(vovworld) - ໂຣບຳ ຍັງເອີ້ນວ່າ “ໂຣມໂຣບຳ“ ແມ່ນລະຄອນຟ້ອນ ບູຮານໃນລາຊະວົງຂອງຊາວເຜົ່າຂະແມ. ໃນບັນດາຮູບແບບສິລະປະສະແດງບົນເວທີຂອງຊາວເຜົ່າຂະແມ, ໂຣບຳໄດ້ຮັບຖືວ່າແມ່ນສິລະປະລະດັບສູງ, ດ້ວຍບັນດາຄຸນຄ່າພິເສດທີ່ມີຢູ່ແລ້ວ. ປະຈຸບັນ, ຊາວເຜົ່າຂະແມພວມມະນາພະຍາຍາມອະນຸລັກຮັກສາ ແລະ ພັດທະນາຮູບການສິລະປະພື້ນເມືອງນີ້.
ຟ້ອນໂຣບຳ
(ພາບ:ອິນເຕີແນດ)
ໂຣບຳແມ່ນຮູບການສິລະປະທີ່ໃຊ້ວາດຟ້ອນເພື່ອສະແດງ “ເລື່ອງລາວບູຮານ“ ກ່ຽວກັບຫົວເລື່ອງ: ສາສະໜາພຸດ, ສາສະໜາ ບາລາມອນ, ເລື່ອງລາວກ່ຽວກັບ Ramayana ຂອງອິນເດຍ. ບັນດາປັດສະຍາກ່ຽວກັບການສຶກສາ, ຫຼັກສິນທຳຂອງຊາວເຜົ່າຂະແມໃນເມື່ອກ່ອນ, ລ້ວນແຕ່ລວມເອົາໃນເນື້ອໃນ ແລະ ຮູບການສິລະປະທີ່ເປັນເອກະລັກສະເພາະນີ້. ຮອງສາສະດາຈານ, ດຣ. ເລງອກແກງ, ຮອງປະທານສະມາຄົມສິລະປິນຟ້ອນ ຫວຽດນາມ, ໃຫ້ຮູ້ວ່າ:
“ເມື່ອເວົ້າເຖິງວັດທະນະທຳຂອງຊາວເຜົ່າຂະແມ, ແມ່ນຕ້ອງເວົ້າເຖິງສິລະປະຟ້ອນໂຣບຳ, ນີ້ແມ່ນຜະລິດຕະພັນທາງພູມປັນຍາ, ແມ່ນວັດທະນະທຳທີ່ພົ້ນເດັ່ນຂອງຊາວເຜົ່າຂະແມ. ໂຣບຳແມ່ນສິລະປະສັງລວມ, ທີ່ປະກອບດ້ວຍການຟ້ອນ, ການຂັບລຳ ແລະ ການນຸ່ງຖື“
ໂດຍເລີ່ມມີມາຈາກພະລາຊະວັງ, ດັ່ງນັ້ນເຄື່ອງນຸ່ງຖື, ການກະທຳ ແລະ ສຳນວນຄຳເວົ້າຂອງຕົວລະຄອນໃນເວທີສະແດງໂຣບຳ ແມ່ນຂຶ້ນກັບເຈົ້າກະສັດ, ເຈົ້າຂູນມູນນາຍ. ໃນລະຄອນຟ້ອນໂຣບຳ ເຄີຍມີສອງສາຍຕົວລະຄອນ. ໃນນັ້ນສາຍຕົວລະຄອນທີ່ເປັນຕົວແທນໃຫ້ຄົນໃຈບຸນແມ່ນເຈົ້າຊີວິດ, ລາຊະທິດາ ແລະ ລາຊະກຸມມານ. ສ່ວນສາຍຕົວລະຄອນຕາງໜ້າໃຫ້ຄົນໃຈຮ້າຍແມ່ນເຄີຍໃຊ້ຫົວໂຂນ, ພົ້ນເດັ່ນແມ່ນຕົວລະຄອນ Yeak. ເຂົາເຈົ້ານິຍົມໂຣບຳແມ່ນຍ້ອນຈຸດທີເປັນເອກະລັກສະເພາະທີ່ຊ້ອນແຝງໃນບັນດາວາດຟ້ອນ ແລະ ຫົວໂຂນ.
ຟ້ອນໂຣບຳ
(ພາບ:ອິນເຕີແນດ)
ບັນດາຕົວລະຄອນຟ້ອນໂຣບຳ ລ້ວນແຕ່ມີກິລິຍາທ່າທາງສະແດງສະເພາະຕາມແຕ່ລະຕົວລະຄອນ. ຕາມການສະຖິຕິແລ້ວ, ໂຣບຳລວມມີ 33 ວາດຟ້ອນ. ໃນນັ້ນຟ້ອນມືມີ 8 ວາດຟ້ອນ, ຟ້ອນຕີນມີ 12 ວາດຟ້ອນ, ແຕ່ລະວາດຟ້ອນມີຄວາມໝາຍແຕກຕ່າງກັນ. ຫົວໂຂນ ໂຣບຳແມ່ນຖືກນຳມາຈາກວັດທະນະທຳ ອິນເດຍ, ດັ່ງນັ້ນຈຶ່ງມີຄວາມກົມກຽວລະຫວ່າງວິຈິດສິນ ແລະ ການປະດິດຮູບ. ມີຫຼາຍຫົວໂຂນຖືກນຳໃຊ້ໃນລະຄອນຟ້ອນໂຣບຳເຊັ່ນ: ຫົວໂຂນ Yeak (ສະແດງໃຫ້ເຫັນການກະທຳ, ໃຈຮ້າຍ); ຫົວໂຂນເຈົ້າຊີວິດລີງ ຮານູມານ, ມ້າ ມາໂນນີ, ເທວະດານົກ ເກີຣິກ, ຫົງຄຳ, ເຕົາ, ງູ… ຫົວໂຂນໃນເວທີສະແດງໂຮບຳມີຊີວິດຊີວາ, ເຕັມໄປດ້ວຍອາລົມຈິດ ແລະ ສະແດງອອກໃນຖານະເປັນມະນຸດ, ອັນໄດ້ສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມ.
ນອກຈາກບັນດາວາດຟ້ອນ ແລະ ຫົວໂຂນແລ້ວ, ການນຸ່ງຖືໃນເວທີລະດອນໂຣບຳກໍ່ມີຈຸດພິເສດສະເພາະ. ເຄື່ອງນຸ່ງຖືລວມມີອ້ຽມຄໍ, ຜ້າຮັດໜ້າເອິກ, ອ້ຽມຢູ່ໜ້າທ້ອງ, ອ້ຽມສັນຫຼັງ, ຖົງຕີນ, ຖົງມືທີ່ເປັນເອກະລັກສະເພາະທີ່ສຸດ.
ພ້ອມກັບສອງສາຍຕົວລະຄອນທີ່ເປັນຕົວແທນໃຫ້ຜູ້ໃຈບຸນ, ໃຈຮ້າຍດັ່ງກ່າວແລ້ວ, ໃນລະຄອນໂຣບຳຍັງປະກົດມີຕົວລະຄອນຕະຫຼົກເພື່ອສ້າງຄວາມມ່ວນຊື່ນອີກ. ສ່ວນເຄື່ອງດົນຕີຕົ້ນຕໍຂອງລະຄອນຟ້ອນໂຣບຳແມ່ນກອງ, ຄ້ອງ ແລະ ແຄນ Slayrom. ສຽງກອງແນໃສ່ເລັ່ງລັດແກ່ການຕໍ່ສູ້, ສ່ວນສຽງແຄນເຄີຍປະກົດໃນຍາມໂສກເສົ້າ, ເຫງົາໃຈ.
ຟ້ອນໂຣບຳ
(ພາບ:ອິນເຕີແນດ)
ໂຣບຳພັດທະນາຢ່າງແຮງ ແລະ ກວ້າງຂວາງຢູ່ບັນດາແຂວງໃນເຂດທົ່ງພຽງແມ່ນຳ້ຂອງ, ພິເສດແມ່ນຢູ່ແຂວງ ຈ່າວິງ, ຊອກຈັງ, ດ້ວຍການອຸປະຖຳຂອງບັນດາວັດຂະແມ. ແຕ່ປະຈຸບັນຮູບການສິລະປະນີ້ພວມຄ່ອຍໆຖືກຮັດແຄບໄວ້. ອ້າຍ ເຊີນແດນ, ສະມາຊິກຂອງກອງສິລະປະຟ້ອນໂຣບຳ Basac Bung Chong, ຢູ່ ຊອກຈັງ, ໃຫ້ຮູ້ວ່າ:
“ໂຣບຳແມ່ນມີມາແຕ່ດົນແລ້ວ, ດັ່ງນັ້ນເຮົາຕ້ອງພະຍາຍາມຮັກສາໄວ້ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ. ສິ່ງສຳຄັນແມ່ນຕ້ອງອະນຸລັກຮັກສາຮູບການສິລະປະທີ່ເປັນມູນເຊື້ອຂອງຊາວເຜົ່າ ຂະແມ“.
ສິລະປະລະຄອນຟ້ອນໂຣບຳແມ່ນວັດທະນະທຳທີ່ເປັນເອກະລັກສະເພາະ, ແມ່ນຄວາມເອກອ້າງທະນົງໃຈຂອງຊາວເຜົ່າຂະແມເວົ້າສະເພາະ ແລະ ຊາວຫວຽດນາມເວົ້າລວມ. ໂຣບຳເຄີຍຖືກສະແດງຢູ່ບັນດາເຂດທົ່ງນາພາຍຫຼັງລະດູການເກບກ່ຽວ, ຫຼືໃນງານບຸນທີ່ເປັນມູນເຊື້ອຂອງຊາວເຜົ່າຂະແມ. ປະຈຸບັນ, ໂຣບຳພວມໄດ້ຮັບການອະນຸລັກຮັກສາ, ປະກອບສ່ວນເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ສິລະປະທີ່ເປັນມູນເຊື້ອພິເສດສະເພາະຂອງຊາວເຜົ່າຂະແມ.