ໂຄງປະກອບໝູ່ບ້ານພື້ນເມືອງຂອງຊາວເຜົ່າກີງ

(vovworld)- ​ໂຄງ​ປະກອບ​ໝູ່​ບ້ານ​ພື້ນ​ເມືອງຂອງ​ຊາວ​ເຜົ່າ​ກີ​ງ(ຊາວ​ຫວຽດ) ​ເຄີຍຕິດ​ພັນ​ກັບຮູບ​ພາບ​ຂອງ​ຄັນ​ຄູ, ປະຕູ​ໂຂງ, ສາລາ​ບ້ານ, ຕົ້ນ​ໄຮ, ​ເຮືອນສວນ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ມີ​ຄວາມໃກ້ຊິດຕິດ​ແທດ​ກັບ​ທຳ​ມະ​ຊາດ. ​ໂຄງ​ປະກອບ​ໝູ່​ບ້ານ​ນີ້​​​ແມ່ນ​ສ້າງ​ຄວາມ​ສະດວກ​​​ໃຫ້ແກ່​ການ​ປູກ​ເຂົ້າຂອງ​ຊາວ​ຫວຽດ​ໃນ​ຫລາຍ​ສັດຕະວັດ​ຜ່ານ​ມາ​ ​ແລະ ​ໄດ້ກາຍ​ເປັນ​ເຂດ​ຊົນນະບົດ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາວ​ຫວຽດ. ​

        ຮູບ​ພາບ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ຂອງໝູ່​ບ້ານ​ພື້ນ​ເມືອງ​​ຊາວ​ຫວຽດ ນັ້ນ​ແມ່ນ​ຟຸ່ມ​ໄມ້​ໄຜ່​ອ້ອມ​​ໝູ່​ບ້ານ ທັງ​​ເປັນ​ກຳ​ແພງ​ທີ່​ຫນາ​ແຫນ້ນ​ເພື່ືອປົກ​ປັກ​ຮັກສາ​ໝູ່​ບ້ານ ທັງ​​ສ້າງ​ເປັນ​ຮົ່ມ​ໄມ້ຂຽວ​ເຢັນ​ສະບາຍ. ຄຽງ​ຂ້າງ​ຟຸ່ມ​ໄມ້​ໄຜ່ທີ່ຂຽວອຸ່ມ​ທຸ່ມ​ນັ້ນ ປະ​ຕູ​ໂຂງ​ໝູ່​ບ້ານ​ກໍ​ແມ່ນ​ກິດຈະກຳ​ສຳຄັນ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ບ້ານ​ນາ​ຫວຽດນາມ. ​ແຕ່ລະ​ປະຕູ​ໂຂງ​ລ້ວນ​ແຕ່ມີ​ສະຖາ​ປັດຕະຍະ​ກຳ​ສະ​ເພາະ ​ແຕ່​ຍາມ​ໃດ​ກໍ​ສ້າງ​ຄວາມ​ກົມ​ກຽວ​ກັບ​ບັນຍາກາດ​ຂອງ​ເຂດ​ບ້ານ​ນາ. ຄວາມ​ງາມ​ດ້ານສະ​ຖາ​ປັດຕະຍະ​ກຳ​ຂອງ​ປະຕູ​ໂຂງ​ໝູ່​ບ້ານ ​ແລະ ບັນດາ​ກິດຈະກຳ​ອື່ນ​ໃນ​ບ້ານ​ເຄີຍ​ຕິດ​ພັນ​ກັບ​ຮູບ​ພາບງ້າວ​ໂກ່ງ​ໂຄ້ງ​ມຸ່ງ​ຂຶ້ນ​ທ້ອງຟ້າ​ຄື​ດັ່ງ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​ໃນ​ບ້ານ. ໝູ່​ບ້ານ​ເດື່ອງ​ເລີມ ຫ່າງ​ຈາກ​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ ​ໄປທາງ​ທິດ​ຕາ​ເວັນ​ຕົກປະມານ 50 ກິ​ໂລ​ແມັດ ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ຈຸດ​ພົ້ນ​ເດັ່ນ​ຂອງ​ໝູ່​ບ້ານ​ຫວຽດບູຮານ, ​ໃນ​ນັ້ນ ກິດຈະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນັ້ນ​ແມ່ນ ປະຕູ​ໂຂງ​ໝູ່​ບ້ານ ຊື່​ງ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ປີ 1553. ນັກ​ສະຖາ​ປາ​ນິກ ​ເລກ​ວາງ​ງອກ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ພົບ​ເຫັນ​ປະຕູ​​ໂຂງ​ໝູ່​ບ້ານ​​ເດື່ອງ​ເລີມ ຜູ້​ຄົນ​ທັງຫລາຍ​ລ້ວນ​ແຕ່​ຮູ້​ສຶກວ່າ​ມັນ​ທຳ​ມະ​ດາ​ສາມັນຄືກັນ​ກັບ​ປະ​ຕູ​ໂຂງ​​ແຫ່ງອື່ນໆ ​ແຕ່​ຍ້ອນຖືກ​ຕັ້ງ​ຢູ່​ໃນ​​ເຂດ​ທັງ​ມີ​ຕົ້ນ​ໄມ້​​​ໄຮ, ມີ​ເສັ້ນທາງ​, ຫນອງ​ບົວ, … ສະ​ນັ້ນ ປະຕູ​ໂຂງ​ນີ້ໄດ້​ສ້າງ​ຄວາມ​ດູດ​ດື່ມ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ກໍ​ຄື​​ວັດ​ສະ​ດຸ​ກໍ່ສ້າງ. ”

ໂຄງປະກອບໝູ່ບ້ານພື້ນເມືອງຂອງຊາວເຜົ່າກີງ - ảnh 1
ເຮືອນບູຮານຢູ່ໝູ່ບ້ານເດືອງເລີມ
ພາບ: internet

        ​ໃນ​ໂຄງ​ປະກອບ​ບັນດາ​ໝູ່​ບ້ານ​ພື້ນ​ເມືອງ​ຍັງ​ມີ​ກິດຈະກຳ​ຫນຶ່ງ ​ຊື່​ງແມ່ນ​ສະຖານ​ທີ່​ດຳ​ເນີນ​ຊີວິ​ດວົງ​ຄະນາ​ຍາດ ນັ້ນ​ແມ່ນ​ນ້ຳສ້າງ. ນ້ຳສ້າງ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​​ທາງ​ຫນ້າ​ຂອງ​ໝູ່​ບ້ານ​ຫລື​ໃຈກາງ​ໝູ່​ບ້ານ. ​ໃນ​ຈິດ​ສຳນຶກ​ຂອງ​ຊາວ​ຫວຽດກ່ອນ​ນີ້, ນ້ຳ​ສ້າງ​ຄື​ດວງ​ຕາ​ຂອງ​ໝູ່​ບ​້ານ​ແມ່ນ​ແວ່ນ​ແຍງ​ທີ່ສ່ອງ​ແສງ​​ຮູບ​ພາບ​ຊີວິດ​ສັນຕິ​ສຸກ​ໃນ​ເຂດ​ບ້ານ​ນາ. ທ່ານ ​ເຈີ​ນມີນ​ເຍືອງ,​ ນັກ​ຄົ້ນ​ຄ້ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນຢູ່ເຂດ​ທົ່ງພຽງ​ພາກ​ເຫນືອ​ ຍັງ​ຄົງຮັກສາ​ຮ່ອງຮອຍ​ນ້ຳສ້າງ​ເກົ່າ​ແກ່​ຢູ່​ໝູ່​ບ້ານຕ່າງ​ໆ ​ແລະ ປະຊາຊົນ​ຍັງ​ນຳ​ໃຊ້​ນ້ຳສ້າງ​ເພື່ອ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່. ​ແລະ ນ້ຳສ້າງ​ຢູ່​ເຂດ​ບ້ານ​ນາ​ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ວັດຖຸ​ທີ່​ແຕກ​ຕ່າງ​ກັນ ຄື: ກໍ່ສ້າງດ້ວຍ ​ດິນ, ຫີນ​ຫນ້າມນໍ່ ​ແລະ ​ຫີນ. ພິ​ເສດ​ຢູ່​ບັນດາ​ເຂດ​ປູຊະນີ​ຍະສະຖານ​ວັດວາອາ​ຮາມ, ວິຫານ, ສຸສານ​ຕ່າງໆ ຢູ່​ທາງ​ຫນ້າ​ຍາມ​ໃດ​ກໍ່​ມີ​ນ້ຳສ້າງທີ່​ເກົ່າ​ແກ່​, ສະ​ນັ້ນບັນດາ​ນ້ຳສ້າງ​ໄດ້​ກາຍ​​ເປັນ​ແຫ່ງ​ທີ່​ສັກ​ສິດ.”

ໂຄງປະກອບໝູ່ບ້ານພື້ນເມືອງຂອງຊາວເຜົ່າກີງ - ảnh 2

        ​ໃນ​ໝູ່​ບ້ານ, ​ເສັ້ນທາງ​ຕົ້ນຕໍ​ເຄີ​ຍພາ​ໄປ​ເຖິງ​ສາລາ​ບ້ານ. ຕາມ​ການ​ເຫລື້​ອມ​ໃສ, ສາລາ​ບ້ານ​ແມ່ນ​ແຫ່ງ​ສັກສິດ, ສະ​ນັ້ນ ​ເຄີຍຖືກ​ກໍ່ສ້າງ​ໃນ​ເຂດ​ພູມ​ທີ່​ຕັ້ງ ​ແລະ ຫລັກ​ຫວາງ​ຈູ້້ຍດີ​ທີ່​ສຸດ. ສາລາ​ບ້ານ​ແມ່ນ​ແຫ່ງບູຊາ​ອໍລະຫັນ​ຂອງໝູ່​ບ້ານ, ​ເຊິ່ງແມ່ນ​ຜູ້​ມີ​ຄຸນງາມຄວາມດີ​ໃນ​ການ​ກໍ່ຕັ້ງ​ບ້ານ, ບັນດາ​ວິລະ​ຊົນ​ມີ​ຄຸນງາມຄວາມດີ​ຕໍ່​ປະຊາຊົນ​ຕໍ່​ປະ​ເທດ​ຊາດ. ​ໃນ​ຊີວິດ​ການ​ເປັນ​ຢູ່, ສາລາ​ບ້ານ​ຍາມ​ໃດ​ກໍ​ແມ່ນ​ສູນ​ດຳ​ເນີນ​ຊີວິດ​ຂອງ​ວົງ​ຄະນາ​ຍາດ ​ແມ່ນ​ສະຖານ​ທີ່ຈັດ​ຕັ້ງ​ບັນດາ​​ເຫດການ​ສຳຄັນ​ຂອງ​ໝູ່​ບ້ານ, ​ແມ່ນ​ແຫ່ງ​ຈັດ​ງານ​ບຸນ​ຕ່າງໆ, ດຳ​ເນີນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ທັງ​ໝູ່​ບ້ານ. ນັກ​ສະຖາ​ປານິ​ກ     ​ເລກ​ວາງ​ງອກ ​ໃຫ້​ຮູ້​ວ່າ:

        “ສາລາ​ບ້ານ​ເຄີຍ​ໄດ້​ຮັບ​ການ​ກໍ່ສ້າງ​​ດ້ວຍ​ຂອບ​ຂະຫນາ​ດໃຫຍ່​ແລະ​ຕັ້ງ​ຢູ່​ໃນ​ບໍລິ​ເວນ​ທີ່​ກ້ວາງ​ຂວາງສະ​ດວກ.​ເພາະວ່າ ນີ້​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຂອງ​ປະຊາຊົນ​ໃນ​ໝູ່​ບ້ານ. ບັນດາ​ໝູ່​ບ້ານ​ທີ່ອຸດົມສົມບູນມັ່ງ​ຄັ່ງ​ມີ​ລະດັບ​ຄອງ​ຊີບ​ໄດ້​ດີ, ສ່ວນ​ຫລາຍ​ມີສາລາ​ບ້ານ​​ໃຫຍ່, ກວ້າງຂວາງ. ສ່ວນ​ໝູ່​ບ້ານ​​ທີ່ທຸກ​ຍາກ​ສາລາ​ບ້ານ​ກໍ​ຄັບ​ແຄບ​ກວ່າ.”
        ​ເບິ່ງ​ລວມ​ແລ້ວ, ​ໂຄງ​ປະກອບ​ໝູ່​ບ້ານ​ພື້ນ​ເມືອງ​ຂອງຫວຽດນາມ​ ​ແມ່ນ​ເຄີຍ​ມີ ຟຸ່ມ​ໄມ້​ໄຜ່ທີ່​ຂຽວ​ອຸ່ມ​ທຸ່ມ ມີ​ບັນດາ​ເສັ້ນທາງລະຫວ່າງ​ບ້ານ​ທີ່​ປູ​ດິນຈີ່ຢ່າງສວຍ​ງາມ ​ແລະ ສະອາດ. ​ໃນ​ໝູ່​ບ້ານ​ມີ​ຮ່ອມ​ທາງ​ນ້ອຍຫລາຍ​ສາຍ​ເຊື່ອມ​ຕໍ່​ກັນ​ເພື່ອ​ໃຫ້​ຊາວບ້ານ​ໄປມາ​ຢ່າງ​ສະດວກ. ​ໃນ​ໂຄງ​ປະກອບ​ນັ້ນ, ສະຖາປັດຕະຍະກຳ​ເຮືອນ​ຢູ່​ຂອງ​ຊາວ​ຫວຽດກໍ​ລຽບ​ງ່າຍ, ​ເໝາະ​ສົມ​ກັບ​ອາກາດ ​ແລະ ຮີດຄອງ​ປະ​ເພນີ​ໃນ​ການ​ຜະລິດ. ​ເຮືອນ​ຊານ​ຢູ່​ເຂດ​ຊົນນະບົດ​ພາກ​ເຫນືອ ​ແລະ ພາກ​ກາງ ຫວຽດນາມ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​​ແບບ ມີ​​ເຮືອນ​​ໃຫຍ່ ​ແລະ ເຮືອນ​ສຳຮອງ, ​ທຳ​ມະ​ດາ​ປະກອບດ້ວຍ 3 ຫ້ອງ​​ໃຫຍ່ ​ແລະ 2 ຫ້ອງ​ນ້ອຍ​ຢູ່ 2 ຂ້າງ​ເຮືອ​ນ ຢູ່​ທາງ​ຫນ້າ​ມີເດີ່ນ​ທາງ​ຫລັງມີ​ສວນ ​ແລະ ຕົ້ນ​​ໄມ້​ປະດັບ. ​ໂຄງ​ປະກອບ​ຂອງ​ໝູ່​ບ້ານ​ແມ່ນ​ເໝາະ​ສົມ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ປະກອບສ່ວນ​ສ້າງ​​ເປັນຮີດຄອງ​ປະ​ເພນີ​ວັດທະນະທຳ​ສັງຄົມ, ນິດ​ໄສ​ໃຈຄໍ​ຂອງ​ຊາວບ້ານ​ນາ​ຄື: ຍາມ​​ໃດ​ກໍ​ເຊີດ​ຊູ​ກຽດສັກ​ສີ​, ​ເຄົາລົບ​ທຳນຽມ​ຂອງ​ໝູ່​ບ້ານ, ມີ​ຄວາມ​ສາມັກ​ຄີ​ຜ່າ​ນຜ່າ​ຄວາມ​ຫຍຸ້ງ​ຍາກ, ນັບຖື​ຜູ້​ອາຍຸ​ສູງ… ຜ່ານ​ຫລາຍ​ຮຸ່ນ​ຄົນ, ​ໂຄງ​ປະກອບ​ຂອງ​ໝູ່​ບ້ານ​ພ້ອມ​ກັບ​ບັນດາ​ຮີດຄອງ​ປະ​ເພດ​ນີວັດທະນະທຳ​ນັ້ນ ​ໄດ້​ສ້າງ​​ເປັນ​ໝູ່​ບ້ານ​ສັນຕິ​ສຸກ. ຍ້ອນ​ເຫດ​ນັ້ນ ຊາວ​ຫວຽດນາມ ຜູ້​ທີ່​ດຳລົງ​ຊີວິດ ​​ແລະ ​ເຮັດ​ວຽກ​ຢູ່​ໄກຈາກ​ບ້ານ​ເກີດ​ເມືອງ​ນອນ, ຮູບ​ພາບ​ໝູ່​ບ້ານຍາມ​ໃດກໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​​ຄິດ​ຮອດ​ຄິດ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ ​ແລະ ​ມີ​ຄວາມເອກອ້າງ​ທະ​ນົງ​ໃຈຕໍ່​ມູນ​ເຊື້ອ​ບ້ານ​ເກີດ​ເມືອງ​ນອນ​ຕົນ.

 



ຕອບກັບ

ຂ່າວ/ບົດ​ອື່ນ