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ສ້າງວຽກເຮັດງານທຳໃຫ້ເອື້ອຍນ້ອງແມ່ຍິງຫຼາຍຄົນ, ສ້າງລາຍຮັບຕື່ມອີກ ແລະ ຍົກສູງຊີວິດການເປັນຢູ່ໃຫ້ແກ່ເຂົາເຈົ້າ“.
ເອື້ອຍ ໂຮ່ທິເນັບ, ກ່ອນນີ້ມີແຕ່ເຮັດໄຮ່, ດັ່ງນັ້ນເສດຖະກິດຄອບຄົວຈຶ່ງປະສົບກັບຄວາມຫຍຸ້ງຍາກ. ປະຈຸບັນຊີວິດການເປັນຢູ່ຂອງຄອບຄົວເອື້ອຍກໍ່ໄດ້ດີກວ່າເກົ່າ. ເອື້ອຍເນັບ ໃຫ້ຮູ້ວ່າ:
“ກ່ອນນີ້ຂ້າພະເຈົ້າເຮັດໄຮ່, ລຳບາກຫຼາຍ. ຂ້າພະເຈົ້າເລີ່ມເຮັດວຽກງານລົດລາກນັບແຕ່ປີ 2006. ໃນເບື້ອງຕົ້ນເປັນຄົນຮັບຈ້າງ, ເຮັດວຽກມື້ໃດໄດ້ຮັບເງິນມື້ນັ້ນ. ປະຈຸບັນຂ້າພະເຈົ້າໄດ້ມີລົດລາກຄັນໜຶ່ງ, ເອື້ອຍນ້ອງແມ່ຍິງໃນໜ່ວຍ, ບາງຄົນກໍ່ມີລົດລາກເຖິງ 3, 4 ຄັນ.“
ເອື້ອຍ ໂຮ່ທິຕາຢວາ, ຜູ້ທີ່ມີປະສົບການໃນການສະໜອງສະບຽງອາຫານຈາກຫວຽດນາມ ໄປລາວ ເປັນເວລາ 5 ປີ ແລ້ວໃຫ້ຮູ້ວ່າ. ໃນເບື້ອງຕົ້ນເອື້ອຍດຳເນີນທຸລະກິດດ້ວຍຂະໜາດນ້ອຍ, ແຕ່ລະມື້ເອື້ອຍນຳເອົາສິນຄ້າຈາກຫວຽດນາມ ໄປຂາຍຢູ່ລາວ, ສ່ວນຫຼາຍແມ່ນສິນຄ້າທີ່ເຂົາໄດ້ ຈ່ອງຊື້ກ່ອນ. ຕໍ່ມາເມື່ອໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ບໍລິໂພກ, ອຸປະໂພກລາວ, ຈຳນວນສິນຄ້າທີ່ເອື້ອຍສົ່ງໄປຂາຍຢູ່ລາວກໍ່ນັບມື້ນັບເພີ່ມຂຶ້ນ, ທັງດ້ານຈຳນວນ ແລະ ປະເພດ. ປະຈຸບັນ, ສິນຄ້າທີ່ເອື້ອຍ ຢວາ ຂົນສົ່ງໄປຂາຍຢູ່ລາວຕົ້ນຕໍແມ່ນສິນທະເລ, ຊີ້ນ, ຜັກ, ເຂົ້າສານ…
“ກ່ອນນີ້ຄອບຄົວຂ້າພະເຈົ້າທຸກຍາກຫຼາຍ, ບໍ່ມີຫຍັງໝົດ. ມີແຕ່ເຮັດໄຮ່ເທົ່ານັ້ນ, ແຕ່ຖືກສັດປ່າທຳລາຍກ້ຽງ, ເມື່ອເຈັບເປັນບໍ່ມີເງິນຊື້ຢາ. ຕໍ່ມາຂ້າພະເຈົ້າໄດ້ຊື້ຜັກຈາກຫວຽດນາມ ແລ້ວນຳໄປຂາຍຢູ່ລາວ. ເມື່ອມີກຳໄລກໍ່ຂາຍປາຕື່ມອີກ“.
ປະຈຸບັນ, ຢູ່ບ້ານ ແຄດ໋າ ມີ 55 ຄອບຄົວ ແມ່ນມີເຮືອນຖາວອນ, ປະຊາຊົນບໍ່ຖາງປ່າເຮັດໄຮ່ອີກ, ຫາກເຂົາເຈົ້າໄດ້ລົງທຶນປູກເຂົ້ານາທາມ, ປູກຕົ້ນໄມ້ອຸດສາຫະກຳ. ແມ່ຍິງເວິນກ່ຽວ ຢູ່ບ້ານຕ່າງໆໄດ້ຖອດຖອນບົດຮຽນໃນການຜະລິດ, ດຳເນີນທຸລະກິດ. ແຕ່ເພື່ອປ່ຽນແປງທັດສະນະຂອງແມ່ຍິງເວິນກ່ຽວໃຫ້ໄດ້ ສະມາຄົມແມ່ຍິງຕ້ອງປະຕິບັດການໂຄສະນາໃນໄລຍະຍາວ. ເອື້ອຍ ຫງວຽນທິທູຫ່ຽນ, ຮອງປະທານສະມາຄົມແມ່ຍິງເທດສະບານລາວບາວ, ໃຫ້ຮູ້ວ່າ:
“ນອກຈາກປຸກລະດົມເອື້ອຍນ້ອງພັດທະນາເສດຖະກິດແລ້ວ, ນີ້ກໍ່ແມ່ນການເຄື່ອນໄຫວເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ເອື້ອຍນ້ອງໃນການພົວພັນກັບພາຍນອກ ແລະ ໃນການດຳລົງຊີວິດ. ກ່ອນນີ້ເຂົາເຂົ້າພໍໃຈນຳໂຊກຊາຕາຂອງຕົນ, ແຕ່ປະຈຸບັນເຂົາເຈົ້າໄດ້ຮູ້ກ່ຽວກັບສິດຜົນປະໂຫຍດ, ພັນທະ ແລະ ໄດ້ມີຄວາມກ້າກັ່ນກວ່າ“.
ສະມາຄົມແມ່ຍິງເທດສະບານລາວບາວ ບໍ່ພຽງແຕ່ແນະນຳໃຫ້ແມ່ຍິງ ເວິນກ່ຽວເຮັດສວນ, ເລືອກເຟັ້ນທິດພັດທະນາເສດຖະກິດຢ່າງເໝາະສົມ, ຊ່ວຍເຫຼືອກັນຮັກສາຊີວິດເປັນປົກກະຕິເທົ່ານັ້ນ, ຫາກຍັງຂົນຂວາຍເອື້ອຍນ້ອງປະຕິບັດການປະຢັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນອີກດ້ວຍ. ບັນດາຮູບແບບຄື: “ລຳໄຜ່ເງິນປະຢັດ“, “ໄຫເຂົ້າປະຢັດ“ ພວມໄດ້ຮັບການເສີມຂະຫຍາຍປະສິດທິຜົນຢ່າງຕັ້ງໜ້າ, ຊ່ວຍສະມາຊິກສະມາຄົມແມ່ຍິງເທດສະບານລາວບາວ ນັບຮ້ອຍຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ.